Lao
This article was added by the user . TheWorldNews is not responsible for the content of the platform.

ປະຊາຊົນລາວ ທີ່ຖືກຍົກຍ້າຍຈາກເຂດກໍ່ສ້າງເຂື່ອນ ໄປຢູ່ເຂດຈັດສັນໃໝ່ນັ້ນ ສ່ວນໃຫຍ່ບໍ່ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມຢືນຢັນວ່າ ປະຊາຊົນລາວທີ່ຖືກຍົກຍ້າຍຈາກເຂດກໍ່ສ້າງເຂື່ອນ ໄປຢູ່ເຂດຈັດສັນໃໝ່ນັ້ນ ສ່ວນໃຫຍ່ ບໍ່ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າແຕ່ຢ່າງໃດ, ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃຫ້ທັດສະນະວ່າ ການພັດທະນາ ສປປ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າແຫຼ່ງໃຫຍ່ ຂອງອາຊຽນ (Battery of ASEAN) ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມລາວຢ່າງກວ້າງຂວາງໃນໄລຍະ 10 ກວ່າປີທີ່ຜ່ານມານີ້ ໂດຍເຫັນໄດ້ຈາກການທີ່ປະຊາຊົນລາວ ຍັງມີຊີວິດການເປັນຢູ່ທີ່ທຸກຍາກ ຄິດເປັນ 27 ເປີ ເຊັນຂອງຈໍານວນປະຊາກອນລາວທັງໝົດ ເຖິງແມ່ນວ່າລາວຈະມີລາຍໄດ້ຈາກການສົ່ງອອກໄຟຟ້າໄປຕ່າງປະເທດເພີ້ມຂຶ້ນທຸກປີເຊັ່ນ ໃນປີ 2022 ທີ່ຜ່ານມາ ເຊິ່ງລາວມີລາຍໄດ້ຈາກການສົ່ງອອກໄຟຟ້າເຖິງ 1,760 ລ້ານໂດລາ, ຫາກແຕ່ວ່າ ລາຍໄດ້ສ່ວນໃຫຍ່ກໍບໍ່ໄດ້ຖືກນໍາໃຊ້ ໃນໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນຫາທຸກຍາກຂອງປະຊາຊົນລາວແຕ່ຢ່າງໃດ ເພາະບັນດາຜູ້ລົງທຶນໃນໂຄງ ການເຂື່ອນໄຟຟ້າຕ່າງໆນັ້ນ ຕ້ອງນໍາໃຊ້ລາຍໄດ້ສ່ວນໃຫຍ່ ເພື່ອຊໍາລະໜີ້ເງິນກູ້ຈາກຕ່າງປະເທດເປັນດ້ານຫຼັກ, ສ່ວນປະຊາຊົນທີ່ຖືກຍົກຍ້າຍໄປຢູ່ທີ່ເຂດຈັດສັນ ໃໝ່ນັ້ນ ເຖິງແມ່ນວ່າ ຈະໄດ້ຢູ່ເຮືອນໃໝ່, ມີຖະໜົນ, ໄຟຟ້າ, ນໍ້າປະປາ, ສຸກ ສາລາ ແລະໂຮງຮຽນໃໝ່ກໍຕາມ ຫາກແຕ່ວິຖີຊີວິດທາງສັງຄົມ-ວັັດທະນະທໍາຂອງຊຸມຊົນນັ້ນ ກໍໄດ້ຖືກທໍາລາຍໄປຢ່າງສົມບູນ, ດັ່ງທີ່ Professor Philip Hirsch ຈາກມະຫາວິທະຍາໄລ Sydney ທີ່ໄດ້ທໍາການສຶກສາວິໄຈ ກ່ຽວກັບຜົນກະທົບຈາກການກໍ່ສ້າງເຂື່ອນໃນລຸ່ມແມ່ນໍ້າຂອງ ນັບຕັ້ງແຕ່ປີ 1998 ເປັນ ຕົ້ນມາ ໄດ້ໃຫ້ການຢືນຢັນວ່າ:

“ຄວາມຈິງແລ້ວ, ຂ້າພະເຈົ້າບໍ່ເຄີຍເຫັນຊຸມຊົນຕ່າງໆທີ່ຖືກຍົກ​ຍ້າຍດ້ວຍ​ການ​ສ້າງເຂື່ອນ, ສາມາດຟື້ນຟູຊີວິດການເປັນຢູ່ຂອງພວກເຂົາໄດ້ ໃນບ່ອນທີ່ລາຍຮັບຂອງພວກເຂົາເຈົ້າເທົ່າເກົ່າ ຫຼືຢູ່ໃນລະດັບທີ່ພວກເຂົາເຈົ້າມີກ່ອນການສ້າງເຂື່ອນ. ມີບາງຜົນປະໂຫຍດທີ່ເຮັດໃຫ້ປະຊາຊົນມີທ່າອ່ຽງທີ່ຈະໄດ້ຮັບໃນຊຸມຊົນທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເປັນບ່ອນຢູ່ອາໄສໃໝ່, ທ່ານບໍ່ສາມາດດໍາລົງຊີ ວິດ ໃນບ່ອນທີ່ມີໂຮງຮຽນ ມີຢາປົວພະຍາດ ແລະມີສຸກສາລາ ແຕ່ພວກທ່ານຈໍາເປັນຕ້ອງມີລາຍໄດ້. ດັ່ງນັ້ນ, ມັນຈຶ່ງມີການລົງທຶນຢ່າງຫຼວງຫຼາຍ ສໍາລັບການຕັ້ງຖິ່ນຖານໃໝ່.”

ໂດຍຕົວຢ່າງທີ່ຈະແຈ້ງຄື ປະຊາຊົນລາວທີ່ຖືກກະທົບຈາກເຂື່ອນເຊປຽນ-ເຊນໍ້ານ້ອຍໃນເດືອນກໍລະກົດ 2018 ທີ່ການຊ່ວຍເຫຼືອໄດ້ດໍາເນີນໄປຢ່າງຊັກຊ້າຫຼາຍ ເຊິ່ງເຫັນໄດ້ຈາກການສ້າງທີ່ຢູ່ອາໄສໃໝ່ ໃນເຂດຈັດສັນໃໝ່ ທີ່ຫາກໍສໍາເລັດສົມ ບູນ ໃນເດືອນທັນວາ 2022 ທີ່ຜ່ານມາ, ໃນຂະນະທີ່ກຸ່ມລົງທຶນໄດ້ສ້ອມແປງເຂື່ອນສໍາເລັດແລ້ວ ແລະຜະລິດໄຟຟ້າສົ່ງອອກໄປຕ່າງປະເທດນັບແຕ່ທ້າຍປີ 2019 ແລ້ວ, ດັ່ງທີ່ທ່ານ Gary Lee ຜູ້ປະສານງານ International Rivers ໃນອາຊຽນ ໄດ້ຢືນຢັນວ່າ:

“ເຂື່ອນເຊປຽນ-ເຊນໍ້ານ້ອຍພັງທະລາຍ ອາດເປັນການສະແດງໃຫ້ເຫັນເຖິງຄວາມສໍາຄັນ ແລະຜົນປະໂຫຍດໃນການຈັດລໍາດັບຄວາມສໍາຄັນຂອງຜູ້ພັດທະນາໂຄງການ ກ່ຽວກັບຄວາມຈໍາເປັນຂອງລໍາດັບຄວາມສໍາຄັນ ທີ່ໄດ້ຮັບຜົນກະທົບຈາກເຂື່ອນແຕກ. ໃນລະຫວ່າງທີ່ທ້າຍປີ 2019, ເຂື່ອນໄດ້ເລີ້ມດໍາເນີນງານໄປແລ້ວ ສະນັ້ນຈຶ່ງໄດ້ສ້ອມແປງ ແລະໄດ້ເລີ້ມຜະລິດກະແສໄຟຟ້າ ແລະກໍເລີ້ມມີລາຍໄດ້. ແມ່ນແລ້ວ, ໄດ້ມີການປະຕິບັດຕາມຄໍາໝັ້ນສັນຍາ ດ້ວຍການຈ່າຍຄ່າຊົດເຊີຍຕາມຄວາມເໝາະສົມ ແລະຍຸຕິທໍາ, ແຕ່ ບັນດາຜູ້ທີ່ໄດ້ຮັບຜົນກະທົບເປັນສ່ວນຫຼາຍເຫຼົ່ານັ້ນ ຊໍ້າພັດບໍ່ໄດ້ຮັບຜົນຕອບແທນຢ່າງເຕັມສ່ວນ.”

ໂດຍໄພນ້ຳ​ຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນແຕກ ເມື່ອວັນທີ 23 ກໍລະ ກົດ 2018 ໄດ້ເຮັດໃຫ້ນາເຂົ້າເສຍຫາຍຫຼາຍກວ່າ 8,050 ເຮັກຕ້າ ໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄື ບ້ານຫິນລາດ, ບ້ານສະໜອງໃຕ້, ບ້ານທ່າຫິນ, ບ້ານໃໝ່, ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ, ໂດຍມີປະຊາຊົນລາວທີ່ຖືກກະທົບລວມກັນ 7,095 ຄົນ ໃນ 1,611 ຄອບຄົວ, ກຸ່ມລົງທຶນໄດ້ຈ່າຍເງິນຊົດເຊີຍໃຫ້ປະຊາຊົນໃນ 13 ບ້ານ ທີ່ຖືກກະທົບເບົາໃນມູນຄ່າລວມ 28 ຕື້ກີບ ສໍາລັບການເສຍຫາຍທີ່ເກີດກັບພາຫະນະ, ທຸລະກິດໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມືກະສິກໍາ ແລະສັດລ້ຽງ. ສ່ວນການເສຍຫາຍທີ່ເກີດກັບສິ່ງປຸກສ້າງ ແລະຂອງມີຄ່າອື່ນໆນັ້ນ ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ, ສ່ວນທີ່ເຂດ 6 ບ້ານກັບ 1 ຄຸ້ມທີ່ຖືກກະທົບໜັກນັ້ນກໍໄດ້ຮັບການຊົດເຊີຍແບບດຽວກັນນີ້ ໃນມູນຄ່າກວ່າ 95 ຕື້ກີບ ແລະຍັງບໍ່ໄດ້ຮັບຄ່າເສຍຫາຍທີ່ເກີດກັບສິ່ງປຸກສ້າງ ແລະຂອງມີຄ່າອື່ນໆເຊັ່ນກັນ.

ໂດຍທາງການລາວ ແລະກຸ່ມລົງທຶນໃນໂຄງການເຂື່ອນເຊປຽນ ເຊນໍ້ານ້ອຍຈາກເກົາຫຼີໃຕ້ ໄດ້ສົ່ງມອບເຮືອນຢູ່ອາໄສໃຫ້ກັບຜູ້ປະສົບໄພຈາກເຂື່ອນເຊປຽນແຕກ ຈໍານວນທັງໝົດ 700 ຫຼັງ ເມື່ອເດືອນທັນວາ 2022 ທີ່ຜ່ານມາ, ແລະໃນປັດຈຸ ບັນ ທາງການແຂວງອັດຕະປື ກໍກໍາລັງດໍາເນີນການບຸກເບີກທີ່ດິນ 2,140 ເຮັກຕ້າ ໃນເຂດບ້ານດົງບາກ, ບ້ານປືນດົງ ແລະບ້ານຕໍມໍຍອດ ເພື່ອຈະຈັດສັນໃຫ້ເປັນທີ່ດິນທໍາກິນຢ່າງຖາວັນ ສໍາລັບປະຊາຊົນຈໍານວນ 1,611 ຄອບຄົວທີ່ຖືກກະທົບຈາກເຂື່ອນແຕກໃນເຂດເມືອງສະໜາມໄຊ ເຊິ່ງທາງການແຂວງອັດຕະປືວາງເປົ້າໝາຍຈະດໍາເນີນການໃຫ້ສໍາເລັດ ເພື່ອສົ່ງມອບໃຫ້ປະຊາຊົນຢ່າງຄົບຖ້ວນໃນເດືອນມິຖຸນາ 2023 ນີ້.