Lao
This article was added by the user . TheWorldNews is not responsible for the content of the platform.

ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນ ​ມີ​ສິດ​ທິ​ໃນ​ການ​ຄວບ​ຄຸມ​ການ​ບໍ​ລິ​ຫານ​ງານ ແລະ ຈັດ​ການ​ທັງ​ໝົດ​ໃນ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນ

ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນ​ເປັນ​ພາ​ກ​ສ່ວນ​ທີ່​ມີ​ສິດ​ທິ​ໃນ​ການ​ຄວບ​ຄຸມ​ການ​ບໍ​ລິ​ຫານ​ງານ ແລະ ຈັດ​ການ​ທັງ​ໝົດ​ໃນ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນ ໂດຍ​ລັດ​ຖະ​ບານ​ລາວບໍ່​ມີ​ສິດ​ທີ່​ຈະ​ແຊກ​ແຊງ​ໄດ້​ເລີຍ​ໃນ​ທຸກ​ກໍ​ລະ​ນີ.

ຜູ້​ຊ່ຽວ​ຊານ​ດ້ານ​ການ​ລົງ​ທຶນ​ໃນ​ລາວ ເປີດ​ເຜີຍ​ວ່າ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ໃຊ້​ບໍ​ລິ​ການ​ຂົນ​ສົ່ງ ແລະ ໂດຍ​ສານ​ດ້ວຍ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ​ນັບ​ຈາກ​ທີ່​ໄດ້​ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ຕັ້ງ​ແຕ່​ວັນ​ທີ 3 ທັນ​ວາ 2021 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນນີ້​ໂດຍບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ຈອງ-ຊື້​ປີ້​ໂດຍ​ສານ, ການ​ຂາດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ບ່ອນ​ພັກ​ເຊົາ​ສຳ​ລັບ​ຜູ້​ໂດຍ​ສານຫຼື​ການ​ເກັບ​ຄ່າ​ຜ່າ​ນ​ທາງ​ຈາກຍວດ​ຍານ​ພາ​ຫະ​ນ​ະ​ທຸກ​ຊະ​ນິດ​ທີ່​ເຂົ້າ​ໄປ​ພາຍ​ໃນ​ບໍ​ລິ​ເວນ​ສະ​ຖາ​ນີ​ລົດ​ໄຟ​ກໍ​ຕາມ ລ້ວນ​ແລ້ວ​ແຕ່​ເປັນ​ການ​ຕັດ​ສິນ​ໃຈ​ດຳ​ເນີນ​ການ​ໂດຍ​ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນພຽງ​ຝ່າຍ​ດຽວ​ໂດຍ​ລັດ​ຖະ​ບານ​ລາວບໍ່​ມີ​ສິດ​ທິ​ທີ່​ຈະ​ແຊກ​ແຊງ​ໄດ້​ເລີຍ​ໃນ​ທຸກ​ກໍ​ລະ​ນີ ຊຶ່ງ​ກໍ​ເປັນ​ໄປ​ຕາມ​ສັນ​ຍາ​ຮ່ວມ​ລົງ​ທຶນ​ທີ່​ຝ່າຍ ຈີນ ແລະ ລາວ​ຖື​ຫຸ້ນ​ໃນ​ສັດ​ສ່ວນ 70 ເປີ​ເຊັນ ແລະ 30 ເປີ​ເຊັນ​ຂອງ​ມູນ​ຄ່າ​ການ​ລົງ​ທຶນ​ທັງ​ໝົດ 37,450 ລ້ານຢວນ​ນັ້ນ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນ​ມີ​ສິດ​ຈະ​ຄວບ​ຄຸມ​ກິດ​ຈະ​ການ​ທັງ​ໝົດ​ອັນ​ຖື​ເປັນ​ຄວາມຊານສະຫຼາດ​ໃນ​ທາງ​ທຸ​ລະ​ກິດ​ຂອງ​ກຸ່ມ​ລົງ​ທຶນ​ຈີນ​ທີ່​ທາງ​ການ​ລາວ​ຕາມບໍ່​ທັນ ແລະ ສະ​ພາບ​ການນີ້​ຍັງ​ຈະ​ສືບ​ຕໍ່​ໄປ​ອີກ​ຢ່າງ​ຍາວ​ນານ​ດັ່ງ​ທີ່​ຜູ້​ຊ່ຽວ​ຊານ​ດ້ານ​ການ​ລົງ​ທຶນ​ຢືນ​ຢັນ​ວ່າ

“ເຂົາ​ກໍ​ບອກວ່າຫຼາຍ​ເລື່ອງນີ້​ເຂົາ​ຕ້ອງ​ເຂົ້າ​ມາ​ຄວບ​ຄຸມ​ໃນ​ເລື່ອງ​ທີ່​ມັນ​ຈະ​ມີ​ບັນ​ຫາ ບໍ່​ວ່າ​ຈະ​ເປັນ​ບັນ​ຫາການ​ກໍ່​ກວນ ໃນ​ເລື່ອງ​ເທັກ​ໂນ​ໂລ​ຈີ ເຂົາ​ກໍ​ເລີຍ​ຄວບ​ຄຸມ ເຂົາ​ກໍ​ມີ​ວິ​ທີ​ຂອງ​ເຂົາ​ແລ້ວ​ກໍ​ເຊື່ອ​ວ່າ​ເຂົາ​ຈະ​ເພີ່ມ​ການ​ບໍ​ລິ​ຫານ ຂ້າ​ພະ​ເຈົ້າ​ວ່ານີ້​ເປັນ​ຍຸດ​ທະ​ສາດ​ທີ່​ສຸດຍອດ​ແທ້ໆ ແຕ່ ລາວ ເປັນ​ຫຍັງ​ຈຶ່ງ​ເພິ່ງ ຈີນ ລະ? ກໍ​ເພາະ​ວ່າ ລາວ ນີ້​ຕ້ອນນີ້​ໄປ​ຕິດ​ຢູ່​ກັບ ຈີນ ແລ້ວ ບໍ່​ເປັນ​ມົນ​ທົນ​ກໍ​ເໝືອນ​ເປັນ​ມົນ​ທົນ ການ​ເຕີບ​ໂຕ​ນະ​ໂຍ​ບາຍ​ອີ​ຫຍັງ​ຂອງ​ຈີນ ຈະ​ມີ​ຜົນ​ຕໍ່​ປະ​ເທດ​ລາວ​ຢ່າງ​ຍິ່ງ.”

ທັງ​ນີ້​ທາງ​ລົດ​ໄຟ​ລາວ​-ຈີນ ໃນ​ລາວ​ນັບ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ​ແຜນ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງຫຼື BRI ຂອງ ຈີນ ໂດຍ​ລັດ​ຖະ​ບານ ຈີນ ແລະ ລາວ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຶນ​ລົດ​ໄຟ​ລາວ-ຈີນ​ຂຶ້ນ​ມາ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ຫານ​ງານ​ໃນ​ໂຄງ​ການ​ທັງ​ໝົດ​ຊຶ່ງ​ຝ່າຍ​ລາວ ແລະ ຈີນ ຮ່ວມ​ທຶນ​ໃນ​ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີ​ເຊັນ​ຂອງ​ມູນ​ຄ່າ​ລົງ​ທຶນ​ລວມ​ເຖິງ 37,450 ລ້ານຢວນ​ໃນ​ນີ້​ແບ່ງ​ເປັນ​ທຶນ​ເລີ່ມ​ຕົ້ນ 40 ເປີ​ເຊັນ​ທີ່​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວ-ຈີນ ຮັບ​ຜິດ​ຊອ​ບ​ຮ່ວມ​ກັນ ສ່ວນ​ອີກ 60 ເປີ​ເຊັນ​ນັ້ນ​ຮັບ​ຜິດ​ຊອບ​ໂດຍ​ບໍ​ລິ​ສັດ​ຮ່ວ​ມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ພາຍ​ໃຕ້​ການ​ຕົກ​ລົງ​ດັ່ງ​ກ່າວ​ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວ​ກູ້​ຢືມ​ຈາກ​ທະ​ນາ​ຄານ ຈີນ ເພື່ອ​ປະ​ກອບ​ສ່ວນ​ເປັນ​ທຶນ​ເລີ່ມ​ຕົ້ນ​ໃນ​ມູນ​ຄ່າ 4,494 ລ້ານຢວນ​ກັບ​ຝ່າຍ​ຈີນ​ປະ​ກອບ​ສ່ວນ 10,486 ລ້ານຢວນ ສ່ວນ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນນັ້ນ​ຮັບ​ຜິດ​ຊອບ​ທຶນ​ໃນ​ມູນ​ຄ່າ 22,470 ລ້ານຢວນ​ໂດຍ​ທັງ​ໝົດ​ເປັນ​ການ​ກູ້​ຢື​ຈາກ​ທະ​ນາ​ຄານ​ການ​ຄ້າ​ຂອງ​ລັດ​ຖະ​ບານ ຈີນ ຈຶ່ງບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ກຸ່ມ​ທຶນ​ຈີນ​ເປັນ​ຝ່າຍ​ທີ່​ຄວບ​ຄຸມ​ທຸກ​ຢ່າງ​ໃນ​ກິດ​ຈະ​ການ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ ແຕ່​ຍັງ​ລວມ​ເຖິງສິດ​ທິ​ໃນ​ການ​ທີ່​ຈະ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຈີ​ດ້ານ​ລົດ​ໄຟ​ໃຫ້​ກັບ​ລາວຫຼືບໍ່​ອີກ​ດ້ວຍ ດັ່ງ​ທີ່​ຜູ້​ຊ່ຽວ​ຊານ​ດ້ານ​ການ​ລົງ​ທຶນ​ຂອງ ຈີນ ໃນ​ອາ​ຊຽນ ໃຫ້​ກາ​ນ​ຢືນ​ຢັນ​ວ່າ

“ເປັ​ນ​ຫຍັງ​ເຂົາ​ຈຶ່ງບໍ່​ຖ່າຍ​ທຶດ​ເລື່ອງ​ເທັກ​ໂນ​ໂລ​ຈີ ຫຼືບໍ່​ເປີ​ດ​ເຜີຍ​ເລື່ອງ​ຫຍັງ​ຕ່າງໆ​ ອັນ​ນີ້​ມັນ​ອາດ​ຈະ​ຕ້ອງ​ລົງ​ເລິດ​ລົງ​ໄປ​ວ່າ​ທຸ​ລະ​ກິດ​ເຫຼົ່າ​ນັ້ນ​ເຂົາ​ຮ່ວມ​ລົງ​ທຶນ​ກັບ​ໃຜຫຼືບໍ່ ຄື​ຖ້າ​ເຂົາ​ບໍ່​ໄດ້​ຮ່ວມ​ທຶນ​ກັບ​ໃຜ​ກໍ​ບໍ່​ມີ​ເຫດ​ຜົນ​ທີ່​ເຂົາ​ຈະ​ຕ້ອງ​ໄປ​ເປີດ​ເຜີຍ​ຄວາມ​ລັບ​ທາງ​ທຸ​ລະ​ກິດ​ຂອງ​ເຂົາ ເທັກ​ໂນ​ໂລ​ຈີ​ຕ່າງໆ​ຂອງ​ເຂົາ ແຕ່​ວ່າ​ທຸ​ລະ​ກິດ​ຈີນນີ້ ອາດ​ຈະ​ມີ​ມິ​ຕິ​ເລື່ອງ​ຂອງວັດ​ທະ​ນະ​ທຳ​ ເພາະ​ໃນ​ປະ​ເທດ​ເຂົາ​ນີ້​ການ​ແຂ່ງ​ຂັນ​ນີ້​ມັນ​ເຂົ້ມ​ຂຸ້ນຫຼາຍ ມັນ​ຕ້ອງ​ຕໍ່​ສູ້​ດັ່ງ​ນັ້ນ​ເວ​ລາ​ເຂົາ​ໄປ​ຕ່າງ​ປະ​ເທດ​ເຂົາ​ກໍ​ມີ​ເປົ້າ-ມີ​ຊົງ​ວ່າ​ເຂົາ​ຈະ​ຕ້ອງ​ມີ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ.”

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປີດ​ເຜີຍ​ວ່າ​ການ​ດຳ​ເນີນ​ງານ​ໃນ​ໂຄງ​ການ​ທາງ​ລົດ​ໄຟລາວ-ຈີນ ໃນ​ລາວ​ພາຍ​ໃຕ້​ການ​ບໍ​ລິ​ຫານ​ງານ​ໂດຍ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາ​ງ​ລົດ​ໄຟ​ລາວ​-ຈີນ ທີ່​ເລີ່ມ​ແຕ່​ວັນ​ທີ 3 ທັນ​ວາ 2021 ເປັນ​ຕົ້ນ​ມາ​ຊຶ່ງ​ເປັນ​ການ​ເຊື່ອມ​ຕໍ່​ທັງ​ໃນ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ​ໂດຍ​ສານ​ລະ​ຫວ່າງ​ລາວ​ກັບ​ຈີນ​ເປັນຫຼັກ​ນັ້ນ​ເຮັດ​ໃຫ້​ຄາດ​ໝາຍໄດ້ວ່າ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ​ຈະ​ສ້າງ​ລາຍ​ຮັບ​ທີ່​ສາ​ມາດ​ຄືນ​ທຶນ​ການ​ກໍ່​ສ້າງ​ໄດ້​ໄວ​ທີ່​ສຸດ​ໃນ 23 ປີ​ຂ້າງ​ໜ້າ ກໍ​ຄື​ໃນ​ປີ 2045ແຕ່​ຫາກວ່າ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ມີ​ການ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທ​ດ້ວຍ​ນັ້ນ ຈະ​ເຮັດ​ໃຫ້​ສາ​ມາດ​ຄືນ​ທຶນໄດ້​ໄວ​ຂຶ້ນ​ພາຍ​ໃນ 15 ປີຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະ​ຫວ່າງ​ລາວ-ຈີນ ແລະ ໄທ, ກໍ​ຄື​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະ​ຫວ່າງ​ຄຸມ​ໝິງ​ຫາ​ນະ​ຄອນຫຼວງວຽງ​ຈັນ​ກັບ​ທາງ​ບາງກອກ​ໄດ້​ສົມ​ບູນ​ແບບ​ແລ້ວ​ນັ້ນ​ພາຍ​ໃນ​ປີ 2030.