Lao
This article was added by the user . TheWorldNews is not responsible for the content of the platform.

ສຳ​ພາດ ​ທ.ນ. ກາ ຢິງ ຢາງ ແລະ​ອາ​ລີ​ນາ ຜູ້​ຢູ່​ແຖວ​ໜ້າ ໃນ​ການ​ຕໍ່​ສູ້ ເພື່ອຫຼຸດຊ່ອງຫວ່າງ ຄວາມບໍ່ສະ ເໝີພາບ ລະ​ຫວ່າງ ​ຍິງ-ຊາຍ

ເດືອນ​ມີ​ນາ​ເປັນ​ເດືອນ​ທີ່ມີຂີດ​ໝາຍສຳ​ຄັນ​ ຕໍ່​ພາ​ລະກິດ​ອັນ​ຍິ່ງ​ໃຫຍ່ ໃນ​ການ​ຕໍ່​ສູ້​ເພື່ອ​ຫລຸດ​ຜ່ອນ​ຊ່ອງ​ຫວ່າງ​ຂອງຄວາມບໍ່​ສ​ະ​ເໝີ​ພາບລະ​ຫວ່າງ​ຍິງ-ຊາຍ​ໃນທົ່ວ​ໂລກ​ກໍ​ຄື​ຢູ່​ໃນ​ລາວ. ໃນ​ມື້ນີ້​ພວກ​ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ​ແມ່​ຍິງ​ລາວ-ອາ​ເມ​ຣິ​ກັນສອງ​ຄົນ ​ທີ່​ຢູ່​ໃນແຖວ​ໜ້ານຳ​ພາ​ການສູ້ຊົນ​ໃຫ້​ມີຄວາມ​ຍຸຕິ​ທຳ, ມະ​ນຸດ​ສະ​ທຳ ແລະ​ຄວາມສະ​ເໝີ​ພາບລະ​ຫວ່າງ​ເພດ​ຍິງແລະ​ຊາຍຫລາຍ​ຂຶ້ນ​ຢູ່​ໃນ​ລາວ ກໍ​ຄື​ໃນ​ໂລກ. ​ບົວ​ສະ​ຫວັນຈະ​ນຳ​ເອົາ​ລາຍ​ລະ​ອຽດ​ເລື້ອງນີ້ ມາ​ສະ​ໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ກະ​ໂປ່ງ​ຊົນ​ເຜົ່າ​ມົ້ງ ແລະ​ຜ້າ​ໄໝ​ລາວ ວາງ​ສະ​ແດງຢູ່​ເມືອງ​ເຊັນ​ທ໌​ພອ​ລ, ລັດ​ມີ​ເນ​ໂຊ​ຕາ ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 12, ມີ​ນາ 2023
ກະ​ໂປ່ງ​ຊົນ​ເຜົ່າ​ມົ້ງ ແລະ​ຜ້າ​ໄໝ​ລາວ ວາງ​ສະ​ແດງຢູ່​ເມືອງ​ເຊັນ​ທ໌​ພອ​ລ, ລັດ​ມີ​ເນ​ໂຊ​ຕາ ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 12, ມີ​ນາ 2023

ເດືອນ​ມີ​ນາ​ແມ່ນ​ເຕັມ​ໄປ​ດ້ວຍ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນໃນ​ປະ​ຫວັດ​ສາດຂອງ​ການ​ຕໍ່​ສູ້ເພື່ອ​ຫລຸດ​ຜ່ອນ​ຄວາມບໍ່​ສະ​ເໝີ​ພາບ​ລ​ະ​ຫວ່າງ​ຍິງ-​ຜູ້​ຊາຍ​ໃນ​ທົ່ວ​ໂລກ ລວມ​ທັງ​ລາວ ແລະ​ສ​ະ​ຫະ​ລັດ. ວັນ​ທີ 8 ແລະ​ວັນ​ທີ 14 ມີ​ນາຜ່ານ​ມານັ້ນກໍ ເປັນ​ວັນ​ແມ່​ຍິງ​ສາ​ກົນ ແລະເປັນ​ວັນແຫ່ງຄວາມ​ສະ​ເໝີ​ພາບ​ໃນດ້ານ​ຄ່າ​ຈ້າງຢູ່​ໃນ​ສະ​ຫະ​ລັດຕາມ​ລຳ​ດັບ. ​ຊ່ອງ​ຫວ່າງຄວາມ​ແຕກ​ໂຕນກັນລະ​ຫວ່າງ​ເພດຢູ່​ໃນ​ໂລກແມ່ນຍັງ​ມີ​ຢ່າງ​ຫລວງ​ຫລາຍກໍ​ຄືກວາມ​ເອົາ 32.3 ເປີ​ເຊັນ ແລະ​ຈະ​ໃຊ້​ເວ​ລາ 132 ປີ ຈຶ່ງ​ຈະ​ສາ​ມາດ​ລົບ​ລ້າງ​ມັນ​ໄດ້, ອີງ​ຕາມບົດ​ລາຍ​ງານ​ດັດ​ຊະ​ນີ​ຄວາມບໍ່​ສະ​ເໝີ​ພາບລະ​ຫວ່າງ​ເພດ​ທົ່ວໂລ​ກ​ປີ 2022 ຂອງເວ​ທີ​ສົນ​ທະ​ນາ​ເສດ​ຖະ​ກິດ​ໂລກ ຫລື World Economic Forum (WEF). ຄວາມ​ແຕກ​ໂຕນ​ກັນ​ດ້ານ​ເພດນີ້ສະ​ແດງ​ໃຫ້​ເຫັນຢູ່​ໃນ 4 ດ້ານ​ທີ່​ສຳ​ຄັນຄື: ​1) ​ການ​ໄດ້​ຮັບໂອ​ກາດ ແລະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດ, 2) ການ​ສຶກ​ສາ, 3) ການ​ດູ​ແລ​ສຸ​ຂະ​ພາບ ແລະຄວາມ​ຢູ່​ລອດ, ແລະ 4) ການ​ສົ່ງ​ເສີມ​ທາງດ້ານການ​ເມືອງ.

ຜ້າ​ແພບາ​ຕິກ​ທີ່​ແຕ້ມ​ໂດຍ​ຊົນ​ເຜົ່າ​ມົ້ງ ແລະ​ວາງ​ສະ​ແດງ​ຢູ່​ເມືອງ​ເຊັນ​ທ໌​ພອ​ລ, ລັດ​ເມ​ນີ​ໂຊ​ຕາ ໃນ​ເດືອນ​ມີ​ນາ, 2023
ຜ້າ​ແພບາ​ຕິກ​ທີ່​ແຕ້ມ​ໂດຍ​ຊົນ​ເຜົ່າ​ມົ້ງ ແລະ​ວາງ​ສະ​ແດງ​ຢູ່​ເມືອງ​ເຊັນ​ທ໌​ພອ​ລ, ລັດ​ເມ​ນີ​ໂຊ​ຕາ ໃນ​ເດືອນ​ມີ​ນາ, 2023

​ທ່ານ​ນາງກາ ຢິງ ຢາງ, ​ຊຶ່ງ​ເປັນ​ຜູ້ນຶ່ງ​ໃນຄະ​ນະ​ກຳ​ມາ​ທິ​ການ​ທີ່​ປຶກ​ສາປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນໃນເລື້ອງ​ທີ່​ກ່ຽວ​ຂ້ອງ​ກັບຊາວ​ອາ​ເມ​ຣິກັນ​ເຊື້ອ​ສາຍ​ເອ​ເຊຍ, ຊາວ​ພື້ນ​ເມືອງ​ລັດ​ຮາ​ວາຍ ແລະ​ເກາະ​ປາ​ຊີ​ຟິກຢູ່​ໃນ​ສະ​ຫະ​ລັດບອກ​ວ່າ ບັນ​ຫານີ້​ໜ້າເປັນ​ຫວ່ງເພາະ​ວ່າ​ໂລກຍິ່ງທັນ​ສະ​ໄໝ​ຂຶ້ນຄົນ​ຈະ​ແລ່ນ​ຕາມ​ວັດ​ຖຸ​ນິ​ຍົມແລ້ວ​ລືມຄິດ​ເຖິງ​ເລື້ອງ​ຄຸນ​ຄ່າ​ດ້ານ​ຄວາມຍຸ​ຕິ​ທຳ​ສຳ​ລັບ​ແມ່​ຍິງ​ ແລະ​ກາຍ​ເປັນ​ການ​ສ້າງ​ອຸ​ປະ​ສັກຕໍ່​ຄວາມພະ​ຍາ​ຍາມ​ໃນ​ດ້ານນີ້​ໄປ​ໂດຍບໍ່​ຮູ້​ຕົວ. ທ່ານ​ນາງ​ໃຫ້ຄຳ​ເຫັນ​ດັ່ງ​ນີ້:

“ຫຼາຍຄັ້ງທີ່ປະເທດຂອງພວກເຮົາພັດທະນາໄປໄວຫຼາຍ ພວກເຮົາ ມັກຈະເບິ່ງ ຂ້າມສະຖານະພາບຂອງແມ່ຍິງ. ໂດຍທີ່ພວກເຮົາອາໄສຢູ່ໃນ ສັງຄົມທຶນນິຍົມ, ພວກເຮົາບໍ່ເຫັນຄວາມຕ້ອງການໃນຊຸມຊົນຂອງພວກເຮົາ ເພາະວ່າມັນມັກຈະ ຖືກບົດ​ບັງດ້ວຍວັດຖຸນິຍົມທີ່ເຫຼື້ອມເງົາງາມທີ່ພວກເຮົາມີ, ເຊັ່ນ iPhone ຫຼືໂທ ລະທັດ ຫຼືລົດງາມໆ. ແຕ່ພວກເຮົາປະສົບກັບຄວາມຮັ່ງມີ ຮັ່ງ​ມີ​ຢ່າງ​ແທ້​ຈິງ​ບໍ? ແລະກໍກຳ​ລັງກໍ່ສ້າງກໍາແພງກັ້ນ​ຢູ່ພາຍໃນຊຸມຊົນຂອງພວກເຮົາບໍ?”

ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂະ​ບວນ​ການສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ດ້ວຍ​ການ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ວຽກ​ເຮັດ​ງານ​ທຳ​ ແລະ​ສົ່ງ​ເສີມ​ສີ​ມື​ໃນ​ການ ຕ່ຳ​ຫູກ ແລະ​ປັກ​ແຊ່ວແຜ່ນ​ແພ​ຂອງ​ເຂົາ​ເຈົ້ານັ້ນ ຫລັງ​ຈາກ​ໄປ​ເຮັດໜ້າ​ທີ່​ວຽກ​ງານຢູ່​ໃນ​ໄທ ແລະ​ລາວ​ເປັນ​ເວ​ລາ 10 ປີ​ແລ້ວ ທ່ານ​ນາງພ້ອມ​ດ້ວຍ​ເອື້ອຍ​ນ້ອງຍິງ​ອາ​ເມ​ຣິ​ກັນ​ທີ່​ເປັນ​ຊາວ​ລາວເຜົ່າມົ້ງ​ອີກ​ສອງ​ຄົນກໍ​ໄດ້​ສ້າງ​ຕັ້ງ​ວິ​ສະ​ຫະ​ກິດເພື່​ອ​ສັງ​ຄົມ​ທີ່​ຊື່​ວ່າ ແມ່​ນ້ຳ​ແດງ, ນ້ຳ​ຂຽວ Red Green River ​ຂຶ້ນ​ຢູ່​ໃນ​ລັດ​ມິນ​ເນໂຊ​ຕາໃນ​ປີ 2014 ທີ່ສົ່ງ​ເສີມ​ການ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ຖັກ​ແສ່ວ ແລະຕໍ່​າແຜ່ນ​ແພ​ຂອງ​ແມ່​ຍິງຈາກ​ຫລາຍ​ຊົນ​ເຜົ່າຢູ່​ໃນ​ລາວ, ໄທ ແລະ​ຫວຽດ​ນາມເພື່ອ​ການ​ສົ່ງ​ອອກ ແລະ​ຂາຍ​ພາຍ​ໃນ​ປະ​ເທດ. ໃນ​ອາ​ທິດ​ແລ້ວນີ້ທ່ານ​ນາງກໍ​ໄດ້ເປີດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ປະ​ເພດນີ້ຂຶ້ນ​ຢູ່​ທີ່​ເມືອງ​ເຊນ​ທ໌ພ​ອ​ລ, ລັດ​ເມັນ​ເນ​ໂຊ​ຕາທີ່​ຈະ​ດຳ​ເນີນ​ໄປ​ຈົນ​ໝົດ​ເດືອນ​ມີ​ນານີ້ ຊຶ່ງໃນ​ນັ້ນ​ລວມ​ມີກະ​ໂປ່ງ​ແລະ​ຜ້າ​ແພ​ຊົນ​ເຜົ່າ​ມົ້ງ ແລະ​ຜ້າ​ໄໝ​ລາວເປັນ​ສ່ວນ​ໃຫຍ່ຊຶ່ງ​ມີ​ຄົນ​ເຂົ້າ​ໄປ​ຊົມໄປ​ຊື້ເຕັມ​ຫ້ອງ​ໃນ​ແຕ່​ລະ​ມື້.

ອີກ​ອົງ​ການ​ນຶ່ງ​ທີ່​ສ້າງ​ຕັ້ງຂຶ້ນ​ໂດຍ​ແມ່​ຍິງ​ລາວ-ອາ​ເມ​ຣິ​ກັນເພື່ອ​ມະ​ນຸດ​ສະ​ທຳ ແລະ​ເປັນ​ການ​ສົ່ງ​ເສີມ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ເວ​ທີ​ສາ​ກົນ ກໍ​ຄື​ອົງ​ການ​ມູນ​ເຊື້ອ ຫລົງ​ເຫລືອ​ຈາກ​ສົງ​ຄາມ ຫລື Legacies of War ຢູ່​ໃນ​ນະ​ຄ​ອນ​ຫລວງວໍ​ຊິງ​ຕັນ​ດີ​ຊີ. ອົງ​ການນີ້ຕັ້ງ​ຂຶ້ນ​ເພື່ອ​ລະ​ດົມທຶນຈາກ​ສະ​ຫະ​ລັດເພື່ອ​ໄປ​ຊ່ວຍ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງ​ຈາກ​ປາງສົງ​ຄາມຢູ່​ໃນ​ລາວ​. ໂດຍ​ທີ່​ມີ​ພະ​ນັກ​ງານ ທັງ​ສາມ​ຄົນເປັນ​ແມ່​ຍິງ​ລາວ-ອາ​ເມ​ຣິ​ກັນ ແລະ​ນຳ​ພາ​ໂດຍທ່ານ​ນາງ​ເຊ​ຣາ ກຸ​ຫລາບ​ດາ​ຣາ, ອົງ​ການ​ດັ່ງ​ກ່າວ​ໄດ້​ມີ​ຄວາມ​ກ້າວ​ໜ້າໃນ​ການ​ລະ​ດົມ​ທຶນ​ເກັບ​ກູ້ ລະ​ເບີດ​ເພີ້ມ​ຂຶ້ນ​ມາ​ເລື້ອຍໆ ຈາກ​ປີລະ 30 ລ້ານ​ໂດ​ລາ ໃນ​ເມື່ອ​ກ່ອນ​ຂຶ້ນ​ມາ​ເປັນ 40 ລ້ານ​ໂດ​ລາ​ໃນ​ປີ 2021 ແລະ 45 ລ້ານ​ໂດ​ລາ​ໃນ​ປີ​ກາຍນີ້.

ທ່ານ​ນາງ ເຊ​ຣາ ກຸ​ຫລາບ ດາ​ຣາ (ກາງ), ຫົວ​ໜ້າ​ອົງ​ການ Legacies of War ພ້ອມ​ກັບ​ທິມ​ງານເກັບ​ກູ້ UXO ຍິງ​ຂອງ​ລາວ ໄປ​ໂອ້​ລົມ​ກັບ​ແມ່​ຍິງ​ໃນບ້ານ
ທ່ານ​ນາງ ເຊ​ຣາ ກຸ​ຫລາບ ດາ​ຣາ (ກາງ), ຫົວ​ໜ້າ​ອົງ​ການ Legacies of War ພ້ອມ​ກັບ​ທິມ​ງານເກັບ​ກູ້ UXO ຍິງ​ຂອງ​ລາວ ໄປ​ໂອ້​ລົມ​ກັບ​ແມ່​ຍິງ​ໃນບ້ານ

ການທີ່​ແມ່​ຍິງ​ນຳ​ພາ​ເຮັດ​ເຊັ່ນ​ນີ້ໄດ້​ກໍ​ແມ່ນການ​ຍົກ​ສູງ​ບົດ​ບາດ​ແມ່​ຍິງ​ໃນ​ວຽກ​ງານ​ຫລຸດ​ຜ່ອນຜົນ​ກະ​ທົບ​ຈາກ​ສິ່ງ​ຕົກ​ທອດ​ຈາກ​ສົງ​ຄາມ ແລະ​ພັດ​ທະນາ​ປະ​ເທດ. ຈາກ​ຜົນ​ງານນີ້​ແມ່ນ​ເຮັດ​ໃຫ້​ມີ​ແມ່​ຍິງ​ຫລາຍ​ຄົນ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ພາ​ລະ​ກິດ​ສຳ​ຄັນ​ທີ່​ວ່ານີ້ດັ່ງ​ທີ່​ນາງອາ​ລີ​ນາ ອິນ​ທະ​ລີ, ຫົວ​ໜ້າ​ຫ້ອງ​ການ​ຂອງ​ອົງ​ການ​ດັ່ງ​ກ່າວ​ເລົ່າ​ເຖິງ​ຄ​ວາມ​ສາ​ມາດ​ຂອງ​ແມ່​ຍິງ​ລາວ​ຜູ້​ນຶ່ງ​ຊື່​ນາງ​ນຸດ ຢູ່ງ​ອົງ​ການ​ເຮ​ໂລທ​ຣັ​ສ ທີ່​ມີ​ຄວາມ​ຊ່ຽວ​ຊານ​ດ້ານ​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກຢູ່​ໃນ​ລາວສູ່​ຟັງ​ວ່າ:

ໂດຍ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ແມ່​ຍິງ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ຊຶ່ງ​ທຳ​ອິດ​ແມ່ນ​ທ່ານ​ນາງ​ຈັນ​ພະ​ນາ ຄຳ​ວົງ​ສາ​ຜູ້ກໍ່​ຕັ້ງ​ອົງ​ການບໍ່​ຫວັງ​ຜົນ​ກຳ​ໄລທີ່ນີ້ ແລະ​ທ່ານ​ນາງເຊ​ຣາຫົວ​ໜ້າ​ອົງ​ການ​ຄົນ​ປັດ​ຈຸ​ບັນ​ໄດ້​ພະ​ຍາ​ຍາມ ສົ່ງ​ເສີມ​ບົດ​ບາດ​ຂອງ​ແມ່ນ​ຍິງ​ໃນ​ການ​ເຂົາ​ຮ່ວມ​ໃນ​ວຽກ​ງານ​ເກັບ​ກູ້​ລະ​ເບີດ ເຖິງ​ແມ່ນ​ວ່າ ມັນ​ຈະ​ເປັນ​ຂະ​ແໜງ​ການ​ທີ່​ກ່ຽວ​ພັນ​ກັບ​ອາ​ວຸດ​ທຳ​ລາຍ ຊຶ່ງ​ສ່ວນ​ໃຫຍ່​ສັງ​ຄົມ​ຄິດ​ວ່າ​ຜູ້​ຊາຍ​ຈະ​ມີ​ຄວາມ​ຊຳ​ນານກວ່າ​ກໍ​ຕາມ. ປັດ​ຈຸ​ບັນ​ແມ່​ຍິງ​ໄດ້​ກວດ​ເອົາ 30 ເປີ​ເຊັນ​ຂອງ​ກຳ​ລັງ​ແຮງ​ງານ​ໃນ​ຂະ​ແໜງເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ຫລື ຢູ່​ໃນ​ລາວ, ອີງ​ຕາມ​ລາຍ​ງານ​ໃນ​ທ້າຍ​ປີນີ້​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ໃນ​ລາວ.

ຢ່າງ​ໃດ​ກໍ​ຕາມ ປະ​ເທດ​ລາວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສົງ​ຄາມ​ທີ່​ຮູ້​ກັນ​ຢູ່​ໃນ​ສະ​ຫະ​ລັດ​ວ່າ ສົງ​ຄາມຫວຽດ​ນາມນັ້ນເຖິງ​ແມ່ນ​ວ່າໄດ້​ມີ​ການຫລຸດ​ຜ່ອນຄວາມ​ບໍ່​ສະ​ເໝີພາບລະ​ຫວ່າງ​ຍິງ-ຊາຍໄດ້​ຫລາຍກວ່າລະ​ດັບ​ສະ​ເລ່ຍ​ 68.6 ເປີ​ເຊັນຂອງ​ໂລກນັ້ນ​ກໍ​ຕາມແຕ່ດັດ​ຊະ​ນີ​ຂອງ​ຊ່ອງ​ຫວ່າ​ນີ້ໄດ້​ເພີ້ມ​ຂຶ້ນໃນ​ປີ 2022 ຄື​ຈາກ 25 ເປີ​ເຊັນໃນ​ປີ 2021 ມາ​ເປັນ 26.7 ເປີ​ເຊັນ ຫລື ​ຈາກ​ອັນ​ດັບທີ 36 ມາ​ເປັນ​ອັນ​ດັບ​ທີ 53 ໃນ​ເລື້ອງ​ຄວາມ​ສະ​ເໝີ​ພາບ​ດ້ານນີ້, ອີງ​ຕາມ WEF. ວຽກ​ງານນີ້ ຍັງ​ຕ້ອງ​ໄດ້​ມີ​ການ​ສືບ​ຕໍ່​ບຸກ​ບືນ​ອີກຫລາຍ​, ອາດ​ຮອດ 100 ກວ່າປີ ດັ່ງເວ​ທີ​ສົນ​ທະ​ນາ​ເສດ​ຖະ​ກິດ​ໂລກລາຍ​ງານ​ໄປ​ຢູ່​ຂ້າງ​ເທິງນັ້ນ ຈຶ່ງ​ຈະ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ໄດ້.