Lao
This article was added by the user . TheWorldNews is not responsible for the content of the platform.

ອົບ​ພະ​ຍົບ​ຢູ​ເຄ​ຣນ ມີ​ຄວາມ​ຫວັງນ້ອຍ ທີ​ຈະ​ໄດ້​ກັບ​ຄືນ​ບ້ານ​ໃນ​ໄວໆ​​ນີ້

ຊາວຢູເຄຣນທີ່ອົບພະຍົບໄປຢູ່ຫລາຍປະເທດຕ່າງກໍເຝົ້າຕິດຕາມຂ່າວຄາວ ຢ່າງຈົດຈໍ່ຈາກຫລາຍແຫລ່ງຂໍ້ມູນ ແລະບໍ່ມີຫວັງຫຍັງຫລາຍທີ່ຈະໄດ້ກັບໄປບ້ານ ເຖິງແມ່ນວ່າ ຝ່າຍຢູເຄຣນຈະສາມາດຍຶດເອົາດິນແດນຂອງຕົນຄືນ ໄດ້ຫລາຍຂຶ້ນ ຈາກຣັດເຊຍກໍຕາມ. ຍິ່ງມາຮອດວັນຄົບຮອບ 7 ເດືອນ ແຫ່ງການບຸກລຸກ ຂອງຣັດເຊຍ, ພວກເຂົາເຈົ້າ ກໍຍິ່ງຄິດຮອດ ຖິ່ນຖານບ້ານຊ່ອງ ຂອງເຂົາເຈົ້າຫລາຍຂຶ້ນ. ວີໂອເອ ຈະນໍາເອົາການສໍາພາດ ກັບຊາວອົບພະຍົບຢູເຄຣນເຊື້ອ ສາຍລາວທ່ານນຶ່ງ ເພື່ອຖາມເຖິງຄວາມຮູ້ສຶກ ແລະທັດສະນະຂອງທ່ານກ່ຽວກັບ ສົງຄາມນັ້ນ, ຊຶ່ງນັກຂ່າວຂອງພວກເຮົາຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ມາຮອດວັນທີ 24 ກັນຍາຜ່ານມາ ການບຸກລຸກຢູເຄຣນໂດຍຣັດເຊຍ ກໍແກ່ຍາວ ມາໄດ້ 7 ເດືອນພໍດີ ແຕ່ກໍ່ຍັງບໍ່ສາມາດຍຶດຄອງໄດ້ສໍາເລັດ. ແຕ່ກົງກັນຂ້າມ ຣັດເຊຍກໍາລັງເລີ້ມສູນເສຍແດນດິນທີ່ຕົນຍຶດມາໄດ້ນັ້ນຫລາຍຂຶ້ນ. ປະທານາທິບໍດີ ຢູເຄຣນ, ທ່ານໂວ ໂລດິເມຍ ເຊເລນສ໌ກີ ເມື່ອມໍ່ໆມານີ້ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເອົາດິນແດນຂອງປະເທດທ່ານທີ່ຖືກຍຶດຄອງໂດຍຣັດເຊຍນັ້ນກັບຄືນໃຫ້ໝົດ ລວມທັງແຫລມ ໄຄຣເມຍ ທີ່ຣັດເຊຍເອົາໄປເພີ້ມເຂົ້າໃສ່ເປັນດິນແດນຂອງຕົນ ໃນປີ 2014 ນັ້ນອີກດ້ວຍ. ແຕ່ຢ່າງໃດກໍຕາມ ທ່ານແສງພອນ (ນາມແຝງ) ຄົນລາວທີ່ຕັ້ງຖິ່ນຖານ ໃນຢູເຄຣນຫລັງຈາກໄປສຶກສາທີ່ອະດີດສະຫະພາບ ໂຊຫວຽດຊຶ່ງຂະນະນີ້ ກໍາລັງມາຢ້ຽມຢາມ ແລະ ພັກຢູ່ກັບພໍ່ແມ່ຢູ່ໃນພາກໃຕ້ ຂອງລາວນັ້ນ ກໍໄດ້ແຕ່ຄອງຄອຍວ່າ ມືໃດຈະໄດ້ພາຄອບຄົວກັບຄືນເມືອຫາບ້ານຂອງຕົນໃນເຂດເມືອງຄາກິບ, ພາກຕາເວັນອອກຂອງປະເທດ ທີ່ຝ່າຍຢູເຄຣນຫາກໍ່ຍຶດດິນແດນທັງໝົດຄືນມາໄດ້ເມື່ອມໍ່ໆມານີ້.

ທັງນີ້ ກໍເພາະວ່າຣັດເຊຍກໍາລັງພະຍາຍາມຫາທຸກວິທີເພື່ອຈະຍຶດເອົາດິນແດນ ທີ່ເຄີຍຍຶດໄດ້ຈາກຢູເຄຣນນັ້ນ ໃຫ້ມາຢູ່ພາຍໃຕ້ການຍຶດຄອງຂອງຕົນອີກ ດັ່ງທີ່ ທ້າວແສງພອນ(ນາມແຝງ) ຜູ້ຕິດຕາມຂ່າວຈາກຫລາຍແຫລ່ງ ໂດຍສະເພາະ ແມ່ນຂ່າວຈາກອົງການ ສື່ສານຂອງປະເທດຢູເຄຣນ ເວົ້າສູ່ວີໂອເອຟັງວ່າ:

ໂອ້ຍດຽວນີ້ຣັດເຊຍມັນກຽມທະຫານມາປ້ອງກັນຕໍ່ສູ້ເອົາຄືນຫັ້ນນະ. ມື້ນີ້ເຮົາເຫັນເບິ່ງຂ່າວພວກສະຫະປະຊາ
ຊາດ ໄບເດັນ ມັນກະໄປເວົ້າຢູ່ໃນນັ້ນມັນກະເວົ້າໝົດ ກ່ຽວກັບຣັດເຊຍນີ້ແຫລະ ເອີປີນີ້ໝົດປີ ບໍ່ມີແວວດອກ ປີໜ້າກະເບິ່ງໄປອີກ ຈັກຊິຮອດທ້າຍປີ ຫລືວ່າຮອດກາງປີ ດຽວນີ້ ຣັດເຊຍມັນອ້າງແຕ່ວ່າມີລະເບີດນີວເຄຣຍ ຄວາມໝາຍຂອງມັນຫັ້ນ ດຽວນີ້ມັນທ້ອນໂຮມເອົາທະຫານ ກຽມເກນພົນທະຫານເອົາຄົນຫັ້ນເດ່ ເອົາຄົນຜູ້ສອກ ຜູ້ຊາຍເພາະວ່າທະຫານມັນບໍ່ພຽງພໍເດ ອາວຸດມັນກະບໍ່ພຽງພໍ ຈັ່ງວ່າມັນຖອຍ ຢູເຄຣນມັນສູ້ໄປເລີຍໆ ຍຶດເອົາຄືນບັກຫລາຍໆເຕີບແລ້ວ”.

ສະນັ້ນ ມັນເຮັດໃຫ້ຊາວອົບພະຍົບຢູເຄຣນຢູ່ຕ່າງປະເທດຕ້ອງໄດ້ຄອງຄອຍອີກ ຕໍ່ໄປດົນກວ່າຈະໄດ້ກັບຄືນບ້ານເກີດເມືອງນອນຂອງຕົນເອງ ດັ່ງທີ່ທ່ານແສງພອນເລົ່າຕໍ່ໄປອີກວ່າ:

“ລໍຖ້າເລື້ອງຣັດເຊຍມັນທີ່ວ່າຫລົ້ມຈົມຫັ້ນນະ”.

ທ່ານບອກອີກວ່າການດໍາລົງຊີວິດຢູ່ກັບການລໍຄອຍໂດຍບໍ່ສາມາດທໍາມາຫາກິນ ແລະຢູ່ໄປວັນໆແບບນີ້ມັນທໍລະມານຫລາຍ. ສະນັ້ນ ສໍາລັບອົບພະຍົບ ຄືທ່ານ ແລ້ວ 7 ເດືອນກໍປຽບເໝືອນ 7 ປີ. ສ່ວນພັນລະຍາ, ລູກຊາຍອາຍຸ 18 ປີ ພ້ອມກັບແມ່ເຖົ້າກໍທີ່ລໍຖ້າຢູ່ເຢຍຣະມັນຢູ່ ໂດຍບໍ່ຮູ້ວ່າເມື່ອໃດຈະໄດ້ກັບຄືນໄປບ້ານເກີດ ເມືອງນອນຂອງເຂົາເຈົ້າ.

ເມື່ອຖາມເຖິງການທີ່ຈະໃຫ້ພັນລະຍາ ແລະລູກຂອງຜູ້ກ່ຽວຕິດຕາມມາຫາຢູ່ປະເທດລາວນັ້ນ ທ່ານບອກວ່າ ມັນກະເປັນເລື້ອງຍາກເຊັ່ນກັນ ເພາະວ່າສະພາບເສດຖະກິດຢູ່ໃນລາວກໍຝືດເຄືອງ ແລະຂະບວນການເດີນທາງໄກ ຜ່ານຫລາຍປະເທດກໍມີຄວາມຫຍຸ້ງຍາກລໍາບາກລວມທັງການທີ່ວ່າ ເມື່ອມາຮອດລາວແລ້ວຈະໃຫ້ພວກເຂົາເຈົ້າທໍາມາຫາກິນແບບໃດເພື່ອຈະລ້ຽງຊີບຕົນເອງໄດ້. ນອກຈາກນັ້ນ ກໍຍັງມີ ອຸປະສັກດ້ານພາສາອີກ ເພາະເຂົາເຈົ້າເວົ້າໄດ້ແຕ່ພາສາຢູເຄຣນ ແລະຣັດເຊຍ ເທົ່ານັ້ນ.

ມາຮອດປະຈຸບັນມີຊາວອົບພະຍົບຈາກຢູເຄຣນຫລາຍກວ່າ 13 ລ້ານຄົນຫລົບໜີ ຈາກສົງຄາມໃນຢູເຄຣນ ຊຶ່ງເປັນຈໍານວນອົບພະຍົບສູງກວ່າຈາກເຂດໃດໝົດໃນໂລກ, ອີງຕາມ ສະຖິຕິຂອງອົງການຂ້າຫລວງໃຫຍ່ສະຫະປະຊາຊາດ. ແຕ່ກໍມີ ພວກທີ່ຂ້າມກັບຄືນ ໄປປະເທດ 6 ລ້ານກວ່າຄົນໂດຍສະເພາະແມ່ນພວກທີ່ຢູ່ ປະເທດໃກ້ຊາຍແດນກັບຢູເຄຣນ ເຊັ່ນໂປແລນນັ້ນ. ສ່ວນອີກ 7 ລ້ານກວ່າຄົນ ແມ່ນຄົນຍັງຄ້າງຢູ່ຕ່າງປະເທດຕ່າງໂດຍສະເພາະແມ່ນໃນບັນດາປະເທດຢູໂຣບ.

ສະຫລຸບແລ້ວ ຄວາມຄອງຄອຍຂອງຊາວອົບພະຍົບທີ່ຫລົບໜີຈາກສົງຄາມ ໃນຢູເຄຣນໄດ້ແກ່ຍາວມາຄົບຮອບ 7 ເດືອນພໍດີ ແຕ່ຄວາມຫວັງຂອງເຂົາເຈົ້າ ຈະໄດ້ກັບໄປຫາບ້ານເກີດເມືອງນອນ ແລະຄອບຄົວຂອງເຂົາເຈົ້າກໍມີໜ້ອຍ ຫລາຍ. ສະພາບການນີ້ເຮັດໃຫ້ພວກເຂົາເຈົ້າກັງວົນ ແລະທໍລະມານໃຈຫລາຍ.