Lao
This article was added by the user . TheWorldNews is not responsible for the content of the platform.

ລາວເປັນປະເທດທີ່ມີເສດຖະກິດຟື້ນຕົວຊ້າ ແລະຢູ່ໃນລະດັບຂ້ອນຂ້າງຕໍ່າທີ່ສຸດ ໃນອາຊຽນ

ທ່າມກາງໄພເງິນເຟີ້ທີ່ນັບມື້ຖີບຕົວສູງຂຶ້ນຢ່າງວ່ອງໄວ ແລະສູງທີ່ສຸດໃນບັນດາປະເທດສະມາຊິກ ຂອງກຸ່ມອາຊຽນຢູ່ນີ້ ການຟື້ນຕົວທາງເສດຖະກິດຂອງລາວ ຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແມ່ນເປັນໄປຢ່າງຊັກຊ້າແລະຢູ່ໃນລະດັບຕໍ່າເປັນອັນດັບສອງ ເມື່ອທຽບໃສ່ກັບ 10 ປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້​ຈາກ ນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນປີ 2022 ນີ້ ຄາດວ່າ ເສດຖະກິດລາວຈະຂະຫຍາຍຕົວ ພຽງ 2.5 ເປີເຊັນ, ຊຶ່ງເປັນອັດຕາຂະຫຍາຍຕົວທີ່ຕໍ່າສຸດອັນດັບສອງ ສໍາລັບປະເທດສະມາຊິກຂອງ ກຸ່ມອາຊຽນຮອງຈາກມຽນມາ ແລະກໍເປັນອັດຕາຂະຫຍາຍຕົວທີ່ຕໍ່າກວ່າປີ 2021 ແລະ 2020 ທີ່ມີ 3.5 ເປີເຊັນ ແລະ 3.3 ເປີເຊັນ ຕາມລໍາດັບນັ້ນ, ອີງຕາມເວັບໄຊ Trading economics ທີ່ທໍາການວິໄຈເສດຖະກິດຂອງໂລກ ແລະມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນນິວຢອກຂອງສະຫະລັດ. ປະເທດທີ່ມີເສດຖະກິດນ້ອຍແຫ່ງນີ້ ພັດມີອັດຕາໄພເງິນເຟີ້ສະເລ່ຍທີ່ສູງກວ່າໝູ່ທີ່ສຸດໃນຂົງເຂດ ຊຶ່ງກໍຄື 17 ເປີເຊັນ ສໍາລັບປີນີ້. ອັດຕາເງິນເຟີ້ສະເລ່ຍນີ້ ສູງກວ່າສອງປີຜ່ານມານັ້ນຫລາຍ ກໍຄື 5.1 ເປີເຊັນ ແລະ 3.7 ເປີເຊັນ ໃນປີ 2020 ແລະ 2021 ຕາມລໍາດັບ, ອີງຕາມສະຖິຕິ ຂອງທະນາຄານພັດທະນາເອເຊຍ ທີ່ເຜີຍແຜ່ອອກມາໃນເດືອນກັນຍາຜ່ານມານີ້. ຕົວເລກນີ້ ສະແດງໃຫ້ເຫັນວ່າການຟື້ນຕົວ ຂອງເສດຖະກິດລາວ ຈາກຜົນກະທົບຂອງການລະບາດ ພະຍາດໂຄວິດ-19 ຊັກຊ້າຫລາຍ ເມື່ອທຽບໃສ່ປະເທດອື່ນ ຢູ່ໃນຂົງເຂດດຽວກັນ. ສ່ວນສະຖະຕິຂອງອົງການ Trading economics ນັ້ນ ບັນທຶກວ່າ ນັບແຕ່ເດືອນພະຈິກ ປີ 2021 ເປັນຕົ້ນມາ ອັດຕາໄພເງິນເຟີ້ໃນລາວ ຖີບຕົວສູງຂຶ້ນບໍ່ຢຸດຢັ້ງ ຊຶ່ງກໍຄືຈາກ 4.72 ເປີເຊັນ ໃນເດືອນນັ້ນ ຂຶ້ນມາເປັນ 34 ເປີເຊັນ ໃນເດືອນກັນຍາຜ່ານມາ ຊຶ່ງກົງກັນກັບການໃຫ້ຂໍ້ສັງເກດຂອງເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ໃນກະຊວງອຸດສະຫະກໍາ ແລະ ການຄ້າທີ່ເຫັນວ່າ ສະພາບໄພເງິນເຟີ້ນີ້ບໍ່ມີທ່າທີທີ່ຈະຫລຸດລົງໄດ້ງ່າຍໆເລີຍ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ມັນບໍ່ຫລຸດແລ້ວ ດຽວນີ້ມີແຕ່ຂຶ້ນຫັ້ນແຫລະ ດຽວນີ້ມັນບໍ່ແມ່ນສາມສິບປາຍ ສາມສິບສີ່ຈຸດຫ້າເປີເຊັນ ເດືອນນີ້ນະແຫ່ງເພີ້ມຂຶ້ນ ເດືອນເກົ້າ ເດືອນສິບມັນກະຫນ້ອຍກວ່ານີ້. ຕອນນັ້ນ ກະຊາວເຈັດຊາວແປດເນາະ ດຽວນີ້ມັນເພີ້ມຂຶ້ນຮອດສາມສິບສີ່ແລ້ວ ເດືອນຕໍ່ໄປແຮງຊິໜັກກວ່າ ຂຶ້ນໄປອີກ”.

ເນື່ອງຈາກລາວເປັນປະເທດທີ່ມີປະຫວັດການນໍາເຂົ້າສິນຄ້າຫລາຍກວ່າ ການ ສົ່ງອອກ ມາໄດ້ຫລາຍທົດສະວັດແລ້ວ ສະນັ້ນການລະບາດຂອງໂຄວິດ-19 ທີ່ໄດ້ກະທົບຢ່າງແຮງ ໃສ່ເສດຖະກິດຂອງລາວ ນັບແຕ່ຕົ້ນປີ 2020 ແລະຕາມມາດ້ວຍສົງຄາມຣັດເຊຍໃນຢູເຄຣນນັ້ນ ຍິ່ງເຮັດໃຫ້ລາວ ຂາດດຸນບັນຊີຊໍາລະເງິນຕາ ຫລື Current Account Balance ຢ່າງໜັກໜ່ວງແບບຕໍ່ເນື່ອງ ຊຶ່ງກໍຄື -6 ເປີເຊັນ ໃນປີ 2020, -5 ເປີເຊັນ ໃນປີ 2021, ແລະ ປະມານ -4.5 ເປີເຊັນ ໃນປີນີ້ ແລະ ຄາດວ່າຈະພຸ້ງຂຶ້ນຄືນເປັນ 5.5 ເປີເຊັນໃນປີ 2023, ອີງຕາມສະຖິຕິຂອງທະນາຄານພັດທະນາ. ຕົວເລກນີ້ສະແດງໃຫ້ເຫັນວ່າ ສປປ ລາວ ເປັນປະເທດທີ່ມີການຂາດດຸນບັນຊີຊໍາລະເງິນຕາສູງ ໃນອັນດັບສອງ ຫລື ສາມຂອງກຸ່ມອາຊຽນ ມາໂດຍຕະຫລອດ ຢູ່ໄລຍະ 3 ປີຜ່ານມານີ້. ແລະໃນໄຕມາດທີ 2 ຂອງ ປີນີ້ລາວ ຂາດດຸນບັນຊີຢູ່ 155.76 ລ້ານໂດລາ ຊຶ່ງສົ່ງຜົນເຮັດໃຫ້ເງິນກີບ ຂອງລາວອ່ອນຄ່າລົງໄປເລື້ອຍໆ ຊຶ່ງກໍຄື ຈາກ 1 ໂດລາຕໍ່ 12,980 ກີບ ໃນເດືອນມັງກອນ 2022 ມາເປັນ 1 ໂດລາ ຕໍ່ 17,018 ກີບ ໃນວັນທີ 3 ພະຈິກຜ່ານມານີ້, ອີງຕາມສະຖິຕິໃນເວັບໄຊ Trading economics. https://tradingeconomics.com/laos/currency

ເງິນກີບລາວກໍຍັງອ່ອນຄ່າລົງ ຢ່າງວ່ອງໄວ ເຊັ່ນກັນອີກ ເມື່ອທຽບໃສ່ເງິນບາດ ຂອງໄທ ທີ່ປະເທດທີ່ລາວ ນໍາເຂົ້າສິນຄ້າຫລາຍທີ່ສຸດນັ້ນ ຊຶ່ງມັນສົ່ງຜົນກະທົບຕໍ່ຜູ້ນໍາສິນຄ້າເຂົ້າຢູ່ໃນລາວ ທັງລາຍໃຫຍ່ແລະນ້ອຍ ດັັ່ງນັກທຸລະກິດຂາຍເຄື່ອງສົ່ງສິນຄ້າປະເພດທີ່ໃຊ້ໃນງານບຸນທາງສາດສະໜາພຸດຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ເລົ່າສູ່ຟັງວ່າ:

“ເຄື່ອງທຸກຢ່າງເອົາມາແຕ່ໄທເດ ຊື້ເປັນເງິນບາດເດ ເຄື່ອງຢູ່ລາວບໍ່ໄດ້ມີໄດ ເຄື່ອງທຸກຢ່າງເອົາມາແຕ່ໄທໝົດ ນໍາເຂົ້າແຕ່ໄທໝົດເງິນບາດໝົດ ພໍໄດ້ຢູ່ນ້ອຍນຶ່ງ

ທ່ານກ່າວຕື່ມວ່າ “ເຄື່ອງກອງບຸນຊຸດໃຫຍ່ ຊຸດເຄື່ອງເກົ້າຊັ້ນກະສິບປາຍລ້ານ ເຄື່ອງກອງກາງຫ້າລ້ານຫ້າ ແລະເຄື່ອງກອງຊຸດນ້ອຍສາມລ້ານຫ້າ, ສ່ວນລາຄາຄູນຕາມເງິນບາດຊ່ວງສາມເດືອນກ່ອນ ກອງໃຫ່ຍກະປະມານແປດລ້ານ (ກີບ) ກອງກາງ ສາມລ້ານປາຍ ກອງນ້ອຍກະສອງລ້ານ.”

ສະພາບເງິນກີບຂອງລາວອ່ອນຄ່າລົງນີ້ ນັບມື້ນັບຈະຮ້າຍແຮງຂຶ້ນໄປເລື້ອຍໆ ເປັນເກືອບ 19,000 ກີບຕໍ່ 1 ໂດລາ ໃນເດືອນຕຸລາ 2023, ອີງຕາມການຄາດຄະເນຂອງກຸ່ມນັກເສດຖະສາດສາກົນ ທີ່ບັນທຶກຢູ່ໃນເວັບໄຊ Trading economics.

ສະຫລຸບແລ້ວ ໂດຍທີ່ລາວເປັນປະເທດທີ່ມີການຂາດດຸນບັນຊີເງິນຕາຊໍາລະຕ່າງປະເທດຫລາຍຂຶ້ນຢ່າງຕໍ່ເນື່ອງ ແລະການອ່ອນຄ່າລົງນັບມື້ ຂອງເງິນກີບ ມັນຈະສືບຕໍ່ເຮັດໃຫ້ໄພເງິນເຟີ້ ແລະລາຄາສິນຄ້າທົ່ວໄປໃນປະເທດສືບຕໍ່ພຸ້ງສູງຂຶ້ນ ແລະທັງໝົດນີ້ ໄດ້ສົ່ງຜົນເຮັດໃຫ້ລາວ ເປັນປະເທດທີ່ມີການຟື້ນຕົວຊ້າ ແລະ ສືບຕໍ່ເປັນປະເທດທີ່ມີອັດຕາຂະຫຍາຍຕົວທາງເສດຖະກິດ ໃນອັນດັບລາກຫລັງ ໝູ່ໃນບັນດາປະເທດຢູ່ກຸ່ມອາຊຽນດ້ວຍກັນ.