Lao
This article was added by the user . TheWorldNews is not responsible for the content of the platform.

ປະຊາຊົນ ລາວ ຫັນມາເຮັດວຽກເສີມ ຍ້ອນເງິນເດືອນບໍ່ພຽງພໍໃຊ້ຫຼາຍຂຶ້ນ

ຄ່າ​ຈ້າງ​ແຮງ​ງານ​ລາວ​ແມ່ນ​ຍັງ​ຕ່ຳຫຼາຍ​ຖ້າ​ທຽບ​ໃສ່​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ, ເຮັດ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ​ຕ້ອງ​ຂ້າ​ມ​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ເພື່ອ​ນ​ບ້ານ ​ເຊັ່ນ​ປະ​ເທດ ໄທ.

ນອກ​ຈາກ​ຜູ້​ທີ່​ຂ້າມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ແລ້ວ, ກໍ​ມີຫຼາຍ​ຄົນ​ທີ່​ເຮັດ​ສອງວຽກ ຄື​ເຮັດ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ເວ​ລາ​ເລີກ​ການໄດ້​ແກ່​ຂາຍ​ອາ​ຫານ, ຂາຍ​ເຄື່ອງ​ໃຊ້​ມື​ສອງ ແລະ ອື່ນໆ. ຍາ​ນາງ ຕ້ອຍ​ ພະ​ນັກ​ງານ​ລັດ​ທີ່​ເຮັດ​ທຸ​ລະ​ກິດ​ເສີມໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ

“ເຮັດ​ເຂົ້າ​ໜົມ​ຂາຍ​ໄດ້​ປີ​ປາຍ​ແລ້ວ ເພາະ​ວ່າອາ​ໄສ​ແຕ່​ເງິນ​ເດືອນ ​ແມ່ນບໍ່​ພໍກິນ. ເຮົາ​ກະ​ບໍ່​ໄດ້​ເຮັດຫຼາຍດອກ ໄດ້​ກຳ​ໄລ​ມື້​ນຶ່ງແສນ, ສອງ​ແສນ. ດຽວນີ້​ກຳ​ລັງ​ເລີ່ມ​ຂາຍ​ນ້ຳ​ພ້ອມ, ຖ້າ​ເປັນ​ຈັ່ງ​ໃດ​ກິດ​ຈະ​ການ​ດີ​ຂຶ້ນ ​ກະ​ຄິດ​ວ່າ​ຊິ​ອອກ​ມາ​ເຮັດ​ດ້ານນີ້​ເຕັມ​ທີ່.”

ປັດ​ຈຸ​ບັນ​ນີ້​ມີ​ປະ​ຊາ​ຊົນ​ລາວ​ຈຳ​ນວນຫຼາຍ​ເຮັດ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ. ກິດ​ຈະ​ການ​ດ້ານ​ອາ​ຫານ​ແມ່ນ​ສິ່ງ​ທີ່​ເຮັດ​ໄດ້​ງ່າຍ ແລະ ກໍ​ໄດ້​ເງິນ​ພໍ​ຄວນ. ສິ່ງ​ທີ່​ປະ​ຊາ​ຊົນ​ຊິ​ເຮັດຫຼາຍ​ແມ່ນ​ຮ້ານ​ກາ​ເຟ, ຕຳ​ໝາກ​ຫຸ່ງ ແລະ ຂາຍ​ນ້ຳ​ຫວານ​ຕ່າງໆ.