Lao
This article was added by the user . TheWorldNews is not responsible for the content of the platform.

ກຸ່ມປົກປ້ອງສິດທິມະນຸດ ເວົ້າ​ວ່າ ມີຊາວ​ໜຸ່ມມາເລເຊຍ 700 ຄົນ ​ຖືກ​ຕິດ​ຄ້າງ ຢູ່​ໃນ​ສູນ​​ຫລອກ​ລວງ ທີ່​ມີ​ການ​ຂົ່ມ​ເຫັງ ທາ​ລຸ​ນ​ຢູ່​ໃນລາວ

ກຸ່ມປົກປ້ອງສິດທິມະນຸດໃນມາເລເຊຍເວົ້າວ່າ ດຽວນີ້ ມີຄົນສັນຊາດປະ​ເທດ​ຕົນ ປະມານ 700 ຄົນ ອາດຈະຖືກຂັງຢູ່ໃນສູນຫຼອກລວງທາງອອນໄລນ໌ໃນທົ່ວປະເທດລາວ ພາຍໃຕ້ການຂົ່ມຂູ່ດ້ວຍການທຸບຕີ ແລະໄຟຟ້າຊັອດ ຖ້າພວກເຂົາບໍ່ບັນລຸເປົ້າໝາຍການເຮັດວຽກ ຫຼືພະຍາຍາມອອກຈາກບ່ອນພັກທີ່ຖືກກັກຂັງ ແລະ​ເວນ​ຍາມນັ້ນໄປ.

​ກໍ​ລະ​ນີດັ່ງກ່າວ ໄດ້​ເນັ້ນໃຫ້ເຫັນເຖິງສິ່ງທີ່ອົງການສະຫະປະຊາຊາດ ແລະປະເທດ ອື່ນໆ ພັນລະນາວ່າ ເປັນກະແສທີ່ຊາຍໜຸ່ມ ແລະຍິງໜຸ່ມທັງ​ຫຼາຍຖືກລໍ້ລວງເພີ້ມ​ຂຶ້ນ​ໃຫ້ເຂົ້າ​ໄປ ແລະຕິດກັບຢູ່ໃນ - ການປະ​ຕິ​ບັດ​ງານຫລອກລວງທາງອອນ​ລາຍຢ່າງ ໂຫດຮ້າຍ ໃນທົ່ວພາກ​ພື້ນແມ່ນໍ້າຂອງ ຢູ່ຂົງເຂດ​ເອເຊຍຕາເວັນອອກສຽງໃຕ້.

ອົງການມະນຸດສະທໍາສາກົນຂອງມາເລເຊຍ ເວົ້າວ່າ ຈໍານວນພົນລະເມືອງຕົນ ທີ່ຍັງຕິດຄ້າງຢູ່ໃນລາວ ແມ່ນອີງໃສ່ລາຍງານຂອງຜູ້ເຄາະຮ້າຍຈໍານວນນຶ່ງ ທີ່ ຍັງຄ້າງຢູ່​ໃນ​ນັ້ນ ແລະກຸ່ມປົກປ້ອງສິດທິມະນຸດຂອງມາເລເຊຍອີກ 2 ກຸ່ມ ທີ່ ໄດ້ຕິດຕໍ່ກັນທາງໂທລະສັບ ແລະການ​ສົ່ງຂໍ້ຄວາມໃນໄລຍະສອງສາມເດືອນຜ່ານມານີ້, ບວກກັບຄົນຈໍານວນນຶ່ງ ທີ່ພະ​ຍາ​ຍາມຫລົບຫນີອອກ​ໄປ​ ຫຼື ສາ​ມາດຕໍ່​ລອງ ໃຫ້​ມີການປ່ອຍຕົວຂອງພວກເຂົາໄດ້.

"ພວກເຂົາໄດ້ຖືກທໍລະມານທາງຈິດໃຈ ແລະທາງຮ່າງກາຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຮິ​ສ​ຊາ​ມຸດ​ດິນ ຮາ​ຊິມ (Hishamuddin Hashim) ເລຂາທິການໃຫຍ່ຂອງກຸ່ມ ກ່າວຕໍ່ວີໂອເອ.

ທ່ານຮິ​ສ​ຊາ​ມຸດ​ດິນເວົ້າອີກວ່າ ໂດຍທົ່ວໄປແລ້ວ ຜູ້ເຄາະຮ້າຍຈະຖືກຊັກຊວນໃຫ້ ເຂົ້າໄປລາວ ດ້ວຍການໂຄສະນາທາງສື່ສັງຄົມອອນລາຍ ເພື່ອເຮັດວຽກທາງດ້ານ ໄອທີ ຫຼື ກາຊີໂນທີ່ມີລາຍໄດ້ດີ, ແຕ່​ວ່າ ກໍ​ມີແຕ່ຖືກກັກຂັງເມື່ອເວ​ລາໄປຮອດ ແລະ ບັງຄັບໃຫ້ທຳການຫລອກລວງໃນ​ເລື້ອງຄວາມຮັກ ແລະການລົງທຶນທາງອິນເຕີ ແນັດຕ່າງໆ ໃຫ້​ຜູ້​ທີ່​ເປັນເປົ້າໝາຍໃນຂົງ​ເຂດ ແລະໃນທົ່ວໂລກ, ຂຶ້ນກັບຄວາມສາ ມາດໃນ​ດ້ານພາສາຂອງເຂົາເຈົ້າ. ທ່ານ​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ລາຍ​ງານ​ວ່າ ​ໄດ້​ຖືກ​ເຝົ້າ​ຍາມ​ຕະຫຼອດ​ 24 ຊົ່ວໂມງ ​ໂດຍ​ພວກ​ຍາມ​ທີ່ເອົາ​ໄປ​ໄວ້ຢູ່​ທົ່ວ​ຕຶກ​ທີ່​ຖືກລ້ອມ​ຮົ້ວ​, ລວມ​ທັງ​ບາງ​ຄົນ​ທີ່​ມີ​ປືນຢືນ​ຢູ່​ຊັ້ນ​ລຸ່ມສຸດ​.

ທ່ານກ່າວຕື່ມວ່າ "ຖ້າພວກເຂົາບໍ່ຢາກເຮັດວຽກ, ເຂົາກໍຈະຖືກທຸບຕີ.... ບາງຄົນ [ຖືກ] ເອົາໄຟຟ້າຊັອດ, ທັງຫມົດແມ່ນບັງຄັບແລະລົງໂທດຜູ້ທີ່ບໍ່ສາມາດບັນລຸເປົ້າຫມາຍ ແລະຜູ້ທີ່​ຢາກ​ກັບ​ຄືນ​ໄປ​ປະ​ເທດ​ທີ່​ເປັນບ້ານ​ເກີດເມືອງນອນ​ຂອງ​ເຂົາ​ເຈົ້າ.”

ນອກ​ເໜືອ​ໄປ​ຈາກການ​ບັງຄັບ​ໃຫ້​ຜູ້​ເຄາະ​ຮ້າຍໃຫ້​ຫຼອກ​ລວງເອົາ​ເງິນ​ຂອງຜູ້​ຢູ່​ເປົ້າ​ໝາຍ​ທີ່​ບໍ່ຮູ້​ຕົວ​ແລ້ວ​ ທ່ານຮິ​ສ​ຊາ​ມຸດ​ດິນກ່າວ​ຕື່ມ​ວ່າ, ກຸ່ມ​ອາ​ຊະ​ຍາ​ກຳ​ບາງ​ກຸ່ມ​ຍັງ​ຮຽກຮ້ອງ​ຄ່າ​ໄຖ່​ນັບ​ແຕ່ 50,000 ຫາ 100,000 ​ໂດ​ລາ​ ​ຈາກ​ຄອບຄົວ​ຄົນ​ງານ​ທີ່​ຖືກ​ກັກ​ຂັງ​ໃຫ້​ປ່ອຍ​ຕົວ​ເຂົາ​ເຈົ້າ. ທ່ານ​ກ່າວ​ວ່າ ລັດຖະບານ​ມາ​ເລ​ເຊຍ​ປະຕິ​ເສດ​ທີ່​ຈະ​ຈ່າຍ​ຄ່າ​ໄຖ່​ ເພາະ​ອີງຕາມ​ນະ​ໂຍບາຍ, ​ແຕ່ ​ທ່ານກໍ​ຮູ້​ຈັກ​ວ່າ ສອງ​ສາມ​ຄອບ​ຄົວ​ທີ່​ໄດ້​ຈ່າຍ​ເງິນ ​ໄປບາງ​ສ່ວນຂອງຈຳນວນ​ເງິນ​ທີ່​ຮຽກຮ້ອງເອົາ ກໍ​ມີ​ແຕ່​ໃຫ້​ເຮັດ​ໃຫ້​ເຂົາ​ເຈົ້າຂາດ​ການ​ຕິດ​ຕໍ່​ກັບ​ລູກ​ເຕົ້າ ແລະ​ຜູ້​ຖືກ​ຈັບຕົວ​ເຂົາ​ໄວ້​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ