Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານລາວ ມີໜີ້ສາທາລະນະເກີນກວ່າ 162,625 ຕື້ກີບ ເທົ່າກັບ 88 ເປີເຊັນ ຂອງຜະລິດຕະພັນລວມພາຍໃນ

ລັດຖະບານລາວມີໜີ້ສາທາລະນະເກີນກວ່າ 162,625 ຕື້ກີບ ເທົ່າກັບ 88 ເປີ ເຊັນຂອງຜະລິດຕະພັນລວມພາຍໃນ ຫຼື GDP ໃນນີ້ ເປັນໜີ້ຕ່າງປະເທດເຖິງ 63 ເປີເຊັນ ທັງຍັງຈະເພີ້ມຂຶ້ນອີກ ເພາະວ່າຈັດເກັບລາຍຮັບໄດ້ຕ່ຳ ແຕ່ມີການທຸດຈະລິດຫຼາຍ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ເປີດເຜີຍວ່າ ໜີ້ສາທາລະນະຂອງລັດຖະ ບານລາວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໃນຂະນະທີ່ການທຸດຈະລິດ ໃນວົງການພະນັກງານພັກ-ລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ແລະການປາບປາມມີປະສິດທິພາບຕ່ຳ ຊຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນເພີ້ມຂຶ້ນທັງພາຍໃນແລະຕ່າງປະເທດ ທັງນີ້ ໂດຍນັບເຖິງທ້າຍປີ 2021 ລັດຖະບານລາວ ມີພາລະໜີ້ສິນລວມເກີນກວ່າ 162,625 ຕື້ກີບ ຫຼືຄິດເປັນ 88 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມ (GDP) ປີ 2021 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 63 ເປີເຊັນພາຍໃນປະເທດ 13 ເປີເຊັນ ກັບໜີ້ຄ້ຳປະກັນຂອງລັດຖະບານ 12 ເປີເຊັນຂອງ GDP ໂດຍສະເພາະແມ່ນບັນດາລັດວິສາຫະກິດນັ້ນ ຖືເປັນພາກສ່ວນທີ່ສ້າງພາລະໜີ້ສິນໃຫ້ກັບລັດຖະບານລາວ ຫຼາຍທີ່ສຸດ ທັງຍັງມີລັດວິສາຫະກິດຈຳນວນນຶ່ງທີ່ບໍ່ສາມາດປະຕິຮູບການບໍລິຫານ ໃຫ້ເປັນທຸລະກິດໄດ້ອີກດ້ວຍ ເພາະເປັນກິຈະການທີ່ກ່ຽວກັບຄວາມໝັ້ນຄົງປອດໄພແຫ່ງຊາດ ດັ່ງທີ່ ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົມຕີກະຊວງການເງິນ ໄດ້ຢືນຢັນວ່າ:

“ວິສາຫະກິດຂອງລັດ ທີ່ປະຕິບັດເປົ້າໝາຍ-ຍຸດທະສາດ ທາງດ້ານການເມືອງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ລວມມີວິສາຫະກິດທີ່ຜະລິດ ແລະສ້ອມແປງສາຍສົ່ງໄຟຟ້າແຫ່ງຊາດ ລະບົບໂທລະຄົມມະນາຄົມພື້ນຖານ ການຕິດຕໍ່ສື່ສານ ວິສາຫະກິດທີ່ຄຸ້ມຄອງ-ຈັດສັນແຫລ່ງຊັບພະຍາກອນແລະການຂຸດຄົ້ນ-ປຸງແຕ່ງບາງປະເພດແຮ່ທາດ ຊຶ່ງເປັນຊັບສິນລວມຂອງວົງຄະນະຍາດແຫ່ງຊາດ ບັນດາວິສາຫະກິດ ທີ່ໄດ້ຮັບມອບໝາຍສະເພາະໃນເຂດພື້ນທີ່ຍຸດທະສາດ ການປະຕິຮູບ ແລະກໍ່ສ້າງວິສາຫະກິດເຫຼົ່ານີ້ ໄປຕາມທິດລັດຜູກຂາດຮັກສາເປັນລັດວິສາຫະກິດຖືຮຸ້ນ 100 ເປີເຊັນ.”

ທັງນີ້ ລັດຖະບານລາວ ມີວິສາຫະກິດທັງໝົດ 178 ຫົວໜ່ວຍ ມີຊັບສິນລວມກັນເຖິງ 184,765 ຕື້ກີບ ຫຼືເທົ່າກັບ 96 ເປີເຊັນຂອງ GDP ແຕ່ລັດວິສາຫະກິດ ທັງ 178 ຫົວໜ່ວຍດັ່ງກ່າວ ກໍສີໜີ້ສິນລວມກັນເຖິງ 147,451 ຕື້ກີບຫຼືເທົ່າກັບ 76 ເປີເຊັນຂອງ GDP ທັງຍັງປະເຊີນກັບສະພາວະຂາດທຶນຢ່າງຫຼວງຫຼາຍທີ່ເກີດຈາກການທຸດຈະລິດ ແລະການບໍລິຫານມີປະສິດທິພາບຕໍ່າ ຍ້ອນວ່າ ມີການຫຼິ້ນພັກ-ຫຼິ້ນພວກ ແລະການສະແຫວງຫາຜົນປະໂຫຍດສ່ວນຕົວ ເປັນດ້ານຫຼັກ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການປະຕິຮູບຢ່າງຮີບດ່ວນທີ່ສຸດ ດ້ວຍການເປີດໃຫ້ເອກະຊົນຮ່ວມທຶນເພີ້ມຂຶ້ນ ເພາະວ່າ ການຈັດຕັ້ງປະຕິບັດດັ່ງກ່າວ ໃນໄລຍະຜ່ານມາພົບວ່າ ລັດວິສາຫະກິດທີ່ເອກະຊົນຮ່ວມທຶນໃນສັດ ສ່ວນທີ່ສູງນັ້ນ ມີປະສິດທິພາບສູງທັງໃນດ້ານການບໍລິຫານ ແລະຜົນປະກອບການທີ່ດີຂຶ້ນດ້ວຍ.

ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານລາວ ຍັງຕ້ອງອຸດໜຸນບັນດາວິສາຫະກິດທີ່ກ່ຽວກັບຄວາມໝັ້ນຄົງແຫ່ງຊາດດັ່ງກ່າວ ໃນຂະນະທີ່ການປ້ອງກັນແລະປາບປາມການທຸດຈະລິດ ກໍຍັງບໍ່ມີປະສິດທິພາບນັ້ນ ລວມເຖິງເສດຖະກິດມະຫາພາກທີ່ບອບບາງ ກໍຄືປັດໄຈສຳຄັນທີ່ຈະເຮັດໃຫ້ລັດຖະບານລາວ ເກັບລາຍໄດ້ຕ່ຳກວ່າແຜນການ ດັ່ງທີ່ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ໃຫ້ການຢືນຢັນວ່າ:

“ບັນດາຄວາມສ່ຽງຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ ມີດັ່ງນີ້ ການຈັດເກັບລາຍຮັບຈາກຖານລາຍຮັບທີ່ມີໃນປັດຈຸບັນ ບໍ່ມີຄວາມໝັ້ນຄົງ ເນື່ອງຈາກເສດຖະກິດມະຫາພາກ ມີຄວາມບອບບາງຫຼາຍ ເປັນຕົ້ນອັດຕາເງິນເຟີ້ ອັດຕາແລກປ່ຽນ ແລະລາຄານ້ຳມັນມີຄວາມປັ່ນປ່ວນສູງ ຊຶ່ງກະທົບຕໍ່ຖານລາຍຮັບຈາກການຜະລິດ ແລະການບໍລິການ ການເກັບລາຍຮັບຈາກຖານລາຍຮັບໃໝ່ ຍັງບໍ່ທັນປະຕິບັດໄດ້ຕາມແຜນ ເປັນຕົ້ນຄ່າມັດຈຳຈາກການທົດລອງຂຸດຄົ້ນແຮ່ທາດ ໄດ້ພຽງແຕ່ 45.2 ລ້ານໂດລາສະຫະລັດ ແລະພັນທະຈາກການສົ່ງອອກພຽງແຕ່ 8.8 ລ້ານໂດລາສະຫະລັດ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດ ເປີດເຜີຍວ່າ ເງິນກູ້ຢືມໃນລະ ບົບສິນເຊື່ອທະນາຄານໃນລາວ ໃນປັດຈຸບັນ ມີມູນຄ່າລວມເຖິງ 95,000 ຕື້ກີບ ໃນນີ້ເປັນສິນເຊື່ອໃນການຄຸ້ມຄອງຂອງທະນາຄານແແຫ່ງຊາດ 48.45 ເປີເຊັນ ທະນາຄ່ານຮ່ວມທຶນລັດ-ເອກະຊົນ 10.15 ເປີເຊັນ ແລະ 41.4 ເປີເຊັນ ເປັນສິນເຊື່ອຂອງທະນາຄານເອກະຊົນ ແຕ່ດ້ວຍການລະບາດໄວຣັສໂຄວິດ-19 ນັບຈາກປີ 2022 ກໍໄດ້ເຮັດໃຫ້ໜ່ວຍທຸລະກິດບໍ່ສາມາດຊຳລະໜີ້ໃຫ້ທະນາຄານໄດ້ເລີຍ ຊຶ່ງເຮັດໃຫ້ມີໜີ້ເສຍ (NPL) ໃນລະບົບທະນາຄານເພີ້ມຂຶ້ນເກີນກວ່າ 7 ເປີເຊັນທັງຍັງມີໜີ້ທີ່ມີຄວາມສ່ຽງສູງທີ່ຈະເກັບຄືນບໍ່ໄດ້ອີກ 17.48 ເປີເຊັນຂອງມູນຄ່າສິນເຊື່ອທັງໝົດອີກດ້ວຍ.