Lao
This article was added by the user . TheWorldNews is not responsible for the content of the platform.

ປະຊາຊົນໃນນະຄອນຫຼວງວຽງຈັນ ມີລາຍໄດ້ສະເລ່ຍ ສູງກວ່າປະຊາຊົນໃນແຂວງຜົ້ງສາລີ 6 ເທົ່າ

ປະຊາຊົນໃນນະຄອນຫຼວງວຽງຈັນ ມີລາຍໄດ້ສະເລ່ຍ ສູງກວ່າປະຊາຊົນໃນແຂວງຜົ້ງສາລີ 6 ເທົ່າ, ແຕ່ການຕົກຕໍ່າທາງເສດຖະກິດຈະເຮັດໃຫ້ລາຍໄດ້ຂອງປະຊາຊົນໃນນະຄອນຫຼວງວຽງຈັນ ປີ 2022 ຫຼຸດລົງຈາກປີ 2021, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານອານຸພາບ ຕຸນາລົມ, ເລຂາພັກເຂດນະຄອນຫຼວງວຽງຈັນຖະແຫຼງວ່າ ການດໍາເນີນແຜນການສົ່ງເສີມ ແລະຊຸກຍູ້ການຜະລິດສິນຄ້າໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ 154,000 ກວ່າຄົວເຮືອນຫຼຸດພົ້ນຈາກສະພາບທຸກຍາກ ເຊິ່ງຄິດເປັນ 97 ເປີເຊັນຂອງຈໍານວນຄອບຄົວທັງໝົດໃນເຂດນະຄອນຫຼວງວຽງຈັນ, ແລະໃນນີ້ມີເຖິງ 142,000 ກວ່າຄົວເຮືອນທີ່ເປັນຄອບຄົວພັດທະນາ ແລະມີການຜະລິດສິນຄ້າ 1 ເມືອງ 1 ຜະລິດຕະພັນ ຫຼື ODOP ໄດ້ຫຼາຍກວ່າ 250 ຜະລິດຕະພັນທີ່ນໍາໃຊ້ເທັກນິກທັນສະໄໝ, ດັ່ງທີ່ ທ່ານອານຸພາບ ໄດ້ຢືນຢັນວ່າ:

“ສໍາລັບວຽກງານພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກ, ໄລຍະຜ່ານມາ ນະຄອນຫຼວງໄດ້ມີການສົ່ງເສີມ-ຊຸກຍູ້ ນັກທຸລະກິດຜູ້ປະກອບການດ້ານຕ່າງໆ ທັງພາຍໃນ ແລະຕ່າງປະເທດເຂົ້າໃນການຜະລິດເປັນສິນຄ້າທີ່ນໍາໃຊ້ເທັກໂນໂລຈີ ແລະເທັກນິກທັນສະໄໝ ອັນພົ້ນເດັ່ນແມ່ນການຜະລິດສິນຄ້າ ODOP ໄດ້ທັງໝົດ 257 ຜະລິດຕະພັນ, ແລະມີກຸ່ມຜະລິດກະສິກໍາ 132 ກຸ່ມ, ມີ 5 ສະຫະກອນ, ມີບ້ານພັດທະນາຈໍານວນ 441 ບ້ານ, ແລະມີຄອບຄົວພັດທະນາ 142,633 ຄອບຄົວ.”

ໂດຍໃນຈໍານວນ 9 ເມືອງທີ່ຢູ່ໃນອໍານາດການປົກຄອງຂອງນະຄອນຫຼວງວຽງຈັນໃນປັດຈຸບັນນີ້ ຍັງເຫຼືອເມືອງປາກງື່ມເທົ່ານັ້ນ ທີ່ຍັງບໍ່ໄດ້ປະກາດ ໃຫ້ເປັນເມືອງທີ່ສາມາດລຶບລ້າງບັນຫາທຸກຍາກຂອງປະຊາຊົນໄດ້ຢ່າງສົມບູນ ແຕ່ວ່າຈາກການສໍາຫຼວດໂຕຈິງໃນປີ 2021 ທີ່ຜ່ານມາພົບວ່າ ເມືອງປາກງຶ່ມ ມີຄຸນ ສົມບັດຄົບຖ້ວນແລ້ວ ທີ່ຈະປະກາດໃຫ້ເປັນເມືອງຫຼຸດພົ້ນຈາກຄວາມທຸກຍາກ ແລະບໍ່ມີບັນຫາຍາກຈົນຂອງປະຊາຊົນອີກແລ້ວ ໂດຍການປະກາດດັ່ງກ່າວຈະມີຂຶ້ນຢ່າງເປັນທາງການໃນທ້າຍປີ 2022 ນີ້, ເຊິ່ງຄາດວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນຈະຢູ່ທີ່ລະດັບ 6,426 ຕໍ່ຄົນຕໍ່ປີ ແຕ່ກໍຄາດວ່າຈະປະຕິບັດໄດ້ຈິງບໍ່ເກີນ 6,379 ຕໍ່ຄົນຕໍ່ປີເທົ່ານັ້ນ ເພາະຜົນກະ ທົບຈາກການລະບາດ ຂອງພະຍາດໂຄວິດ-19 ທີ່ສົມທົບໃສ່ສົງຄາມຣັດເຊຍ ກັບຢູເຄຣນ ທີ່ເຮັດໃຫ້ນໍ້າມັນ ແລະສິນຄ້າມີລາຄາສູງຂຶ້ນ.

ທາງດ້ານທ່ານຄໍາຜອຍ ວັນນະສານ, ເຈົ້າແຂວງແຂວງຜົ້ງສາລີຖະແຫຼງວ່າ ລາຍໄດ້ສະເລ່ຍຂອງປະຊາຊົນລາວທີ່ຢູ່ໃນແຂວງຜົ້ງສາລີຍັງບໍ່ເຖິງ 1,000 ໂດລາຕໍ່ຄົນຕໍ່ປີ ເພາະບັນຫາຂາດເຂີນໃນທຸກດ້ານ ເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິ ບັດໂຄງການພັດທະນາເພື່ອລຶບລ້າງບັນຫາທຸກຍາກຂອງປະຊາຊົນໄດ້ຢ່າງທົ່ວເຖິງ ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກສອກຫຼີກທີ່ເປັນພື້ນທີ່ສ່ວນຫຼາຍຂອງແຂວງຜົ້ງສາລີນັ້ນ ຈຶ່ງເຮັດໃຫ້ປະຊາຊົນສ່ວນໃຫຍ່ຍັງມີຊີວິດການເປັນຢູ່ທີ່ທຸກຍາກຫຼາຍ, ດັ່ງທີ່ ທ່ານຄໍາຜອຍ ຢືນຢັນວ່າ:

“ການແກ້ໄຂຄວາມທຸກຍາກ ແລະຈັດສັນອາຊີບ ຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າ ການປູກ ການລ້ຽງ ການປຸງແຕ່ງຜະລິດຕະພັນ ກະສິກໍາ-

ປ່າໄມ້ ແລະການບໍລິການ, ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ການພັດທະນາ ການແກ້ໄຂຄວາມທຸກຍາກ, ເຊິ່ງມາຮອດປີ 2022 ນີ້ ເສັ້ນທາງເຂົ້າເຖິງລະດູກວມ 98 ເປີເຊັນ, ເຂົ້າເຖິງສອງລະດູກວມ 66 ເປີເຊັນ, ຈໍານວນບ້ານທີ່ໄດ້ຊົມໃຊ້ໄຟຟ້າກວມ 67 ເປີເຊັນ, ຄົວເຮືອນໄດ້ຊົມໃຊ້ກວມ 65 ເປີ ເຊັນ, ບ້ານທຸກຍາກຍັງກວມ 69 ເປີເຊັນ, ແລະຄອບຄົວທຸກຍາກຍັງກວມ 49 ເປີເຊັນ.”

ທັງນີ້, ໂດຍກອງທຶນຫຼຸດຜ່ອນບັນຫາທຸກຍາກແຫ່ງຊາດລາວ ໄດ້ຮັບການຊ່ວຍ ເຫຼືອຈາກຕ່າງປະເທດຫຼາຍກວ່າ 210 ລ້ານໂດລາ ເພື່ອການຈັດຕັ້ງປະຕິບັດ 6,670 ໂຄງການພັດທະນາໃນພື້ນທີ່ 2,841 ບ້ານ, 55 ເມືອງ ແລະ 11 ແຂວງໃນຊ່ວງປີ 2003 ຫາປີ 2021 ຜ່ານມາ, ເຊິ່ງສາມາດຫຼຸດຜ່ອນບັນຫາທຸກຍາກຂອງປະຊາຊົນລາວໄດ້ຢ່າງເປັນຮູບປະທໍາໃນ 2,262 ບ້ານ, ແຕ່ຍ້ອນການລະບາດຂອງພະຍາດໄວຣັສໂຄວິດ-19 ນັບແຕ່ປີ 2020 ເປັນຕົ້ນມາ ກໍເຮັດໃຫ້ຍັງມີປະຊາຊົນລາວທີ່ຍັງມີຊີວິດການເປັນຢູ່ທີ່ທຸກຍາກຫຼາຍກວ່າ 1.3 ລ້ານຄົນໃນປັດຈຸບັນ ຈຶ່ງເຮັດໃຫ້ລັດຖະບານລາວຍັງຕ້ອງການຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຕໍ່ໄປອີກໃນ 4 ດ້ານນໍາກັນຄື ການພັດທະນາພື້ນ ຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ແລະການຜະລິກດ້ານກະສິກໍາ, ໂດຍສະເພາະໃນເຂດຊົນນະບົດນັ້ນ ຍັງຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຫຼາຍເປັນພິເສດ ເພາະເປັນເຂດທີ່ຍັງຂາດເຂີນທຸກດ້ານ ຈຶ່ງມີການພັດທະນາທີ່ຕໍ່າກວ່າເຂດເມືອງ ແລະແຕກໂຕນກັນເພີ້ມຂຶ້ນນັບມື້.

ພ້ອມທັງຍັງປາກົດມີຈໍານວນປະຊາກອນລາວທີ່ທຸກຍາກເພີ້ມຂຶ້ນອີກດ້ວຍ ເພາະ ວ່າຖືກເລີກຈ້າງ ໂດຍບັນດາຫົວໜ່ວຍທຸລະກິດ ທີ່ຖືກກະທົບຈາກການລະບາດໄວຣັສໂຄວິດ-19 ເປັນຈໍານວນລ້ານຄົນ.