Lao
This article was added by the user . TheWorldNews is not responsible for the content of the platform.

ນະໂຍບາຍ “ສູນກໍລະນີໂຄວິດ” ຂອງຈີນ ເຮັັດໃຫ້ນັກສຶກສາລາວ ທີ່ຮຽນຢູ່ຈີນ ບໍ່ໄດ້ຖືກສົ່ງກັບບ້ານ ສ່ວນທີ່ໄດ້ກັບບ້ານແລ້ວ ກໍບໍ່ຢາກກັບໄປຮຽນຕໍ່

ນະໂຍບາຍ “ສູນກໍລະນີໂຄວິດ” ຫລື "zero COVID" ຂອງຈີນ ປາກົດວ່າ ບໍ່ໄດ້ເຮັດໃຫ້ນັກສຶກສາລາວທີ່ຮຽນຢູ່ຈີນ ຖືກສົ່ງກັບບ້ານ ແຕ່ວ່າມັນກໍເຮັດໃຫ້ນັກສຶກສາທີ່ກັບມາຢາມຄອບຄົວໃນໄລຍະພັກແລ້ງນັ້ນ ລັ່ງເລໃຈທີ່ຈະກັບຄືນໄປຮຽນຕໍ່ອີກ ຂະນະທີ່ເລີ້ມມີການລະບາດອີກໃນຈີນ ແລະມີການປະຕິ ບັດມາດຕະການໂຄວິດ ທີ່ເຄັ່ງຄັດຈົນເກີດການປະທ້ວງຢູ່ປະເທດດັ່ງກ່າວ ໃນອາທິດແລ້ວນີ້. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂດຍປະຕິບັດຕາມຂໍ້ກໍານົດທີ່ເຄັ່ງຄັດຂອງນະໂຍບາຍ “ສູນກໍລະນີໂຄວິດ” ຫລື "zero COVID" ຂອງພັກ ແລະລັດຖະບານ, ມະຫາວິທະຍາໄລຫລາຍແຫ່ງ ໃນຈີນ ທີ່ຕັ້ງຢູ່ໃນເມືອງທີ່ເລີ້ມມີການຕິດເຊື້ອພະຍາດນີ້ຄືນອີກນັ້ນ ໄດ້ສົ່ງນັກສຶກສາຂອງຕົນກັບຄືນບ້ານ ໃນສອງອາທິດຜ່ານມານີ້ ແລະກໍໃຫ້ເຂົາເຈົ້າສືບຕໍ່ຮຽນ ແລະທໍາການສອບເສັງທ້າຍສົກຮຽນໃບໄມ້ຫລົ່ນປີນີ້ ທາງອອນໄລນ໌ເອົາ ແຕ່ວ່າ ນັກສຶກສາລາວຢູ່ປະທດນັ້ນ ປາກົດວ່າ ບໍ່ໄດ້ຖືກສົ່ງກັບ ຫລືຕັດສິນໃຈກັບບ້ານເລີຍ ຍ້ອນຄວາມສະຫລັບຊັບຊ້ອນຂອງຂັ້ນຕອນຕ່າງໆ ກ່ອນຈະເດີນທາງກັບຄືນປະເທດ ແລະກັບຄືນໄປຮຽນອີກ, ອີງຕາມນັກສຶກສາລາວຜູ້ນຶ່ງທີ່ຮຽນໃນຂະແໜງບໍລິຫານທຸລະກິດ ຂອງມະຫາວິທະຍາໄລຫູໜານທີ່ຕັ້ງຢູ່ເມືອງ ຊາງຊາ, ເມືອງເອກຂອງແຂວງຫູໜານ ໃນພາກກາງຂອງຈີນ. ທ້າວຈອນ (ນາມແຝງ) ໃຫ້ຄໍາເຫັນກ່ຽວກັບເລື້ອງນີ້ວ່າ “ມັນມີຊ່ວງນຶ່ງ ມີຄົນໄປຢູ່ ຮູ້ສຶກວ່າ ມີຄົນໄປຢູ່ ແຕ່ວ່າບໍ່ແມ່ນໂຮງຮຽນຂ້ອຍ ແຕ່ໄປແລ້ວ ແຕ່ຄ່ານີ້ມາ ເຂົາກະຍັງບໍ່ໄດ້ມາເດ ເພາະວ່າ ມັນມີຫລາຍຂັ້ນຕອນໃນການກັບມາຫັ້ນນະ.”

ຂະ​ນະ​ດຽວ​ກັນ ລາວເວົ້າ​ວ່າ ພວກ​ທີ່​ມາ​ແລ້ວ ກໍ​ບໍ່​ມີຜູ້ໃດ​ກັບ​ໄປ ແລະວ່າ “ແຕ່ສໍາລັບຜູ້ໃດທີ່ຮຽນມາແລ້ວ ທີ່ໄດ້ທຶນອີ່ຫຍັງ ກະບໍ່ເຫັນເຂົາໄດ້ກັບໄດ໋ຫລະ ເພາະວ່າໂຮງຮຽນບໍ່ໃຫ້ກັບນະ ເພາະວ່າມັນຕ້ອງຂໍວິຊາໃໝ່ ໄດ້ໄປກວດຫັ້ນກວດໜີ້ ຄ່າໃຊ້ຈ່າຍກະປະມານເກືອບເປັນຮ້ອຍພຸ້ນໄດ.”

ລາວ​ໃຫ້​ເຫດ​ຜົນ​ວ່າ ອາດ​ເປັນ​ຍ້ອນ​ການ​ໃຊ້​ຈ່າຍ​ທີ່​ພົວ​ພັນ​ຕ່າງໆ ຊຶ່ງ​ລາວ​ກ່າວ​ວ່າ “ມັນຄ່າໃຊ້ຈ່າຍສູງ ເພາະວ່າ ຂະໜາດໄດ້ທຶນເຂົາຍັງໃຫ້ຮັບຜິດຊອບເອງ. ປີ້ຍົນນີ້ ບັກແພງໆ ປີ້ຍົນນະ ແລະໄປກະໄດ້ກັກໂຕເປັນຫ້າມື້ ຫ້າມື້ ຮ້ວຍເຂົາວ່າມັນຖືກຫ້າພັນຢວນ ຫ້າພັນຢວນເຈົ້າວ່າມັນຖືກເທົ່າໃດແລ້ວ.”

ຫລາຍປະເທດໃນໂລກ ໄດ້ເປີດປະເທດຢ່າງເຕັມສ່ວນແລ້ວ. ທາງດ້ານອົງການອະນາໄມໂລກ ຫລື WHO ນັ້ນ ກໍກ່າວວ່າ ຄວາມຫວັງໃນການສິ້ນສຸດລົງຂອງ ການລະບາດຂອງພະຍາດໂຄວິດ-19 ແມ່ນເລີ້ມມີຮ່ອງຮອຍປາກົດໃຫ້ເຫັນແລ້ວ “ພວກເຮົາຍັງບໍ່ເຄີຍເຫັນວ່າ ພວກເຮົາຢູ່ໃນສະພາບການທີ່ດີແບບນີ້ ມາກ່ອນເລີຍ ໃນການທີ່ຈະເຮັດໃຫ້ການລະບາດຂອງພະຍາດນີ້ສິ້ນສຸດລົງ” ນັ້ນຄືຄໍາເວົ້າຂອງທ່ານເຕດຣົສ ອາດານອມ ເກເບຣເຢຊຸ​ສ, ຫົວໜ້າ WHO ທີ່ກ່າວຕໍ່ພວກນັກຂ່າວ ຢູ່ໃນກອງປະຊຸມລາຍງານເມື່ອມໍ່ໆມານີ້, ອີງຕາມເວັບໄຊທ໌ຂອງອົງການດັ່ງກ່າວ.

ແຕ່ວ່າບັນດາເມືອງ ຫລືເຂດຕ່າງໆ ທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຈີນ ແມ່ນປະຕິບັດມາດຕະການນີ້ ຢ່າງເຄັ່ງຄັດ ເຊັ່ນການກວດຫາເຊື້ອໄວຣັສໂຄໂຣນາ ແກ່ຝູງຊົນເປັນຈໍານວນຫລາຍ, ການຕັ້ງສູນກັກກັນລວມໝູ່ຢູ່ຫຼາຍແຫ່ງ, ຕັ້ງປ້ອມຍາມເພື່ອປິດເຂດເມືອງທີ່ມີກໍລະນີລະບາດເກີດຂຶ້ນ ເພື່ອບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ.

ມະຫາວິທະຍາໄລຈໍານວນນຶ່ງໄດ້ກຽມພາຫະນະໄວ້ ເພື່ອຮັບສົ່ງນັກສຶກສາໄປສະ ຖານີລົດໄຟຢູ່ໃນເມືອງຂອງຕົນ. ມະຫາວິທະຍາ​ໄລ​ບາງ​ແຫ່ງ​ໃນ​ນະຄອນຫຼວງ​ປັກ​ກິ່ງ ບ່ອນທີ່ໄດ້ພົບວ່າ ມີກໍລະນີຄົນຕິດເຊື້ອໃໝ່ປະມານ 4 ພັນຄົນນັ້ນ ໃນອາທິດແລ້ວນີ້ ​ໄດ້​ເປີດ​ຊ່ອງ​ທາງ​ການ​ລົງທະບຽນ​ສຳລັບ​ນັກ​ສຶກສາ ​ທີ່​ກັບ​ຄືນ​ບ້ານ​ລ່ວງ​ໜ້າ​ ເພື່ອ​ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຕໍ່​ການ​ຂົນ​ສົ່ງ​ສາທາລະນະ, ອີງ​ຕາມ​ໜັງສືພິມ Global Times ຂອງ​ຈີນ ໃນວັນທີ 27 ພະຈິກຜ່ານມາ.

"ພວກ​ເຮົາ​ຈະ​ຈັດ​ໃຫ້​ມີ​ນັກ​ສຶກ​ສາ​ທີ່​ຍິນດີ​ກັບ​ຄືນ​ໄປ​ບ້ານຂອງ​ເຂົາ​ເຈົ້າ​," ນັ້ນຄື ຖະແຫລງການຂອງມະຫາວິທະຍາ​ໄລ​ປ່າ​ໄມ້​ຂອງປັກ​ກິ່ງ ​ກ່າວ​ຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ.

ມີການລາຍງານວ່າ ກໍລີນີຄົນຕິດເຊື້ອໃໝ່ຢູ່ທົ່ວປະເທດຈີນມີປະມານ 10 ພັນກວ່າຄົນຕໍ່ວັນ ໃນເດືອນແລ້ວນີ້ ແຕ່ວ່າ ເມືອງທີ່ມີການຕິດເຊື້ອຫລາຍກວ່າໝູ່ ແມ່ນ ກວາງຊູ (Guangzhou) ໃນພາກໃຕ້, ເມືອງເຊັງຊູ (Zhengzhou) ຢູ່ພາກກາງ ແລະ ເມືອງຊອງຈິງ (Chongqing) ໃນພາກຕາເວັນອອກ ສຽງໃຕ້ຂອງປະເທດ, ອີງຕາມ ການລາຍງານຂອງ ໜັງສືພິມກາດຽນ (Guardian) ຂອງອັງກິດ.

ມາຮອດເວລານີ້ ເຖິງແມ່ນວ່າ ໄດ້ມີການຜ່ອນຄາຍມາດຕະການເຫລົ່ານີ້ແດ່ແລ້ວ ຢູ່ໃນບາງເມືອງ ເຊັ່ນກວາງຊູ ແລະຊອງຈິງ ພາຍຫລັງມີການປະທ້ວງແບບບໍ່ຄ່ອຍເກີດຂຶ້ນໃນຈີນ ແລ້ວກໍຕາມ ແຕ່ວ່ານັກສຶກສາລາວບາງຄົນ ທີ່ລໍຟັງສະຖານະການຢູ່ບ້ານ ຫລັງຈາກມາຢ້ຽມຢາມຄອບຄົວ ຫລັງສົກຮຽນຜ່ານມາ
ກໍຍັງມີຄວາມລັ່ງເລໃຈທີ່ຈະກັບໄປຮຽນຕໍ່ໃນຈີນອີກ ດັ່ງທີ່ແມ່ຂອງນັກສຶກສາຍິງຄົນນຶ່ງ ບອກກັບວີໂອເອວ່າ “ຍັງບໍ່ໄດ້ໄປຊໍ້າຍ້ອນໂຄວິດ ບໍ່ທັນໄດ້ໄປ ມັນວ່າບໍ່ທັນໄດ້ໄປເທື່ອ ເພາະວ່າມີແຕ່ມັນຜູ້ດຽວເດ ຊິໄປຮຽນຕໍ່ ຜູ້ອື່ນເຂົາກະໄດ້ຮັບໃບປະກາດໝົດແລ້ວ ທໍາມະດາເດືອນສິບ (ນີ້ແລ້ວຕ້ອງໄປ) ແຕ່ມາເບິ່ງມັນຄືວ່າມັນມີໂຄວິດອີ່ແມ່ ຖ້າກ່ອນ ຖ້າກະຖ້າຊັ້ນນະ.”

ສະນັ້ນ ເຖິງແມ່ນວ່າ ການນໍາໃຊ້ນະໂຍບາຍ“ສູນກໍລະນີໂຄວິດ” ຫລື "zero COVID" ຂອງລັດຖະບານຈີນໄດ້ເຮັດໃຫ້ມະຫາວິທະຍາໄລຫລາຍແຫ່ງ ສົ່ງນັກສຶກສາຂອງຕົນກັບບ້ານໄລຍະນີ້ ກໍຕາມ ແຕ່ປາກົດວ່າ ນັກສຶກສາລາວ ໃນປະເທດດັ່ງກ່າວ ກໍຍັງບໍ່ໄດ້ກັບປະເທດເທື່ອ ແລະກໍເຮັດໃຫ້ພວກທີ່ຍັງລໍຢູ່ບ້ານນັ້ນ ກໍບໍ່ທັນຢາກກັບໄປຮຽນຕໍ່ ໃຫ້ຈົບເຊັ່ນກັນ.