ນາຍົກລັດຖະມົນຕີຄົນໃໝ່ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມເທຢ່າງສຸດກຳລັງໃນການນຳພາເພື່ອບໍລິຫານ ໃນຄະນະລັດຖະບານລາວ ໂດຍຄໍານຶງເຖິງຜົນປະໂຫຍດຂອງຊາດ ແລະ ປະຊາຊົນລາວເປັນສຳຄັນ, ຊົງຣິດ ໂພນເງິນມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
ທ່ານພັນຄໍາ ວິພາວັນ ໄດ້ຖະແຫຼງການເພື່ອປະກາດລາອອກຈາກຕໍາແໜ່ງນາຍົກລັດຖະມົນຕີ ຂອງ ສປປ ລາວ ຢ່າງເປັນທາງການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດລາວ ໃນວັນທີ 30 ທັນວາ 2022 ທີ່ຜ່ານມາ ດ້ວຍເຫດຜົນວ່າ ຕົວທ່ານເອງ ມີບັນຫາດ້ານສຸຂະພາບ ໃນຂະນະທີ່ສະຖານະການຂອງປະເທດຍັງປະສົບກັບວິກິດການເສດຖະກິດຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ທ່ານ ບໍ່ສາມາດທີ່ຈະແບກຫາບພາລະໜ້າທີ່ອັນ ໜັກ ໜ່ວງໄດ້ອີກຕໍ່ໄປ ຍ້ອນບັນຫາສຸຂະພາບດັ່ງກ່າວ ທັງນີ້ ໂດຍທ່ານໄດ້ຍື່ນໜັງສືເພື່ອ ຂໍລາ ອອກຈາກຕຳແໜ່ງ ຕໍ່ທ່ານທອງລຸນ ສີສຸລິດ, ປະທານປະເທດ ແລະ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໃນວັນທີ 15 ທັນວາ 2022 ແລະກໍ ໄດ້ຮັບອະນຸຍາດຢ່າງ ເປັນທາງການຕາມການສະເໜີດັ່ງກ່າວແລ້ວ ດັ່ງທີ່ທ່ານພັນຄໍາໄດ້ຖະແຫລງຢືນຢັນວ່າ:
“ໃນສະພາບທີ່ບ້ານເມືອງກຳລັງພົບຄວາມຫຍຸ້ງຍາກຄືສູ່ມື້ນີ້ ຂ້າພະເຈົ້າບໍ່ສາມາດແບກຫາບ ພາລະໜ້າທີ່ອັນໜັກໜ່ວງຕໍ່ໄປໄດ້ອີກແລ້ວ ຍ້ອນແນວນັ້ນ ໃນວັນທີ 15 ທັນວາ 2022 ຂ້າພະເຈົ້າຈຶ່ງໄດ້ຂຽນຄຳຮ້ອງສະເໜີເຖິງທ່ານປະທານປະເທດ ເພື່ອຂໍໃຫ້ເພິ່ນພິຈາລະນາ ອະນຸມັດໃຫ້ຂ້າພະເຈົ້າ ໄດ້ຮັບນະໂຍບາຍອອກພັກຜ່ອນ ຮັບເບ້ຍບຳນານ ທ່ານ ປະທານ ປະເທດ ໄດ້ໃຫ້ຄວາມກະລຸນາ ແລະເຫັນດີອະນຸຍາດໃຫ້ຂ້າພະເຈົ້າອອກພັກຜ່ອນ ຮັບເບ້ຍ ບໍານານຕາມຄຳສະເໜີ.”
ຕໍ່ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ກໍໄດ້ສະເໜີໃຫ້ສະພາແຫ່ງຊາດລາວ ເພື່ອລົງມະຕິຮັບຮອງໃຫ້ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີຄົນໃໝ່ ດ້ວຍ ຄະແນນສຽງທີ່ເຫັນດີມີ 149 ສຽງ ແລະ ບໍ່ເຫັນດີ 2 ສຽງ ອັນເປັນຜົນເຮັດໃຫ້ທ່ານສອນໄຊ ໄດ້ກ້າວສູ່ຕຳແໜ່ງເປັນນາຍົກລັດຖະມົນຕີ ຄົນທີ 9 ຂອງ ສປປ ລາວ ແລະ ໃຫ້ຄຳໝັ້ນ ສັນຍາວ່າ ຈະທຸ້ມເທປະຕິບັດໜ້າທີ່ຢ່າງສຸດກຳລັງ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ຕາມແນວທາງທີ່ພັກປະຊາຊົນປະຕິວັດລາວໄດ້ວາງອອກ ດັ່ງທີ່ທ່ານສອນໄຊໄດ້ຖະແຫລງຢືນຢັນວ່າ:
“ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາ ແລະປະຕິຍານວ່າ ຈະເຊີດຊູມານະຈິດປະຕິວັດບຸກໃຫ້ສູງກວ່າເວລາໃດໝົດ ຮ່ວມກັບສະມາຊິກໃນລັດຖະບານ ປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ພາຍໃຕ້ ລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ. ພ້ອມທີ່ຈະອຸທິດເຫື່ອແຮງ, ສະຕິປັນຍາ ແລະຄວາມຮູ້ດ ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມຊື່ສັດບໍລິສຸດ ເພື່ອຮ່ວມກັບຄະນະນຳຂອງພັກ-ລັດຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກໃຫ້ປະສົບຜົນສຳເລັດ.”
ທາງດ້ານຮອງສາດສະດາຈານ ດຣ. ປິຕິ ສຣີແສງນາມ, ຜູ້ອຳນວຍການສູນເສດຖະກິດ ສາກົນ ມະຫາວິທະຍາໄລຈຸລາລົງກອນ ໃຫ້ທັດສະນະວ່າ ບັນຫາອັນຮີບດ່ວນທີ່ ລັດຖະບານລາວ ຕ້ອງໄດ້ແກ້ໄຂຢ່າງແທ້ຈິງນັ້ນ ກໍຄືການປາບປາມການທຸດຈະລິດ ໃນວົງ ການພັກ-ລັດ. ຖ້າບໍ່ດັ່ງນັ້ນ ແລ້ວ ປະເທດລາວ ກໍຍັງຕ້ອງປະເຊີນກັບວິກິດການ ທາງດ້ານເສດຖະກິດ ດັ່ງທີ່ຮອງສາດສະດາຈານ ດຣ. ປິຕິ ໃຫ້ການຢືນຢັນວ່າ:
“ຮາກເຫງົ້າຂອງບັນຫາຮາກເຫງົ້ານຶ່ງ ທີ່ຈະຕ້ອງເລັ່ງຈັດການເລີຍນັ້ນກໍຄື ເລື້ອງຂອງການຄໍຣັບຊັນ ຊຶ່ງມັນເຮັດໃຫ້ບັນຫາຕ່າງໆ ຮ້າຍແຮງຂຶ້ນໄປຫຼາຍ ແລະເຂົາກໍຍອມຮັບອີກດ້ວຍວ່າ ຕອນນີ້ ເສດຖະກິດຂອງເຂົາມີບັນຫາ. ນອກເຫນືອຈາກຈະເປັນເລື້ອງເສດຖະກິດ ຂະຫນາດນ້ອຍແລ້ວ ມັນຍັງກ່ຽວກັບການທີ່ລາວເປັນ Land Lock Country ອີກ ເພາະສະນັ້ນ ຕົ້ນທຶນໃນການນຳເຂົ້າ, ຕົ້ນທຶນໃນການສົ່ງອອກ, ຂອງເສດຖະກິດຂະຫນາດນ້ອຍ ທີ່ບໍ່ ສາມາດຜະລິດທຸກຢ່າງດ້ວຍຕົວເອງໄດ້ ມັນກໍເລີຍເຮັດໃຫ້ເກີດວິກິດການເງິນເຟີ້ ຄວບຄູ່ໄປກັບ ວິກິດການ ການຂາດແຄນເງິນຕາຕ່າງປະເທດ.”
ສ່ວນທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກຢືນຢັນວ່າ ການກວດກາພັກ ແລະ ລັດໃນປັດຈຸບັນ ໄດ້ແນໃສ່ການກວດກາການຈັດຕັ້ງປະຕິບັດ ໃນບັນດາໂຄງການພັດທະນາທີ່ລົງທຶນໂດຍລັດຖະບານເປັນຫຼັກ ເພາະເປັນພາກສ່ວນທີ່ມີການຮົ່ວໄຫຼ ແລະ ເກີດການສູນເສຍດ້ານງົບປະມານຫຼາຍທີ່ສຸດ.
ໂດຍໃນໄລຍະ 5 ປີທີ່ຜ່ານມາ ໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກກັບບຸກຄົນພາຍນອກເຖິງ 749 ຄົນທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ. ສ່ວນການກວດກາ 4,185 ເປົ້າໝາຍ ໃນຊ່ວງປີ 2016 ຫາກາງປີ 2022 ຍັງພົບອີກດ້ວຍວ່າການທຸຈະລິດໄດ້ເຮັດໃຫ້ລັດຖະບານ ລາວ ເສຍຫາຍເກີນກວ່າ 8,370 ຕື້ກີບກັບ 50.22 ລ້ານໂດລາ ແລະ 36.89 ລ້ານບາດ ຊຶ່ງມີສະມາຊິກພັກເຖິງ 3,690 ຄົນ ທີ່ພົວພັນກັບການທຸຈະລິດດັ່ງກ່າວ ແລະໃນນີ້ຖືກປົດອອກຈາກຕຳແໜ່ງພັກ-ລັດ ທັງໝົດເຖິງ 2,169 ຄົນ.