Lao
This article was added by the user . TheWorldNews is not responsible for the content of the platform.

​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ ສະ​ຫະ​ລັດ ໃນ​ວັນ​ບ​ຸນຂອບ​ຄຸນ​ພະ​ເຈົ້າ ​ຫຼື Thanksgiving

ວັນ​ຂອບ​ຄຸນ​ພະ​ເຈົ້າ​ ຫຼື Thanksgiving ແມ່ນວັນ​ສະ​ຫລອງບຸນ​ປະ​ເພ​ນີອັນສຳຄັນປະ​ຈຳ​ຊາດ​ບຸນ​ນຶ່ງທີ່ຊາວ​ອາ​ເມ​ຣິ​ກັນ​ ໄດ້ປະ​ຕິ​ບັດກັນມາ​ເປັນ​ເວ​ລາກວ່າ​ສີ່​ສັດ​ຕະວັດ​ແລ້ວ. ຕົກ​ມາ​ເຖິງ​ປີ 1941 ທ່ານແຟ​ຣງ​ກິນ ໂຣ​ສ​ແວລ​ທ໌ (Franklin D. Rososevelt) ​ປະ​ທາ​ນາ​ທິ​ບໍ​ດີ​ ຄົນ​ທີ 32 ຂອງ​ສະ​ຫະ​ລັດ ໄດ້ລົງ​ນາມໃຫ້​ເປັນ​ກົດ​ໝາຍ​ ເພື່ອ​ໃຫ້​ວັນ​ພະ​ຫັດ​ສຸດ​ທ້າຍ​ຂອງ​ເດືອນ​ພະ​ຈິກ ແຕ່ລະ​ປີ ເປັນ​ວັນ​ພັກ​ແຫ່ງ​ຊ​າດ​. ບຸນ​ Thanksgiving ເລີ້ມຂຶ້ນເທື່ອທໍາອິດ ໃນປີ 1621 ຢູ່​ບ້ານ Plymouth ໃນ​ລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດ ຊຶ່ງ​ເວ​ລາ​ນີ້​ຊາວ​ອັງ​ກິດ ​ກຸ່ມ​ທຳ​ອິດ​ຮ້ອງວ່າ Pilgrims ທີ່​ຊອກ​ຫາ​ອິ​ດ​ສະ​ຫລ​ະ​ພາບ ໃນ​ການ​ນັບ​ຖື​ສາ​ສະ​ໜາ ​ໄດ້ເດີນ​
ທາງໂດຍ​ທາງ​ເຮືອ​ຈາກ​ອັງ​ກິດ ​ແລະໄດ້​ມາ​ເຖິງ​ແຜ່ນ​ດິນ​ໃໝ່ ທີ່​ໄດ້​ກາຍ​ມາ​ຮ້ອງວ່າ “ສະ​ຫະ​ລັດ​ອາ​ເມ​ຣິ​ກາ ທີ່​ຮູ້​ກັນ​ເທົ້າ​ທຸກວັນ​ນີ້.

ໃນການ​ຕັ້ງ​ຊີ​ວິດ​ໃໝ່​ເຂົາ​ເຈົ້າ​ໄດ້ປະ​ສົບ​ກັບ​ຄວາ​ມ​ອຶດ​ຢາກ ​ຂ​າດ​ອາ​ຫານການ​ກິນ ເກີດ​ພະ​ຍາດ ແລະ​ໄດ້​ພາ​ກັນ​ລົ້ມ​ຕາຍຢ່າງ​ຫລວງ​ຫລ​າຍ. ເວ​ລ​າ​ນີ້​ຊາວ​ອິນ​ເດຍ​ແດງ ຜູ້​ທີ່ເປັນ​ຄົນ​ພື້ນ​ຖານ ​ຢູ່​ດິນ​ແດນແຫ່ງ​ນີ້​ມາ​ກ່ອນ ​ໄດ້​ເຫັນ​ຄວາມ​ທຸກ​ທໍ​ລະມ​ານ​ຂອງ​ເຂົາ​ເຈົ້າ ແລະ​ໄດ້​ຊ່ວຍ​ແນະ​ນຳ​ໃຫ້​ເຂົາ​ເຈົ້າ​ຮູ້​ຈັກລ່າ​ໄກ່​ງວງ​ປ່າ ແລະ​ປູກ​ພືດພັນເປັນ​ອາ​ຫານ. ນັບ​ແຕ່​ນັ້ນ​ມາ​ຊາວ​ອັງ​ກິດຈຶ່ງໄດ້​ພາ​ກັນ​ລອດ​ຊີ​ວິດ ຮູ້​ຈັກ​ຊ່ວຍ​ຕົນ​ເອງ ຂອບ​ໃຈ​ຊາວ​ອິນ​ເດຍ​ແດງ ແລະ​ພະ​ເຈົ້າ​ທີ່​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພົ້ນຈາກຄວາມ​ອຶດ​ຢາກ ອັນ​ໄດ້ເລີ້ມກາຍ​ມາ​ເປັນ​ວັນຂອບ​ຄຸນ​ພະ​ເຈົ້າ​ແຕ່​ນັ້ນ​ມາ.

ມື້​ນີ້ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ພ້ອມ​ດ້ວຍ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຢູ່​ທົ່ວ​ປະ​ເທດ ທີ່​ຢູ່​ໃກ້ ແລະ​ໄກ​ໄດ້​ເດີນ​ທາງ​ມາ​ເຕົ້າ​ໂຮມສັງ​ສັນກັນ​ເປັນ​ພິ​ເສດ. ເພາະ​ສະ​ນັ້ນ ວີ​ໂອ​ເອ ໄດ້​ຖື​ໂອ​ກາດ​ນີ້ໂອ້​ລົມ​ຖາມ​ຂ່າວຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວວ່າ​ພວກ​ເພີ່ນສະ​ຫລອງ​ກັນ​ຢ່າງ​ໃດ ​ແລະ​ບຸນຂອບ​ຄຸນ​ພະ​ເຈົ້າ​ນີ້​ມີ​ຄວາມ​ໝາຍ​ຢ່າງ​ໃດ​ສຳ​ລັບ​ເຂົາ​ເຈົ້າ​.

ຍາ​ເອື້ອຍ​ໜູ​ພອນ ວັນ​ນະ​ລາດ ຢູ່​ນະ​ຄອນ​ລອ​ສ ແອນ​ເຈີ​ລິ​ສ ລັດ​ຄາ​ລິ​ຟໍ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ພວກ​ລູກໆ​ ທີ່ກໍາ​ລັງມາເຕົ້າ​ໂຮ​ມ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ນຳ​ກັນ​ເປັນ​ພິ​ເສດ ແລະໄດ້​ສະ​ແດງເຖິງຄວາມ​ຕື່ນ​ເຕັ້ນ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້

​ທ່ານ​ສຸ​ພັກ ສັນ​ດາ​ຣາ ຕັ້ງ​ຖິ່ນ​ຖານ​ຢູ່ພາກ​ເໜືອ​ຂອງລັດເວີ​ຈີ​ເນຍ ​ຕິດກັບ​ນະ​ຄອນ​ຫລວງວໍ​ຊິງ​ຕັນ. ທ່ານ​ມີ​ຝີ​ມື​ຄົວ​ກິນເປັນ​ພິ​ເສດ ທ່ານ​ໄດ້​ສັ່ງ​ຊື້​ໄກ່​ງວງ​ໂຕ​ໃຫຍ່ປະ​ມານ 50 ພາວ ​ຫລື 22 ກິ​ໂລ​ປາຍ ແລະ​ໄດ້​ສັ່ງ​ບໍ່​ໃຫ້ເອົາ​ເຄື່ອງ​ໃນ​ໄກ່​ງວງຖີ້ມ ຊຶ່ງ​ຊາວ​ອາ​ເມ​ຣິ​ກັນ​ໂດຍ​ທົ່ວ​ແລ້ວ ບໍ່​ພ​າ​ກັນ​ກິນ. ທ່ານ​ສຸ​ພັກ ໄດ້​ບັນ​ລະ​ຍາຍ​ວ່າ​ ຈະປຸງ​ແຕ່ງ​ຢ່າງ​ໃດ​ກ່ຽວ​ກັບໄກ່​ງວງ​ໂຕ​ນີ້​ສູ່ ວີ​ໂອ​ເອ ຟັງ​ວ່າ

ຊ​ຊະ​ນ​ະ ຊົງ​ວິ​ໄລ ສະ​ມາ​ຊິກ​ສັງ​ຄົມ​ລາວ​ຢູ່​ທີ່​ເມືອງ​ແອລຈີນ ລັດ​ອີລລິ​ອຍ ໄດ້​ສະ​ຫລອງ​ບຸນ​ວັນ​ຂອບ​ຄຸນ​ພະ​ເຈົ້າ ແຕ່ລະ​ປີມາ​ເປັນ​ເວ​ລາກວ່າ​ສາມ​ທົດ​ສະ ວັດແລ້ວ ທ່ານ​ໄດ້​ໃຫ້ຂໍ້ຄິ​ດ​ເຫັນ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

Thanksgiving ຫລືບຸນ​ຂອງ​ຄຸນ​ພະ​ເຈົ້າ ແມ່ນມື້​ທີ່​ຍາດ​ຕິ​ພີ່​ນ້ອງ ເພື່ອນ​ຝູງ​ທີ່​ຢູ່​ໃກ້ ແລະ​ໄກເດີນ​ທາງມາພົບພໍ້​ ຮັບ​ປະ​ທານ​ອາ​ຫານຮ່ວ​ມ​ກັນ ດື່ມ ແລະ​ສັງ​ສັນ​ກັນ. ​ບັນ​ດາ​ຮ້ານ​ຄ້າຕ່າງໆ​ພາ​ກັນ​ປິດແຕ່​ເວັນ​ ແລະຖ​ະ​ໜົນ​ຫົນ​ທາງ​ງຽບ​ສະ​ຫງົບ. ​ສຳ​ລັບ​ຊ​າ​ວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ແລະ​ບັນ​ດາ​ຜູ້​ທີ່​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ລຸນ​ຫລັງ ເຂົາ​ເຈົ້າ​ໄດ້​ພາ​ກັນ​ກ່າວ​ຂອບໃຈ​ເປັນ​ພິ​ເສດ ​ແກ່​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ທີ່​ໄດ້​ໃຫ້​ຄວາມ​ອຸບ​ປະ​ກາລະ ທີ່​ນຳ​ມາ​ແຫ່ງ​ຜົນ​ສຳ​ເລັດຂອງກ​ານ​ຕັ້ງ​ຊີ​ວິດ​ໃໝ່.