Lao
This article was added by the user . TheWorldNews is not responsible for the content of the platform.

ສ​ະ​ຫະ​ລັດ ສົ່ງ​ສານອວຍ​ພອນ​ວັນ​ຊາດ ມາ​ຍັງ​ປະ​ຊາ​ຊົນ​ລາວ

ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ະ​ຫະ​ລັດ ໃນ​ວັນ​ທີ 2 ທັນ​ວາມື້ນີ້ ໄດ້​ສົ່ງ​ສານອວຍ​ພອນ​ ວັນ​ຊາດ ​ມາຍັງ​ປະ​ຊາ​ຊົນ ສ​ປ​ປ ລາວ​.

ສານອວຍ​ພອນ ກ່າວ​ວ່າ ໃນ​ນາມ​ປະ​ຊາ​ຊົນ ແລະ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມນັບ​ຖື​ດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ສຸດ ມາ​ຍັງ​ປະ​ຊາ​ຊົນ​ຊາວ​ລາວ ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບ 47 ປີ ໃນ​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ສານອວຍ​ພອນ ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ​ມີ​ຄວາມ​ພາກ​ພູມ​ໃຈ​ ຕໍ່​ການ​ມີ​ສາຍ​ພົວ​ພັນອັນ​ເຂັ້ມ​ແຂງ ​ລະ​ຫວ່າງ​ປະ​ຊາ​ຊົນ ກັບ​ ປະ​ຊາ​ຊົນ​ ແລະ​ວຽກ​ງານ​ທີ່​ພວມ​ດຳ​ເນີນ​ຢູ່​ ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ ການ​ສຶກ​ສາ ການ​ກະ​ສິ​ກຳ ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ. ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ​ ທີ່​ມີ​ຊີ​ວິດ​ຊີ​ວາ ​ຢູ່​ໃນ​ສະ​ຫະ​ລັດ ຍັງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ຕໍ່​ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້.

ສານອວຍ​ພອນ​ກ່າວ​ສະ​ຫລຸບ​ວ່າ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ການ​ຂະ​ຫຍາຍ​ການ​ຮ່ວມ​ມື ​ໃນ​ການ​ເປັນ​ພາ​ຄີ​ແບບກວມ​ລວມ ​ລະ​ຫວ່າງ​ສະ​ຫະ​ລັດ ແລະ ສ​ປ​ປ ລາວ ແລະ​ລົງ​ເລິກ​ການ​ຮ່ວມ​ມື ເພື່ອ​ເສີມ​ສ້າງ​ສັນ​ຕິ​ພາບ​ທີ່​ຍືນ​ຍົງ​ ຄວາມ​ອຸດົມ​ຮັ່ງ​ມີ ແລະ​ຄວາມ​ໝັ້ນ​ຄົງ ຢູ່​ໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກ.

Antony J. Blinken, Secretary of State

On behalf of the people and Government of the United States of America, I extend my warmest regards to the people of Laos on the occasion of the 47th anniversary of the founding of the Lao People’s Democratic Republic.

The United States is proud of our strong people-to-people ties with Laos and our ongoing work to support Laos’s development goals in public health, education, agriculture, and economic growth. The vibrant Lao-American community in the United States continues to contribute to these efforts.

I look forward to expanding cooperation under the U.S.-Lao PDR Comprehensive Partnership and deepening our collaboration to build a lasting peaceful, prosperous, and secure Indo-Pacific region.