Lao
This article was added by the user . TheWorldNews is not responsible for the content of the platform.

ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ ​ຂອງ​ໄທ ຈະ​ຢິບ​ຍົກ​ບັນ​ຫາ​ຜົນ​ກະ​ທົບ ​ຈາ​ກ​ໂຄງ​ການກໍ່​ສ້າງ​ເຂື່ອນ​ສາ​ນະ​ຄາມ ຂຶ້ນ​ມາ​ຫາ​ລື​ກັນ

ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ໄທ ຈະ​ຢິບ​ຍົກ​ບັນ​ຫາ​ຜົນ​ກະ​ທົບ​ຈາ​ກ​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ສາ​ນະ​ຄາມ ​ເທິ​ງ​ນ້ຳ​ຂອງ​ ເປັນ​ບັນ​ຫາ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ MRC ຢູ່​ລາວ​ໃນ​ເດືອນ​ເມ​ສາ 2023 ນີິ້, ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນນ້ຳແຫ່ງ​ປະ​ເທດ​ໄທ ໃນ​ຖາ​ນະ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ໄທ ໃນ​ຄະ​ນະ​ກຳ​ມາ​ທິການ​ແມ່​ນ້ຳ​ຂອງ ຫລື MRC ຢືນ​ຢັ​ນ​ວ່າ ​ທາງ​ການ​ໄທ ກຳ​ປູ​ເຈຍ ຫວຽດ​ນາມ ຍັງ​ຄົງ​ບໍ່​ເຫັນ​ດີກັບໂຄງການ​ກໍ່​ສ້າງ​ເຂື່ອນ​ສານະ​ຄາມ​ເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ ເພາະ​ວ່າ​ຍັງ​ບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ ທີ່​ກຸ່ມ​ຜູ້​ລົງ​ທຶນໃນ​ໂຄງ​ການ ແລະ​ທາງ​ການ​ລາວ​ໄດ້​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ MRC ເມື່ອ​ເດືອນ​ກັນ​ຍາ ປີ 2021 ທີ່​ຜ່ານ​ມາ ໂດຍ​ທາງ​ການ​ໄທ ກຳ​ປູ​ເຈຍ ຫວຽດ​ນາມ ຍັງ​ຕ້ອງ​ການ​ຂໍ້​ມູນ​ທີ່​ກ່ຽວ​ກັບ​ແຜນການ​ປ້ອງ​ກັນ​ຜົນ​ກະ​ທົບ​ດັ່ງ​ກ່າວ​ເພີ້ມ​ຕື່ມ​ອີກ ຈຶ່ງ​ສະ​ເໜີ​ໃຫ້​ເລື່ອນ​ການ​ກໍ່​ສ້າງ​ເຂື່ອນ​ສາ​ນະ​ຄາມ​ອອກ​ໄປ​ຈົນ​ກວ່າ​ວ່າ ກຸ່ມຜູ້ລົງ​ທຶນ ແລະ​ທາງ​ການ​ລາວ​ຈະ​ຕອບ​ສະ​ໜອງ​ຂໍ້​ມູນ ທີ່​ເຊື່ອ​ຖື​ໄດ້​ວ່າ​ສາ​ມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໄດ້​ຢ່າງ​ແທ້​ຈິງ ໂດຍ​ລວມ​ເຖິງ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ປະ​ຊາ​ຊົນ​ລາວ ແລະ​ໄທ ທີ່​ຈະ​ໄດ້​ຮັບ​ຜົນ​ກະ​ທົບ ຈາກ​ການ​ກໍ່​ສ້າງ​ເຂື່ອນ​ດ້ວຍ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ໄທຢືນ​ຢັນ​ວ່າ:

“​ເຂື່ອນ​ສາ​ນະ​ຄາມ​ຖ້າ​ຈະ​ມີ​ການ​ກໍ່​ສ້າງ​ຕໍ່​ໄປ ເມື່ອ​ຜົນ​ກະ​ທົບທີ່ເກີດ​ຂຶ້ນ​ຈະແກ້​ໄຂ​ຢ່າງ​ໃດ ເພາະ​ວ່າ ນຶ່ງ​ໃນ​ການແກ້​ໄຂ​ຢ່າງໃດ ຜູ້​ຊື້​ໄຟ​ຟ້າ​ນີ້​ຄວນ​ຈະ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ຈະ​ຕ້ອງ​ເຂົ້າ​ມາ​ມີ​ສ່ວນແກ້​ໄຂ​ ຢ່າງ​ຜົນ​ກະ​ທົບ ຫລື​ບໍ່ ອັນ​ທີ​ສອງ Developer ກໍ​ຄື​ບໍ​ລິ​ສັດ​ທີ່​ໄປ​ລົງ​ທຶນ​ ໃນ​ການ​ສ້າງ​ເຂື່ອນ​ນີ້ ຄວນ​ຈະ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ ຫລື​ບໍ່​ທີ່​ຈະ​ແກ້​ໄຂ​ຢ່າງໃດ​ ອັນ​ທີ​ສາມ​ກໍ​ຄື​ປະ​ເທດ​ເຈົ້າ​ຂອງ​ເຂື່ອນກໍຄວນຈ​ະ​ຕ້ອງ​ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແກ້​ໄຂ​ ສະ​ເພາະ​ແຕ່​ຟັງ ສປ​ປ.​ ລາວ ແຕ່​ວ່າແກ້​ໄຂ​ຢ່າງໃດ ໃນ​ຝັ່ງ​ຂອງ​ເຮົາ​ດ້ວຍ ເພາະ​ມັນ​ເປັນ​ແມ່​ນ້ຳ​ລະ​ຫວ່າງ​ປະ​ເທດ.”

​ທັງ​ນີ້ ລັດ​ຖະ​ບານ​ລາວ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ຄະ​ນະ​ກຳ​ມາ​ການ​ແມ່​ນ້ຳ​ຂອງ MRC ໃນ​ເດືອນ​ເມ​ສາ ​ປີ 2023 ນີ້ ໂດຍ​ຈະ​ມີ​ຜູ້​ນຳ​ລັດ​ຖະ​ບານ​ໄທ ກຳ​ປູເຈຍ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຖາ​ນະ​ປະ​ເທດ​ສະ​ມາ​ຊິກ ສ່ວນ​ຜູ້​ນຳ​ລັດ​ຖະ​ບານ​ຈີນ ແລະ​ມຽນ​ມາ​ນັ້ນ ​ກໍ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຖາ​ນະ​ປະ​ເທດ​ຜູ້​ສັງ​ເກດ​ການ​ຂອງ MRC ແລະ​ພ້ອມ​ກັນ​ນັ້ນ ກໍ​ຍັງ​ຈະ​ມີ​ຜູ້ແທນ​ຂອງ​ບັນ​ດາ​ປະ​ເທດ ແລະ​ອົງ​ການ​ສາ​ກົນ ທີ່​ໃຫ້​ການ​ຊ່ວຍ​ເຫລືອ​ແກ່ MRC ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ຄັ້ງ​ດັ່ງ​ກ່າວ​ນີ້​ດ້ວຍ.

​ສ່ວນ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ກໍ​ໄດ້​ອອກ​ຖະ​ແຫລ​ງການ ເພື່ອ​ສະ​ແດງ​ການ​ຄັດ​ຄ້ານ​ການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ໄທ ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາ​ວເພີ້ມ​ຂຶ້ນ​ຈາກ 9,000 ເມ​ກາ​ວັດ 10,500 ເມ​ກາ​ວັດ ເມື່ອ​ບໍ່​ນານ​ມາ​ນີ້ ເພາະ​ວ່າ​ປະ​ເທ​ດ​ໄທ​ມີປະ​ລິ​ມານພະ​ລັງ​ງານ​ໄຟ​ຟ້າ​ສຳ​ລອງ​ເກີນ​ຄວາມ​ຕ້ອງ​ການ​ໂຕ​ຈິງ​ເຖິງ 19,000 ເມ​ກາ​ວັດ ​ຫລືຄິດ​ເປັນ 51 ເປີ​ເຊັນ ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ໄທ​ຊົມ​ໃຊ້​ໃນ​ປັດ​ຈຸ​ບັນ​ນີ້ ເພາະ​ສະ​ນັ້ນ​ຈຶ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງຊື້​ພະ​ລັງ​ງານ​ໄຟ​ຟ້າ​ຈາກ​ລາວເພີ້ມ​ຂຶ້ນ​ອີກ​ແຕ່​ຢ່າງ​ໃດ ທັງ​ນີ້​ໂດຍ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫ​ວັດ ໃນ​ລຸ່ມ​ແມ່​ນ້ຳ​ຂອງໄດ້​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຕໍ່​ສານ​ປົກ​ຄອງ​ສູງ​ສຸດ​ຂອງ​ໄທ ເພື່ອ​ຂໍ​ໃຫ້​ມີ​ຄຳ​ສັ່ງ​ຍົກ​ເລີກ​ການ​ຕົກ​ລົງ​ຮັບ​ຊື້​ພະ​ລັງ​ງານ​ໄຟ​ຟ້າຈາກລາວ​ເພີ້ມ​ຂຶ້ນ​ດັ່ງ​ກ່າວ​ແລ້ວ ເມື່ອ​ບໍ່​ນານ​ມາ​ນີ້ ດັ່ງ​ທີ່​ໂຕ​ແທນ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ​ຢືນ​ຢັນ​ວ່າ:

​ກົມ​ຊັບ​ພະ​ຍາ​ກອນ​ນ້ຳ ໃນ​ຖາ​ນະ​ກຳ​ມະາ​ທິການແມ່​ນ້ຳ​ຂອງ​ແຫ່ງ​ຊາດ​ແທ້ໆ ເຂົາ​ກໍ​ມີ​ການ​ພະ​ຍ​າຍາມທີ່​ຈະ​ໃຫ້​ຂໍ້​ມູນ​ຫລາຍ​ຂຶ້ນ ແຕ່​ພໍ​ເຖິງ​ທີ່​ສຸດ​ເຮົາ​ກໍ​ພ​ພົບ​ວ່າ​ຂໍ້​ມູນ​ທີ່​ໃຫ້​ມາ​ກໍ​ບໍ່​ຄົບ ຢ່າງ​ເຊັ່ນ​ເ​ອກ​ກະ​ສານ​ບາງ​ສະ​ບັບ ກໍ​ບໍ່​ແປ​ເປັນ​ພາ​ສາ​ໄທ ຊຶ່ງ​ເຮັດ​ມ​ໃຫ້​ເຂົ້າ​ເຖິງ​ຂໍ້​ມູນ​ບໍ່​ໄດ້​ຢ່າງ​ນີ້ ມັນ​ກໍ​ຍັງຕ້ອງ​ໃຊ້​ຂະ​ບວນ​ການ ທາງ​ສານ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ປັບ​ປຸງ​ຫລາຍ​ຂຶ້ນ ແລ້ວ​ກໍ​ເຮົາເຫັນ​ວ່າ​ຢ່າ​ໃຫ້​ເຖິງ​ຂັ້ນ​ຕ້ອງຂໍ​ໃຫ້​ສານ​ພິ​ພາກ​ສາ​ເລີຍ ເຮົາ​ຮຽກ​ຮ້ອງ​ໃຫ້​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ໄດ້​ດຳ​ເນີນ​ການ​ລຸກ​ຂຶ້ນ​ມາ​ປົກ​ປ້ອງ​ແມ່​ນ້ຳ​ຂອງ ປົກ​ປ້ອງ​ປະ​ຊາ​ຊົນ​ແຄມ​ຝັ່ງ​ຂອງ​ໃນ​ຕອນ​ນີ້​ເລີຍ.”

ໃນ​ປັດ​ຈຸ​ບັນ​ນີ້ ລາວ​ມີ​ແຫລ່ງ​ຜະ​ລິດໄຟ​ຟ້າ​ທັງ​ໝົດ 91 ແຫ່ງ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 11,661 MW ​ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້ 58,813 ລ້ານ​ kwh ຕໍ່​ປີ ແລະ​ວາງ​ເປົ້າ​ໝາຍ​ຈະ​ເພີ້ມ​ກຳ​ລັງ​ຕິດ​ຕັ້ງ​ໃຫ້​ເຖິງ 20,000 MW ໃນ​ປີ 2030 ສ່ວນ​ໃນ​ປີ 2022 ​ລາວ​ສົ່ງ​ອອກ​ໄຟ​ຟ້າ​ໄປ​ຕ່າງ​ປະ​ເທດ 72 ເປີ​ເຊັນ ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ໄດ້​ທັງ​ໝົດ ແລະ 28 ເປີ​ເຊັນ ຕອບ​ສະ​ໜອງ​ພາຍ​ໃນ ໂດຍ​ເຂດ​ໂຕ​ເມືອງ​ໄດ້​ຮັບ​ການ​ຕອບ​ສະ​ໜອງ 100 ເປີ​ເຊັນ ແລະ 93 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ​ທີ່​ຄາດ​ວ່າ​ຈະ​ໄດ້​ຊົມ​ໃຊ້​ໄຟ​ຟ້າ​ຢ່າງ​ຄົບ​ຖ້ວນ​ພາຍ​ໃນ​ປີ 2025.