Lao
This article was added by the user . TheWorldNews is not responsible for the content of the platform.

ປະ​ທານ​ປະ​ເທດ ສ​ປ​ປ ລາວ ທ່ານ​ທອງ​ລຸນ ສີ​ສຸ​ລິດ ຢ້ຽມ​ຢາມ ສ​ປ ຈີນ

ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ຂອງ​ ສ​ປ​ປ ລາວ ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ ເປັນເວ​ລາ 3 ມື້ ແຕ່​ວັນ​ທີ 29 ພະ​ຈິກ​ ຫາ 2 ທັນ​ວາ.

ທ່ານ​ທອງ​ລຸນ ໄດ້​ຖືກ​ຕ້ອນ​ຮັບ ໂດຍ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ການ​ຢ້ຽມ​ຢາມ​ທີ່​ແນ​ໃສ່​ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ ​ໃນ​ການ​ເປັນ​ພາ​ຄີ​ຍຸດ ​ທະ​ສາດ​ຮອບ​ດ້ານ​ ແລະລົງ​ເລິກ​ໃນ​ການ​ເສີມ​ສ້າງ​ນ້ຳ​ໃຈ​ແຫ່ງ​ການ​ເປັນ​ຄູ່​ຮ່ວມຊະຕາ​ກຳ.

ນອກ​ຈາກ​ການ​ພົບປະ​ທານກັບ​ປະ​ເທດສີ ຈິ້ນ​ຜິງ​ແລ້ວ ທ່ານ​ທອງ​ລຸນ​ຍັງ​ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼີ ເກີ້​ຈຽງ​ (Li Kegiang) ແລະປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ທ່າ​ນ ຫລີ ຊ້​ານ​ຊູ (Li Zhanshu) ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ລາວ.

ຈີນ​ ເປັນຜູ້​ລົງ​ທຶນຈາກ​ຕ່າງ​ປະ​ເທດຫຼາຍ​ເປັນ​ອັນ​ດັບ​ນຶ່ງ​ ແລະຄູ່​ການ​ຄ້າ​ທີ່ໃຫຍ່​ ​ອັນ​ດັບສອງຂອງ ສ​ປ​ປ ລາວ ແລະລາວແມ່ນ​ນຶ່ງ​ໃນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ທີ່​ເພິ່ງ​ພາ​ຈີນ​ຫຼາຍທີ່​ສຸດ ແລະເປັນພ​າ​ຄີ​ທີ່​ໃກ້​ຊິດ​ທີ່​ສຸດ ​ກັບ​ປັກ​ກິ່ງ.

ໃນ​ຂະ​ນະ​ທີ່​ລາວ​ພວມ​ລົງ​ເລິກຄວາມ​ສຳ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ ​ຫຼາຍ​ຂຶ້ນ​ກັບ​ຈີນ ​ແຕ່ລາວ​ກໍ​ຍັງ​ຮັກ​ສາ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ ​ກັບ​ປະ​ເທດຫວຽດ​ນາມ​ໄວ້​ຢູ່.

ໃນ​ປີ​ກາຍນີ້ ລາວ​ແລະ​ຈີນ ໄດ້​ເປີດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ແຕ່​ບໍ່​ເຕັນ​ຫາ​ວຽງ​ຈັນ ​ຊຶ່ງ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜຸນ​ຈາກ​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ຫຼື BRI ຂອງ​ຈີນ.

ເຄິ່ງ​ນຶ່ງ​ຂອງ​ໜີ້​ສິນສາ​ທາ​ລະ​ນະຂ​ອງ​ລາວ ທີ່​ມີ​ມູນ​ຄ່າ 14 ພັນ 500 ລ້ານ​ໂດ​ລານັ້ນ ແມ່ນ​ຈີນ​ເປັນ​ເຈົ້າ​ໜີ້ເພື່ອ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນແກ່​ໂຄງ​ການ​ພັດ​ທະນາ​ຕ່າງໆຂອງ​ລາວ ຮວມ​ທັງ​ທາງ​ລົດ​ໄຟ​ລາວ​ຈີນນຳ​ດ້ວຍ.