Lao
This article was added by the user . TheWorldNews is not responsible for the content of the platform.

ລາວ ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​ໃໝ່ 3 ທ່ານ ຮວມ​ທັງ​ ລມ​ຕ ກະ​ຊວງ​ການ​ເງິນ ແລະ​ກະ​ຊວງ​ພະ​ລັງ​ງານ

ລາວ​ອະ​ນຸ​ມັດ​ການຊັບ​ຊ້ອນ​ລັດ​ຖະ​ມົນ​ຕີ ​ທີ່​ສຳ​ຄັນ 3 ຕຳ​ແໜ່ງ ຮວມ​ທັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ​ພະ​ລັງ​ງານ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງທາງ​ການ​ລາວ.

ສາສະດາຈານອຽນ ແບດ (Ian Baird) ຈາກມະຫາວິທະຍາໄລວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວຕໍ່​ວີ​ໂອ​ເອ​ ພະ​ແນກ​ພາ​ສາ​ລາວກ່ຽວກັບເລື້ອງການ​ຊັບ​ຊ້ອນ​ໃນ​ຄັ້ງນີ້ວ່າ.

“ໜ້າ​ຈະ​ກ່ຽວ​ຂ້ອງ​ກັບ​ການ​ທີ່​ປ່ຽນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ບໍ່​ດົນ​ກ່ອນ​ໜີ້ ມັນ​ກໍ​ເປັນ​ເລື້ອງ​ທຳ​ມະ​ດາ​ເນາະ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃໝ່​ເຂົ້າ​ມາ ອາດ​ຈະ​ຕ້ອງ​ການ​ໃຫ້​ມີ​ຄົນ​ຢູ່​ໃກ້​ຊິດ​ກັບ​ເພິ່ນ​ ຫຼື​ວ່າ​ຢາກ​ປ່ຽນ​ຜູ້​ໃໝ່​ທີ່​ເພິ່ນ​ຄິດ​ວ່າ​ອາດ​ຈະ​ມີ​ຄວາມ​ສາ​ມາດ​ຫຼາຍກວ່າ​ຜູ້​ເກົ່າ ຂ້າ​ພະ​ເຈົ້າ​ກໍ​ບໍ່​ແນ່​ໃຈ​ທັງ​ໝົດ ແຕ່ວ່າອາດ​ຈະກ່ຽວ​ກັບ​ເລື້ອງນີ້.”

ທ່ານ​ສັນ​ຕິ​ພາບ ພົມ​ວິ​ຫານ ຖືກ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮັບ​ໜ້າ​ທີ່ ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ​ທ່ານ​ໂພ​ໄຊ ໄຊ​ຍະ​ສອນ ​ຮັບ​ໜ້າາ​ທີ່ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ ແລະທ່ານ​ງາມ​ປະ​ສົງ ເມືອງ​ມະ​ນີ ​ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ແລະ​ຂົ​ນ​ສົ່ງ.

ທ່ານ​ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ເງິນ ຖືກຍົກຍ້າຍ​ໄປ​ຮັບ​ໜ້າ​ທີ່​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ທ່ານ​ດາວ​ວົງ ພອນ​ແກ້ວ ລັດ​ຖະ​ມົນ​ຕີກ​ະ​ຊວງພະ​ລັງງານ​ແລະ​ບໍ່​ແຮ່ ຖືກ​ຍົກຍ້າຍ​ໄປ​ຮັບ​ໜ້າ​ທີ່​ ຢູ່​ແຂວງ​ສາ​ລະ​ວັນ ແລະທ່ານ​ວຽງ​ສະ​ຫວັນ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນສົ່ງ​ຖືກຍົກ​ຍ້າຍ​ໃຫ້​ໄປ​ຮັບ​ໜ້າ​ທີ່​ຢູ່​ແຂວງ​ຫຼວງ​ນ້ຳ​ທາ.

ການ​ປະ​ກາດ​ໂດຍ​ສະ​ພາ​ແຫ່ງ​ຊາດ ມີ​ຂຶ້ນ​ຫຼັງ​ຈາກກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ມັງ​ກອນ​ ໄດ້​ຕົກ​ລົງ​ເຫັນ​ດີ ​ກັບ​ການ​ສະ​ເໜີ​ ຂອງ​ລັດ​ຖະ​ບານ.