Lao
This article was added by the user . TheWorldNews is not responsible for the content of the platform.

ການທ່ອງທ່ຽວດ້ານທຳມະຊາດ ເຊັ່ນການປີນພູຜາແດງ ຢູ່ທີ່ບ້ານໜອງຂຽວ ເມືອງງອຍໃໝ່ ໄດ້ຮັບຄວມນິຍົມຫຼາຍຂຶ້ນ ຈາກນັກທ່ອງທ່ຽວຕ່າງປະເທດ

ພາຍຫຼັງຈາກລັດຖະບານລາວ ໄດ້ຍົກເລີກມາດຕະການສະກັດກັ້ນພະຍາດໂຄວິດ-19 ເມື່ອສອງສາມເດືອນຜ່ານມານີ້ ພາກການທ່ອງທ່ຽວກໍຄ່ອຍໆມີບັນຍາ ກາດດີຂຶ້ນເລື້ອຍໆ ໂດຍສະເພາະການທ່ອງທ່ຽວໃນດ້ານທຳມະຊາດ ເຊັ່ນວ່າ ນ້ຳຕົກແຫ່ງຕ່າງໆ ຢູ່ໃນແຂວງຫຼວງພະບາງ. ນອກຈາກນັ້ນ ກໍຍັງມີການປີນພູຂຶ້ນໄປຊົມວີວ ກໍເປັນກິດຈະກຳນຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍສົມຄວນຈາກນັກທ່ອງທ່ຽວຊາວຕ່າງປະເທດ ກໍຄື ພູຜາແດງຢູ່ທີ່ບ້ານໜອງຂຽວ ເມືອງງອຍໃໝ່ ດັ່ງທີ່ນັກທ່ອງທ່ຽວຊາວໄທ ຊື່ວ່າ ທ່ານໂອ ພ້ອມດ້ວຍຄອບຄົວ ທີ່ໄດ້ຂຶ້ນໄປເທິງຈຸດຊົມວີວ ຕັ້ງແຕ່ຕອນເຊົ້າມືດ ເພື່ອຈະໄດ້ສຳພັດກັບທະເລໝອກ ແລະອາກາດທີ່ສົດຊື່ນ ກ່າວໃຫ້ຟັງເປັນພາສາໄທ ວ່າ:

ທ່ານໂອເວົ້າວ່າ “ມັນງາມກວ່າທີ່ເຂົາເອົາຮູບລົງໃຫ້ເບິ່ງ ມັນງາມຫຼາຍໆ ຫຼາຍກວ່າຢູ່ເມືອງໄທ ຢູ່ທີ່ນີ້ມັນຈະເດັ່ນຫຼາຍ ທາງຍ່າງ ກໍຍາກລຳບາກບໍ່ ບໍ່ເທົ່າໃດ ຂຶ້ນມາປະມານຊົ່ວໂມງນຶ່ງກັບຊາວນາທີ ຂ້ອຍມີໝູ່ຄູ່ຢາກຈະມາ ກໍຄົງຈະກັບມາອີກເທື່ອນຶ່ງ”

ນັກທ່ອງທ່ຽວຊາວອາເມຣິກັນ ຈາກ ເຊັງຫລຸຍ ລັດຫລຸຍເຊຍນາ ແລະນັກທ່ອງທ່ຽວຊາວລາວ
ນັກທ່ອງທ່ຽວຊາວອາເມຣິກັນ ຈາກ ເຊັງຫລຸຍ ລັດຫລຸຍເຊຍນາ ແລະນັກທ່ອງທ່ຽວຊາວລາວ

ນອກຈາກນັກທ່ອງທ່ຽວຊາວໄທ ແລ້ວ ກໍຍັງມີນັກທ່ອງທ່ຽວຊາວອາເມຣິກັນຄົົນນຶ່ງ ແລະຊາວຢູໂຣບເພດຊາຍອີກຄົນນຶ່ງ ກໍໄດ້ພາກັນມາປີນພູ ໃນຕອນປະ ມານ 9 ໂມງເຊົ້າ ຊຶ່ງໃນຊ່ວງເວລານີ້ ຟ້າກໍແຈ້ງສະຫວ່າງເຕັມໄປດ້ວຍແສງແດດ ແລະອາກາດກໍເລີ້ມຮ້ອນຂຶ້ນເລື້ອຍໆ ຊຶ່ງເຮັດໃຫ້ການຍ່າງຂຶ້ນໄປເທິງຈອມພູພໜ່ວຍນີ້ ອາດຈະຍາກລຳບາກກວ່າຕອນເຊົ້າມືດ. ນອກຈາກການປີນພູ ນັກທ່ອງທ່ຽວສາມາດຂີ່ເຮືອເລາະໄປຕາມແມ່ນ້ຳອູ ຈາກເມືອງງອຍໃໝ່ ໄປຫາເມືອງງອຍເກົ່າ ທີ່ເຊື່ອມຕໍ່ກັນປະມານ 20 ກິໂລແມັດ ຫຼື ພາຍເຮືອນ້ອຍທີ່ເອີ້ນວ່າ ກາຢັກ (Kayak) ເລາະຫຼິ້ນໃນແມ່ນ້ຳອູ ກໍໄດ້.