Lao
This article was added by the user . TheWorldNews is not responsible for the content of the platform.

ລາວເປັນປະເທດນຶ່ງ ທີ່ມີຄຸນນະພາບການສຶກສາຕໍ່າທີ່ສຸດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຍ້ອນຫຼາຍສາເຫດ

ລາວເປັນປະເທດນຶ່ງ ນອນຢູ່ໃນຈໍານວນບໍ່ເທົ່າໃດປະເທດ ທີ່ມີຄຸນນະພາບການສຶກສາຕໍ່າທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງເລື້ອງງົບປະມານຂອງລັດຖະບານຕໍ່າ ການສໍ້ລາດບັງຫລວງ ແລະການຫລິ້ນພັກຫລິ້ນພວກໃນວົງການການສຶກສາ ເປັນສາເຫດຕົ້ນຕໍທີ່ພາໃຫ້ເປັນເຊັ່ນນັ້ນ,
ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເປົ້າໝາຍຂອງການສຶກສາໃນ ສປປ ລາວ ໄດ້ລະບຸໄວ້ຢ່າງຈະແຈ້ງໃນລັດຖະທຳ​ມະນູນວ່າ ລັດ ​ແລະສັງຄົມ​ຄວນ​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ບລະບົບ​ການ​ສຶກສາ​ແຫ່ງ​ຊາດ, ສ້າງ​ກາລະ​ໂອກາດ ​ແລະ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບ​ການ​ສຶກສາ, ພິ​ເສດ​ແມ່ນ​ປະຊາຊົນ​ ຢູ່​ເຂດ​ຫ່າງ​ໄກ​ ​ແລະ ສອກຫຼີກ, ຊົນ​ເຜົ່າ​ສ່ວນ​ນ້ອຍ, ແມ່ຍິງ, ເດັກນ້ອຍ, ແລະຜູ້ດ້ອຍໂອກາດ. ແຕ່ໃນຕົວຈິງແລ້ວ ສປປ ລາວ ທີ່ສ້າງຕັ້ງຂຶ້ນມາໄດ້ 47 ປີແລ້ວນັ້ນ ຍັງຫລ້າຫລັງກວ່າປະ ເທດອື່ນໃນຂົງເຂດ ແລະສາກົນຢູ່ ເມື່ອເວົ້າເຖິງການສຶກສາ. ມີພຽງ 77 ເປີ ເຊັນຂອງຄົນລາວທີ່ຮຽນສູງຮອດປີສຸດທ້າຍຂອງມັດທະຍົມປາຍ ແລະ 39 ເປີ ເຊັນຂອງຊາວໜຸ່ມລາວ ແມ່ນບໍ່ເຂົ້າໂຮງຮຽນ ແລະບໍ່ໄດ້ເຂົ້າຮັບການຝຶກອົບຮົມ ຫລືເຮັດວຽກ ອີງຕາມລາຍງານ ປະຈໍາປີ 2022 ຂອງໂຄງການເພື່ອການພັດທະນາຂອງອົງການສະຫະປະຊາຊາດ ຫລື UN Development Program. ສາເຫດຕົ້ນຕໍອັນນຶ່ງ ກໍແມ່ນການໃຫ້ງົບປະມານແກ່ການພັດທະນາການສຶກສາ ຂອງລັດຖະບານລາວມີໜ້ອຍ ຊຶ່ງພາໃຫ້ບໍ່ສາມາດສະໜອງຄູ ໃຫ້ຕາມຄວາມຕ້ອງການໃນການຮຽນ-ການສອນໄດ້. ໃນບາງເຂດ ການສອນແມ່ນເພິ່ງພາອາໄສທີ່ເປັນຄູອາສາສະໝັກ ແຕ່ວ່າການເຮັດວຽກໂດຍທີ່ບໍ່ໄດ້ຮັບຄ່າແຮງງານ ເປັນເວລາຫລາຍປີ ຄູເຫລົ່ານີ້ ກໍໜີໄປ ດັ່ງທີ່ເຈົ້າໜ້າທີ່ອະວຸໂສ ໃນພະແນກສຶກສາຂອງແຂວງຈໍາປາສັກ, ຢູ່ພາກໃຕ້ຂອງລາວ ເວົ້າກ່ຽວກັບສະພາບການນີ້ ສູ່ຟັງວ່າ:

“ແຕ່ລະເມືອງມັນກະຍັງຫລາຍຍັງຕັ້ງເປັນສີ່ຫ້າສິບ ແຕ່ບາງຄົນມັນກະໝົດອາຍຸກ່ອນ ຄືໄດ້ຍິນທົ່ວໄປເຂົາເວົ້າຫັ້ນແຫລະ ກະແມ່ນຄວາມເຂົາຫລາຍຢູ່ຫັ້ນແຫຼະໃຊ້ຄົນຊື່ໆ ບໍ່ໄດ້ຄ່າຈ້າງລາງວັນ ໃຫ້ເຂົາຫັ້ນນະ ບາງບ້ານ ມັນກະບໍ່ໄດ້ໃຫ້ຄ່າແຮງຄ່າຫຍັງຈັກດີ້ ເຂົາກະເຮັດແຫລະແນວເຂົາກະມັກ ບໍ່ໄດ້ວ່າຈັກຊິໄດ້ບໍ່ໄດ້ ມັນກະເຕັມທີຫລາຍລະປີນີ້ແຫ່ງມີໜ້ອຍ, ທ່ານຮອງລັດຖະມົນຕີລົງມາ ວ່າຊິມີຄົນທົດແທນ, ຄັນຕາຍ ຫລື ອອກຕ້ອງເອົາຄົນມາທົດແທນ, ຕາຍສອງຮ້ອຍກໍຕ້ອງ ເອົາເຂົ້າແທນສອງຮ້ອຍ ເສຍຫາຍຮ້ອຍ ເອົາເຂົ້າຮ້ອຍຊັ້ນນະ”.

ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນວຽງຈັນມ ສປປ ລາວ
ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນວຽງຈັນມ ສປປ ລາວ

ພ້ອມກັນນັ້ນການຫລິ້ນພັກຫລິ້ນພວກກໍເປັນບັນຫາເຊັ່ນກັນ ດັ່ງພໍ່ຂອງນັກຮຽນ ຄົນນຶ່ງ ທີ່ຮຽນຈົບຊັ້ນສູງຝ່າຍອົບຮົມຄູ ທີ່ຖືກຊັບຊ້ອນໃຫ້ເຮັດວຽກ ໄດ້ບອກກັບນັກ​ຂ່າວດ້ວຍຄວາມນ້ອຍໃຈວ່າ:

“ຍັງບໍ່ໄດ້ລັດຖະກອນປານນີ້ ຊີ້ນະທຶນເມືອງຫາດຊາຍຟອງເຂົາໃຫ້ປີລະທຶນສອງທຶນຊີ້ນະ ກະລູກເຈົ້າຫລານນາຍເອົາໄປກິນລະກະແລ້ວ ເຂົາໃຫ້ຫນ້ອຍນະທຶນນະ ເກີນບໍ່ໄດ້ ໃຜຊິຢາກໄປຮຽນວິຊາຊີບ ເຫັນບໍ່ວິທະຍາໄລຄູບ້ານເກິນ ໄດ້ປະກາດເອົານັກສຶກສາໄປຮຽນໄດ໋ ເອົາແນວມັນບໍ່ມີຕະຫລາດຮອງຮັບເນາະຮຽນຈົບອອກແລ້ວບໍ່ມີບ່ອນຮອງຮັບ ແລ້ວບໍ່ມີໃຜຢາກໄປ. ເອົາໜີໄປທາງອື່ນ ຄັນມີຊ່ອງວ່າງເອົາໄປ ກະຢາກເອົາໄປທາງອື່ນ ຢາກຊອກທາງອື່ນຮອງຮັບໄວ້ ສົມມຸດວ່າປີນີ້ມັນ ບໍ່ໄດ້ແລ້ວ ກະແຊໄປທາງອື່ນ ໃຈເຮົາຢາກລົງທຶນໃຫ້ລູກຈັກເລັກຈັກໜ່ອຍ ອອກມາຕັ້ງຮ້ານຂາຍເຄື່ອງຈັ່ງຊັ້ນໄດ໋”

ອັດຕາການໃຊ້ຈ່າຍງົບປະະມານຂອງລັດຖະບານລາວ ເຂົ້າໃນການສຶກສາ ໂດຍປົກກະຕິແມ່ນຕໍ່າ ແລະກໍຫລຸດລົງຫລາຍ ໃນປີ 2020 ທີ່ມີພຽງແຕ່ 2.2 ເປີເຊັນ ເມື່ອທຽບໃສ່ກັບປີ 2013 ທີ່ມີອັດຕາສູງສຸດ ກໍຄື 3.3 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ, ອີງຕາມທະນາຄານໂລກ ທີ່ລາຍງານໃນເດືອນມິຖຸນາ 2022.

ເມື່ອເວົ້າເຖິງຄຸນນະພາບການສຶກສາລາວ ນັ້ນ, ອົງການຢູນີເຊຟ ຫລື United Nations Children’s Fund ລາຍງານວ່າ ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ໃນລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ເມື່ອທຽບໃສ່ກັບປະເທດອື່ນ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້. ມີພຽງແຕ່ 81.9% (2017) ຂອງເດັກ ນ້ອຍທີ່ໄດ້ເຂົ້າໂຮງຮຽນສາມາດຮຽນຈົບຊັ້ນປະຖົມ. ນອກຈາກນັ້ນ ຜົນ​ການ​ຮຽນຂອງ​ນັກ​ຮຽນ​ຍັງ​ຕ່ຳ, ເຮັດ​ໃຫ້​ເດັກ​ ບໍ່​ມີ​ຄວາມ​ຮູ້ ແລະທັກ​ສະ​ທີ່​ຈຳ​ເປັນ. ຄວາມອາດສາມາດຂອງຄູສອນ ມີຈຳກັດ, ລະບົບການສະໜັບສະໜູນການສອນ ກໍອ່ອນ, ຄູພົບຄວາມຫຍຸ້ງຍາກໃນການສອນຫຼາຍຊັ້ນຮຽນໄປພ້ອມໆກັນ ໃນຫລາຍເຂດ ແລະການຂາດອຸປະກອນການຮຽນ-ການສອນ.

ນອກຈາກນັ້ນ ກໍຍັງມີການສໍ້ລາດບັງຫລວງອີກດ້ວຍ ດັ່ງການຢືນຢັນຂອງພະນັກງານອະວຸໂສທ່ານນຶ່ງ ໃນກະຊວງສຶກສາທີ່ເວົ້າວ່າ:

“ມັນເວົ້າໄດ້ຢູ່ວ່າເອົາຄົນໂປ່ງໃສ ໂປ່ງໃສເອົາຄົນດີຄົນເກັ່ງ ບໍ່ແມ່ນ ກໍເອົາຄົນມັນຫັ້ນແຫລະ ລູກຫລານຫັ້ນແຫລະ ຫລືວ່າເອົາເງິນປ້ອນໄປຊັ້ນແຫລະ ເຮົາກະບໍ່ຮູ້ນໍາເຂົາເນາະ ມັນມີເລື້ອງເງິນເລື້ອງຄໍາແຖມກະເອົາຂອງເຂົາກ່ອນຊໍ້ານະ ເອົາມາວ່າຊິໄດ້ບາງເມືອງກະບໍ່ໄດ້ກະຕິດໜີ້ເຂົາໄດ໋ ບາງຄົນຈ່າຍກ່ອນວ່າຊິເອົາໃຫ້ໄດ້ ປີນີ້ຄືບໍ່ໄດ້ຕິດໜີ້ໄປຕໍ່ອີກນະມີຫລາຍກໍລະນີຢູ່ຮາກຖານ ສາມສີ່ສິບລ້ານເຂົາກະຈ້າງກັນໄດ໋ ເອົາຄົນເກັ່ງ ເອົາຄົນໄດ້ໃບປະກາດແດງ ມັນແນວນີ້ຊັ້ນນະບາດເຮັດຕົວຈິງມັນກະຄືເກົ່າຫັ້ນແຫລະຄົນເຈົ້າຄົນຂ້ອຍຈ້າງກັນໄປຈັ່ງຊັ້ນແຫຼະ ບ້ານເຮົາ.

ສະຫຼຸບແລ້ວ ນອກຈາກລັດຖະບານມີງົບປະມານຈໍາກັດແລ້ວ, ການສໍ້ລາດບັງ ຫລວງທີ່ເອົາຄູບໍ່ມີຄຸນນະພາບໃນການສິດສອນເຂົ້າສັງກັດໃນລະບົບການສຶກສາ ຄືສາເຫດຕົ້ນຕໍທີ່ພາໃຫ້ຄຸຸນນະພາບການສຶກສາຂອງລາວຕໍ່າ ເມື່ອທຽບກັບສາກົນ.