Lao
This article was added by the user . TheWorldNews is not responsible for the content of the platform.

​ທ່ານ​ຄຳ​ໄພ ພິມ​ພະ​ຈັນ ພະ​ນັກ​ງານ​ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ ທີ່ສ້າງ​ເຮືອ​ບິນ​ລົບ ແລະ​ເຮືອ​ບິນ ​ປະ​ຈຳ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ

ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນຂອງວີ​ໂອ​ເອ ໃນ​ແລງ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບ ທ່າ​ນ​ຄຳ​ໄພ ພິ​ມ​ພະ​ຈັນ ນາຍ​ຊ່າງປະ​ກອບ ສ້ອມ​ແປງ​ເຮືອ​ບິນ​ລົບ​ ແລະເຮືອ​ບິນປະ​ຈຳຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຫລື “Airforce One” ​ມາ​ສະ​ເໜີ​ທ່ານ​ໂດຍ ກິ່ງ​ສະ​ຫວັນ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ຄຳ​ໄພ ພິມ​ພະ​ຈັນ ເກີດ​ຢູ່​ບ້ານ​ສວນມອນ ນະ​ຄອນ​ຫລວງ​ວຽງ​ຈັນ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ເມືອງ​ຝອດ​ເຫວີດ ລັດ​ເທັກ​ຊັ​ສ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ​ກັບ​ຄອ​ບຄົວ​ໃນ​ປີ 1979 ເວ​ລາ​ນັ້ນ​ມີ​ອາ​ຍຸ​ໄດ້ 19 ປີ. ເນື່ອງ​ຈາກ​ອາ​ຍຸ​ກາຍ​ກະ​ສຽນ​ ຄຳ​ໄພ ບໍ່​ສ​າ​ມາດ ​ເຂົ້າ​ມັດ​ທະ​ຍົມ​ປາຍ ແລະບໍ່​ມີ​ໂອ​ກາດ​ໄດ້ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ. ​ເພາະ​ສະ​ນັ້ນ ຄຳ​ໄພ ຕ້ອງ​ໄດ້ຮຽນ​ລັດ​ ເຂົ້າ​ໂຮງ​ຮຽນ​ອົບ​ໂຮມວິ​ຊາ​ອາ​ຊີບໂດຍ​ສະ​ເພາະ ແລະ​ໄດ້​ເລືອກ​ເອົາ​ຝ່າຍສ້ອມ​ແປງເຄື່ອງຈັກ ​ເປັນ​ເວ​ລາ​ສອງ​ປີ. ຫລັງ​ຈາກ​ນັ້ນ​ ໄດ້​ປະ​ກອບວິ​ຊາ​ອາ​ຊີບ ​ທີ່​ພົວ​ພັນ​ກັບ​ການຮຽນ​ມາ​ຊົ່ວ​ໄລ​ຍະ​ນຶ່ງ ແຕ່ບໍ່ໄດ້ລົດ​ລະ ສະ​ແຫ​ວງ​ຫາ​ວຽກ​ທີ່ດີກວ່າ ໝັ້ນ​ຄົງ ແລະ​ໄດ້​ເງິນ​
ຫຼາຍກວ່າ.

ຫລັ​ງ​ຈາກ​ມີ​ປະ​ສົບ​ການ​ກ່ຽວ​ກັບ​ແຜ່ນ​ເຫລັກ ​ແລະ​ໂຄງ​ຮ່​າງ​ຂອງ​ເຫລັກ ທ່ານ​ຄຳ​ໄພ​ ໄດ້​ສະ​ໝັກ​ເຂົ້າ​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ ລັອກ​ຮີດ ມ​າ​ຕິນ (Lockheed Martin) ​ຊຶ່ງເປັນ​ບໍ​ລິ​ສັດໃຫຍ່ ແລະ​ມີ​ຊື່​ສຽງ​ດ້ານ​ສ້າງ​ອາ​ວຸດ​ປ້ອງ​ກັນ​ປະ​ເທດ ຮັກ​ສາຄວາມ​ປອດ​ໄພ ແລະ​ອະ​ວະ​ກາດ ​ຂອງ​ສະ​ຫະ​ລັດ. ​ບໍ​ລິ​ສັດ​ລັອກ​ຮີດ ມ​າ​ຕິນ ມີພະ​ນັກ​ງານ​ຢູ່​ປະ​ມານ 114,000 ຄົນ ​ແລະ​ມີ​ສາ​ຂາຢູ່​ທົ່ວ​ໂລກ ​ມີ​ໜ້າ​ທີ່​ຄົ້ນ​ຄ້​ວາ ອອກ​ແບບ ພັດ​ທະ​ນາ ແລະສ້າງລະ​ບົບ​ເທັກ​ໂນ​ໂລ​ຈີ​ອັນ​ກ້າວ​ໜ້າ.

ກ່ອນ​ທີ່​ທ່ານ​ຄຳ​ໄພ ຈະ​ໄດ້​ມາ​ເລີ້ມ​ປະ​ກອບ​ໜ້າ​ທີ່​ວຽກ​ງານ​ຢູ່​ທີ່​ນີ້ ທ່ານ​ຕ້ອງ​ໄດ້​ຜ່ານ​ການ​ສອບ​ເສັງ ແລະ​ຜ່ານ​ການກວດ​ປະ​ຫວັດ​ເບື້ອງ​ຫລັງ ​ຢ່າງ​ເຄັ່ງ​ຄັດ​ເປັນ​ຂັ້ນ​ຕອນ ຊຶ່ງ​ທ່ານ​ຄຳ​ໄພ ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ທ່ານ​ຄຳ​ໄພ ກ່າວ​ເຖິງ​ຜົນ​ກຳ​ໄລຂອງການ​ເຮັດ​ວຽກ​ໃຫ້​ແກ່ ບໍ​ລິ​ສັດ​ລັອກ​ຮີດ ມາ​ຕິນ ເຊັ່ນ​ວ່າ​ວັນ​ພັກ ປະ​ກັນ​ໄພ​ສຸ​ຂະ​ພາບ ຄ່າ​ລ່ວງ​ເວ​ລາ ແລະ​ອື່ນໆ​ວ່າ:

​ບໍ​ລິ​ສັດລັອກ​ຮີດ ມ​າ​ຕິນ ເປັນນຶ່ງ​ໃນ​ບໍ​ລິ​ສັດ​ໃຫຍ່ດ້ານ​ການ​ສ້າງ​ອາ​ວຸດ ແລະ​ເທັກ​ໂນ​ໂລ​ຈີ ທີ່​ເຮັດ​ວຽກ​ຕະ​ຫລອດ 24 ຊົ່ວ​ໂມງ. ​ຢູ່​ໃນ​ເມືອງ​ຝອດ​ເຫວີດ ລັດ​ເທັກ​ຊັ​ສແຫ່ງ​ນີ້​ ມີ​ຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວຈຳ​ນວນ​ນຶ່ງ​ ທີ່​ເປັນ​ພະ​ນັກ​ງ​ານ​ເຮັດ​ວຽກ​ແຕ່​ລະ​ໜ້າ​ທີ່ ແຕ່​ບໍ່​ສາ​ມາດ​ພົບພໍ້​ກັນ​ເປັນ​ປະ​ຈຳ ​ເນື່ອງ​ຈາກ​ເວ​ລາຕ່າງ​ກັນ ຢູ່​ຄົນ​ລະ​ພະ​ແນກ ແລະ​ໄກກັນ. ​ທ່ານ​ຄຳ​ໄພ ໄດ້​ກ່າວ​ເຖິງ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທ່ານ​ສູ່​ຟັງ​ດັ່ງ​ນີ້:

ໃນ​ຂັ້ນ​ຕົ້ນ ທ່ານຄຳ​ໄພ ໄດ້​ຜ່ານ​ກັບ​ຄວາມ​ລຳ​ບາກ​ຂອງ​ການ​ຕັ້ງ​ຊີ​ວິດໃໝ່​ຫລາຍ​ຢ່າງເຊັ່ນ​ວ່າ ດ້ານ​ພາ​ສາ ວັດ​ທະ​ນາ​ທຳ ແ​ລະ​ສິ່ງ​ແວດ​ລ້ອມ. ບັດ​ນີ້ ທ່ານ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ ແລະ​ການ​ສ້າງ​ຄອບ​ຄົວ​ໃຫ້​ເປັນ​ພົນ​ລະ​ເມືອງ​ດີ​ຂອງ​ປະ​ເທດ ຊຶ່ງ​ທ່າ​ນ​ຄຳ​ໄພ ໄດ້​ກ່າວ​ມ້ວນ​ທ້າຍ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ທ່ານ​ຄຳ​ໄພ ພິມ​ພະ​ຈັນ ເປັນໂຕ​ຢ່າງສະ​ມາ​ຊິກ​ສັງ​ຄົມ​ລາວອາ​ເມ​ຣິ​ກາ ອີກຄົນ​ນຶ່ງ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​ກວ່າ​ສີ່​ທົດ​ສະ​ວັດ​ກ່ອນ ແລະ​ບັດ​ນີ້​ໄດ້​ພິ​ສູດ​ໃຫ້ເຖິງ​ເຫັນຜົນ​ສຳ​ເລັດ. ຍັງ​ອີກ​ບໍ່​ນານ ທ່ານ​ຄຳ​ໄພ ຈະ​ອອກ​ບຳ​ນານ ແລະ​ພັກ​ຜ່ອນ​ກັບ​ໝາກ​ຜົ​ນ​ທີ່​ໄດ້​ສ້າ​ງ​ມາ.