Lao
This article was added by the user . TheWorldNews is not responsible for the content of the platform.

ມີຊາວ​ໜຸ່ມລາວ 7 ຄົນທີ່​ໄດ້​ມາ ທັດ​ສະ​ນະ​ສຶກ​ສາ ທີ່ ສ​ຫລ ພາຍ​ໃຕ້ໂຄງການ ນຳພາຂອງຊາວໜຸ່ມຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ​ໃນປີນີ້

ໂຄງ​ການນຳ​ພາ​ຂອງ​ຊາວ​ໜຸ່ມ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື Southeast Asia Youth Leadership Program ຊຶ່ງ​ເອີ້ນ​ຫຍໍ້​ວ່າ SEAYLP ກໍ​ໄດ້​ກັບ​ມາ​ດໍ​າ​ເນີນ​ການແລກ​ປ່ຽນ​ປະ​ສົບ​ການ​ຂອງ​ຊາວ​ໜຸ່ມ​ອີກ ຫລັງ​ຈາກການ​ລະ​ບາດ​ຂອງ​ໂຄວິດ-19 ເລີ້ມ​ຖືກ​ຄວບ​ຄຸມໄດ້​ໃນ​ລະ​ດັບ​ໃດ​ນຶ່ງ​ແລ້ວ. ນາງ​ປະ​ວິ​ສຸ​ດາ, ​ຜູ້​ນຳ​ພາແລະ​ໃຫ້​ຄຳ​ປຶກ​ສາ ແກ່​ກຸ່ມ​ນັກ​ຮຽນ​ລາວ 6 ຄົນ ​ທີ່ເຂົ້າ​ຮ່ວມ​ໂຄງ​ການດັ່ງ​ກ່າວໃນ​ລະ​ດູ​ຮ້ອນ​ປີນີ້ ທີ່​ມະ​ຫາ​ວິ​ທະ​ຍາ​ໄລລັດ​ອີ​ລີ​ນອຍ​ພາກ​ເໜືອ ຫລື Northern Illinois University, ເມືອງດີ​ແຄັບ (DeKalb) ບອກ​ກັບ​ວີ​ໂອ​ເອ​ກ່ຽວ​ກັບ​ກິດ​ຈະ​ກຳ​ຂອງ​ໂຄງ​ການນີ້ວ່າ:

ທ້າວ ຕູ ຫວາງ, ນັກ​ຮຽນ​ຈາກ​ແຂວງ​ຫລວງ​ພະ​ບາງ​ ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ຈຳ​ນວນ ຊາວ​ໜຸ່ມ​ລາວ 7 ຄົນທີ່​ໄດ້​ຮັບ​ທຶນມາທັດ​ສະ​ນະ​ສຶກ​ສາ ທີ່​ສະ​ຫະ​ລັດ ເປັນ​ເວ​ລາ 3 ອາ​ທິດ​ປາຍ ພາຍ​ໃຕ້ໂຄງການນຳພາຂອງຊາວໜຸ່ມຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື SEAYLP
ທ້າວ ຕູ ຫວາງ, ນັກ​ຮຽນ​ຈາກ​ແຂວງ​ຫລວງ​ພະ​ບາງ​ ຊຶ່ງ​ເປັນ​ຜູ້​ນຶ່ງ​ໃນ​ຈຳ​ນວນ ຊາວ​ໜຸ່ມ​ລາວ 7 ຄົນທີ່​ໄດ້​ຮັບ​ທຶນມາທັດ​ສະ​ນະ​ສຶກ​ສາ ທີ່​ສະ​ຫະ​ລັດ ເປັນ​ເວ​ລາ 3 ອາ​ທິດ​ປາຍ ພາຍ​ໃຕ້ໂຄງການນຳພາຂອງຊາວໜຸ່ມຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື SEAYLP

ໂຄງ​ການນີ້​ໄດ້​ຮັບທຶນ​ຊ່ວຍ​ເຫລືອ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຊຶ່ງ​ປີນີ້ມີນັກ​ຮຽນຈ​າກ 8 ປະ​ເທດ, ປະ​ເທດ​ລະ 7 ຄົນ ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້ ຊຶ່ງ​ຂາດມຽນ​ມາ ແລະ​ບ​ຣູ​ໄນທີ່​ນາງປະວິ​ສຸ​ດາບອກວ່າ​ຍ້ອນ​ມາດ​ຕະ​ການ​ກ່ຽວ​ກັບ​ພະ​ຍາດ​ໂຄວິດປະ​ເທດ​ເຂົາ​ເຈົ້າ ຊຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເດີນ​ທາງ​ອອກ​ປະ​ເທດ​ໄດ້. ນອກ​ຈາ​ກນັ້ນຮຽນ​ຮູ້​ການ​ຂຶ້ນ​ແຜນ​ເຮັດ​ກິ​ດ​ຈະ​ກຳ​ແລ້ວ ກໍ​ຍັງ​ມີ​ການ​ຝຶກທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດຢູ່​ຮ່ວມ​ກັບ​ຄົນ​ອື່ນ​ທີ່​ມີ​ວັດ​ທະ​ນະ​ທຳ​ຕ່າງ​ກັນ ເພາະ​ນັກ​ຮຽນ​ແຕ່​ລະ​ຄົນຖືກ​ຈັດ​ໃຫ້​ນອນ​ຮ່ວມ​ຫ້ອງ​ກັບ​ນັກ​ຮຽນ​ມາ​ຈາກ​ຊາດ​ອື່ນ ແລະ​ຝຶກ​ຝົນ​ວິ​ທີການ​ຈັດ​ຕາ​ຕະ​ລາງ​ເວ​ລາ​ເພື່ອ​ໃຫ້​ຮູ້​ໃຊ້​ເວລາ​ຢ່າງ​ມີ​ປະ​ສິດ​ທິ​ພາບ ຊຶ່ງ​ເປັນ​ທັກ​ສະ​ສຳ​ຄັນ ແລະ​ກໍຫາໂອ​ກາດ​ຮຽນ​ໄດ້​ຍາກຖ້າ​ຮຽນຢູ່​ພຽງ​ແຕ່ໃນລາວເທົ່າ​ນັ້ນ, ອີງຕາມຄຳ​ເຫັນ​ຂອງ​ນາງ​ປະ​ວິ​ສຸ​ດາ.