Lao
This article was added by the user . TheWorldNews is not responsible for the content of the platform.

ນັກທຸລະກິດໄທຄາດວ່າ ສະກຸນເງິນຢວນຂອງຈີນ ຈະມີອິດທິພົນຕໍ່ເສດຖະກິດໃນລາວ ທຽບເທົ່າກັບເງິນບາດຂອງໄທ ພາຍໃນ 5 ປີ ຕໍ່ໜ້າ

ນັກ​ທຸ​ລະ​ກິດ​ໄທ​ຄາດ​ວ່າ ສະ​ກຸນ​ເງິນຢວນ​ຂອງ​ຈີນ ຈະ​ມີ​ອິດ​ທິ​ພົນ​ຕໍ່​ເສດ​ຖະ​ກິດ​ໃນ​ລາວ ທຽບ​ເທົ່າ​ກັບ​ເງິນ​ບາດ​ຂອງ​ໄທ ພາຍ​ໃນ 5 ປີ​ ຕໍ່​ໜ້າ ​ຊຶ່ງ​ເປັນ​ຜົນ​ຈາກ​ການ​ລົງ​ທຶນ​ຂອງ​ຈີນ​ໃນ​ລາວ ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ ​ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

​ນັກ​ທຸ​ລະ​ກິດ​ໄທ​ໃນ​ລາວ​ໃຫ້​ທັດ​ສະ​ນະ​ວ່າ ສະ​ກຸນ​ເງິນຢວນ​ຂອງ​ຈີນ​ໄດ້​ເລີ້​ມ​ມີ​ອິດ​ທິ​ພົນ​ຕໍ່​ເສດ​ຖະ​ກິດ​ການ​ຄ້າ ແລະ​ການ​ລົງ​ທຶນ​ໃນ​ລາວ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ເປັນ​ຜົນ​ຈາກ​ການ​ຄ້າລະ​ຫວ່າງ​ລາວ​ກັບ​ຈີນ​ທີ່​ເພີ້ມ​ຂຶ້ນ ແລະ​ການ​ລົງ​ທຶນ​ຂອງ​ຈີນ​ໃນ​ລາວ​ກໍ​ເພີ້ມ​ຂຶ້ນ​ນັບ​ມື້​ດ້ວຍ​ເຊັ່ນ​ກັນ ທັງນີ້ເຫັນ​ໄດ້​ຈາກໃນ​ຊ່ວງ​ປີ 1988 ຫາ 2022 ລັດ​ຖະ​ບານ​ລາວ​ໄດ້​ອະ​ນຸ​ມັດ​ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຈີນໃນ​ລາວ​ຈຳ​ນວນ​ເຖິງ 933 ໂຄງ​ການທີ່​ມີ​ມູ​ນ​ຄ່າການ​ລົງ​ທຶນ​ລວມກວ່າ 18,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ຈັດ​ເປັນ​ກຸ່ມ​ລົງ​ທຶນ​ອັນ​ດັບ​ 1 ໃນ​ລາວ​ຕໍ່​ໄປ​ ພ້ອມທັງ​ຍັງ​ເປັນ​ການ​ລົ​ງ​ທຶນ​ທີ່ກວມ​ເອົາ​ໃນທຸກ​ດ້ານ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່​ນ​ພາກ​ພະ​ລັງ​ງານ ການ​ຂຸດ​ຄົ້ນ​ແຮ່ທາດ ການ​ຜະ​ລິດ​ກະ​ສິ​ກຳ​ການ​ຄ້າແລະ​ບໍ​ລິ​ການ​ຄົບ​ວົງ​ຈອນ​ນັ້ນ​ ກໍ​ຍັງ​ເຮັດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ຈີນ ​ທີ່ເຂົ້າ​ມາ​ລົງ​ທຶນ​ ແລະ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ລາວ​ນັ້ນ ​ສາ​ມາດ​ກຳ​ນົດ​ລາ​ຄາ​ສິນ​ຄ້າ ແລະ​ບໍ​ລິ​ການ​ຕ່າງໆ​ເປັນສ​ະກຸນເງິນຢວນ​ໄດ້​ອີກ​ດ້ວຍ ຊຶ່ງ​ຖ້າ​ຫາກວ່າ​ສະ​ພາບ​ການ​ຍັງ​ດຳ​ເນີນ​ໄປ​ແນວ​ນີ້ ກໍ​ເຊື່ອ​ວ່າ​ເງິນຢວນ​ຈະ​ມີ​ອິດ​ທິ​ພົນ​ຕໍ່​ເສດ​ຖະ​ກິດ​ໃນ​ລາວ ທຽບ​ເທົ່າ​ກັບ​ເງິນ​ບາດ​ຂອງ​ໄທ​ພາຍ 5 ​ປີ ຫລື​ໄວ​ກວ່າ​ນັ້ນ ​ກໍ​ເປັນໄດ້ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ໄທໃຫ້​ການອະ​ທິ​ບາຍ​ວ່າ:

​ສັດ​ສ່ວນ​ຂອງ​ຜູ້​ປະ​ກອບ​ການ​ຈີນ ທີ່​ໄປ​ໃຊ້​ຊີ​ວິດ​ຢູ່​ໃນ​ລ​າວມີ​ສັດ​ສ່ວນຂ້ອນ​ຂ້າງ ສູງ ຈາກ​ແຫລ່ງ​ຂ່າວ​ພາຍ​ໃນບອກວ່າ​ ຕອນ​ນີ້​ຄົນ​ຈີນ​ໃຊ້​ຊີ​ວິດ​ຢູ່​ໃນ​ປະ​ເທດລ​າວ ເທົ່າໆ​ກັບຈຳ​ນວນ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຊາວ​ລາວ​ນັ້ນ​ລະ ແນ່ນອນ​ ຄົນ​ເຫລົ່າ​ນີ້​ນະ ກໍ​ແນ່ນອນ​ເຂົາ​ມາ​ຈາກ​ຈີນ ເຂົາ​ກໍ​ຈະ​ມີ​ຊ່ອງ​ທາງ ແລະ​ຖ້າ​ເຂົາ​ສາ​ມາດ​ທີ່​ຈະເລີ້ມໃຊ້​ເງິນຢວນ​ໄດ້ ເຊື່ອ​ວ່າ​ມັນ​ຈະ​ສະ​ດວກ​ກັບເຂົາ ແລະ​ສຳ​ລັບ​ຄົນ​ລາວ​ເອງ ແນ່ນອນ​ເຂົາ​ຢາກ​ເບິ່ງ​ຫາ​ເງິນ​ທີ່​ມີ​ສະ​ຖຽນ​ລະພາບ​ສູງກວ່າ ຂ້າ​ພະ​ເຈົ້າ​ວ່າເງິນຢວນ​ຈະ​ມີ​ບົດ​ບາດ​ເພີ້ມ​ຂຶ້ນ​ຫລາຍ​ໃນ​ປະ​ເທ​ດ​ລາວ.”

ທັງ​ນີ້​ໂດຍ​ທາງ​ລົດ​ໄຟ​ລາວ​-ຈີນ​ໃນ​ລາວ ກໍ​ນັບ​ເປັນ​ພາກ​ສ່ວນ​ນຶ່ງ ​ທີ່​ເຮັດ​ໃຫ້​ເງິນ ຢວນ​ມີ​ອິດ​ທິ​ພົນ​ເພີ້ມ​ຂຶ້ນໃນ​ລ​າວ ເພາະ​ພາຍ​ໃຕ້​ແຜນ​ການ​ນຶ່ງ​ແລວ ນຶ່ງເສັ້ນ​ທາງ​ຂອງ​ຈີນ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ລັດ​ຖະ​ບານ​ຈີນ ແລະ​ລາວ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວ​ມ​ທຶນ​ລົດ​ໄຟ​ລາວ-​ຈີນ ຂຶ້ນ​ມາ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ຫານ​ງານ​ໃນ​ໂຄງ​ການ​ທັງ​ໝົດ ໂດ​ຍ​ຝ່າຍ​ລາວ ແລະ​ຈີນ​ຮ່​ວ​ມ​ທຶນ​ໃນ​ສັດ​ສ່ວນ 30 ເປີ​ເຊັນ ​ຕໍ່ 70 ເປີ​ເຊັນ ຂອງ​ມູນ​ຄ່າ​ລົງ​ທຶນ​ລວມ​ເຖິງ 37,450 ລ້ານຢວນ ໃນ​ນີ້​ແບ່ງ​ເປັນທຶນ​ເລີ້ມ​ຕົ້ນ 40 ​ເປີ​ເຊັນ ທີ່​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວ-​ຈີນ ຮັບ​ຜິ​ດຊອບຮ່​ວມ​ກັນ ສ່ວນ​ອີກ 60 ເປີ ​ເຊັນ​ ນັ້ນຮັບ​ຜິດ​ຊອບໂດຍ​ບໍ​ລິ​ສັດ​ຮ່ວມ​ທຶ​ນ​ທາງ​ລົດ​ໄຟ​ລາວ​-ຈີນ. ​

ພາຍ​ໃຕ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ລັດ​ວິ​ສາ​ຫະ​ກິດລົດໄຟ​ຟ້າ​ລາວ ຈຶ່ງ​ໄດ້​ກູ້​ຢືມ​ຈາກ​ທະ​ນາ​ຄານ​ຈີນ​ເພື່ອ​ປະ​ກອບ​ສ່ວນທຶນ​ເລີ້ມ​ຕົ້ນ​ໃນ​ມູນ​ຄ່າ 4,494 ລ້ານຢວນ ກັບ​ຝ່າຍ​ຈີນ​ປະ​ກອບ​ສ່ວນ 10,486 ລ້ານຢວນ ສ່ວນ​ບໍ​ລິ​ສັດ​ຮ່ວມທຶນ​ທາງ​ລົດ​ໄຟ​ລາວ​ຈີນນັ້ນ​ຮັບ​ຜິດ​ຊອບ​ທຶນ​ໃນ​ມູນ​ຄ່າ 22,470 ລ້ານຢວນ ໂດຍ​ທັງ​ໝົດ​ເປັນ​ການ​ກູ້​ຢືມ​ຈາກ​ທະ​ນາ​ຄານ​ການ​ຄ້າ​ຂອງ​ລັດ​ຖະ​ບານຈີນ ຈຶ່ງ​ບໍ່​ພຽງ​ເຮັດ​ໃຫ້​ກຸ່ມ​ທຶນ​ຈີນ​ເປັນ​ຝ່າ​ຍ​ທີ່​ຄວບ​ຄຸມ​ທຸກ​ກິດ​ຈະ​ການ​ລົດ​ໄຟ​ລາວ​ຈີນ​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ເຖິງ​ສິດ​ໃນ​ການ​ກຳ​ໜົດ​ອັດ​ຕາ​ລາ​ຄ່າໂດຍ​ສານ​ລົດ​ໄຟ ທີ່​ອີງ​ຕາມ​ຄ່າ​ເງິນຢວນ​ອີກ​ດ້ວຍ ດັ່ງ​ທີ​ທ່ານ​ວຽງ​ສະ​ຫວັດ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ​ຍອມ​ຮັບ​ວ່າ:

“ໃນ​ການ​ຕົກ​ລົງ​ຂອງ​ກົມ​ທາງ​ລົດ​ໄຟ ອະ​ນຸ​ມັດ​ໃນ​ເບື້ອງ​ຕົ້ນ​ອັດ​ຕາ​ແລກ​ປ່ຽນ 1,910 ກີບ​ຕໍ່​ຢວນ ຫລື​ຕ່ຳ​ກວ່າ 1.690 ​ກີບ​ຕໍ່ 1 ຢວນ ແມ່​ນ​ສາ​ມາດ​ປັບ​ຂຶ້ນ​ປັບ​ລົງ ໄດ້​ໃນ​ອັດ​ຕາ​ບໍ່​ເກີນ 20 ເປີ​ເຊັນ ແຕ່​ວ່າ​ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ຫັ້ນ​ກໍ​ຍ້ອນ​ວ່າ​ຄ່າ​ເງິນ​ກີບ​ມັນ​ຕົກ ຜູ້​ລົງ​ທຶນນີ້ໝາຍ​ຄວາມວ່າ​ມີ​ພັນ​ທະ​ຕ້ອງ​ໄດ້​ແລກ​ປ່ຽນ​ເອົາ​ເງິນຢວນ​ຫັ້ນ​ໄປ​ໃຊ້​ໜີ້​ຄ່າ​ດອກ​ເບ້ຍ 1,810 ແລະ​ຄ່າ​ຕົ້ນ​ທຶນ ໝາຍ​ຄວາມ​ວ່າ​ເລື້ອງ​ລາ​ຄ່າ​ລົດ​ໄຟ​ນີ້​ແມ່ນ​ເອົາ​ເງິນຢວນ​ເປັນ​ບ່ອນ​ອີງ ແຕ່​ວ່າ​ຂາຍ​ເປັນ​ເງິນ​ກີບ.”

ທະນະບັດ ສະກຸນເງິນກີບຂອງ ສປປ ລາວ.
ທະນະບັດ ສະກຸນເງິນກີບຂອງ ສປປ ລາວ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນເປີດ​ເຜີຍ​ວ່າ​ການ​ດຳ​ເນີນ​ງານ​ໃນ​ໂຄ​ງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ ໃນ​ລາວ​ພາຍ​ໃຕ້​ການ​ບໍ​ລິ​ຫານ​ງານ ​ໂດຍ​ບໍ​ລິ​ສັດຮ່ວມທຶນທາງ​ລົດ​ໄຟ​ລ​າວ​-ຈີນ ທີ່​ເລີ້ມ​ແຕ່ວັນ​ທີ 3 ທັນ​ວາ ປີ 2021 ເປັນ​ຕົ້ນ​ມາ ຊຶ່ງ​ເປັນ​ການ​ເຊື່ອມ​ຕໍ່​ທັງ​ໃນ​ດ້າ​ນການ​ຂົນ​ສົ່ງ​ສິນ​ຄ້າແລະ​ໂດຍ​ສານ​ລະ​ຫວ່າງ​ລາວ​ກັບ​ຈີນ​ເ​ປັນ​ຫລັກ​ນັ້ນ ເຮັດ​ໃຫ້​ຄາດ​ໝາຍ​ໄດ້​ວ່າ ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ​ຈະ​ສ້າງ​ລາຍ​ຮັບ​ທີ່​ສາ​ມາດ​ຄືນ​ທຶນ​ການ​ກໍ່​ສ້າງ​ໄດ້​ໄວ​ທີ່​ສຸດ​ໃນ 23 ປີກໍ​ຄື​ໃນ​ປີ 2045 ປີ​ຂ້າງ​ໜ້າ ແຕ່​ຖ້າ​ຫາກວ່າ​ທາງ​ລົດ​ໄຟ​ລາວ​-ຈີນ ໄດ້​ມີ​ການ​ເຊື່ອມ​ຕໍ່ທາງ​ລົ​ດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທ​ດ້ວຍ​ນັ້ນ ຈະ​ເຮັດ​ໃຫ້​ສາ​ມາດ​ຄືນ​ທຶນ​ໄດ້​ໄວ​ຂຶ້ນ​ພາຍ​ໃນ 15 ປີ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ ​ລະ​ຫວ່າງ​ລາ​ວ​-ຈີນ ແລະ​ໄທ​ແລ້ວນັ້ນ​.