Lao
This article was added by the user . TheWorldNews is not responsible for the content of the platform.

ລາວ​ຍັງ​ເປັນ​ປະ​ເທດ​​ທີ່​ຈຳ​ກັດ​ສິດ ເສ​ລີ​ພາບ​ໃນ​ການ​​ນັບ​ຖື​ສາ​ສະ​ໜາ, ຕາມລາຍ​ງານປີ 2022 ຂອງ ກ​.ຊ. ການ​ຕ່າງ​ປະ​ເທດ ສ​ຫລ

ກະຊວງການຕ່າງປະເທດສະຫະລັດ​ເມື່ອມໍ່ໆ​ມານີ້ ໄດ້​ອອກບົດລາຍງານດ້ານເສລີພາບໃນການນັບຖືສາສະໜາປີ 2022 ຊຶ່ງ​ໃນ​ນັ້ນເວົ້າວ່າ ສປປ ລາວ ບ່ອນທີ່​ປະ​ຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດນັ້ນ ຍັງມີການຈໍາກັດ ຮັດແຄບເສລີພາບດ້ານນັບຖືສາສະໜາຂອງຊົນກຸ່ມນ້ອຍຢູ່ ໂດຍສະເພາະແມ່ນ ຢູ່ໃນເຂດທີ່ຢູ່ຫ່າງໄກສອກຫຼີກ ເຖິງ​ແມ່ນ ເຈົ້າໜ້າທີ່ຂັ້ນສູນກາງກ່າວວ່າ ເຂົາເຈົ້າ ສືບຕໍ່ທໍາການຝຶກອົບຮົມເຈົ້າໜ້າທີ່ໃນ ແຂວງຕ່າງໆ ກ່ຽວກັບເລື້ອງ ລະບຽບແລະກົດໝາຍທີ່ກ່ຽວຂ້ອງກັບສາສະໜາກໍຕາມ ຊຶ່ງບົວສະຫວັນຈະ​ນຳ​ລາຍ​ລະ​ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະທຳມະນູນລາວອະນຸຍາດໃຫ້ພົນລະເມືອງມີ "ສິດ ແລະເສລີພາບ ໃນ ການເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາ." ລັດຖະບານຮັບຮູ້ຢ່າງເປັນທາງການວ່າ ຢູ່ລາວ ມີ 4 ສາສະໜາ ຄື: ສາສະໜາພຸດ, ຄຣິສຕຽນ, ອິສລາມ ແລະສາດ ສະໜາບາຮາຍ ໂດຍ​ທີ່​ສາ​ສະ​ໜາ​ພຸດ ແມ່ນ​ສູງກວ່າ​ໝູ່. ລາຍງານປະຈໍາປີ 2022 ຂອງກະຊວງການຕ່າງປະເທດສະຫະລັດເວົ້າວ່າ ບັນດາຜູ້ນໍາທາງສາ ສະໜາກຸ່ມນ້ອຍຢູ່ໃນລາວຍັງສືບ​ຕໍ່​ເວົ້າວ່າ ພວກເຈົ້າໜ້າທີ່ໃນເຂດເມືອງໃຫຍ່ ແລະຕົວເມືອງນ້ອຍບາງ​ບ່ອນສ່ວນຫລາຍແມ່ນມີຄວາມເຂົ້າໃຈກ່ຽວກັບລັດຖະ ທໍາມະນູນ ແລະກົດໝາຍທີ່ກ່ຽວຂ້ອງ ກັບສິດເສລີພາບດ້ານນັບຖືສະສະໜາ ສົມຄວນ ແຕ່ວ່າກໍຍັງມີການຈຳ​ກັດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາທີ່ບໍ່​ເໝາະ​ສົມ​ໃນ ເຂດ​ຊົນ​ນະ​ບົດ ໂດຍ​ສະ​ເພາະ​ແມ່ນ​ໃນ​ໝູ່​ບ້ານ​ທີ່​ຢູ່​ຫ່າງ​ໄກ​ສອງ​ຫລີກ ຊຶ່ງ​ໃນ ​ນັ້ນ​ ໄດ້​ມີ​ການ​ຈຳ​ແນກແລະຈັບກຸມພວກທີ່​ປ່ຽນ​ສາ​ສະ​ໜາມານັບຖືສາ​ສະໜາ ຄຣິສຕຽນ. ​ອາ​ຈານສີ ແສງ​ມະ​ນີຂອງໂບດຄຣິສຕະຈັກຂ່າວປະເສີດ ຫຼື Lao Evangelical Church ​ໄດ້​ຖືກພົບ​ວ່າ ​ຖືກ​ທຸບ​ຕີຢ່າ​ງ​ສາ​ຫັດ ແລະ​ເສຍ​ຊີ​ວິດ ໃນ​ວັນ​ທີ 23 ຕຸ​ລາ, ​ຫລາຍມື້ຫລັງ​ຈາກ​ຊາວ​ບ້ານ​ໄດ້​ເຫັນ​ວ່າ​ຜູ້​ກ່ຽວ​ຖືກ​ລັກ​ພາ​ຕົວ​ໄປ​ໃນ​ແຂວງ​ຄຳ​ມ່ວນ, ອີງ​ຕາມ​ລາຍ​ງານ​ຂອງ​ຂ່າວ​ສານ​ຫລາຍ​ແຫລ່ງ.

ໃນ​ເດືອນ​ມີ​ນາ 2022 ​ເຈົ້າ​ໜ້າ​ທີ່​ໄດ້​ບັ​ງ​ຄັບ​ໃຫ້​ຄອບ​ຄົວ​ນຶ່ງ​ລຶບຂ່າວໃນ​ສື່​ສັງ​ຄົມອອນ​ລາຍອອກ ຍ້ອນເຂົາ​ເຈົ້າພັນ​ລະ​ນາເຖິງປະ​ສົບ​ການທີ່​ຖືກ​ໃຊ້​ຄວາມ​ຮຸນ​ແຮງ ຢູ່​ໃນ​ບ້ານແຫ່ງ​ນຶ່ງ​ທີ່​ສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາ​ພຸດ ເພາະເຂົາ​ເຈົ້າ “ນັບ​ຖື​ສາ​ສະ​ໜາ​ຕ່າງ​ປະ​ເທດ” ແລະ​ຕຳ​ໜິ​ນາຍ​ບ້ານ ​ກ່ຽວ​ກັບ​ບົດ​ບາດ​ຂອງ​ລາວໃນ​ການ​ໃຊ້​ຄວາມ​ຮຸນ​ແຮງນັ້ນ.

​ຊາວ​ບ້ານ​ຜາ​ຮາດ ແຂວງ​ສະ​ຫວັນ​ນະ​ເຂດ​ທີ່​ຖືກ​ທຳ​ລາຍ​ເຮືອນ​ຊານ​ຍ້ອນ​ນັບ​ຖືກ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ
​ຊາວ​ບ້ານ​ຜາ​ຮາດ ແຂວງ​ສະ​ຫວັນ​ນະ​ເຂດ​ທີ່​ຖືກ​ທຳ​ລາຍ​ເຮືອນ​ຊານ​ຍ້ອນ​ນັບ​ຖືກ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ

ສ່ວນຊາວ​ຄ​ຣິ​ສ​ຕຽນ 7 ຄົນ​ຈາກ​ສອງ​ຄອບ​ຄົວ​ໃນ​ບ້ານ​ຜາ​ສິງ, ເມືອງ​ຕະ​ອວຍ​ສີ, ແຂວງ​ສາ​ລະ​ວັນ​ຍັງ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ນັບ​ແຕ່​ປີ 2020 ພາຍ​ຫລັງ​ທີ່ຊາວ​ບ້ານ​ໄດ້​ໄລ່​ເຂົາ​ເຈົ້າ​ໜີ ແລະ​ທຳ​ລາຍ​ເຮືອນ​ຂອງ​ເຂົາ​ເຈົ້າ ຍ້ອນ​ບໍ່​ຍອມ​ຫລະ​ຖິ້ມ​ການ​ເຊື່ອ​ຖື​ທາງ​ສະ​ສະ​ໜາຂອງ​ຕົນ, ອີງ​ຕາມ​ແຫລ່ງ​ຂ່າວ​ທ້ອງ​ຖິ່ນ. ແຕ່ກະ​ຊວງ​ພາຍ​ໃນ​ກໍ​ບໍ່​ໄດ້​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫານີ້ ແລະ​ຊ່ວຍ​ເຂົາ​ເຈົ້າ​ແຕ່​ຢ່າງ​ໃດ.

ຍັງບໍ່​ມີ​ກຸ່ມ​ສາສະ​ໜາໃໝ່ ​ກຸ່​ມໃດ​ທີ່​ສາ​ມາດ​ຈົດ​ທະ​ບຽນ​ກັບກະຊວງພາຍໃນ ໃນ​ປີ​ກາຍນີ້. ​ຂະ​ນະ​ທີ່​ບາງ​ກຸ່ມ​ທີ່ບໍ່​ໄດ້​ຈົດ​ທະ​ບຽນ​ເວົ້າ​ວ່າ ເຂົາ​ເຈົ້າ​ສາ​ມາດປະ​ຕິ​ບັດກິດ​ຈະ​ກຳ​ທາງ​ສາ​ສະ​ໜາ​ໃນ​ເຮືອນ​ທີ່​ເປັນ​ໂບດ​ໂດຍບໍ່​ຖືກ​ລົບ​ກວນ​ ແຕ່​ກໍ​ມີ​ກຸ່ມ​ອື່ນໆ ເວົ້າ​ວ່າເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນໃນ​ຫລາຍ​ເຂດ​ຖື​ວ່າການ​ທຳພິ​ທີ​ສູດ​ມົນ​ ຫລື ອະ​ທິ​ຖານ​ຢູ່​ໃນບ້ານ​ເຮືອນ​ຖື​ວ່າ​ຜິດ​ກົດ​ໝາຍ.

ສ່ວນການເຄື່ອນໄຫວໄປມານັ້ນ ບັນດາຜູ້ນໍາທາງສາສະໜາສ່ວນ​ນ້ອຍ ຍັງສືບຕໍ່ ເວົ້າວ່າດໍາລັດ ເລກທີ 315 ມີຂໍ້ຮຽກຮ້ອງທີ່ຫຍຸ້ງຍາກ ຊຶ່ງບາງຄັ້ງກໍເອົາມາໃຊ້ ເພື່ອຈໍາກັດການເດີນທາງເພື່ອຈຸດປະສົງທາງສາສະໜາ. ກຸ່ມຄຣິສຕຽນລາຍງານ ວ່າ ມີບັນຫາໃນການສ້າງໂບດ ຫລືດັດ​ແປງ​ອາ​ຄານ​ມາ​ໃຊ້​ເປັນ​ໂບດ ຢູ່ໃນບາງ ພື້ນທີ່. ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ລັດ​ຖະ​ບານ​ໄດ້​ອະ​ນຸ​ຍາດ​ໃຫ້​ສ້າງໂບດ ຂອງພວກນັບຖືນິກາຍແອັດເວັນທິສ ຫລື Seventh-day Adventist Church ແຫ່ງ​ນຶ່ງ ໃນ​ແຂວງ​ຈຳ​ປາ​ສັກ ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ມີ​ດິນ​ທີ່​ນ້ອຍກວ່າ​ກຳ​ນົດກໍ​ຕາມ.

ບັນດາສະມາຊິກຂອງພວກສາສະໜາກຸ່ມນ້ອຍເວົ້າວ່າ ເຂົາເຈົ້າຕ້ອງໄດ້ປິດອໍາ ການນັບຖືສາສະໜາຂອງເຂົາເຈົ້າ ເພື່ອຈະໄດ້ເຂົ້າເປັນສະມາຊິກຂອງພັກປະ ຊາຊົນປະຕິວັດລາວ, ເຂົ້າເຮັດການນໍາລັດຖະບານ ແລະເປັນທະຫານ ແລະ ເພື່ອຫລີກລ້ຽງການຖືກຈໍາແນກ. ເຈົ້າໜ້າທີ່ຂັ້ນສູນກາງກ່າວວ່າ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນບໍ່​ໄດ້​ນຳ​ເອົາ​ດຳລັດ 315 ທີ່ອອກມາໃນປີ 2016 ຊຶ່ງ​ກຳ​ນົດ​ກົດ​ລະ​ບຽບ​ສຳ​ລັບ​ການ​ປະ​ຕິ​ບັດ​ທາງ​ສາ​ສະ​ໜາ ແລະ​ຂໍ້​ກຳ​ນົດ​ຕ່ຳ​ສຸດ​ ກ່ຽວ​ກັບ​ທີ່​ດິນ​ເພື່ອ​ສ້າງ​ບ່ອນ​ໄປ​ເຕົ້າ​ໂຮມ​ກັນສຳ​ລັບ​ທຳ​ພິ​ທີ​ທາງ​ສາ​ສະ​ໜາ ຕະ​ຫລອດ​ທັງກົດໝາຍອື່ນໆ ທີ່ກ່ຽວຂ້ອງ ໄປ​ນຳ​ໃຊ້ຢ່າງ​ຖືກ​ຕ້ອງ. ເຂົາເຈົ້າໄດ້ເດີນທາງໄປແຂວງຕ່າງໆເພື່ອ ຝຶກອົບຮົມເຈົ້າໜ້າທີ່ ແຕ່​ວ່າ​ການ​ເດີນ​ທາງ​ໄປ​ເຂດ​ຫ່າງ​ໄກ​ສອກ​ຫຼີກກໍ​ຫຍຸ້ງ​ຍາກຫລາຍ.

ລັດ​ຖະ​ບານ​ສະ​ຫະ​ລັດ​ຄາ​ດ​ຄະ​ເນ​ວ່າ ປະ​ມານ 64.7 ເປີ​ເຊັນ​ຂອງ​ພົນ​ລະ​ເມືອງ​ລາວ​ ທີ່​ມີ​ທັງ​ໝົດ 7.7 ລ້ານ​ຄົນ ໃນ​ປີ 2022, ແມ່ນ​ນັບ​ຖື​ສາ​ສະ​ໜາ​ພຸດ. ອີກ 1.7 ເປີ​ເຊັນ​ແມ່ນ​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ, ຂະ​ນະ​ທີ່ 31.4 ເປີ​ເຊັນລາຍ​ງານ​ວ່າ ບໍ່​ນັບ​ຖື​ສາ​ສະ​ໜາ​ໃດ ແລະ 2.1 ເປີ​ເຊັນ ​ແມ່ນ​ນັ​ບ​ຖື​ສາ​ສະ​ໜາ​ອື່ນ. ຊົນ​ເຜົ່າ​ລາວ​ລຸ່ມ ຫລື ລາວ ທີ່ກ​ວາມ​ເອົາ 53.2 ເປີ​ເຊັນ​ຂອງ​ພົນ​ລະ​ເມືອງ​ລາວນັ້ນ ແມ່ນ​ນັບ​ຖືສາ​ສະ​ໜາ​ພຸດ​ນິ​ກາຍ​ຫິ​ນະ​ຍານ​ ສະ​ນັ້ນ​ສາ​ສະ​ໜານີ້​ ຈຶ່ງ​ກາຍ​ເປັນ​ສາ​ສະ​ໜາ​ຂອງ​ຄົນ​ສ່ວນ​ໃຫຍ່.

ທາງ​ສະ​ຖານ​ທູດສະ​ຫະ​ລັດ​ປະ​ຈຳ​ລາວໄດ້​ສືບ​ຕໍ່​ສົ່ງ​ເສີມ​ເສ​ລີ​ພາບດ້ານນີ້ ຢູ່​ໜ້າ ເຟ​ສ​ບຸກຂອງ​ຕົນທີ່​ມີ​ຜູ້​ຕິດ​ຕາມຫລາຍກວ່າ 4 ແສນ 15 ພັນ​ຄົນນັ້ນ. ​ໃນ​ເດືອນ​ມັງ​ກອນປີ 2022 ທາງສະ​ຖານ​ທູດໄດ້ສົ່ງ​ຂໍ້​ຄວາມ​ຜ່ານ​ເຟ​ສ​ບຸກກ່ຽວ​ກັບ​ການ​ຮັບ​ຮູ້ວັນ​ແຫ່ງ​ສາ​ສະ​ໜາ​ຂອງ​ຊາດ.

ຢ່າງ​ໃດ​ກໍ​ຕາມ ລາຍງານຂອງກະຊວງການຕ່າງປະເທດສະຫະລັດ​ເວົ້າ​ວ່າ ນອກ​ຈາກ​ປະ​ເທດ​ລາວ​ແລ້ວ ກໍ​ຍັງ​ມີ​ປະ​ເທດ​ອື່ນ​ອີກ​ໃນ​ໂລກທີ່​ມີ​ການ​ຈໍ​າ​ກັດ​ເສ​ລີ​ພາບ​ໃນ​ການນັບ​ຖື​ສາ​ສະ​ໜາໂດຍ​ສະ​ເພາະ​ແມ່ນຢູ່​ໃນ​ຈີນ, ອີ​ຣ່ານ, ຣັດ​ເຊຍ ແລະ​ມຽນ​ມາທີ່​ລະ​ເມີດ​ສິດ​ທິ​ທ້າງ​ດ້ານນີ້ຢ່າງ​ໜ້າ​ເປັນ​ຫ່ວງ.