Lao
This article was added by the user . TheWorldNews is not responsible for the content of the platform.

ນັກການເມືອງ ໄທ ກ່າວວ່າ ນັກທຸລະກິດ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ ມີສ່ວນພົວພັນກັບແກັ່ງອາຊະຍາກຳຂ້າມຊາດ

ນັກການເມືອງ ໄທ ກ່າວວ່ານັກທຸລະກິດ ຈີນ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ ມີສ່ວນພົວພັນກັບແກັ່ງອາຊະຍາກຳຂ້າມຊາດ ໂດຍສະເພາະແມ່ນການຄ້າຢາເສບຕິດນັ້ນ.

ທ່ານ ຊູວິດ ກະມົນວິສິດ ນັກທຸລະກິດດ້ານສະຖານບັນເທີງ ແລະ ອະດີດວຸດທິສະມາຊິກ ໄທ ຖະແຫຼງວ່າການທີ່ມີກາຊີໂນ ຄິງ ໂຣມັນ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວນັ້ນ ນອກຈາກຈະເປັນບ່ອນຮອງຮັບນັກຫຼິ້ນການພະນັນຈາກຈີນແລ້ວ ກໍຍັງເປັນບ່ອນຮອງຮັບຢາບ້າ ແລະ ຢາໄອຊ໌ ທີ່ລັກລອບຂົນມາກັບເຮືອສິນຄ້າໃນແມ່ນໍ້າຂອງອີກດ້ວຍ ໂດຍຢາເສບຕິດດັ່ງກ່າວກໍຈະຖືກຂົນຖ່າຍລົງຈາກເຮືອ ແລະ ເອົາເກັບໄວ້ທີ່ກາຊີໂນ ຄິງ ໂຣມັນ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊຶ່ງກຸ່ມຜູ້ລົງທຶນກໍຄື ທ່ານ ຈ້າວ ເຫວີຍ ນັກທຸລະກິດຊາວ ຈີນ ນັ້ນເອງ ດ້ວຍເຫດນີ້ຈຶ່ງຖືວ່າທ່ານ ຈ້າວ ເຫວີຍ ແລະ ພວກນັ້ນມີສ່ວນພົວພັນກັບການຄ້າຢາເສບຕິດໂດຍກົງ ທັງຍັງມີການພົວພັນກັບແກັ່ງອາຊະຍາກອນ ຈີນ ຂ້າມຊາດອີກດ້ວຍ ດັ່ງທີ່ທ່ານ ຊູວິດ ໄດ້ໃຫ້ການຢືນຢັນວ່າ

“ທ້າວ ເຈົ້າ ເຫວີຍ ນີ້ເປັນຜູ້ບໍລິຫານສູງສຸດ ມີທ້າວ ອຳບາສ ອີບີຣາຮິມ, ທ້າວ ນັດ, ນາງ ຊູ ເປັນເມຍ ທັງໝົດນີ້ກໍຄືເປັນອົງກອນອາຊະຍາກຳຂ້າມຊາດ ຊຶ່ງອາໄສຢາເສບຕິດທີ່ເອົາມາຂົນ-ຖ່າຍໄວ້ທີ່ ຄິງ ໂຣມັນ ສຳເລັດແລ້ວກໍເອົາເຮືອນີ້ເຂົ້າມາທີ່ ຊຽງແສນ ຊຶ່ງລົງໝາກໄມ້ຈາກຈີນ ເພາະສະນັ້ນ ເຈົ້າ ເຫວີຍ ກໍໄດ້ສອງຕໍ່ ຢາເສບຕິດທີ່ ຄິງ ໂຣມັນ ສ່ວນໝາກໄມ້ກໍລົງທີ່ໄທ, ໄທ ພໍມາກວດກໍບໍ່ມີຢາເສບຕິດ ເພາະຢາເສບຕິດມັນລົງໄປກ່ອນແລ້ວທີ່ ຄິງ ໂຣມັນ ບໍ່ແກ້ວ.”

ແຕ່ຢ່າງໃດກໍ່ຕາມ ທ່ານ ຈ້າວ ເຫວີຍ ກໍໄດ້ຖະແຫຼງຕອບໂຕ້ການກ່າວຫາຂອງທ່ານ ຊູວິດ ໃນຄັ້ງນີ້ວ່າບໍ່ມີມູນຄວາມຈິງ ເພາະວ່າຕົວທ່ານເອງບໍ່ເຄີຍພົວພັນກັບການຄ້າຢາເສບຕິດ ແຕ່ວ່າໄດ້ດຳເນີນທຸລະກິດໃນເຂດເສດຖະກິດພິ ເສດສາມຫຼ່ຽມຄຳພາຍໃຕ້ລະບຽບກົດໝາຍໃນລາວຢ່າງຄົບຖ້ວນ ດັ່ງນັ້ນຈຶ່ງບໍ່ມີສ່ວນກ່ຽວຂ້ອງກັບແກັ່ງອາຊະຍາ ກຳຂ້າມຊາດແຕ່ຢ່າງໃດ ຫາກແຕ່ສະມາຊິກສະພາແຫ່ງຊາດລາວກໍໄດ້ຕັ້ງຂໍ້ສົງໄສວ່າ ການປາບປາມ ແລະ ການບັງຄັບໃຊ້ກົດໝາຍຕໍ່ຜູ້ກະທຳຜິດໃນລາວຍັງມີການຈັດຕັ້ງປະຕິບັດທີ່ບໍ່ເຂັ້ມງວດ ແລະ ມີປະສິດທິພາບຕໍ່າຫຼາຍ ທັງຍັງປາກົດວ່າມີການໃຊ້ອິດທິພົນເຂົ້າແຊກແຊງຂະບວນການພິຈາລະນາຄະດິີຂອງສານຍຸຕິທຳອິກດ້ວຍ ດັ່ງທີ່ສະ ມາຊິກສະພາແຫ່ງຊາດລາວໃຫ້ການຢືນຢັນວ່າ

“ຄວາມຍາກລຳບາກໃນຂະບວນການຍຸຕິທຳຂອງສັງຄົມລາວ ປັດຈຸບັນນີ້ມີຢູ່ສາມບັນຫາໃຫຍ່, ບັນຫາໃຫຍ່ທີນຶ່ງນີ້ແມ່ນມັນມີບັນຫາບ່ອນວ່າມັນມີໜໍ່ແໜງຂອງອິດທິພົນນອກກົດໝາຍທີ່ແຊກແຊງຂະບວນການຍຸຕິທຳຢູ່, ອັນທີສອງແມ່ນຜູ້ພິພາກສານີ້ຈຳນວນນຶ່ງກະຍັງບໍ່ທັນພ້ອມທາງດ້ານລະດັບຄວາມຮູ້ ຄວາມສາມາດວິຊາການ, ຈັນຍາບັນ, ເຂົາເອີ້ນວ່າມັນບໍ່ທັນເປັນອາຊີບຢ່າງແທ້ຈິງ, ອັນທີສາມແມ່ນເອີ້ນວ່າຂອດປະສານສົມທົບຢູ່ໃນຂະບວນການສືບສວນສອບສວນ ມັງຍັງບໍ່ທັນເຂັ້ມແຂງ ພວກເຮົາມີບົດບັນທຶກ ມີແນວທາງ ມີນະໂຍບາຍ ມີແບບແຜນເຮັດວຽກ ແຕ່ພຶດຕິກຳມັນຍັງເຮັດບໍ່ທັນໄດ້.”

ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໃນແຂວງບໍ່ແກ້ວຢືນຢັນວ່າ ຕຳຫຼວດລາວໄດ້ຈັບອາຊະຍາກອນ ຈີນ ທີ່ກະທຳຜິດໃນລາວ ແລະ ໄດ້ສົ່ງຕົວໄປໃຫ້ຕຳຫຼວດຈີນກວ່າ 1,600 ຄົນທີ່ສໍ້ໂກງຊາວຈີນ 2,500 ກວ່າກໍລະນີ ຄິດເປັນມູນຄ່າເສຍຫາຍເກີນກວ່າ 2,500 ລ້ານຢວນ ສ່ວນສະຫະພັນແມ່ຍິງລາວກໍຊ່ວຍເຫຼືອແມ່ຍິງລາວທີ່ຕົກເປັນເຫຍື່ອການຄ້າມະນຸດໃນຈີນໄດ້ 270 ກວ່າຄົນໃນຊ່ວງປີ 2020-2022 ທີ່ຜ່ານມາ.

ທາງດ້ານທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍຖະແຫຼງວ່າເນື່ອງໃນໂອ ກາດວັນຊາດລາວທີ 2​ ທັນວາ 2021 ປະທານປະເທດໄດ້ອອກດຳລັດວ່າດ້ວຍການໃຫ້ອະໄພໂທດແກ່ນັກໂທດທີ່ມີເງື່ອນໄຂຄົບຖ້ວນ 1,992 ຄົນໃນນີ້ເປັນຜູ້ຍິງ 280 ຄົນ, ຊາວຕ່າງຊາດ 25 ຄົນ, ນັກໂທດຕະຫຼອດຊີວິດ 49 ຄົນ ແລະ ນັກໂທດປະຫານຊີວິດ 25 ຄົນທີ່ໄດ້ຮັບການຫຼຸດໂທດລົງເປັນໂທດຕະຫຼອດຊີວິດ ຊຶ່ງເຮັດໃຫ້ຄະນະກຳມະ ການອະໄພໂທດລະດັບກະຊວງ ແລະ ແຂວງໃນທົ່ວປະເທດຈັດເກັບຄ່າປັບໄໝ ແລະ ຄ່າເສຍຫາຍທາງແຜ່ງຈາກບັນດານັກໂທດໄດ້ຫຼາຍກວ່າ 4.9 ຕື້ກີບ ແລະ 750,000​ ບາດໂດຍຖືເປັນການອະໄພໂທດໃນໄລຍະຂອງການປ້ອງກັນ ແລະ ຄວບຄຸມການລະບາດໂຄວິດ-19 ສະເພາະໃນປີ 2021.

ທ່ານ ໄຊຊະນະ ຢືນຢັນດ້ວຍວ່າສຳລັບໃນປີ 2022 ໄດ້ສະເໜີໃຫ້ປະທານປະເທດເພື່ອໃຫ້ການອະໄພໂທດແກ່ນັກ ໂທດຈຳນວນທັງໝົດ 1,895 ຄົນ, ໃນນີ້ເປັນນັກໂທດເພດຍິງ 264 ຄົນ, ຊາວຕ່າງຊາດ 23​ຄົນ, ນັກໂທດຕະຫຼອດຊີວິດ 40 ຄົນ, ນັກໂທດປະຫານຊີິວິດ 8 ຄົນ ຊຶ່ງເຮັດໃຫ້ຄະນະກຳມະການອະໄພລະດັບກະຊວງ ແລະ ແຂວງສາ ມາດຈັດເກັບຄ່າປັບໄໝ ແລະ ຄ່າເສຍຫາຍທາງແຜ່ງຈາກບັນດານັກໂທດໄດ້ຫຼາຍກວ່າ 3.7 ຕື້ກີບກັບ 600,000 ກວ່າບາດ ແລະ ກວ່າ 2,500 ໂດລາຕາມລຳດັບ ໂດຍໃນປັດຈຸບັນລາວມີນັກໂທດຫຼາຍກວ່າ 17,000 ຄົນ ໃນນີ້ 90​ເປີເຊັນເປັນນັກໂທດທີ່ກະທຳຜິດກ່ຽວກັບການຄ້າຢາເສບຕິດ.