Lao
This article was added by the user . TheWorldNews is not responsible for the content of the platform.

ນັກທຸລະກິດ ອາເມຣິກັນ ເຊື້ອສາຍລາວ ກັບຄືນໄປຢ້ຽມຢາມລາວ ອີກຄັ້ງນຶ່ງ ຫຼັງຈາກ 10 ກວ່າປີ ເຫັນຄວາມແຕກຕ່າງຫຼາຍຢ່າງ

ທ່ານນາຣາ ສີຫາວົງ ເປັນນັກທຸລະກິດ ລາວ-ອາເມຣິກັນ ອາໄສຢູ່ໃນລັດຮາວາຍ ຂອງສະຫະລັດ ໃນປີ 2011 ທ່ານໄດ້ເດີນທາງໄປລາວ ເພື່ອຢ້ຽມຢາມຄອບຄົວ ແລະສຶກສາຄົ້ນຄົ້ວເບິ່ງທຸລະກິດໃນດ້ານໂທລະຄົມ ແລ້ວກໍໄດ້ເຮັດທຸລະກິດກັບບໍລິສັດໂທລະຄົມຂອງລາວ ແລະຕະຫຼອດໄລຍະປີ 2011 ຫາ 2012 ທ່ານກໍໄດ້ເດີນທາງກັບໄປກັບມາຢູ່ເລື້ອຍໆ ແລະໃນທີ່ສຸດ ກໍໄດ້ກັບຄືນມາລັດຮາວາຍ ເພື່ອສ້າງຕັ້ງສະຖານທີ່ພັກຜ່ອນແລະທັດສະນະສຶກສາ ໃນເກາະຮາວາຍ ທີ່ບໍ່ຫວັງຜົນກຳໄລ ຈົນສຳເລັດ. ໃນຕົ້ນເດືອນພະຈິກ ປີນີ້ ທ່ານໄດ້ເດີນທາງກັບຄືນໄປຢ້ຽມຢາມລາວ ອີກຄັ້ງນຶ່ງ ຊຶ່ງໃນຄັ້ງນີ້ ທ່ານໄດ້ມີໂອກາດເດີນທາງໄປທ່ຽວຊົມເມືອງໃຫຍ່ຕ່າງໆຢູ່ພາກເໜືອແລະໃຕ້ ດັ່ງທີ່ທ່ານໄດ້ກ່າວໃຫ້ວີໂອເອ ຟັງເປັນພາສາອັງກິດ ວ່າ: ສຽງທ່ານນາຣາ

ສູນການຄ້າ ວຽງຈັນ ເຊັນເຕີ ໃນນະຄອນວຽງຈັນ ສປປ ລາວ
ສູນການຄ້າ ວຽງຈັນ ເຊັນເຕີ ໃນນະຄອນວຽງຈັນ ສປປ ລາວ

ທ່ານນາຣາເວົ້າວ່າ “ຫຼັງຈາກ 11 ປີກວ່າ ກໍໄດ້ສັງເກດເຫັນຄວາມແຕກຕ່າງຢູ່ໃນວຽງຈັນຫຼາຍ ຂ້າພະເຈົ້າມີໂອກາດໄດ້ເດີນທາງໄປເມືອງປາກເຊ ແລະປາກຊ່ອງ ແລ້ວຍັງໄດ້ຂີ່ລົດໄຟໃໝ່ ຈາກສະຖານີວຽງຈັນ ຂຶ້ນໄປສະຖານີຫຼວງພະບາງ ສຳລັບວຽງຈັນແລ້ວ ຂ້າພະເຈົ້າເວົ້າໄດ້ວ່າ ສິ່ງທີ່ສັງເກດເຫັນວ່າມີການປ່ຽນແປງກໍແມ່ນວ່າ ມີລົດຕິດຫຼາຍຂຶ້ນ ສ່ວນຫຼາຍແທ້ຈິງ ອາດເປັນຍ້ອນຮູບແບບຂອງຍານພາຫະນະທີ່ມີຄວາມນິຍົມຫຼາຍ ຊຶ່ງຄົນສ່ວນຫຼາຍສາມາດຊື້ໄດ້ ກໍແມ່ນລົດຈັກ ແລະຂ້າພະເຈົ້າຄວນເວົ້າກໍແມ່ນລົດຍົນຫຼາຍ ຢູ່ຕາມຖະໜົນ ແລະມີຕຶກໃຫຍ່ຫຼາຍ ລວມທັງໄຟຈະລາຈອນໃໝ່ ພ້ອມດ້ວຍໂຄງການກໍ່ສ້າງໃຫຍ່ ທັງຕຶກອາຄານ ອາພາດເມັນ ແລະຍັງມີຮ້ານຄ້າໃໝ່ ຍົກຕົວຢ່າງ ວຽງຈັນເຊັນເຕີ ແລະພາກສັນ ພ້ອມທັງ ອາຍເຕັກນຳດ້ວຍ ທີ່ໄດ້ສ້າງຂຶ້ນຕື່ມ ທີ່ຂ້າພະເຈົ້າບໍ່ໄດ້ເຫັນເມື່ອຕອນຢູ່ລາວ ເທື່ອສຸດທ້າຍ ແລະໂດຍສະເພາະຢູ່ເລາະຕາມແຄມນ້ຳຂອງ ບ່ອນທີ່ໂຮງແຮມລ້ານຊ້າງເກົ່າທີ່ເຄີຍຕັ້ງຢູ່ນັ້ນ ດຽວນີ້ບໍ່ມີແລ້ວ ອາດເປັນຍ້ອນວ່າ ມັນໄດ້ຖືກມ້າງລົງ ແລ້ວມີໂຄງການກໍ່ສ້າງໃໝ່ຂຶ້ນແທນ ແຕ່ຢູ່ເລາະຕາມແຄມຂອງມີສະຖານທີ່ຍ່າງຫຼິ້ນທີ່ຄົນມັກໄປ ອັນນັ້ນເປັນຄວາມແຕກຕ່າງອີກຢ່າງນຶ່ງ.”

ທ່ານນາຣາ ກ່າວວ່າ ການເດີນທາງກັບໄປລາວ ໃນຄັ້ງນີ້ ກໍເພື່ອສຶກສາຄົ້ນຄວ້າເບິ່ງໂຄງການທຸລະກິດ ທີ່ໃຫຍ່ກວ່າເກົ່າ ຢູ່ໃນລາວ.