Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະມົນຕີ ໄທ ເຊື່ອວ່າມູນຄ່າການຄ້າ ລະຫວ່າງ ລາວກັບໄທ ​ຈະເພີ່ມຂຶ້ນເປັນກວ່າ 363,000 ລ້ານບາດໃນປີ 2025

ລັດຖະມົນຕີ ໄທ ເຊື່ອວ່າມູນຄ່າການຄ້າລະຫວ່າງ ລາວກັບໄທ ເພີ່ມຂຶ້ນເປັນກວ່າ 363,000 ລ້ານບາດໃນປີ 2025 ໂດຍໄທຈະຍັງຄົງເປັນຝ່າຍທີ່ໄດ້ປຽບດຸນການຄ້າຕໍ່ລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ຈຸລິນ ລັກສະນະວິສິດ ຮອງຮາຍນົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຄ້າໄທຖະແຫຼງຢືນຢັນວ່າ
ການຄ້າລະຫວ່າງ ໄທກັບ ລາວ ໃນໄລຍະ 10 ເດືອນຂອງປີ 2022 ນີ້ມີມູນຄ່າເພີ່ມຂຶ້ນເຖິງ 15 ເປີເຊັນທຽບໃສ່ໄລ
ຍະດຽວກັນໃນປີ 2021 ທີ່ຜ່ານມາ ຊຶ່ງເຮັດໃຫ້ເຊື່ອໝັ້ນວ່າການຄ້າລະຫວ່າງລາວ-ໄທຈະມີມູນຄ່າເພີ່ມຂຶ້ນເປັນ 363,000 ກວ່າລ້ານບາດໃນປີ 2025 ໂດຍສະເພາະແມ່ນການຄ້າຊາຍແດນລະຫວ່າງລາວ-ໄທນັ້ນ ຄິດເປັນສັດ
ສ່ວນເຖິງ 93.5 ເປີເຊັນຂອງມູນຄ່າການຄ້າລວມດັ່ງທີ່ທ່ານ ຈຸລິນ ຢືນຢັນວ່າ

“ລາວ​ເປັນ​ຄູ່​ຄ້າ​ສຳ​ຄັນ​ລຳ​ດັບ​ທີ 7 ຂອງ​ໄທ​ໃນ​ອາ​ຊຽນ ​ແລ້ວ​ກໍ​ປີ 2021 ຜ່ານ​ມາ ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ກັນນີ້ຄິດ​
ເປັນ​ມູນ​ຄ່າ​ລວມ 229,752 ລ້ານ​ບາດ ເພີ້ມ​ຂຶ້ນ 15 ເປີ​ເຊັນ ຊຶ່ງ​ໂຕ​ເລກ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງກັນ​ນັ້ນ 93.5 ເປີ​
ເຊັນ ເປັນ​ການ​ຄ້າ​ຊາຍ​ແດ​ນ ຢ່າງ​ໃດ​ກໍ​ຕາມ​ເຮົາ​ໄດ້​ຕັ້ງ​ເປົ້າ​ຮ່ວມ​ກັນ​ວ່າ ໃນ​ປີ 2025 ຈະ​ເພີ້ມ​ມູ​ນ​ຄ່າເປັນ 363,000 ລ້ານ​ບາດ.”

ທັງນີ້ລາວກັບໄທມີດ່ານການຄ້າຊາຍແດນລະຫວ່າງກັນທັງໝົດ 49 ດ່ານ ແຕ່ວ່າດ້ວຍການລະບາດໄວຣັສໂຄວິດ-
19 ນັບແຕ່ປີ 2020 ຈຶ່ງຕ້ອງປິດດ່ານຊາຍແດນສ່ວນໃຫຍ່ເພື່ອສະກັດກັ້ນການລະບາດດັ່ງກ່າວ ໂດຍທາງການສອງ
ຝ່າຍໄດ້ອະນຸຍາດໃຫ້ສາມາດຂົນສົ່ງສິນຄ້າຜ່ານທີ່ດ່ານຊາຍແດນລະຫວ່າງກັນໄດ້ພຽງ 14 ດ່ານເທົ່ານັ້ນ ຊຶ່ງການຈຳກັດຈຳນວນດ່ານການຄ້າຊາຍແດນດັ່ງກ່າວໄດ້ດຳເນີນຢ່າງຕໍ່ເນື່ອງຈົນເຖິງເດືອນມິຖຸນາ 2022 ນາຍົກລັດຖະ
ມົນຕີລາວ ແລະ ໄທ ຈຶ່ງໄດ້ຕົກລົງຮ່ວມກັນເພື່ອໃຫ້ເປີດດ່ານຊາຍແດນທຸກແຫ່ງລະຫວ່າງລາວ-ໄທ ນັບແຕ່ນັ້ນເປັນ
ຕົ້ນມາ.

ທັງນີ້ໂດຍພາບລວມການຄ້າລະຫວ່າງລາວ-ໄທໃນ 3 ໄຕມາດຂອງປີ 2022 ໄດ້ຂະຫຍາຍຕົວເພີ່ມຂຶ້ນ 20.97 ເປີ
ເຊັນທຽບໃສ່ໄລຍະດຽວກັນໃນປີ 2021 ໂດຍມີມູນຄ່າການຄ້າລວມ 204,775 ກວ່າລ້ານບາດໃນນີ້ໄທນຳເຂົ້າສິນ
ຄ້າຈາກລາວ 90,340.8 ລ້ານບາດ ເພີ່ມຂຶ້ນ 17.45 ເປີເຊັນ ແລະ ໄທສົ່ງສິນຄ້າມາລາວໃນມູນຄ່າລວມ
114,434.68 ລ້ານບາດ ເພີ່ມຂຶ້ນ 23.91 ເປີເຊັນ ເຮັດໃຫ້ໄທເປັນຝ່າຍໄດ້ປຽບດຸນການຄ້າຕໍ່ລາວ ຄິດເປັນມູນຄ່າ
ລວມ 24,093.89 ລ້ານບາດເພີ່ມຂຶ້ນເຖິງ 55.97 ເປີເຊັນ ໂດຍພະລັງງານໄຟຟ້າເປັນສິນຄ້າອັນດັບ 1 ທີ່ໄທນຳເຂົ້າຈາກລາວ ສ່ວນນໍ້າມັນເຊື້ອໄຟກໍຄືສິນຄ້າທີ່ລາວນຳເຂົ້າຈາກໄທຫຼາຍທີ່ສຸດດ້ວຍເຫດນີ້ຈຶ່ງຄາດໝາຍວ່າລາວຍັງຈະຕ້ອງປະເຊີນກັບການຂາດດຸນການຄ້າຕໍ່ໄທເພີ່ມຂຶ້ນອີກ ເພາະນອກຈາກຈະຕ້ອງນຳເຂົ້ານໍ້າມັນເຊື້ອໄຟທີ່ມີລາຄາແພງຂຶ້ນແລ້ວ ຍັງຈະຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກທີ່ມີລາຄາສູງຂຶ້ນດ້ວຍ ໃນຂະນະທີ່ພາກການຜະລິດສິນຄ້າຂອງລາວກໍຍັງບໍ່ຫຼາກຫຼາຍ ຈຶ່ງບໍ່ສາມາດເພີ່ມການສົ່ງອອກໄປຕ່າງປະເທດໄດ້ເລີຍ ແລະ ຜົນທີ່ຕາມມາກໍຄື ລາວຍັງຈະຕ້ອງປະເຊີນກັບການຂາດດຸນການຄ້າຕໍ່ໄປ ທັງຍັງຕ້ອງປະເຊີນກັບສະພາວະການຂາດແຄນເງິນຕາຕ່າງປະເທດຢ່າງໜັກໜ່ວງອີກດ້ວຍດັ່ງທີ່ ດຣ. ອັດ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລການຄ້າໄທໃຫ້ທັດສະນະວ່າ

“​ເປັນ​ຫຍັງເຂົາ​ບໍ່​ສາ​ມາດ​ຈະ​ເອົາ​ເງິນ​ຕາ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໄດ້​ກໍ​ເພາະ​ວ່າ ໂຄງ​ສ້າງ​ຂອງ​ການ​ສົ່ງອອກຂອງ
ສ​ປ​ປ ລາວ ນີ້​ ສິນ​ຄ້າ​ໃນ​ການ​ສົ່ງ​ອອກ​ບໍ່​ມີ​ຫລາຍ ລາຍ​ໄດ້​ຫລັກໆ​ຂອງ​ເຂົາ​ກໍ​ຈະ​ເປັນ​ຈາກ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ ແຮ່​ທາດ​ຕ່າງໆ ເຮົາ​ບໍ່​ຄ່ອຍ​ເຫັນ​ສິນ​ຄ້າ​ກະສິກຳຂອງ ສ​ປ​ປ ລາວ ທີ່ສົ່ງ​ໄປ​ຕ່າງ​ປະ​ເທດ ເຮົາບໍ່ຄ່ອຍເຫັນສິນຄ້າອຸດສາ
ຫະກຳຂອງ ສປປ ລາວ ສົ່ງໄປຕ່າງປະເທດ ສະ​ນັ້ນ ພໍຖືກ​ໂຄວິດ​ເຂົ້າ​ໄປ, ພໍສົງ​ຄາມ​ຣັດ​ເຊຍ ຢູ​ເຄ​ຣນ​ເຂົ້າ​ໄປ, ລາຍ
​ໄດ້​ເຂົ້າ​ປະ​ເທດ​ກໍ​ເລີຍ​ນ້ອຍ.”

ທັງນີ້ລະດັບທຶນສຳຮອງເງິນຕາຕ່າງປະເທດຂອງລາວຍັງມີທ່າອຽງຫຼຸດລົງຢ່າງຕໍ່ເນື່ອງ ໂດຍມີສາເຫດສຳຄັນມາ
ຈາກການຂາດດຸນການຄ້າຕ່າງປະເທດດັ່ງກ່າວ ແລະ ສົມທົບດ້ວຍການຕົກຕໍ່າລົງຂອງຄ່າເງິນກີບ ເມື່ອທຽບກັບ
ເງິນຕ່າງປະເທດ ລວມເຖິງພາລະໜີ້ສິນຂອງລັດຖະບານລາວ ທີ່ຈະຕ້ອງມີການຊຳລະຄືທັງເງິນຕົ້ນ ແລະ ດອກເບ້ຍເພີ່ມຂຶ້ນເປັນເກີນກວ່າ 1,400 ລ້ານໂດລາຕໍ່ປີສ່ວນການລະບາດພະຍາດໄວຣັສໂຄວິດ-19 ກໍເຮັດໃຫ້ລາຍຮັບຂອງລັດຖະບານ ແລະ ພາກທຸລະກິດໃນລາວຫຼຸດລົງດ້ວຍແລ້ວກໍຍິ່ງເຮັດໃຫ້ລາວປະເຊີນກັບບັນຫາຂາດດເງິນຕາຕ່າງປະເທດເພີ່ມຂຶ້ນຕື່ມອີກ.