Lao
This article was added by the user . TheWorldNews is not responsible for the content of the platform.

ນາງ​ງາມ​ຈັກ​ກະ​ວານ​ລາວພູມ​ໃຈ ແລະ​ສ້າງ​ຄວາມ​ສົນ​ໃຈແກ່ສື່ມວນ​ຊົນ​ ສ​ຫລ ຫຼາຍແຫ່ງ ຂະ​ນະ​ທີ່​​ນາງ​ກຽມ​ແຂ່ງ ຂັນຄວ້າ​ເອົາ​ມົງ​ກຸດ ໃນ​ເວ​ທີ​ໂລກ

ປ່າ​ເຢັງຊາ​ ລໍ, ນາງ​ງາມ​ຈັກ​ກະ​ວານ​ຈາກ​ລາວ ຮູ້​ສຶກປະ​ທັບໃຈ​ ທີ່​ໄດ້​ມາ​ສະ​ຫະ​ລັດເປັນ​ຄັ້ງ​ທຳ​ອິດ ແລະພູມ​ໃຈຫລາຍທີ່​ໄດ້​ເປັນ​ຜູ້​ຕາງ​ໜ້າ​ປະ​ເທດ​ມາ​ແຂ່ງ​ຂັນໃນ​ເວ​ທີ​ສາ​ກົນ ຊຶ່ງ​ນາງ​ກ່າວ​ຕໍ່​ວີ​ໂອ​ເອຈາກ​ນະ​ຄອນ​ມີ​ເນ​ອາ​ໂປ​ລິ​ສ, ລັດ​ເມ​ນີ​ໂຊ​ຕາວ່າ:

Payeng Xa Lor as she arrived Minneapolis, MN
Payeng Xa Lor as she arrived Minneapolis, MN

ນາງ​ເກີດ​ຢູ່​ບ້ານ​ລອງ​ຊັນ ແຂວງ​ໄຊ​ສົມ​ບູນ ແລະ​ເຕີບ​ໃຫຍ່ທັງ​ໄດ້​ຮັບ​ການ​ສຶ​ກ​ສາ ແຕ່​ປະ​ຖົມ​ຈົນ​ຮອດ​ມັດ​ທະ​ຍົມ​ປາຍ​ຢູ່​ແຂວງ​ຊຽງ​ຂວາງ. ຄອບ​ຄົວ​ນາງ​ແມ່ນ​ຢູ່​ຊຽງ​ຂວາງ ຊຶ່ງມີ​ແຕ່​ນາງ ​ແລະ​ເອື້ອຍ​ເທົ່າ​ນັ້ນ ທີ່​ຍ້າຍ​ມາ​ຮຽນຕໍ່​ໃນ​ນະ​ຄອນ​ຫລວງວຽງ​ຈັນ. ພໍ່​ຂອງນາງເປັນນັກ​ວິ​ສະ​ວະ​ກອນ ສ່ວນ​ແມ່​ເປັນ​ແມ່​ເຮືອນ. ​

ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວ ຖ່າຍ​ຮູບ​ກັບ​ນາງ​ປ່​ຮົວ ຊອງ, ຊາວມົ້ງ​ລາວ-ອາ​ເມ​ຣິ​ກັນ​ທີ່ເປັນ​ຜູ້​ນຶ່ງ​ໃນ​ຄະ​ນະ​ຈັດ​ງານ​ຕ້ອນ​ຮັບ​ນາງປ່າ​ເຢັງ​ຊາ ໃນ​ລັດ​ເມ​ນີ​ໂຊ​ຕາ, ໃນ​ວັນ​ທີ 29, ທັນ​ວາ. 2022
ນາງ​ປ່າ​ເຢັງ​ຊາ ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວ ຖ່າຍ​ຮູບ​ກັບ​ນາງ​ປ່​ຮົວ ຊອງ, ຊາວມົ້ງ​ລາວ-ອາ​ເມ​ຣິ​ກັນ​ທີ່ເປັນ​ຜູ້​ນຶ່ງ​ໃນ​ຄະ​ນະ​ຈັດ​ງານ​ຕ້ອນ​ຮັບ​ນາງປ່າ​ເຢັງ​ຊາ ໃນ​ລັດ​ເມ​ນີ​ໂຊ​ຕາ, ໃນ​ວັນ​ທີ 29, ທັນ​ວາ. 2022

ບ່ອນທຳ​ອິດ​ໃນ ສະ​ຫະ​ລັດ ທີ່​ນາງ​ມາ​ເຖິງ​ກໍ​ແມ່ນ​ນະ​ຄອນ​ ລາ​ສ ເວ​ກັ​ສ, ລັດ​ເນ​ວະ​ດາ ຊຶ່ງເປັນນະ​ຄອນທີ່​ມີ​ຊື່​ສຽງ​ດ້ານ​ຄວາມ​ບັນ​ເທີງ​ລະ​ດັບ​ໂລກ. ​ອາ​ທິດ​ຕໍ່​ມາ​ນາງ​ກໍ​ໄດ້ບິນ​ໄປ​ຍັງ​ລັດ​ ມິນ​ເນໂຊ​ຕ້າ ຊຶ່ງ​ນາງ​ຖືກ​ຕ້ອນ​ຮັບຢ່າງອົບອຸ່ນ​ຈາກ​ຊຸມ​ຊົນອາ​ເມ​ຣິ​ກັນເຊື້ອ​ສາຍມົ້ງ​ທີ່​ມາ​ຈາກ​ລາວ ກ່ອນ​ຈະ​ກັບ​ຄືນ​ໄປ​ເປັນ​ກຽດແກ່ ງານສົ່ງ​ທ້າຍ​ປີ​ເກົ່າຕ້ອນ​ຮັບ​ປີ​ໃໝ່​ຢູ່​ນະ​ຄອນລາ​ສເວ​ກັ​ສ ​ອີກ.

ນາງ​ຈະ​ເຂົ້າປະ​ກວດນາງ​ງາມຈັກ​ກະ​ວານຄັ້ງ​ທີ 71 ​ທີ່​ເມືອງ ນິວ ​ອໍ​ລີນ​ສ໌, ລັດ​ລຸຍເ​ຊຍ​ນາ ທີ່​ຈະ​ຈັດ​ຂຶ້ນໃນ​ວັນ​ທີ 14 ມັງ​ກອນນີ້. ແມ່ນ​ແຕ່​ໄລ​ຍະ​ກະ​ກຽ​ມ​ຢູ່ນີ້ນາງກໍ​ໄດ້​ສ້າງປະ​ຫວັດ​ສາດແລະ​ຊື່​ສຽງ​ໃຫ້​ແກ່​ຊາວ​ລາວ ໂດຍ​ສະ​ເພາະ​ແມ່ນ​ຊາວ​ເຜົ່າ​ມົ້ງທັງ​ຢູ່ໃນ​ລາວ ແລະ​ທົ່ວ​ໂລກ​ແລ້ວ ​ເພາະນັບ​ແຕ່​ມື້ມາ​ຮອດ​ສະ​ຫະ​ລັດ ​ນາງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສື່ມວນ​ຊົນ​ອາ​ເມ​ຣິ​ກັນທັງ​ໃນ​ລະ​ດັບທ້ອງ​ຖິ່ນ, ​ລະ​ດັບ​ປະ​ເທດອີກ ເຊັ່ນໂທ​ລະ​ພາບ NBC TV ຊ່ອງ​ 3 ແລະ​ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ນັ້ນນາງ​ກໍ​ໄດ້​ຖືກ​ສຳ​ພາດ​ຈາກໂທ​ລະ​ພາບ Fox9 in USA.