Lao
This article was added by the user . TheWorldNews is not responsible for the content of the platform.

ກຸ່ມບໍລິສັດຈີນຖື​ຮຸ້ນເຖິງ 90 ເປີເຊັນ ຂອງມູນຄ່າລົງທຶນທັງໝົດ ໃນວິສາຫະກິດ ສາຍສົ່ງໄຟຟ້າແຫ່ງຊາດລາວ

ກຸ່ມ​ບໍ​ລິ​ສັດ​ຈີນ​ຖື​ຮຸ້ນ​ເຖິງ 90 ເປີ​ເຊັນ ຂອງ​ມູນ​ຄ່າ​ລົງ​ທຶນ​ທັງ​ໝົດ​ໃນ​ວິ​ສາ​ຫະ​ກິດ ສາຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊາດ​ລາວ ໂດຍ​ກຸ່ມ​ທຶນ​ຈີນ ມີ​ສິດ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ການ​ລົງ​ທຶນ​ໄດ້​ຕະ​ຫລອດ​ອາ​ຍຸ​ສຳ​ປະ​ທານ 40 ປີ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ລັດ​ວິ​ສະ​ຫະ​ກິດ​ໄຟ​ຟ້າ​ລາວ (EDL) ຢືນ​ຢັນ​ວ່າ​ເປົ້າ​ໝາຍ​ໃນ​ການ​ພັດ​ທະ​ນາ​ລາວ ໃຫ້​ເປັນ​ໝໍ້​ໄຟ​ຂອງ​ອາ​ຊຽນ ຈະ​ບໍ່​ສາ​ມາດ​ເກີດ​ຂຶ້ນ​ໄດ້​ເລີຍ ຖ້​າ​ຫາກວ່າ​ບໍ່​ມີ​ລະ​ບົບສາຍ​ສົ່ງໄຟ​ຟ້າ​ແຮງ​ສູງທີ່​ທັນ​ສະ​ໄໝ ທີ່​ເຊື່ອມ​ຕໍ່​ລ​າວ​ກັບ​ປະ​ເທດໃນ​ອາ​ຊຽນ​ດ້ວຍ​ກັນ ສະ​ນັ້ນ​ຈຶ່ງ​ໄດ້​ມີກ​ານ​ຈັດ​ຕັ້ງບໍ​ລິ​ສັດສາຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊາດ​ແຫ່ງ​ຊາດ ​ຫລື (EDL-T) ​ທີ່​ເປັນ​ການ​ຮວມ​ທຶນ​ລະ​ຫວ່າງ EDL ກັບ​ບໍ​ລິ​ສັດຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຂອງ​ຈີນ ຫລື (CSG) ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ​ດ້ວຍ​ເປົ້າ​ໝາຍ ທີ່ຈະ​ພັດ​ທະ​ນາໂຄງ​ຄ່າຍ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ​ທີ່​ທັນ​ສະ​ໄໝ ດ້ວຍເງິ​ນ​ລົງ​ທຶນ ແລະ​ເທັກ​ນິກ​ຈາກ​ຈີນ​ເປັນ​ຫລັກ ​ໂດຍ​ເລີ້​ມ​ຈາກ​ການ​ລົງ​ທຶ​ນ 2,000 ພັນ​ລ້ານໂດ​ລາ​ສະ​ຫະ​ລັດ ເພື່ອ​ວາງ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າແຮງ​ສູງ​ຂະ​ໜາດ 5,00KV ເຊື່ອມ​ຕໍ່​ລາວ​ກັບ​ແຂວງ​ຢູ​ນານ​ຂອງ​ຈີນ ແລະ​ເຊື່ອມ​ຕໍ່​ເພື່ອ​ສົ່ງ​ໄຟ​ຟ້າ 1,700 ເມ​ກາ​ວັດ ໃຫ້​ກຳ​ປູ​ເຈ​ຍ ແລະ 5,000 ເມ​ກາ​ວັດ ໃຫ້​ຫວ​ຽດ ​ນາ​ມ​ ຮວມ​ເຖິງ​ການ​ສົ່ງ​ໄຟ​ຟ້າ 10,500 ເມ​ກາ​ວັດ ໃຫ້​ໄທ​ພາຍ​ໃນ​ປີ 2030 ນັ້ນ ລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຮັບ​ຜິດ​ຊອບຂອງ​ຝ່າຍຈີນ​ທັງ​ໝົດ​ ເພາະ​ຝ່າຍ​ຈີນ​ຖື​ຮຸ້ນເຖິງ 90 ເປີ​ເຊັນ ໃນ​ຂະ​ນະ​ທີ່ EDL ຖື​ຫຸ້ນ​ພຽງ 10 ເປີ​ເຊັ​ນ ຂອງ​ການ​ຮວມ​ລົງ​ທຶນ​ດັ່ງ​ກ່າວ ​ຊຶ່ງ​ມີ​ອາ​ຍຸ​ສຳ​ປະ​ທານ​ເຖິງ 40 ປີ ດັ່ງ​ທີ່ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ EDL ຢື​ນ​ຢັນ​ວ່າ:

​ຫລັກການ​ໃຫຍ່ໆ​ທີ່​ເຮົາ​ໄດ້​ມີ​ການ​ຕົກ​ລົງ​ຮ່ວ​ມ​ກັນແລ້ວ​ກໍ​ມີ​ການ​ເຊັນ​ກັບ​ຈີນ ກໍ​ຄື​ນຶ່ງ Ownership ຍັງ​ເປັນ​ຂອງ​ລັດ​ຖະ​ບານ ​ອັນ​ນີ້​ເປັນ​ແຄ່​ການ​ມາ​ສຳ​ປະ​ທານ​ສາຍ​ສົ່ງ 40 ປີ ສອງ​ກໍ​ຄື​ເຂົາ​ຈະ​ຕ້ອງ​ໄດ້​ນຳ​ທຶນ​ເຂົາ​ມາ​ລົງ​ທຶນ​ແລ້ວ ກໍ​ປັບ​ປຸງ​ລະ​ບົບ​ສາຍ​ສົ່ງ​ຕ່າງໆ ລວມ​ໄປ​ເຖິງ​ການ​ເຊື່ອມ​ໄປ​ເຖິງ​ຈີນ ໃນ​ອະ​ນາ​ຄົດ.”

ຍິງໄປ​ກວ່າ​ນັ້ນ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ EDL ກໍ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັ​ນ​ຫາສະ​ພ​າບຄ່ອງທາງ​ດ້ານ​ການ​ເງິນ​ຢ່າງຮຸນ​ແຮງ​ອີກ​ດ້ວຍ ຊຶ່ງ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ມີພາ​ລະ​ໜີ້​ສິນ​ສູງ ທີ່​ສົມທົບ​ດ້ວຍ​ການ​ຂາດ​ທຶນ ຈາ​ກ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຕໍ່​ເນື່ອງ ເພາະ​ການ​ບໍ​ລິ​ຫານ​ງານ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ແລະ​ເຮັດ​ໃຫ້ EDL ​ມີ​ພາ​ລະ​ໜີ້​ສິນ​ເກີນກວ່າ 2,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ຈະ​ຕ້ອງມີ​ການປັບ​ຂຶ້ນ​ຄ່າ​ຊົ​ມ​ໃຊ້​ໄຟ​ຟ້າ​ເທົ່າ​ນັ້ນ ​ຈຶ່ງ​ຈະ​ຫລຸດ​ຜ່ອນ​ບັນ​ຫາຂາດ​ສ​ະ​ພາບ​ ຄ່ອງ ແລະ​ບັນ​ຫາ​ຂາດ​ທຶນ​ໄດ້​ຢ່າງ​ເປັ​ນ​ຮູບ​ປະ​ທຳ ລວມ​ເຖິງ​ການ​ເຈ​ລະ​ຈ​າ​ກັບ​ບັນ​ດາ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ​ເຂື່ອນ​ຕ່າງໆ ເພື່ອຂໍ​ໃຫ້​ຍອມ​ຮັບ​ການ​ຊຳ​ລະ​ລາຄາ​ໄຟ​ຟ້​າ ດ້ວຍ​ເງິນ​ກີບ​ໃນ​ສັດ​ສ່ວນ​ບໍ່​ໜ້ອຍກວ່າ 30 ເ​ປີ​ເຊັນ ຂອງ​ມູນ​ຄ່າ​ທັງ​ໝົດ​ທີ່ EDL ຊື້​ຈາກ​ທຸກ​ໂຄງ​ການ​ເ​ຂື່ອນ ແລະ​ລວມ​ເຖິງ​ໂຄງ​ການ​ທີ່​ກຳ​ລັງ​ກໍ່​ສ້າງ ຫລືຈະລົງ​ທຶນ​ກໍ່​ສ້າງ​ໃນ​ໄລ​ຍະ​ຕໍ່​ໄປ ໂດຍ​ມີ​ລະ​ບົບ​ສາຍ​ສົ່ງ​ທີ່​ທັນ​ສະ​ໄໝ ທີ່​ເຊື່ອມ​ຕໍ່​ກັນ​ໄດ້​ໃນ​ທົ່ວ​ປະ​ເທດ​ນັ້ນ ຍ​ອມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາດ້​ານພະ​ລັງງານໄຟ​ຟ້າໃນ​ລາວ ທັງໃນ​ດ້ານການ​ຕອບ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ ແລະ​ການ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ໃນ​ກະ​ຊວງ​ພະ​ລັງ​ງານ ແລະ​ບໍ່​ແຮ່ ​ໄດ້ໃຫ້​ການ​ຢືນ​ຢັນ​ວ່າ:

“ຄື​ໄລ​ຍະ​ຜ່ານ​ມາ​ນີ້​ແຫລ່ງ​ຜະ​ລິດ​ຂອງ​ລາວ​ນີ້​ມັນ​ຍັງຢາຍ​ຢູ່​ທາງ​ພາກ​ເໜືອ ພາກ​ກາງ ພາກ​ໃຕ້ ແຕ່​ວ່າ​ການ​ລຳ​ລຽງ ມັນ​ຍັງ​ພົບ​ຂໍ້​ຫ​ຍຸ້ງ​ຍາກ​ນີ້​ກໍ​ຍ້ອນ​ວ່າລາວ​ຍັງ​ບໍ່​ທັນ​ມີ​ທຶນ​ພຽງ​ພໍ ​ທີ່​ຈະ​ໄປ​ສ້າງ​ສາຍ​ສົ່ງ​ແຫ່ງ​ຊາດ ສະ​ນັ້ນ ​ເພື່ອ​ເຮັດ​ໃຫ້​ການ​ຕອບ​ສະ​ໜອງ​ໄຟ​ຟ້າ​ຢູ່​ໃນພາກ​ເໜືອຫາ​ພາກ​ໃຕ້ ພາກ​ໃຕ້​ຫາ​ພາກ​ກາງ ພາກ​ໃດ​ກໍ​ແລ້ວ​ແຕ່ ຫລື​ໄປ​ຕ່າງ​ປະ​ເທດ​ກໍ​ແລ້ວ​ແຕ່ແລະ​ເພື່ອ​ໂອນ​ເອົາ​ແຫລ່ງ​ຜະ​ລິດ​ຕ່າງໆ ​ທີ່​ມີ​ຢູ່​ໃນ​ລາວ ເອົາ​ມາ​ນຳ​ໃຊ້​ທາງ​ລັດ​ຖະ​ບານ​ຈຶ່ງ​ໄດ້​ມີ​ນະ​ໂຍ​ບາຍ​ໃຫ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ສາຍ​ສົ່ງ​ແຫ່ງ​ຊາດ​ນີ້​ຂຶ້ນ ແລະ​ເມື່ອ​ໃດ​ເຮົາ​ສຳ​ເລັດ​ໂ​ຄງ​ການນີ້​ແລ້ວ ຄວາ​ມ​ສົມ​ດຸນ​ໃນ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ ຢູ່​ໃນ​ລ​າວ​ເອງ ແລ້ວ​ກໍ​ຢູ່​ໃນ​ພາກ​ພື້ນ​ນີ້​ຈະ​ໝັ້ນ​ທ່ຽງ​ຂຶ້ນ​ອີກ.”

ນອກ​ຈາກ​ນີ້ EDL ຍັງ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຜະ​ລິດ​ໄຟ​ຟ້າ​ລາ​ວ (ມະ​ຫາ​ຊົນ) ຈຳ​ກັດ (EDL-Gen) ຂຶ້ນ​ມາ​ເພື່ອ​ລະ​ດົມ​ເງິ​ນ​ທຶນ​ທັງ​ພາຍ​ໃນແລະ​ຕ່າງ​ປະ​ເທດ​ເມື່ອ​ທ້າຍ​ປີ ​2210 ຊຶ່ງ​ກໍ​ເປັນ​ແນວ​ທາງ​ນຶ່ງ​ຂອງ​ການ​ແກ້​ບັນ​ຫາ​ດ້ານ​ໜີ້​ສິນດັ່ງ​ກ່າວ ລວມ​ເຖິງ​ການ​ປັບ​ປຸງ​ການບໍ​ລິ​ຫານ​ງານໃຫ້​ຄ້ອງໂຕ​ຫລາຍ​ຂຶ້ນ ຊຶ່ງ​ຜ່ານ​ມາ EDL-Gen ​ກໍ​ໄດ້​ລະ​ດົມ​ທຶນ​ຈາກ​ຕະ​ຫລາດ​ຫລັກ​ຊັບ​ແຫ່ງ​ປະ​ເທດ​ໄທ​ເຖິງ 41,500 ​ລ້ານ​ບາດ ສ່ວນ​ແຫລ່ງ​ຜະ​ລິດ​ໄຟ​ຟ້າ 90 ແຫ່ງ​ໃນ​ລ​າວໃນ​ປັດ​ຈຸ​ບັນ​ນີ້​ກໍ​ມີ​ພຽງ​ແຕ່ 10 ແ​ຫ່ງ​ທີ່​ເປັນ​ຂອງ EDL-Gen ສ່ວນນອກ​ນັ້ນ​ເປັນ​ການ​ລົງ​ທຶນ​ຂອງ​ຕ່າງ​ຊາດ ແລະ​ທີ່​ກຳ​ລັງ​ກໍ່​ສ້າງ 12 ໂຄງ​ການ​ທີ່​ຈະ​ແລ້ວເສັດໃນທ້າຍ​ປີ 2022 ນີ້​ກໍຈະ​ເຮັດ​ໃຫ້​ລາວ​ມີ​ແຫລ່ງ​ຜະ​ລິດ​ໄຟ​ຟ້າ​ເຖິງ 102 ແຫ່ງ ມີ​ກຳລັງ​ຕິດ​ຕັ້ງ​ລວມ 13,000 ​ເມ​ກາ​ວັດ ຜະ​ລິດ​ໄຟ​ຟ້າ​ໄດ້ 67,000 ລ້ານ​ກິ​ໂລ​ວັດ/​ໂມງ/​ປີ ໃນ​ນີ້ 85 ​ເປີ​ເຊັນ ​ຈະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ເປັນ​ຫລັກ ຊຶ່ງ​ຄາດ​ວ່າ​ຈ​ະ​ສ້າງ​ລ​າຍ​ຮັບ​ຈາກ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໄດ້​ເກີນກວ່າ 2,800 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ.