Lao
This article was added by the user . TheWorldNews is not responsible for the content of the platform.

ໂຄງ​ການ​ພັດ​ທະ​ນາ​ນະ​ຄອນ​ວຽງ​ຈັ​ນ​ ໃຫ້​ເປັນ​ເມືອງ​ອັດ​ສະ​​ຣິ​ຍະ​ ​ຕ້ອງ​ໄດ້​ຮັບ​ການ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຈີ ຈາກ​ຈີນ

ໂຄງ​ການ​ພັດ​ທະ​ນາ​ນະ​ຄອນ​ວຽງ​ຈັ​ນ​ ໃຫ້​ເປັນ​ເມືອງ​ອັດ​ສະຣິ​ຍະ​ ຈະ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ ​ຕ້ອງ​ໄດ້​ຮັບ​ການ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຈີ ຈາກ​ຈີນ​ຢ່າງ​ຄົບ​ຖ້ວນ​ທີ່​ຮວມ​ເຖິງ​ການ​ພັດ​ທະ​ນາ​ລະ​ດັບ​ບຸກ​ຄະ​ລາ​ກອນ​ດ້ວຍ ຊຶ່ງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ນັກ​ຊ່ຽວ​ຊານທາງເສດ​ຖະ​ກິດການ​ຄ້າ ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ລາວ-​ໄທ ​ຢືນ​ຢັນ​ວ່າ ການ​ທີ່ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ພັດ​ທະ​ນາ​ນະ​ຄອນ​ຫລວງ​ວຽງ​ຈັນ ໃຫ້​ເປັນ​ເມືອງ​ອັດ​ສະ​ຣິ​ຍະ (Vinetiane Smart City) ພາຍ​ໃນ​ປີ 2030 ນັ້ນ ຖ້າ​ຫາກ​ພິ​ຈາ​ລະ​ນາ​ຈາກ​ສະ​ພາບ​ໂຕ​ຈິງ​ຂອງ​ນະ​ຄອນຫລວງວຽງ​ຈັນ​ໃນ​ປັດ​ຈຸ​ບັນ ຈະ​ຕ້ອງ​ຖື​ວ່າ​ຍັງ​ຫ່າງ​ໄກ​ຈາກ​ຄວາມ​ເປັນ​ຈິງ ເພາະ​ວ່າເມືອງ​ອັດ​ສະ​ຣິ​ຍະນັ້ນ ​ຕ້ອງ​ມີໂຄງ​ປະ​ກອບ​ໃນ 7 ດ້າ​ນດ້ວຍ​ກັຍຢ່າງ​ຄົບ​ຖ້ວນ​ຄື ເສດ​ຖະ​ກິດອັດ​ສະຣິ​ຍະ ສິ່ງ​ແວດ​ລ້ອມ​ອັດ​ສະ​ຣິ​ຍະ ພະ​ລັງ​ງານ​ອັດ​ສະ​ຣິ​ຍະ ການ​ດຳ​ລົງ​ຊີ​ວິດ​ອັດ​ສະ​ຣິ​ຍະ ການ​ເດີນ​ທາງ​ອັດ​ສະ​ຣິ​ຍະ ຊຸມ​ຊົນ​ອັດ​ສະ​ຣິ​ຍະ ແລະ​ການ​ປົກ​ຄອງ​ອັດ​ສະ​ຣິ​ຍະ ຊຶ່ງ​ນະ​ຄອນຫລວງ​ວຽງ​ຈັນ​ຍັງ​ບໍ່​ມີ​ໂຄງ​ປະ​ກອບເລີຍ​ໃດ​ໃນ​ປັດ​ຈຸ​ບັນ ໂດຍ​ຈະ​ເຫັນ​ໄດ້​ຈາກ​ລະ​ບົບ​ກ​ານ​ຊຳ​ລະ​ລາ​ຄາ​ສິນ​ຄ້າ ແລະ​ບໍ​ລິ​ການ​ດ້ວຍ​ລະ​ບົບ Electronic ຍັງ​ສາ​ມາດ​ດຳ​ເນີນ​ການ​ໄດ້ສະ​ເພາະພ​າຍ​ໃນ​ລ​າວ​ເທົ່າ​ນັ້ນ ສ່ວນ​ການ​ຊຳ​ລະ​ລາ​ຄາ​ສິນ​ຄ້າ ແລະ​ບໍ​ລິ​ການ​ທີ່​ເປັນ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ນັ້ນ ​ຍັງ​ຕ້ອງ​ໃຊ້​ບໍ​ລິ​ການ​ໂອນ​ເງິນ​ຜ່ານ​ລະ​ບົບ Swift ​ຂອງ​ທະ​ນາ​ຄານ​ການ​ຄ້າ​ໃນ​ລາວ ທີ່​ມີ​ລະ​ບົບ​ເຊື່ອມ​ໂຍງ​ກັບ​ທະ​ນາ​ຄານ​ໃນ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ.

​ຊຶ່ງ​ເຮັດ​ໃຫ້​ເກີ​ດ​ບັນ​ຫາ​ຊັກ​ຊ້າ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ລາວ​ກັບ​ຕ່າງ​ປ​ະ​ເທດ​ຫລາຍ​ສົມ​ຄວນ ໃນ​ຂະ​ນະ​ທີ່​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ກໍ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ ເພາະ​ວ່າຂາ​ດ​ແຄນ​ທັງ​ບຸກ​ຄະ​ລ​າ​ກອນ ແລະ​ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເລັ່ງ​ດຳ​ເນີນການ​ພັດ​ທະ​ນາ ​ທັງ​ສອງ​ດ້ານ​ດັ່ງ​ກ່າວ​ນີ້​ຢ່າງ​ຮີບ​ດ່ວນ ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ຊ່ວຍ​ເຫລືອ​ຈາກ​ຈີ​ນ​ນັ້ນ ຫາກ​ແຕ່​ວ່າ​ການ​ທີ່​ຈີນ​ຈະ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຈີ ໃຫ້​ລາວລວ​ມ​ເຖິງ​ຈະ​ຊ່ວຍ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ລາວ ຫລື​ບໍ່​ນັ້ນ ​ຍ່ອມ​ຂຶ້ນ​ຢູ່​ກັບ​ການ​ຕົກ​ລົງ ​ໃນ​ສັນ​ຍາຮ່ວມ​ມື​ກັນ​ເປັນ​ສຳ​ຄັນ ດັ່ງ​ທີ່​ນັກ​ຊ່ຽວ​ຊ​ານເສດ​ຖະ​ກິດ​ການ​ຄ້າ ແລະ​ການ​ລົງ​ທຶນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ຄື​ທຸ​ລະ​ກິດ​ທີ່​ເຂົາ​ເປັນ​ມື​ອາ​ຊີບ ທີ່​ເປັນ​ລາຍ​ໃຫຍ່ໆເຂົາ​ເປັນ​ພວກລັດວິ​ສາ​ຫະ​ກິດ​ເພາະ​ສະ​ນັ້ນ ເວ​ລາ​ທີ່​ເຂົາ​ອອກ​ໄປ​ລົງ​ທຶນ​ໃນ​ຕ່າງ​ປະ​ເທດ ເຂົາ​ບໍ່​ໄດ້ມາ​ໃນ​ເລື້ອງ​ຂອງ​ມິ​ຕິ​ເປົ້າ​ໝາຍ ໃນ​ມິ​ຕິ​ເຊິງ​ເສດ​ຖະ​ກິດ​ເທົ່າ​ນັ້ນ ແຕ່ຍັ​ງ​ເອົາ​ເລຶ້ອງ​ຂອງ​ຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ເທ​ດ​ມາ​ດ້ວຍ ເພາະ​ສະ​ນັ້ນ ເຂົາ​ຈະ​ບໍ່​ກ້າ​ເຮັດ​ຫຍັງ​ທີ່​ມັນ​ບໍ່​ຄ່ອຍ​ດີ ຫລື​ຜິດ​ຫລັກ​ວິ​ທີ​ການ​ບໍ​ລິ​ຫານ​ທີ່​ນີ້ ຖາມ​ວ່າ​ເປັນ​ຫຍັງ​ເຂົາ​ຈຶ່ງ​ບໍ່​ຖ່າຍ​ທອດ​ໃນ​ເລື້ອງ​ເ​ທັກ​ໂນ​ໂລ​ຈີ ຫລື​ບໍ່​ເປີດ​ເຜີຍ ເລື້ອງ​ຕ່າງໆ ອັນ​ນີ້​ມັນ​ອາດ​ຈະ​ຕ້ອງ​ລົງ​ເລິກ​ລົງ​ໄປ​ວ່າ ທຸ​ລະ​ກິດ​ເຫລົ່າ​ນັ້ນ​ເຂົາ​ຮ່ວ​ມ​ທຶນ​ກັ​ບ​ໃຜ ຫລື​ບໍ່ ຄື​ຖ້າ​ເຂົາ​ບໍ່​ໄດ້​ຮ່ວມ​ທຶນ​ກັບ​ໃຜ ເຂົາ​ກໍ​ບໍ່​ມີ​ເຫ​ດ​ຜົນ​ທີ່​ເຂົາ​ຈະ​ຕ້ອງ​ໄປ​ເປີດ​ເຜີຍ​ຄວາມລັ​ບ​ທາງ​ເທກ​ໂນ​ໂລ​ຈີ​ເຮັດ​ຫຍັງ​ຕ່າງໆ​ຂອງ​ເຂົາ.”

​ໂດຍ​ອີງ​ຕາມ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ແຫ່ງ​ຊາດ​ລ​າວຄັ້ງ​ທີ່ 9 ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ ໃນ​ຊ່ວງ​ປີ 2021-2025 ໄດ້​ວາງ​ເປົ້າ​ໝາຍ​ໄວ້​ຢ່າງ​ຊັດ​ເຈນ​ວ່າ ຈະ​ພັດ​ທະ​ນາ​ເສດ​ຖະ​ກິດ​ລາວ​ໄປ​ສູ່​ລະ​ບົບ Digital ໃຫ້​ໄດ້​ໃນ​ປີ 2025 ຫ​າກ​ແຕ່​ວ່າ​ການ​ທີ່​ຈະ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຈິງ ​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ເພາະ​ວ່າ​ລັດ​ຖະ​ບານ​ລາວ​ຍັງ​ຂາດ​ແຄນ​ທັງ​ໃນ​ດ້ານ​ເງິນ​ທຶນ ດ້ານ​ບຸກ​ຄະ​ລາ​ກອນ ແລະ​ເທັກ​ໂນ​ໂລ​ຈີ​ທັນ​ສະ​ໄໝ ຈຶ່ງ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຕ​ຈິງສາ​ມາດ​ດຳ​ເນີນ​ໄປໄດ້ຢ່າງ​ຊັກ​ຊ້າ ແລະ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ອີກ​ດ້ວຍ ຊຶ່ງ​ເຫັນ​ໄດ້​ຈາກ​ໂຄງ​ການ​ພັດ​ທະ​ນາ 6 ​ສ. ​ໃນ​ເຂດ​ນະ​ຄອນ​ຫລວງ​ວຽງ​ຈັນ ​ຄື ສ-ສະ​ຫງົບ ​ສ-ສະ​ອາດ ສ-ສີ​ຂຽວ ​ສ-ສະ​ຫວ່າງ ສ-ສະ​ເໜ່ ​ແລະ ສ​-ສີ​ວິ​ໄລ ນັ້ນຍັງ​ບໍ່​ສາ​ມາ​ດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຈິງ ດັ່ງ​ທີ​ທ່ານ​ວຽງ​ສະ​ຫວັດ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ​ໄດ້ໃຫ້​ການຍອມ​ຮັບ​ວ່າ:

“ການ​ສ້າງ​ເມືອງ​ໃໝ່​ຂະ​ໜາດ​ໃຫຍ່​ເພື່ອ​ໃຫ້​ເປັນ​ເມືອງ​ອັດ​ສະ​ຣິ​ຍະ ໃນ​ປັດ​ຈຸ​ບັນ​ນີ້​ມີ​ຄວາມ​ຫຍຸ້ງ​ຍາກ​ຫລ​າຍ​ເປັນ​ສິ່ງ​ທ້າ​ທາຍ ເພາະ​ວ່າ​ພວກ​ເຮົາ​ມີ​ງົບ​ປະ​ມານ​ຈຳ​ກັດ​ໃນ​ການ​ລົງ​ທຶ​ນ ໂດຍ​ສະ​ເພາະ​ແມ່ນ​ການ​ວາງ​ແຜນ​ການ​ພັດ​ທະ​ນາ ພື້ນ​ຖານ​ໂຄງ​ລ່າງ ແລະ​ຫລຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ​ສັງ​ຄົມ ແລະ​ອີກວັນ​ນຶ່ງ​ແມ່ນ​ບັນ​ຫາ​ທີ່​ໃຫຍ່​ທີ່​ສຸດ ແມ່ນ​ການ​ເວນ​ຄືນ​ທີ່​ດິນ ແລະ​ອັນ​ໄທ​ເຮົາ​ເວົ້າ​ທຸກ​ມື້​ນີ້ ບາງ​ເທື່ອ​ນີ້ ນະ​ຄອນ​ຫລວງວຽງ​ຈັນນີ້ ​ເວົ້າ​ປະ​ຕິ​ບັດ 6 ສ. ກະ​ຍັງ​ບໍ່​ທັນ​ໄດ້ ​ຄິດ​ວ່າ 2 ສ. ສ-​ສະ​ອາດ ສ-ສີ​ຂຽວ​ຫັ້ນ ກະ​ແມ່ນ​ດີ​ແລ້ວ ແຕ່​ວ່າ​ເຮົ​າກະ​ຍັງ​ປະ​ຕິ​ບັດ​ບໍ່​ໄດ້ 6 ສ. ຫັ້ນ​ແຫລະ ​ແມ່ນ​ເມືອງ​ອັດ​ສະ​ຣິ​ຍະ."

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ​ລາວ​ກໍ​ຄາດ​ຫວັງ​ວ່າ​ການ​ຮ່ວ​ມ​ມື​ຢ່າງ​ໃກ້​ຊິດ​ກັບ​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ ແກ່​ລາວ​ຫລ​າຍ​ທີ່​ສຸດ ​ທັງ​ໃນ​ດ້ານ​ເງິນ​ທຶນ ແລະ​ເທັກ​ໂນ​ໂລ​ຈີ ການ​ສື່​ສານ​ທັນ​ສະ​ໄໝ​ນັ້ນ​ຈະ​ເຮັດ​ໃຫ້​ການ​ພັດ​ທະ​ນາແລະ​ການ ​ນຳ​ໃຊ້​ລະ​ບົ​ບ Digital ໃນ​ພາກ​ທຸ​ລະ​ກິດ​ຕ່າງໆ​ໃນ​ລາວ​ມີ​ການ​ຂະ​ຫຍາຍ​ໂຕ​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ເຄື່ອ​ຄ່າຍ​ລະ​ບົບ​ສັນ​ຍານ​ໄຮ້​ສາຍ​ທັງ​ໂຄງ​ຂ່າຍທັງໂທ​ລະ​ສັບ​ມື​ຖື ແລະ​ລະ​ບົບ Internet ມີ​ການ​ຂະ​ຫຍາຍ​ໂຕ​ຢ່າງວ່ອງ​ໄວ ຊຶ່ງ​ເຄືອ​ຄ່າຍ​ໂທ​ລ​ະ​ສັບ​ມື​ຖື​ ກວມ​ໄດ້​ເຖິງ 90 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ ແລະ​ມີ​ປະ​ຊາ​ກອນ​ລາວ 95 ເປີ​ເຊັນ ໄດ້​ນຳ​ໃຊ້​ໂທ​ລະ​ສັບມື​ຖື ສ່ວນ​ການ​ນຳ​ໃຊ້ Internet ນັ້ນ​ຄິດ​ເປັນ 57 ເປີ​ເຊັນ ຂອງ​ປະ​ຊາ​ກອນ.