Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະມົນຕີໄທຢືນຢັນວ່າ ມີໂຮງງານຜະລິດຢາເສບຕິດຫລາຍແຫ່ງ ຕັ້ງຢູ່ໃນເຂດສາມຫຼ່ຽມຄຳ ໂດຍສາມາດ ຜະລິດຢາໄດ້ເຖິງ 70 ຕື້ ໂດລາ ຕໍ່ປີ

ລັດ​ຖະມົນຕີໄທຢືນຢັນວ່າ ມີໂຮງງານຜະ​ລິດຢາເສບຕິດຫລາຍແຫ່ງ ຕັ້ງຢູ່ໃນເຂດຊາຍແດນລະ​ຫວ່າງ ມຽນມາ -ລາວ-ໄທ, ຫຼືເຂດສາມຫຼ່ຽມຄຳນັ້ນ ໂດຍສາມາດຜະລິດຢາໄດ້ເຖິງ 70 ຕື້ໂດລາຕໍ່ປີ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານນີ້ ມ​າ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານສົມ​ສັກ ເທບ​ສຸ​ທິນ ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕໍ​ທຳ​ຂອງ​ໄທ ຖະ​ແຫຼງວ່າ ການ​ລັກລອບ​ຄ້າ​ຢາ​ເສບ​ຕິດ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງຍັງ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ໂດຍສະເພາະແມ່ນ​ຢູ່ໃນເຂດສາມຫລ່ຽມຄຳ ຊຶ່ງເປັນ ເຂດຊາຍແດນ​ໃນແມ່ນ້ຳຂອງລະຫວ່າງມຽນມາ-ລາວ-ໄທ ນັ້ນ ກໍ​ຄືເປັນເຂດທີ່ມີການລັກລອບ ຜະລິດ-ຂົນສົ່ງ ແລະ ຄ້າຢາເສບຕິດ ເປັນຈຳນວນຫລາຍທີ່ສຸດ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ປາບ​ປາມການ​ຄ້າ​ຢາ​ເສບ​ຕິດ ໄດ້ ຫຼາຍກວ່າ 1 ແສນກໍ​ລະ​ນີ ແລະຈັບຕົວຜູ້​ຕ້ອງ​ຫາສະ​ເພາະ​ໃນ​ໄທໄດ້ຫຼາຍກວ່າ 100,000 ຄົນໃນຮອບ 1 ປີທີ່ຜ່ານມາ ໂດຍສຳ​ນັກ​ງານຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC) ປະ​ເມີນວ່າ ການ ຜະລິດຢາເສບຕິດຢູ່ໃນເຂດສາມຫຼ່ຽມ​ຄຳມີມູນຄ່າເຖິງ 70 ຕື້ໂດລາໃນແຕ່ລະປີ ດັ່ງທີ່ ທ່ານສົມສັກ ໄດ້ຢືນຢັນວ່າ:

“ສຳ​ນັກ​ງານ​ວ່າ​ດ້ວຍ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກຳ​ແຫ່ງ​ສະຫະ​ປະຊາ​ຊາດບອກ​ວ່າ ປີນຶ່ງ​ຢາ​ເສບ​ຕິດ​ຢູ່​ເຂດ​ສາມຫຼ່ຽມຄຳ​ມີ​ມູນ​ຄ່າ 70 ລ້ານ​ໂດ​ລາ. ເຮົາໄດ້ຈັບກຸມຜູ້ຄ້າຂາຍໄດ້ 104,125 ຄະ​ດີ ​ຈັບຜູ້ຕ້ອງຫາໄດ້ 106,601 ຄົນ, ຈຸດນີ້ ເປັນເລື່ອງໃຫຍ່ໂຕມະ​ໂຫ​ຖານ​ຫລາຍ ທີ່ຈະ​ໃຊ້​ງົບ​ປະ​ມານຈຳ​ນວນ​ເລັກ​ນ້ອຍ ໃນ​ການປ້ອງກັນ ແລະປາບ​ປາມ​ຄົງ​ບໍ່​ໄດ້ ເພາະ​ວ່າ ມີໂຮງງານຜະລິດເປັນຈໍານວນຫຼວງຫຼາຍ.”

ສ່ວນທ່ານ ເຈເຣມມີ ດັກກລາສ (Jeremy Douglas) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອ ການຄວບຄຸມອາຊະຍາກຳແລະຢາເສບຕິດ (UNODC) ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ແລະປາຊີຟິກ ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາມການຄ້າຢາເສບຕິດ ຢ່າງເຂັ້ມງວດ ຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມ​ຊາດເຂົ້າ​ໄປ​ນຳ​ໃຊ້​ປະ​ເທດ​ລາວ ເປັນ​ເສັ້ນ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດເພີ້ມ​ຂຶ້ນນັບ​ມື້ ຊຶ່ງສາເຫດທີ່ສາມາດ ຈັດຕັ້ງໄດ້ດັ່ງກ່າວກໍຍ້ອນວ່າ ແກັ່ງຄ້າຢາເສບຕິດໃນລາວນັ້ນ ໄດ້ກາຍເປັນເຄືອຂ່າຍດຽວກັນ ກັບໃນມຽນມາ ແລ້ວ ໂດຍສະເພາະແມ່ນແຂວງບໍ່ແກ້ວນັ້ນກໍຄືເຂດເຊື່ອມຕໍ່ທີ່ສຳຄັນທີ່ສຸດລະ​ຫວ່າງ​ລາວກັບມຽນມາ ແລະ​ໄທ.

ສ່ວນພົນ​ເອກ ວິ​ໄລ ຫຼ້າ​ຄຳ​ຟອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ຖະ​ແຫຼງວ່າ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ແຫ່ງ​ຊາດ​ລາວ ​ວ່າ​ດ້ວຍ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ລາວ ນັບ​ແຕ່ເດືອນ​ກໍ​ລະ​ກົດ 2021 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນນີ້​ ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ສະ​ພາ​ວະ​ຂາດ​ແຄນ

ໃນ​ດ້ານງົບປະມານຢ່າງໜັກໜ່ວງ ເຊິ່ງເຮັດໃຫ້ພາກສ່ວນຮັບຜິດຊອບໃນ​ການ​ປາບ​ປາມການ​ຄ້າ​ຢາ​ເສບ​ຕິດ ຂອງລັດຖະບານລາວບໍ່ສາມາດ ປະຕິບັດໄດ້ຢ່າງເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາ​ເສບ​ຕິດ ຂ້າມຊາດ ທັງຍັງສົ່ງຜົນກະທົບຕໍ່ປະສິດທິພາບໃນ ການປະຕິບັດວຽກງານຂອງ ທຸກພາກສ່ວນ ທີ່ມີ​ສ່ວນ ກ່ຽວຂ້ອງໃນ​ການ​ປາບ​ປາມການຄ້າຢາ​ເສບ​ຕິດ​ອີກ​ດ້ວຍ ດັງທີ່ພົນເອກວິໄລໄດ້ໃຫ້ການຢືນ​ຢັນ​ວ່າ

“ງົບປະມານນີ້ກະແມ່ນມີ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ເນາະ ກິນ-ຢູ່-ພັກເຊົາ ນ້ຳມູກນ້ຳມັນ ພາຫານະໄປມາ ແລ້ວກະເຄື່ອງພິສູດ, ເຄື່ອງວິ​ໄຈ ເຄື່ອງ​ຕ່າງໆທີ່​ມີໃນປັດຈຸບັນນີ້ ກະຊຸດໂຊມໝົດ​ແລ້ວ ພາຫານະຮັບໃຊ້ກະບໍ່​ພຽງພໍ ແລ້ວເຮັດແນວໃດ ມັນ​ຊິແກ້ໄຂໄດ້ ອັນ​ນີ້ແຜນງານມີ​ຢູ່ ຄົນມີ​ຢູ່ ແຕ່ວ່າເງິນບໍ່ມີ ຈັ່ງຊັ້ນ​ໜີ້ ຈຶ່ງວ່າ ເຄື່ອງທີ່ກວດເສບ​ຕິດນີ້ ຢູ່ໝົດເມືອງລາວນີ້ ພວກເຮົາອົດທົນຊື້ໄດ້ 3 ເຄື່ອງ ເອົາ​ໄປໄວ້ຢູ່ຈຳປາສັກ ຢູ່ອຸດົມໄຊ ແລະ ແຂວງວຽງຈັນ ບັດນີ້ ເກີດຄະດີຢູ່ເຊກອງ, ອັດຕະປື, ຊາມສິແກ້ໄຂຄະດີໄດ້ຫັ້ນ ຄວາມ​ຊິຕັດສິນໄດ້ຫັ້ນໜະແກ່ຍາວເວລາ.”

ສະ​ພາບ​ບັນ​ຫາ​ດັ່ງ​ກ່າວນີ້​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ບັນ​ລຸ​ເປົ້າ​ໝາຍ​ວາ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ໃນ​ປີ 2023 ດ້ວຍ ໂດຍ​ກົມ​ໃຫຍ່​ຕຳຫຼວດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຂຶ້ນ​ບັນ​ຊີ​ລາຍ​ຊື່​ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ 2,299 ຄົນ ໃນ​ນີ້​ກໍ​ມີ​ເຖິງ 1,996 ຄົນ​ເປັນ​ເຄືອ​ຂ່າຍ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ. ພ້ອມ​ກັນ​ນີ້​ກໍ​ຍັງ​ໄດ້​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາ​ໃນ​ຄະ​ດີ​ຄ້າ​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນ 100 ກວ່າຄົນ.

​ທັງນີ້ຈາກ​ການ​ຮ່ວມ​ລາດ​ຕະ​ເວນ​ໃນ​ແລວ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ທາງ​ການ​ຕຳຫຼວດ​ຈີນ​, ມຽນ​ມາ, ລາວ, ໄທໃນ​ປີ 2021 ຜ່ານ​ມາ​ ສາ​ມາດ​ຈັບ​ກຸມ​ການ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 8,325 ກໍ​ລະ​ນີ, ຈັບ​ກຸມ​ຜູ້​ຕ້ອງ​ຫາ 8,043 ຄົນ, ຍຶດ​ຢາ​ບ້າ ແລະ​ຢາ​ໄອໄດ້ກວ່າ 171 ໂຕນ, ຍຶດ​ອາ​ວຸດ ແລະ ອຸ​ປະ​ກອນ​ສື່​ສານ​ທັນ​ສະ​ໄໝ​ໄດ້​ຫຼາຍກວ່າ 2 ໝື່ນ​ລາຍ​ການ ໂດຍ​ໃນ​ນີ້ ເກີນກວ່າ 90 ເປີ​ເຊັນ​ເປັນ​ການ​ຈັບ​ກຸມ​ໃນ​ເຂດ​ສາມຫຼ່ຽມ​ຄຳ.