Lao
This article was added by the user . TheWorldNews is not responsible for the content of the platform.

ສະມາຊິກສະພາ ຮຽກຮ້ອງຂໍໃຫ້ລັດຖະບານລາວທົບທວນການອະນຸຍາດ ໃຫ້ການຂຸດຄົ້ນແຮ່ເຫຼັກ ແລະແຮ່ທາດຫາຍາກໃຫ້ແກ່ບໍລິສັດຈີນ

ສະມາຊິກສະພາແຫ່ງຊາດ ຮຽກຮ້ອງຂໍໃຫ້ລັດຖະບານລາວທົບທວນການອະນຸຍາດ ໃຫ້ສໍາປະທານການຂຸດຄົ້ນແຮ່ເຫຼັກ, ແຮ່ທາດຫາຍາກ ຫລື Rare Earth ແລະ ເງິນ Crypto ໃຫ້ແກ່ບໍລິສັດຈີນ ເພາະລັດຖະບານໄດ້ຮັບຜົນຕອບແທນບໍ່ຄຸ້ມຄ່າ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານຄໍາແສນ ສີສາວົງ, ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຊຽງຂວາງ ໄດ້ປະກອບຄວາມເຫັນ ໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ທີ່ ດໍາເນີນການປະຊຸມໃນຊ່ວງວັນທີ 5 ຫາ 30 ທັນວາ 2022 ວ່າລັດຖະບານລາວ ໄດ້ຮັບຜົນຕອບແທນບໍ່ຄຸ້ມຄ່າຈາກການໃຫ້ສໍາປະທານຂຸດຄົ້ນແຮ່ທາດຫາຍາກ ຫລື Rare Earth ຢູ່ໃນ 2 ພື້ນທີ່ຂອງແຂວງຊຽງຂວາງ ເຊິ່ງກໍເຊັ່ນດຽວກັນກັບການ ອະນຸຍາດໃຫ້ 13 ບໍລິສັດຈີນດໍາເນີນທຸລະກິດການຂຸດຄົ້ນ ແລະຊື້ຂາຍເງິນ Crypto, ລວມເຖິງການທົດລອງໃຫ້ສໍາປະທານຂຸດຄົ້ນແຮ່ແບບເລັ່ງດ່ວນແກ່ 50 ບໍລິສັດ ຈີນອີກດ້ວຍນັ້ນ ລັດຖະບານລາວມີລາຍຮັບ 100 ກວ່າລ້ານໂດລາເທົ່ານັ້ນ.

ຍິ່ງໄປກວ່ານັ້ນ, ກໍຍັງປາກົດດ້ວຍວ່າ 13 ບໍລິສັດຈີນໄດ້ຢຸດການດໍາເນີນທຸລະກໍາ ໃນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ໄປແລ້ວ, ສ່ວນບັນດາບໍລິສັດຈີນ ທີ່ຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນການຂຸດຄົ້ນແຮ່ເຫຼັກເພື່ອສົ່ງອອກໄປຈີນ ແລະຕ່າງປະເທດນັ້ນ ກໍໄດ້ພາກັນຢຸດເຊົາການຂຸດຄົ້ນແລ້ວເຊັ່ນດຽວກັນ ໂດຍເຊື່ອວ່າເປັນຍ້ອນລາຄາແຮ່ເຫຼັກຕົກຕໍ່າ ທີ່ສົມທົບດ້ວຍຄ່າຂົນສົ່ງ ທີ່ເພີ້ມຂຶ້ນ ຈາກລາຄານໍ້າມັນໃນຕະຫຼາດໂລກ ທີ່ປັບໂຕສູງຂຶ້ນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດ ຖະບານລາວມີລາຍຮັບຫຼຸດລົງອີກດ້ວຍເຊັ່ນກັນ, ສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ ລັດຖະບານລາວຈະຕ້ອງທົບທວນຄືນວ່າ ການທີ່ອະນຸຍາດໃຫ້ສໍາປະທານດັ່ງກ່າວ ມັນຄຸ້ມຄ່າທີ່ຈະດໍາເນີນການຕໍ່ໄປຫຼືບໍ່ ດັ່ງທີ່ທ່ານຄໍາແສນໃຫ້ການຢືນວ່າ:

“ຕໍ່ກັບການຂຸດຄົ້ນບໍ່ແຮ່ທົດລອງ ແລະຕິດພັນກັບ Crypto ນີ້ເນາະ ລັກສະນະຈະ ຄ້າຍຄືກັນ ຄື ໃນປັດຈຸບັນນີ້ ເຫັນວ່າບໍ່ມີການເຄື່ອນໄຫວຍ້ອນວ່າລາຄາຂອງ ຕະຫຼາດແຮ່ເຫຼັກມັນຫຼຸດລົງເຄິ່ງນຶ່ງ ຊຶ່ງເລື້ອງ Crypto ຄືມັນກໍຫຼຸດລົງ, ຈັງຊັ້ນແລ້ວ ກໍຢາກໃຫ້ລັດຖະບານນີ້ ກວດເບິ່ງຄືນວ່າຜົນທີ່ໄດ້ ກັບຜົນທີ່ເສຍໃນປັດຈຸບັນນີ້ ມັນຫຼາຍປານໃດ ຂ້າພະເຈົ້າມາສັງເກດວ່າ ຊິບໍ່ເປັນຖືກກັບຍຸດທະສາດການຕະຫຼາດ ຂອງປະເທດອື່ນບໍ ເຂົາມາປັ່ນປ່ວນວ່າເຂົາຈະຊື້ແຮ່ເຫຼັກ ບັນດາບໍລິສັດຂອງຄົນລາວ ເຮົານີ້ລົງທຶນຫຼາຍຮ້ອຍລ້ານເນາະ, ໄລຍະນຶ່ງກໍໄດ້ຂາຍແທ້, ໄລຍະທີສອງ ດຽວນີ້ຂາຕົກ, Crypto ນີ້ກໍຄືກັນ.”

ສ່ວນໃນການຂຸດຄົ້ນແຮ່ຫາຍາກ ຫລື Rare Earth ນັ້ນ ເຖິງແມ່ນວ່າບໍລິສັດ ຊຸນຕ້າພັດທະນາບໍ່ແຮ່ຈໍາກັດ ທີ່ໄດ້ຮັບປະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ 3 ກິໂລຕາແມັດ ທີ່ເຂດບ້ານປຸງ ແລະບ້ານນາຂີ່, ເມືອງຜາໄຊ, ແລະບໍລິສັດຕົງຫຼີເຊິງ ພັດທະນາບໍ່ແຮ່ຈໍາກັດ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ 25.28 ກິໂລຕາແມັດ ຢູ່ເຂດບ້ານໃໝ່ ແລະບ້ານນາສາບ, ເມືອງຜາໄຊ ແຂວງຊຽງຂວາງນັ້ນ, ທັງ 2 ບໍລິສັດຈະໄດ້ຂຸດເຈາະເພື່ອສໍາຫຼວດຫາແຮ່ດັ່ງກ່າວແລ້ວເຖິງ 30 ກວ່າ ຂຸມກໍຕາມ ຫາກແຕ່ວ່າກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ, ໃນຂະນະທີ່ສໍາປະທານດັ່ງກ່າວ ມີອາຍຸຮອດທ້າຍປີ 2025 ຈຶ່ງຍັງບໍ່ຊັດເຈນວ່າ ລັດຖະບານລາວຈະໄດ້ຮັບຜົນຕອບ ແທນເທົ່າໃດແທ້ ເຊິ່ງກໍເຊັ່ນດຽວກັນກັບການທົດລອງຂຸດຄົ້ນແຮ່ເຫຼັກໃນໄລຍະຜ່ານ ມາກໍບໍ່ໄດ້ເປັນໄປຕາມແຜນ, ດັ່ງທີ່ທ່ານດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ຍອມຮັບວ່າ:

“ການທົດລອງຂຸດຄົ້ນແຮ່ນີ້ຈະບໍ່ໄດ້ໄປຕາມແຜນ ແຕ່ກໍໄດ້ສ້າງລາຍຮັບໃຫ້ກັບລັດ ຖະບານຄື ພາກເງິນກີບນີ້ກໍຢູ່ປະມານ 1,100 ກວ່າຕື້, ແລ້ວກໍພາກເງິນໂດລານີ້ ເກືອບ 100 ລ້ານ ແຕ່ກໍຄືພວກເຮົາຮູ້ຫັ້ນລະ ການທີ່ບໍ່ໄດ້ຕາມແຜນນີ້ ກໍເລື້ອງ ສະພາບລາຄາ ແລ້ວກໍເລື້ອງການຂົນສົ່ງຫັ້ນລະເປັນຫຼັກ ກໍຖືກໄລຍະທີ່ວ່າ ລາຄາມັນ ແພງ ຊໍ້າພັດດ່ານຖືກປິດ ແລ້ວກໍມີມາດຕະການໂຄວິດ ຄືທີ່ພວກເຮົາເຫັນຢູ່ ບໍ່ເຕັນຫັ້ນລະເນາະ ລົດລາອັ່ງຢູ່ຫັ້ນເປັນຫຼາຍພັນຄັນ ເນື່ອງຈາກວ່າມີຄວາມຫຍຸ້ງຍາກ ໃນການສົ່ງອອກ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເທົ່າທັນ.”

ສ່ວນໃນປີ 2022, ບັນດາບໍລິສັດຈີນ ກໍຍັງເຂົ້າມາລົງທຶນໃນລາວເພີ້ມຂຶ້ນອີກເຖິງ 112 ໂຄງການ ອັນໄດ້ເຮັດໃຫ້ຈີນມີການລົງທຶນໃນລາວ 933 ໂຄງການ ທີ່ມີຄ່າລົງ ທຶນລວມຫຼາຍກວ່າ 18,000 ລ້ານໂດລາ ແລະຍັງເປັນກຸ່ມລົງທຶນອັນດັບນຶ່ງ ໃນລາວຕໍ່ໄປ ໂດຍສະເພາະແມ່ນພາກການຂຸດຄົ້ນແຮ່ທາດນັ້ນ ຍັງປາກົດວ່າ ບັນດາບໍລິສັດຈີນໄດ້ເຂົ້າມາລົງທຶນເພີ້ມຫລາຍຂຶ້ນເປັນພິເສດ ແຕ່ການຈັດຕັ້ງປະຕິບັດ ມີປະສິດທິພາບຕໍ່າ ຈຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບພຽງ 1,000 ກວ່າລ້ານ ໂດລາເທົ່ານັ້ນໃນປີ 2016 ຫາປີ 2022.