Lao
This article was added by the user . TheWorldNews is not responsible for the content of the platform.

​ລາວ​ຍັງ​ປະ​ເຊີນ​ກັບ​ບັນ​ຫາ ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ​

​ລາວ​ຍັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ​ໂດຍ​ໃນ​ໄລ​ຍະ 9 ເດືອນ​ຜ່ານ​ມາ​ຂາດ​ດຸນ​ແລ້ວ​ເກີນກວ່າ 600 ລ້ານ​ໂດ​ລາ​ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ຂາດ​ແຄນ​ເງິນ​ຕາ​ຢ່າງ​ຮຸນ​ແຮງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເປີດ​ເຜີຍ​ວ່າ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ໃນ​ໄລ​ຍະ 9 ເດືອນ​ທີ່​ຜ່ານ​ມາ​ຂອງ​ປີ 2022 ນີ້​ມີ​ມູນ​ຄ່າ​ລວມ 9,383 ລ້ານ​ໂດ​ລາ ໃນ​ນີ້​ເປັນ​ການ​ສົ່ງ​ສິນ​ຄ້າ​ອອກ​ໄປ​ຕ່າງ​ປະ​ເທດ 4,388 ລ້ານ​ໂດ​ລາ ແລະ ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ 4,995 ລ້ານ​ໂດ​ລາ​ຊຶ່ງ​ເຮັດ​ໃຫ້​ລາວ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ ຄິດ​ເປັນ​ມູນ​ຄ່າ​ລວມ 607 ລ້ານ​ໂດ​ລາ ໂດ​ຍ​ສະ​ພາ​ວະ​ການ​ຄ້າ​ດັ່ງ​ກ່າວນີ້ບໍ່​ລວມ​ເຖິງ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ພະ​ລັງ​ງານ​ໄຟ​ຟ້າ​ແຕ່​ຢ່າງ​ໃດ​ເພາະ​ວ່າ​ແຫຼ່ງ​ຜ​ະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ​ສ່ວນ​ໃຫຍ່​ໃນ​ລາວ​ເປັນ​ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ຊາດ​ຈຶ່ງບໍ່​ໄດ້​ຄິດ​ໄລ່​ເອົາ​ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ໄຟ​ຟ້າ​ມາ​ລວມ​ກັບ​ການ​ຄ້າ​ຕ່າງ​ປະ​ເທດ ເນື່ອງ​ຈາກ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ຊາດ​ຕ້ອງ​ນຳ​ເອົາ​ລາຍ​ໄດ້​ໄປ​ຊຳ​ລະ​ໜີ້​ເງິນ​ກູ້​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ ຈຶ່ງບໍ່​ມີ​ສ່ວນ​ທີ່​ເຮັ​ດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລາວ​ມີ​ສະ​ຖາ​ນະ​ທີ່​ດີ​ຂຶ້ນ​ແຕ່​ຢ່າງ​ໃດ.

ນອ​ກ​ຈາກນີ້ ການ​ຜະ​ລິດ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ລາວ​ທີ່ບໍ່​ມີ​ຄວາມຫຼາກຫຼາຍ​ແຕ່​ວ່າ​ກັບ​ມີ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢ່າງກວ້າງ​ຂວາງ ທັງ​ຍັງ​ຖື​ເປັນ​ລາຍ​ໄດ້​ສ່ວນ​ໃຫຍ່​ຂອງ​ລັດ​ຖະ​ບານ​ລາວ​ດ້ວຍ​ແລ້ວ ໃນ​ຂະ​ນະ​ດຽວ​ກັນ​ການ​ທີ່​ລາວ​ຍັງ​ຄົງ​ຕ້ອງ​ເພິ່ງ​ພາ​ການ​ນຳ​ເຂົ້າ​ສິນ​ຄ້າ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຢ່າງ​ໜັກ​ໜ່ວງ​ດັ່ງ​ທີ່ ດ​ຣ. ອັນ ພິ​ສານ​ວາ​ນິດ ຜູ້​ອຳ​ນວຍ​ການ​ສູນ​ສຶກ​ສາ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ ມະ​ຫາ​ວິ​ທະ​ຍາ​ໄລ​ຫໍ​ການ​ຄ້າ​ແຫ່ງ​ປະ​ເທດ ໄທ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ສ​ປ​ປ ລາວ ເປັນ​ປະ​ເທດ​ທີ່​ຕ້ອງ​ເພິ່ງ​ພາ​ນ້ຳ​ມັນ, ປຸຍ, ອາ​ຫານ​ການ​ກິນນີ້ 90 ເປີ​ເຊັນ​ຈາກ​ຕ່າງ​ປະ​ເທດ​ເວ​ລາ​ຊື້​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ກໍ​ຕ້ອງ​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ແລ້ວ​ກໍ​ທີ່​ສຳ​ຄັນ​ກໍ​ຄື​ວ່າ​ໂຄງ​ສ້າງ​ຂອງ​ການ​ສົ່ງ​ອອກ​ສິນ​ຄ້າ​ມີບໍ່ຫຼາກຫຼາຍ ລາຍ​ໄດ້ຫຼັກໆ​ກໍ​ຈະ​ເປັນ​ຈາກ​ໄຟ​ຟ້າ, ແຮ່​ທາດ​ຕ່າງໆ ເຮົາ​ບໍ່​ຄ່ອຍ​ເຫັນ​ສິນ​ຄ້າ​ກະ​ສິ​ກຳ-ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ທີ່​ສົ່ງ​ໄປ​ຕ່າງ​ປະ​ເທດ ເພາະ​ສະ​ນັ້ນ​ພໍ​ພົບ​ກັບ​ໂຄວິດ​ເຂົ້າ​ໄປ ພົບ​ສົງ​ຄາມ ຣັດ​ເຊຍ-ຢູ​ເຄ​ຣນ​ເຂົ້າ​ໄປ ລາຍ​ໄດ້​ທີ່​ເຂົ້າ​ປະ​ເທດ​ມັນ​ກໍ​ເລີຍ​ໜ້ອຍ​ລົງ.”

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ການ​ເງິນ​ເປີດ​ເຜີຍ​ວ່າ​ໜີ້​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ລາວ​ຍັງ​ຄົງ​ມີ​ທ່າ​ອຽງ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເພາະ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ໃນ​ຂະ​ນະ​ທີ່​ການ​ທຸ​ຈະ​ລິດ​ໃນ​ວົງ​ການ​ພະ​ນັກ​ງານ​ພັກ-ລັດ​ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ແລະ ການ​ປາບ​ປາມ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ອັນ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ກູ້​ຢືມ​ເງິນ​ເພີ່ມ​ຂຶ້ນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໂດຍ​ໃນ​ທ້າຍ​ປີ 2021 ລັດ​ຖະ​ບານ​ລາວ​ມີ​ພາ​ລະ​ໜີ້​ສິນ​ລວມກວ່າ 162,625 ຕື້​ກີບ ຄິດ​ເປັນ 88 ເປີ​ເຊັນ​ຂອງຍອດ​ຜະ​ລິດ​ຕະ​ພັນ​ລວມ​ໃນ​ປະ​ເທດ (GDP) ໃນ​ນີ້​ແບ່ງ​ເປັນ​ໜີ້​ຕ່າງ​ປະ​ເທດ 63 ເປີ​ເຊັນ, ໜີ້​ພາຍ​ໃນ​ປະ​ເທດ 13 ເປີ​ເຊັນ, ໜີ້​ຄ້ຳ​ປະ​ກັນ​ລັດ​ຖະ​ບານ 12 ເປີ​ເຊັນ​ຂອງ GDP ໂດຍ​ສະ​ເພາະ​ກໍ​ແມ່ນ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ນັ້ນ​ໄດ້​ສ້າງ​ໜີ້ຫຼາຍ​ທີ່​ສຸດ​ທັງ​ຍັງ​ມີ​ລັດ​ວິ​ສາ​ຫະ​ກິດ​ຈຳ​ນວນ​ນຶ່ງ​ທີ່ບໍ່​ສາ​ມາດ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ໃຫ້​ເປັນ​ທຸ​ລະ​ກິດ​ໄດ້​ອີກ​ດ້ວຍ ເພາະ​ເປັນ​ກິດ​ຈະ​ການ​ທີ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ຂອງ​ຊາດ​ນັ້ນ​ເອງ.

ທັງ​ນີ້​ລັດ​ຖະ​ບານ​ລາວ ມີ​ວິ​ສາ​ຫະ​ກິດ​ທັງ​ໝົດ 178 ຫົວ​ໜ່ວຍ​ມີ​ຊັບ​ສິນ​ລວມ​ກັນ​ເຖິງ 184,765 ຕື້​ກີບຫຼື​ເທົ່າ​ກັບ 96 ເປີ​ເຊັນ​ຂອງ GDP ແຕ່​ລັດ​ວິ​ສາ​ຫະ​ກິດ​ທັງ 178 ຫົວ​ໜ່ວຍ​ດັ່ງ​ກ່າວ​ກໍ​ມີ​ໜີ້​ສິນ​ລວມ​ກັນ​ເຖິງ 147,451 ຕື້​ກີບຫຼື​ເທົ່າ​ກັບ 76 ເປີ​ເຊັນ​ຂອງ GDP ທັງ​ຍັງ​ປະ​ເຊີນ​ກັບ​ສະ​ພາ​ວະ​ຂາດ​ທຶນ​ຢ່າງຫຼວງຫຼາຍ​ທີ່​ເກີດ​ຈາກ​ການ​ທຸ​ຈະ​ລິດ ແລະ ການ​ບໍ​ລິ​ຫານ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຍ້ອນ​ວ່າ​ມີ​ການຫຼິ້ນ​ພັກຫຼິ້ນ​ພວກ ແລະ ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ດ້ານຫຼັກ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ດ້ວຍ​ການ​ເປີດ​ໃຫ້​ເອ​ກະ​ຊົນ​ຮ່ວມ​ທຶນ​ເພີ່ມ​ຂຶ້ນ ເພາະ​ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ​ໃນ​ໄລ​ຍະ​ຜ່ານ​ມາ​ພົບ​ວ່າ​ລັດ​ວິ​ສາ​ຫະ​ກິດ​ທີ່​ເອ​ກະ​ຊົນ​ຮ່ວມ​ທຶນ​ໃນ​ສັດ​ສ່ວນ​ທີ່​ສູງ​ນັ້ນ​ມີ​ປະ​ສິດ​ທິ​ພາບ​ສູງ​ທັງ​ໃນ​ດ້ານ​ການ​ບໍ​ລິ​ຫານ ແລະ ຜົນ​ປະ​ກອບ​ການ​ທີ່​ດີ​ຂຶ້ນ​ດ້ວຍ.