Lao
This article was added by the user . TheWorldNews is not responsible for the content of the platform.

ອົງການ USAID ມອບທຶນຊ່ອຍເຫຼືອ 1.5 ລ້ານໂດລາ ເພື່ອສະໜັບສະໜຸນວຽກງານການສັກວັກຊີນ ກັນໂຄວິດ-19 ໃນ ສປປ ລາວ

ທ່ານດານຽ​ລ ຄຣິດເຕິນບລິ້ງ ຜູ້ຊ່ວຍລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານເອ​ເຊຍຕາເວັນອອກ ​ແລະ ​ຍ່ານປາຊີຟິກ ກະຊວງການຕ່າງປະເທດ ໄດ້ປະກາດໃຫ້ການຊ່ວຍເຫຼືອຕື່ມອີກ 1.5 ລ້ານໂດລາ ເພື່ອຊຸກຍູ້ວຽກງານການສັກວັກຊີນກັນພະຍາດໂຄວິດ-19 ໃນລະ​ຫວ່າງການຢ້ຽມຢາມ ໂຮງໝໍເມືອງສີສັດຕະນາກ ເມື່ອ​ວັນ​ທີ 13 ຕຸ​ລາ​ຜ່ານ​ມາ. ງົບປະມານຈຳນວນດັ່ງກ່າວ ແມ່ນບໍລິຫານໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ​ຫຼື USAID) ແລະຈັດຕັ້ງປະຕິບັດໂດຍອົງການອະນາໄມໂລກ ແລະອົງການຢູນິເຊບ.

ກ່ອນການ​ປະ​ກາດ ທ່ານຄຣິດເຕິນບລິ້ງ ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດສະຫະລັດອາເມ​ຣິກາ ຮ່ວມກັບ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ປີເຕີ ເຣມອນ ​ເອກ​ອັກ​ຄະ​ລັດ​ຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ດຣ. ຢິງ-ຣູ ໂລ, ຜູ້ຕາງໜ້າອົງການອະ​ນາ​ໄມ
ໂລກ ປະຈຳ ສປປ ລາວ ແລະ ເດວິດ ດຸນການ ຫົວໜ້າໜ່ວຍງານອະນາໄມ ປະຈຳອົງການ UNICEF ໄດ້ຢ້ຽມຢາມຄວາມຄືບໜ້າວຽກງານການສັກວັກຊີນກັນໂຄວິດ-19 ແລະ ປຶກສາຫາລື ກ່ຽວກັບບັນດາເງື່ອນໄຂຕ່າງໆເພື່ອປິດຊ່ອງຫວ່າງທີ່ເປັນອຸປະສັກໃນການສັກວັກຊີນ.

ດຣ. ສະໜອງ ສະແດງຄວາມຂອບໃຈຕໍ່ລັດຖະບານອາເມຣິກາ ແລະ ອົງການ USAID ທີ່ສືບຕໍ່ໃຫ້ການສະໜັບສະໜູນການຮັບ​ມື​ກັບພະຍາດໂຄວິດ-19 ແລະ ການຊຸກຍູ້ວຽກງານການສັກວັກຊີນ. ດຣ. ສະໜອງ ກ່າວວ່າ “ການປົກປ້ອງປະ ຊາຊົນຈາກພະຍາດໂຄວິດ-19 ປົກປ້ອງຊຸມຊົນ ສົ່ງເສີມການຟື້ນຟູເສດຖະກິດ ແລະ ຫຼີກລ້ຽງຜົນກະທົບ ຕໍ່ການເຂົ້າໂຮງຮຽນ ແລະ ການເຮັດວຽກ ຖືເປັນໜຶ່ງໃນບູລິມະສິດຫຼັກຂອງພວກເຮົາ. ການສືບຕໍ່ຊ່ວຍເຫຼືອນີ້ຈະສາມາດຊ່ວຍຊີວິດ ຮັບປະກັນວ່າຊຸມຊົນຂອງພວກເຮົາຮັບຮູ້ເຖິງຄວາມສຳຄັນຂອງການສັກວັກຊີນ ແລະ ມາຮັບວັກຊີນຕາມຄຳແນະນຳ. ພວກເຮົາຍັງບໍ່ປອດໄພຈົນກວ່າກຸ່ມທີ່ມີຄວາມສ່ຽງທີ່ສຸດປອດໄພ.

ປັດຈຸບັນ 72 ເປີ​ເຊັນຂອງປະຊາກອນ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບໂດຍພື້ນຖານ ເຊິ່ງໃກ້ຈະບັນລຸເປົ້າໝາຍ 80 ເປີ​ເຊັນ ໃນທ້າຍປິ 2022. ເຖິງຢ່າງໃດກໍຕາມ ໃນກຸ່ມຜູ້ສູງອາຍຸເຊິ່ງເປັນກຸ່ມທີ່ມີຄວາມສ່ຽງສູງຕໍ່ພະຍາດ ໂຄວິດ-19 ຈຳນວນພຽງແຕ່ 25% ຍັງບໍ່ໄດ້ຮັບວັກຊີນຄົບໂດສຊຸດທຳອິດເທື່ອ.

ທຶນການຊ່ວຍເຫຼືອດັ່ງກ່າວຈະນຳໄປປະກອບສ່ວນໃນການຈັດສົ່ງວັກຊີນ ການເຂົ້າສັກວັກຊີນທີ່ຊຸມຊົນ ການໂຄສະນາເຜີຍແຜ່ທາງສື່ມວນຊົນ ແລະ ຂົງເຂດການຊ່ວຍເຫຼືອອື່ນໆ ເພື່ອເພີ່ມອັດຕາການປົກຄຸມຂອງວັກຊີນໂຄວິດ-19 ໂດຍສະເພາະໃນຊຸມຊົນທີ່ມີຄວາມສ່ຽງ ຜູ້ສູງອາຍຸ ແລະ ກຸ່ມຄົນພິການ. ຈຸດທີ່ເນັ້ນໜັກໂດຍສະເພາະ ແມ່ນການຊຸກຍູ້ພະນັກງານກະຊວງສາທາລະນະສຸກ ເພື່ອເພີ່ມການບໍລິການເຖິງທີ່ໃຫ້ແກ່ກຸ່ມເປົ້າໝາຍທີ່ຢູ່ເຂດຊົນນະບົດ ແລະ ເຂດທີ່ຫຍຸ້ງຍາກໃນການເຂົ້າເຖິງສະຖານທີການບໍລິການ.

ທ່ານຄຣິດເຕິນບລິ້ງກ່າວວ່າ “ຖະແຫຼງການສະໜັບສະໜູນໃນມື້ນີ້ເປັນການຮັດ ແໜ້ນການຮ່ວມມືອັນເຂັ້ມແຂງພາຍໃຕ້ຍຸດທະສາດການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການຮັບ​ມື​ກັບ​ການລະ ບາດຂອງພະຍາດໂຄວິດ-19 ແລະ ປູພື້ນຖານເພື່ອຟື້ນຟູສະພາບໃຫ້ກັບມາດີຂຶ້ນກວ່າເກົ່າ. ການສະໜັບສະໜູນອີກ 1.5 ລ້ານໂດລາ ນີ້ຈະຊ່ວຍເພີ່ມທະວີຊຸກຍູ້ລັດຖະບານ ສປປ ລາວ ໃນວຽກງານການສັກວັກຊີນໂຄວິດ-19 ແກ່ກຸ່ມປະຊາກອນທີ່ມີຄວາມສ່ຽງ ລວມທັງຜູ້ສູງອາຍຸ ກຸ່ມຄົນພິການແລະກຸ່ມເປົ້າໝາຍທີ່ຢູ່ເຂດທີ່ເຂົ້າເຖິງຍາກ.”

ການສະໜັບສະໜູນຄັ້ງນີ້ແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອຈາກລັດຖະບານສະ ຫະລັດອາເມຣິກາ ລວມມູນຄ່າຫຼາຍກວ່າ 16.7 ລ້ານໂດລາເພື່ອຊຸກຍູ້ວຽກງານໃຫ້ວັກຊີນໂຄວິດ-19 ຕໍ່ເນື່ອງຈາກການມາເຖິງວັກຊີນຟາຍເຊີສຳລັບເດັກນ້ອຍ ເມື່ອບໍ່ດົນມານີ້ ຫຼາຍກວ່າ 201,600 ໂດສ ຜ່ານໂຄງການ COVAX ເພື່ອໃຫ້ວັກຊີນ ແກ່ເດັກກຸ່ມອາຍຸ 5–11 ປີ ແລະ ເພື່ອໃຫ້ບັນລຸເປົ້າໝາຍ 80% ໃນປີທ້າຍປີ 2022. ມາເຖິງປັດຈຸບັນ ສະຫະລັດອາເມຣິກາ ໄດ້ບໍລິຈາກວັກຊີນກັນພະຍາດໂຄວິດ-19 ຈຳນວນຫຼາຍກວ່າ 2.9 ລ້ານໂດສ.

ດຣ. ຍິງ-ຣູ ໂລ ກ່າວວ່າ “ພວກເຮົາຂອບໃຈຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນຢ່າງບໍ່ຢຸດຢັ້ງຂອງລັດຖະບານສະຫະລັດອາເມຣິກາ. ພວກເຮົາຍັງບໍ່ທັນໄປເຖິງຈຸດນັ້ນເທື່ອ ແຕ່ພະຍາດໂຄວິດ-19 ແມ່ນໃກ້ຈະເຖິງຈຸດສິ້ນສຸດ. ໂດຍຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງຄອບຄົວ ຊຸມຊົນ ແລະ ຂະແໜງສາທາລະນະສຸກ ພວກເຮົາສາມາດຮັບປະກັນວ່າທຸກຄົນໄດ້ຮັບການປົກປ້ອງແລະ ຫາຍຈາກພະຍາດໄດ້ຢ່າງປອດໄພ. ພວກເຮົາຕ້ອງລະດົມກັນໄປສັກວັກຊີນ.”

ວັກຊີນທັງໝົດທີ່ນຳໃຊ້ໃນ ສປປ ລາວ ແມ່ນໄດ້ຮັບການອະນຸມັດໂດຍອົງການອະນາໄມໂລກ ແລະກະຊວງສາທາລະນະສຸກ, ແລະ ໄດ້ຮັບການຢັ້ງຢືນວ່າມີຄວາມປອດໄພ ແລະ ມີປະສິດທິພາບ ໃນການປົກປ້ອງປະຊາຊົນ ຈາກການເຈັບປ່ວຍຮຸນແຮງຈາກພະຍາດໂຄວິດ-19.

ເດວິດ ດຸນການ ກ່າວວ່າ “ພວກເຮົາຕ້ອງພະຍາຍາມທຸກວິທີທາງເພື່ອປົກປ້ອງທຸກຄົນຢູ່ໃນ ສປປ ລາວ. ໃນນີ້ການເຂົ້າເຖິງວັກຊີນ ກັນພະຍາດໂຄວິດ-19 ຢ່າງເທົ່າທຽມແມ່ນປັດໄຈຫຼັກ. ພວກເຮົາຕ້ອງຮ່ວມໃຈກັນກຳຈັດຊ່ອງວ່າງນັ້ນ ເພື່ອຮັບປະກັນວ່າວັກຊີນເຂົ້າເຖິງທຸກຄົນ ນັບແຕ່ຜູ້ສູງອາຍຸຈົນເຖິງເດັກນ້ອຍ. ຖ້າເຮົາທຸກຄົນຮ່ວມມືກັນກໍຈະສາມາດບັນລຸເປົ້າໝາຍສຳຄັນດັ່ງກ່າວໄດ້ ແລະ ສາມາດຊ່ວຍປົກປ້ອງຄອບຄົວຂອງເຮົາຈາກຜົນກະທົບຂອງພະຍາດລະບາດ, ແລະ ຊ່ວຍໃຫ້ເດັກນ້ອຍກັບເຂົ້າໄປຮຽນໄດ້ຢ່າງເປັນປົກກະຕິ.”

October 13, 2022, Vientiane, Lao PDR – On a visit to Sisattanak District Hospital today, U.S. Assistant Secretary of State for East Asia and Pacific Affairs Daniel Kritenbrink announced an additional $1.5 Million USD to further increase COVID-19 vaccination rollout support. The funding is administered through the United States Agency for International Development (USAID) and implemented by the World Health Organization (WHO) and UNICEF.

Ahead of the announcement, Assistant Secretary Kritenbrink joined Vice Minister of Health Dr. Snong Thongsna, U.S. Ambassador to Lao PDR Dr. Peter M. Haymond, WHO Representative Dr. Ying-Ru Lo, and UNICEF Officer in Charge David Duncan to observe COVID-19 vaccination efforts and discuss requirements to close vaccination gaps.

Dr. Thongsna thanked the United States and USAID for their expanding support for COVID-19 as well as vaccine contribution and rollout. “Protecting people against COVID-19, to safeguard communities, support economic recovery, and avoid disruptions to school and work is one of our top priorities,” said Dr. Thongsna. “This timely additional support from USAID will save lives, ensuring our communities across Laos understand the benefits of vaccination and can get vaccinated. We aren’t safe until our most vulnerable people are safe.”

Currently, 72 percent of the population have completed all doses of COVID-19 vaccine primary series, coming closer to the 80 percent target for 2022. However, only one in four of the elderly population, who are at the highest risk for COVID-19, have completed the COVID-19 primary series.

The funding will support vaccine delivery, community outreach, media campaigns and a range of other assistance to increase COVID-19 vaccine coverage, especially for vulnerable communities, elderly and people with disabilities. A key focus will be to assist the Ministry of Health (MOH) to mobilize health care workers to increase vaccination efforts, including door to door vaccinations to rural and vulnerable populations.

“Today’s announcement reaffirms the strong partnership, under the U.S. Lao Comprehensive Partnership, in combating COVID-19 and setting the foundation to build back better,” said Assistant Secretary Kritenbrink. “The additional $1.5 Million will assist the Government of Lao PDR to further support COVID-19 vaccination rollout to vulnerable and at-risk populations, including elderly people and people with disabilities as well as those in hard-to-reach areas.”

The funding is part of the U.S. Government’s COVID-19 support of over $16.7 million in support of vaccine rollout, in addition to its recent arrival of 201,600 doses of pediatric Pfizer vaccine through the COVAX facility, helping Lao PDR vaccinate children aged 5–11 and achieve its 80 percent vaccination target by the end of 2022. To date, the United States has provided over 2.9 million COVID-19 vaccine doses.

WHO’s Dr. Lo said, “We are deeply grateful for the steadfast support from the U.S. Government. We are not there yet, but the end of the pandemic is within reach. With efforts and commitment by families,

communities and the health sector, we can ensure everyone is protected and recover together, safely. We ask: get vaccinated.”

All vaccines in use in Lao PDR have been approved by WHO and Ministry of Health, and are proven to be safe and effective in protecting people from severe illness due to COVID-19.

“Vaccines are safe and save lives, but, only by working together and ensuring everyone is vaccinated – children, isolated communities, our sick and elderly – can we consider the job finished,” said UNICEF’s Mr. Duncan. “We must make any and every effort to protect everyone across Lao PDR, particularly those most at-risk. This grant will help Lao PDR reach this vital goal.”