Lao
This article was added by the user . TheWorldNews is not responsible for the content of the platform.

ນັກເສດຖະສາດໄທ ກ່າວວ່າ ສາເຫດສຳຄັນທີ່ເຮັດໃຫ້ເສດຖະກິດລາວ ຕົກຕ່ຳລົງໃນປັດຈຸບັນ ແມ່ນການສໍ້ລາດບັງຫຼວງ

ນັກເສດຖະສາດໄທ ລະບຸວ່າ ການສໍ້ລາດບັງຫລວງຄືສາເຫດສຳຄັນທີ່ເຮັດໃຫ້ເສດຖະກິດລາວ ຕົກຕ່ຳລົງໃນປັດຈຸບັນ ໂດຍສະເພາະແມ່ນຄວາມບໍ່ໂປ່ງໃສໃນດ້ານງົບປະມານ ລາຍຮັບ-ລາຍຈ່າຍນັ້ນ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ດຣ. ປິຕິ ສຣີແສງນາມ ຜູ້ອຳນວຍການ ສູນເສດຖະກິດລະຫວ່າງປະເທດ ຈຸລາລົງກອນ ມະຫາວິທະຍາໄລແຫ່ງປະເທດໄທ ໄດ້ໃຫ້ທັດສະນະວ່າ ສະພາວະການຕົກຕ່ຳລົງທາງເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ນອກຈາກຈະມີສາເຫດຈາກການເພິ່ງພາແລະຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດເພື່ອທີ່ຈະຕອບສະໜອງການຊົມໃຊ້ພາຍໃນປະເທດໃຫ້ພຽງພໍກັບຄວາມຕ້ອງການແລ້ວ ກໍຍັງມີສາເຫດທີ່ສຳຄັນມາຈາກການສໍ້ຣາດບັງຫລວງທີ່ເກີດຂຶ້ນຢ່າງກວ້າງຂວາງ ທັງໃນວົງການພັກແລະລັດຖະບານລາວດ້ວຍ ໂດຍ​ສະ​ເພາະ​ແມ່ນຄວາມບໍ່​ໂປ່ງ​ໃສ​ໃນ​ດ້ານ​ງົບ​ປະ​ມານລາຍ​ຮັບ ແລະ ລາຍ​ຈ່າຍຂອງ​ລັດ​ຖະ​ບານ​ລາວເມື່ອສົມທົບກັບການນຳເຂົ້າສິນຄ້າທີ່ມີຕົ້ນທຶນການຂົນສົ່ງສູງ ເພາະວ່າລາວ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລດ້ວຍແລ້ວ ກໍຍິ່ງເຮັດໃຫ້ລາວ ມີບັນຫາຂາດແຄນເງິນຕາຕ່າງປະເທດ ແລະອັດຕາເງິນເຟີ້ສູງ ທັງຍັງມີທ່າອ່ຽງທີ່ຈະຮຸນແຮງຂຶ້ນອີກດ້ວຍ ຖ້າຫາກຍັງບໍ່ແກ້ໄຂບັນຫາທຸຈະລິດຢ່າງຈິງຈັງ ດັ່ງທີ່ ດຣ. ປິຕິ ຢືນຢັນວ່າ:

“ນອກຈາກຈະເປັນເລື້ອງຂອງເສດຖະກິດຂະໜາດນ້ອຍແລ້ວ ຍັງເປັນເລື້ອງຂອງ ການທີ່ເຂົາເປັນ ປະ​ເທດບໍ່​ມີ​ທາງ​ອອກ​ສູ່​ທະ​ເລ (Land Locked Country) ເພາະສະນັນ ຕົ້ນທຶນໃນການນຳເຂົ້າ ຕົ້ນທຶນໃນການສົ່ງອອກຂອງເສດຖະກິດຂະໜາດນ້ອຍທີ່ບໍ່ໄດ້ຜະລິດສິນຄ້າໄດ້ເອງທຸກຢ່າງຫັ້ນ ມັນກໍເລີຍເຮັດໃຫ້ເກີດວິກິດການເງິນເຟີ້ ຄວບຄູ່ໄປກັບວິກິດການການຂາດແຄນເງິນຕາຕ່າງປະເທດ ທ່ານພັນຄຳ ວິພາວັນ ກໍຍອມຮັບວ່າ ຕອນນີ້ເສດຖະກິດເພິ່ນມີບັນຫາ ແລະເພິ່ນກໍຍອມຮັບດ້ວຍວ່າ ຮາກເງົ້າຂອງບັນຫາຮາກເງົ້ານຶ່ງທີ່ຈະຕ້ອງເລັ່ງຈັດການເລີຍຫັ້ນ ກໍຄືເລື້ອງການຄໍຣັບສັນ ຊຶ່ງມັນເຮັດໃຫ້ບັນຫາຕ່າງໆຫັ້ນ ຮ້າຍແຮງລົງໄປຍິ່ງຂຶ້ນ.”

ທັງນີ້ ທະນາຄານໂລກ ໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດໃນພາກພື້ນເອເຊຍຕາເວັນອອກແລະປາຊີຟິກຈາກອັດຕາສະເລ່ຍ 5 ເປີເຊັນ ໃນເດືອນເມສາ 2022 ລົງມາເປັນ 3.2 ເປີເຊັນ ໃນເດືອນຕຸລາ 2022 ທີ່ເປັນຜົນກະທົບຈາກລາຄານ້ຳມັນແລະສິນຄ້າທີ່ສູງຂຶ້ນ ທັງຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະອັດຕາແລກປ່ຽນເງິນຕາທີ່ປັ່ນປ່ວນ ໂດຍສະເພາະແມ່ນບັນດາປະເທດທີ່ຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ​ນັ້ນ ຍັງຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດ ແລະຄ່າເງິນຕົກຕ່ຳຢ່າງໜັກອີກດ້ວຍ ແລະພານໃຕ້ສະພາວະການດັ່ງນີ້ ຍ້ອມຈະກະທົບຕໍ່ລະດັບການເຕີບໂຕທາງເສດຖະກິດ (GDP) ຢ່າງຫລີກລ່ຽງບໍ່ໄດ້ດ້ວຍເຊັ່ນກັນ ດັ່ງກໍລະນີຂອງ ສປປ ລາວ ທີ່ຄາດໝາຍວ່າ GDP ໃນຕະຫຼອດປີ 2022 ນີ້ ຈະຂະຫຍາຍຕົວໃນອັດຕາສະເລ່ຍພຽງ 2.5 ເປີເຊັນ ຊຶ່ງຫລຸດລົງຈາກຄາດໝາຍກ່ອນໜ້ານີ້ ທີ່ອັດຕາສະເລ່ຍ 3.8 ເປີເຊັນ ເມື່ອທຽບກັບປີ 2021 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານລາວ ໄດ້ເປີດປະເທດເພື່ອຕ້ອນຮັບນັກທ່ອງ ທ່ຽວຈາກຕ່າງປະເທດຢ່າງກວ້າງຂວາງໃນທົ່ວປະເທດນັບຈາກເດືອນພຶດສະພາ 2022 ເປັນຕົ້ນມານັ້ນ ກໍເຮັດໃຫ້ທຸລະກິດໃນພາກບໍລິການແລະທ່ອງທ່ຽວໃນລາວ ເລີ້ມຟື້ນຕົວ ເພາະມີລາຍຮັບເປັນເງິນຕາຕ່າງປະເທດອີກເທື່ອໃໝ່ ຊຶ່ງເມື່ອສົມທົບ ກັບການທີ່ລາວມີການຜະລິດໄຟຟ້າທີ່ເປັນພະລັງງານສະອາດແລະເປັນທີ່ຕ້ອງການຂອງຕ່າງປະເທດ ໂດຍສະເພາະແມ່ນບັນດາປະເທດທີ່ຕ້ອງການແກ້ໄຂບັນຫາ ສະພາວະໂລກຮ້ອນ ດ້ວຍການຫລຸຜ່ອນການປ່ອຍແກັສຄາຣບອນ ໄດອັອກໄຊດ໌ ນັ້ນ ທີ່ໄດ້ມີການກຳນົດເງື່ອນໄຂການນຳເຂົ້າສິນຄ້າທີ່ຜະລິດດ້ວຍພະລັງງານສະ ອາດ 50 ເປີເຊັນຂຶ້ນໄປ ຈຶ່ງນັບເປັນໂອກາດດີຂອງລາວ ທີ່ຈະດຶງດູດເອົາການ ລົງທຶນຈາກຕ່າງປະເທດ ໄດ້ເພີ້ມຂຶ້ນນັລມື້ ດັ່ງທີ່ທ່ານວິກຣົມ ກຣົມະດິດ ປະທານ ກຸ່ມບໍລິສັດອຳມະຕະ ໃຫ້ການຢືນຢັນວ່າ:

“ປະເທດລາວນີ້ ມີເງື່ອນໄຂທາງທຳມະຊາດ ໂດຍສະເພາະເລື້ອງຂອງເຂື່ອນ ຜະລິດໄຟຟ້າ ເຮົາກໍນຶກບໍ່ເຖິງວ່າ ປັດຈຸບັນນີ້ ມັນມີບັນຫາຂອງໂລກຮ້ອນ ເຮົາຕອນນີ້ກຳລັງພົບເງື່ອນໄຂຂອງໂຮງງານທີ່ເຂົາຈະສົ່ງສິນຄ້າອອກໄປທີ່ຢູໂຣບ ຈະຕ້ອງມີການໃຊ້ພະລັງງານທົດແທນຫຼືພະລັງງານສະອາດນີ້ ຢ່າງໜ້ອຍ 50 ເປີເຊັນ ຊຶ່ງເຮົາເຫັນວ່າ ລາວນີ້ ເປັນໄຟຟ້າທີ່ມີຄຸນນະພາບດ້ວຍ ສະນັ້ນຢູ່ທີ່ນີ້ ມັນຈະຊ່ອຍໃນເລື້ອງຂອງການລົງທຶນ ສຳລັບໂຮງງານທີ່ຈະສົ່ງອອກໄປປະເທດ ທີ່ຈະເລີນແລ້ວ.”

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງເປົ້າໝາຍການລົງທຶນໄວ້ທີ່ມູນຄ່າ 43,950 ຕື້ກີບ ໃນນີ້ເປັນການລົງທຶນຂອງລັດຖະບງານ 3,950 ຕື້ກີບ ຂໍການຊ່ອຍເຫຼືອ 6,750 ຕື້ກີບ ແລະສົ່ງເສີມການລົງທຶນ 33,250 ຕື້ກີບ ໂດຍທີ່ມີສະຖຽນລະ ພາບທາງການເມືອງທີ່ຈະເຮັດໃຫ້ນັກທຸລະກິດຊາວຕ່າງຊາດມີຄວາມເຊື່ອໝັ້ນທີ່ຈະເຂົ້າມາລົງທຶນໃນລາວ.