Lao
This article was added by the user . TheWorldNews is not responsible for the content of the platform.

ລາວອາດຈະບໍ່ບັນລຸເປົ້າໝາຍ ທີ່ຈະດຶງດູດເອົານັກທ່ອງທ່ຽວ ຈີນ ໃຫ້ໄດ້ 3 ແສນຄົນໃນປີ 2023

ລາວອາດຈະບໍ່ບັນລຸເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວ ຈີນ ໃຫ້ໄດ້ 3 ແສນຄົນໃນປີ 2023 ນີ້ ເພາະວ່າ 10 ມື້ທຳອິດຂອງການເດີນລົດໄຟຄຸນໝິງ-ວຽງຈັນມີຊາວ ຈີນ 2,086 ຄົນເທົ່ານັ້ນທີ່ເດີນທາງມາລາວ.

ນັກທຸລະກິດລາວໃນພາກບໍລິການ ແລະ ທ່ອງທ່ຽວໃຫ້ທັດສະນະວ່າການທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ວາງເປົ້າໝາຍທີ່ຈະດຶດດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ ນຶ່ງລ້ານສີ່ແສນຄົນຊຶ່ງຈະສ້າງລາຍຮັບໃຫ້ກັບພາກທຸລະກິດບໍລິການ ແລະ ທ່ອງທ່ຽວໄດ້ 340 ກວ່າລ້ານໂດລາໃນປີ 2023 ໃນນີ້ຄາດວ່າຈະເປັນນັກທ່ອງທ່ຽວຊາວ ຈີນ 368,000 ກວ່າຄົນທີ່ສ່ວນໃຫຍ່ຈະເດີນທາງມາລາວໂດຍລົດໄຟລາວ-ຈີນ ທີ່ໄດ້ເປີດໃຫ້ບໍລິການແກ່ຜູ້ໂດຍສາານໃນຕະຫຼອດເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ກັບເມືອງຄຸນໝິງນັບຈາກວັນທີ 13​ ເມສາ 2023 ເປັນຕົ້ນມາ ຊຶ່ງຖ້າຫາກພິຈາລະນາຈາກສະພາບການເດີນທາງທີ່ສະດວກ ແລະ ປອດໄພກໍມີຄວາມເປັນໄປໄດ້ສູງທີ່ຈະບັນລຸເປົ້າໝາຍດັ່ງກ່າວແຕ່ເມື່ອພິຈາລະນາຈາກສະພາບຕົວຈິງທີ່ມີຊາວຈີນພຽງ 2,086 ຄົນທີ່ເດີນທາງມາທ່ຽວລາວໂດຍລົດໄຟໃນຊ່ວງວັນທີ 13-23 ເມສາ 2023 ນັ້ນກໍເຮັດໃຫ້ບໍ່ໝັ້ນໃຈວ່າຈະບັນລຸເປົ້າໝາຍໄດ້ໃນຄວາມເປັນຈິງຫຼືບໍ່.

ຍິ່ງໄປກວ່ານັ້ນການລະບາດໂຄວິດ-19 ໃນຕະຫຼອດປີ 2020-2022 ຍັງໄດ້ສົ່ງຜົນກະທົບຕໍ່ພາກບໍລິການ ແລະ ທ່ອງທ່ຽວໃນລາວຢ່າງໜັກໜ່ວງ ໂດຍເຮັດໃຫ້ບໍລິສັດທ່ອງທ່ຽວໄດ້ຢຸດກິດຈະການເກືອບທັງໝົດ ທັງຍັງໄດ້ເລີກຈ້າງແຮງງານເກືອບທັງໝົດດ້ວຍເຊັ່ນກັນ ແລະ ບັນຫາທີ່ຕິດຕາມມາໃນປັດຈຸບັນກໍຄືພາກບໍລິການຂອງລາວຕ້ອງປະເຊີນກັບການຂາດແຄນບຸກຄະລາກອນຢ່າງຫຼວງຫຼາຍ ເພາະແຮງງານທີ່ເຄີຍຢູ່ໃນພາກບໍລິການ ແລະ ທ່ອງ ທ່ຽວນັ້ນໄດ້ພາກັນຫັນໄປປະກອບອາຊີບອື່ນໆຊຶ່ງສ່ວນໃຫຍ່ຍັງບໍ່ມີທ່າທີວ່າຈະກັບຄືນມາເຮັດວຽກໃນພາກບໍລິ ການແຕ່ຢ່າງໃດ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ

“ຂໍ້ຫຍຸ້ງຍາກຫຼືວ່າຂໍ້ຄົງຄ້າງອັງໜຶ່ງທີ່ພວກເຮົາຈະຕ້ອງໄດ້ພ້ອມກັນປັບປຸງກໍແມ່ນແຮງງານໃນຂະແໜງການທ່ອງ ທ່ຽວພວກເຮົາແມ່ນຖືວ່າມີບັນຫາ ອັນນີ້ຖືວ່າເປັນບັນຫາຂອງໂລກບໍ່ແມ່ນສະເພາະແຕ່ສປປ ລາວ. ທຸກປະເທດ, ອົງການທ່ອງທ່ຽວໂລກກະໄດ້ລາຍງານກໍຍ້ອນໄລຍະທີ່ພວກເຮົາປິດປະເທດ ປິດການບໍລິການ 2-3 ປີຜ່ານມາແຮງງານທີ່ເຄີຍເຮັດວຽກຢູ່ໃນໂຮງແຮງ, ເຮືອນພັກ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ ເຂົາເຈົ້າບໍ່ໄດ້ເຮັດວຽກເຂົາຫັນໄປເຮັດອາຊີບອື່ນ ໄປເຮັດໄຮ່ນາຮົ້ວສວນ, ປູກຝັງ, ລ້ຽງສັດ ເປັນຕົ້ນແມ່ນຢູ່ ສປປ ລາວ ພວກເຮົາ.

ແຕ່ຢ່າງໃດກໍຕາມ ນອກຈາກຄວາມບໍ່ໝັ້ນໃຈວ່າພາກທຸລະກິດບໍລິການ ແລະ ທ່ອງທ່ຽວຈະຟື້ນຕົວໄດ້ຢ່າງມີສະຖຽນລະພາບຫຼືບໍ່ນັ້ນ ກໍມີອີກປັດໄຈນຶ່ງທີ່ເຮັດໃຫ້ແຮງງານລາວສ່ວນໃຫຍ່ບໍ່ຕັດສິນໃຈທີ່ຈະກັບຄືນມາເຮັດວຽກໃນພາກບໍລິການອີກເທື່ອໃໝ່ ນັ້ນກໍຄືຄ່າຈ້າງແຮງງານໃນລາວຍັງຕໍ່າຫຼາຍເມື່ອທຽບກັບຄ່າຄອງຊີບທີ່ສູງຂຶ້ນນັບມື້ ເພາະການຕົກຕໍ່າລົງຢ່າງຮຸນແຮງຂອງຄ່າເງິນກີບກັບການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງຂອງອັດຕາເງິນເຟີ້ໃນລາວ ສ່ວນການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າເປັນ ນຶ່ງລ້ານສາມແສນກີບຕໍ່ເດືອນນັບແຕ່ວັນທີ 1​ ພຶດສະພາ 2023 ເປັນຕົ້ນໄປນັ້ນກໍຍັງບໍ່ສອດຄ່ອງກັບຄ່າຄອງຊີບຕົວຈິງ ທັງຍັງຈະບໍ່ມີການປັບຂຶ້ນອີກຈົນເຖິງໄຕມາດທີ 4​ ຂອງປີນີ້ອີກດ້ວຍ ດັ່ງເຈົ້າໜ້າທີ່ລາວໄດ້ໃຫ້ການຍອມຮັບວ່າ

“ນັບແຕ່ວັນທີ 1 ພຶດສະພາເປັນຕົ້ນໄປນີ້ ພວກເຮົາຈະຖືເອົາຕົວນັ້ນໄປກ່ອນ ແຕ່ວ່າລັດຖະບານກະເຫັນໄດ້ຄວາມສຳຄັນ, ຄວາມຈຳເປັນ ພວກເຮົາຕ້ອງໄດ້ເບິ່ງຄືນເພື່ອໃຫ້ມັນເໝາະສົມກັບສະພາບເສດຖະກິດທີ່ເປັນຢູ່ໃນປັດຈຸ ບັນ. ພວກເຮົາຈະຕ້ອງໄດ້ເຮັດວຽກຮ່ວມກັນທັງ 3 ຝ່າຍໂດຍສະເພາະແມ່ນພວກເຮົາຈະໄດ້ໃຫ້ໂອກາດທາງທຸລະກິດໂດຍສະເພາະແມ່ນຜູ້ໃຊ້ແຮງງານທັງເປັນສະມາຊິກຂອງສະພາອຸດສາຫະກຳ ແລະ ການຄ້າທັງບໍ່ແມ່ນສະ ມາຊິກກໍ່ຕາມ ເຂົ້າມາມີສ່ວນຮ່ວມນຳກັນເພື່ອເບິ່ງຄວາມເໝາະສົມ ອັນນີ້ພວກເຮົາຈະຄົ້ນຄວ້າໃຫ້ສຳເລັດ ເພື່ອໃຫ້ໄດ້ລາຍງານລັດຖະບານພາຍໃນໄຕມາດທີ 4​ ຂອງປີນີ້.”

ທັງນີ້ການລະບາດໄວຣັສໂຄວິດ-19 ໃນຊ່ວງປີ 2020-2022 ໄດ້ສົ່ງຜົນກະທົບເຮັດໃຫ້ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນລາວ ຕ້ອງສູນເສຍລາຍຮັບເກີນກວ່າ 700 ລ້ານໂດລາຕໍ່ປີ ທັງຍັງເຮັດໃຫ້ຫົວໜ່ວຍທຸລະກິດຈຳນວນຫຼາຍຕ້ອງຂໍເລື່ອນການຊຳລະໜີ້ໃຫ້ກັບທະນາຄານເປັນເວລາເຖິງ 3 ປີຕິດຕໍ່ກັນໃນນີ້ລວມເຖິງໂຮງແຮມ, ບ້ານ ພັກຫຼາຍກວ່າ 3,000 ແຫ່ງກັບບໍລິສັດທ່ອງທ່ຽວເກີນກວ່າ 2,000 ລາຍ ແລະ ເຮັດໃຫ້ມີການເລີກຈ້າງແຮງ ງານໃນລາວຫຼາຍກວ່າ​ 4 ແສນຄົນໃນໄລຍະດັ່ງກ່າວ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຢືນຢັນວ່າລັດຖະບານ ລາວ ຈະເລັ່ງດຳເນີນການພັດທະນາທຸລະກິດພາກບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ມາດຕະຖານສາກົນໃຫ້ໄວທີ່ສຸດເພາະວ່າຫວັງວ່ານັກທ່ອງທ່ຽວຊາວຕ່າງຊາດຈະເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະພາຍຫຼັງຈາກທີ່ສາມາດຄວບຄຸມການລະບາດໄວຣັສໂຄວິດ-19 ໄດ້ຢ່າງຄັກແນ່ແລ້ວ ທັງຍັງໄດ້ເປີດການເດີນລົດໄຟໄດ້ໃນຕະຫຼອດເສັ້ນທາງນະຄອນຫຼວງວຽງຈັນ-ເມືອງຄຸນໝິງ ນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາແລ້ວນັ້ນ.