Lao
This article was added by the user . TheWorldNews is not responsible for the content of the platform.

ການສ້າງ​ເຮືອນ ແລະ​ຈັດ​ສັນ​ທີ່​ດິນ​ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ເຂື່ອນເຊປຽນ- ​ເຊນໍ້ານ້ອຍ ແຕກ ຈະ​ດຳ​ເນີນ​ການໃຫ້ແລ້ວ ​ໃນ​ທ້າຍ​ເດືອນ​ນີ້

ການກໍ່​ສ້າງ​ເຮືອນ ແລະ​ຈັດ​ສັນ​ທີ່​ດິນ​ໃຫ້ປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກເມື່ອ​ປີ 2018 ນັ້ນ ຈະ​ດຳ​ເນີນ​ການໃຫ້ແລ້ວ​ຢ່າງ​ຄົບ​ຖ້ວນ​ໃນ​ທ້າຍ​ເດືອນ​ຕຸ​ລາ 2022 ນີ້, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປືຖະ​ແຫລງວ່າ ປະຊາຊົນ​ລາວ​ຢູ່​ເມືອງ​ສະໜາມ​ໄຊ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ກໍ​ລະ​ນີເຂື່ອນ​ເຊ​ປຽນ-ເຊນ້ຳນ້ອຍ​ແຕກ ​ແຕ່​ວັນ​ທີ 23 ກໍລະກົດ 2018 ເປັນ​ຕົ້ນ​ມາ ຈະ​ໄດ້​ຮັບການ​ສົ່ງ​ມອບ​ເຮືອນ​ຢູ່​ອາ​ໄສຖາວອນ ​ແລະ​ດິນ​ປູກຝັງ​ຢ່າງ​ຄົບ​ຖ້ວນໃນທ້າຍເດືອນຕຸລານີ້ ໂດຍການດໍາເນີນງານ ໃນປັດຈຸບັນກໍ​ເປັນພຽງວຽກ​ງານ​ເລັກໆ​ນ້ອຍໆ ແລະລໍຖ້າເງິນຊົດເຊີຍງວດສຸດທ້າຍ ຈາກກຸ່ມຜູ້ລົງທຶນໃນ ໂຄງການເທົ່ານັ້ນ, ດັ່ງທີ່ທ່ານ​ເລັດ ​ໄດ້ໃຫ້​ການຢືນຢັນວ່າ:

“ອັນສຳຄັນ​ຫ​ລະ ວຽກ​ງານ​ທີ່​ເປັນພື້ນຖານຫລະ​ແມ່ນ​ຖື​ວ່າ​ໄດ້​ໝົດ​ແລ້ວ ນັບ​ແຕ່ຊີວິດການເປັນຢູ່, ລາຍຮັບຂອງຄອບຄົວ ຫຼືວ່າ​ການ​ຢູ່​ອາ​ໄສນີ້ ຖືວ່າໄດ້ແກ້ໄຂໝົດແລ້ວແຫລະ. ດຽວນີ້​ວຽກ​ຍັງ​ຄ້າງນີ້ ມີແຕ່ວຽກຊົດເຊີຍ ທີ່ເກັບເລັມຄືນ ທີ່ເອີ້ນວ່າ ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນຫັ້ນ​ໜາ ມັນລະ​ມີ​ຂໍ້​ມູນ​ຕົກ​ເຮ່ຍ ເພາະ​ວ່າ ໄດ້​ສະ​ເໜີ​ທາງ​ບໍ​ລິ​ສັດຜູ້ພັດທະນາໂຄງການຫັ້ນ ເຂົາຍັງບໍ່ທັນໄດ້ແຈ້ງຕອບ, ບັດນີ້ ​ເຮືອນນີ້ ກໍ​ໄດ້ 95 ເປີ​ເຊັນ​ແລ້ວ, ເຮືອນ 700 ​ຫລັງ ກະ​ຖື​ວ່າ​ໃນເດືອນ​ 10 ນີ້ຈະ​ມອບ​ໃຫ້ 100 ເປີ​ເຊັນ.”

ໂດຍ​ການກໍ່​ສ້າງ​ເຮືອນ​ໃຫ້​ແກ່​ປະ​ຊາ​ຊົນທີ່ໄດ້ຮັບຜົນກະທົບຈາກເຫດເຂື່ອນແຕກດັ່ງ​ກ່າວ ໄດ້​ປະ​ເຊີນກັບ​ບັນ​ຫາ​ຊັກ​ຊ້າ​ມາ​ຕະ​ຫຼອດ ເພາະການລະບາດໄວຣັສໂຄວິດ-19 ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການຂົນສົ່ງວັດສະດຸ -ອຸປະກອນຕ່າງໆເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ​ອຳ​ນາດ​ການ​ປົກ​ຄອງ​ເມືອງ​ສະ​ໜາມ​ໄຊ ໄດ້ໃຫ້ການຢືນຢັນວ່າ:
“ການກໍ່ສ້າງເຮືອນ 700 ຫຼັງໃຫ້ແກ່ຜູ້ປະສົບໄພນີ້ ທາງການບໍລິສັດວັນແສງກໍ່ສ້າງໄດ້ຮັບສັນຍາຮັບ ເໝົາກໍ່ສ້າງຈາກລັດຖະບານ ໃນເດືອນສາມ 2020 ຫັ້ນ ໄລຍະເວລາໃນການສັນຍາກໍແມ່ນ 20 ເດືອນຈາກເດືອນສາມມາຮອດເດືອນຫົກ ຖືວ່າ ທາງບໍລິສັດໄດ້ລົງມືເພື່ອເປັນການກະກຽມ ພໍຕົກຮອດເດືອນຫົກປີ 2020 ກໍໄດ້ເລີ່ມລົງມືປັກຜັງຫັ້ນແຫຼະ ແລະ ໄລຍະນັ້ນ ມັນກໍຖືກໃນຊ່ວງໃນໄລຍະເຂົ້າພັນສາ ສະນັ້ນ ກະການປັກຜັງເບື້ອງຕົ້ນໃນປີ 2020 ຫັ້ນບໍ່ໄດ້ຫຼາຍ ບວກກັບການຂົນສົ່ງອຸປະກອນໃນການກໍ່ສ້າງກະຖືວ່າເສັ້ນທາງກະຫຍຸ້ງຍາກ.”

ໃນປັດຈຸບັນທາງການລາວ ແລະ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ຈາກເກົາຫຼີໃຕ້ ໄດ້ ສົ່ງມອບເຮືອນຢູ່ອາໄສຢ່າງ​ຖາ​ວອນ ໃຫ້ກັບຜູ້ປະສົບໄພຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກແລ້ວ 600 ກວ່າ ຫຼັງ ຈຶ່ງຍັງເຫຼືອບໍ່​ເຖິງ 100 ຫຼັງທີ່ຄາດວ່າຈະກໍ່ສ້າງແລ້ວສຳເລັດ ແລະສົ່ງມອບໃຫ້ກັບປະຊາຊົນລາວ ໄດ້ຢ່າງຄົບຖ້ວນພາຍໃນເດືອນ​ຕຸ​ລານີ້ ຊຶ່ງກໍເຊັ່ນດຽວກັນກັບການຈັດສັນທີ່ດິນທຳກິນໃຫ້ແກ່ປະຊາຊົນດັ່ງກ່າວ.

ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນວັນທີ 23 ກໍລະກົດ 2018 ໄດ້ເຮັດ ໃຫ້ນາເຂົ້າເສຍຫາຍກວ່າ 8,050 ເຮັກຕາໂດຍທີ່ກະທົບຢ່າງໜັກໜ່ວງທີ່ສຸດຄືບ້ານຫີນລາດ, ບ້ານ ສະໜອງໃຕ້, ບ້ານທ່າຫີນ,​ ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ 7,095 ຄົນໃນ 1,611 ຄອບຄົວໂດຍທີ່ຜ່ານມາກຸ່ມຜູ້ລົງທຶນກໍໄດ້ຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນໃນ 13 ບ້ານທີ່ຖືກກະທົບໃນມູນຄ່າລວມ 28 ຕື້ກີບສຳລັບການເສຍຫາຍທີ່ເກີດກັບພາຫະນະ, ທຸລະກິດໃນຄົວເຮືອນ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມືກະສິກຳ, ສັດລ້ຽງ ແລະ ສະບຽງອາຫານ ໂດຍຍັງເຫຼືອຄ່າເສຍຫາຍ ທີ່ເກີດກັບສິ່ງປູກສ້າງ ແລະ ສິ່ງຂອງມີຄ່າຕ່າງໆ ທີ່ຍັງບໍ່ທັນໄດ້ຮັບການຊົດເຊີຍ ແຕ່ຢ່າງໃດ ສ່ວນຢູ່ເຂດ 6 ບ້ານກັບ 1 ຄຸ້ມທີ່ຖືກກະທົບໜັກນັ້ນກໍໄດ້ຮັບການຊົດເຊີຍແບບດຽວກັນນີ້ ໃນມູນຄ່າກວ່າ 95 ຕື້ກີບ.

ທັງ​ນີ້ ອົງ​ການ​ຮ່ວມ​ມື​ສາ​ກົນ​ແຫ່ງ​ເກົາຫຼີ​ໃຕ້ (KOICA) ໄດ້​ສົ່ງ​ມອບ​ການ​ຊ່ວຍ​ເຫຼືອ​ໃນມູນ​ຄ່າ 1 ລ້ານ 2 ແສນ ໂດລາ ໃຫ້ກັບກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ ເມື່ອເດືອນ​ສິງ​ຫາ 2019 ເພື່ອ ນຳໃຊ້ໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ໂດຍຖືເປັນສ່ວນນຶ່ງຂອງການຊ່ວຍເຫຼືອທີ່ລັດຖະບານເກົາຫຼີໃຕ້ ໃຫ້ແກ່ລັດຖະບານລາວໃນໄລຍະປີ 2019-2023 ທີ່ມີມູນຄ່າລວມ 11 ລ້ານ 5 ແສນໂດລາ ສຳລັບການພັດທະນາໃນດ້ານສາທາລະນະສຸກ, ການສຶກ ສາ, ກະສິກຳ, ການຝຶກອົບຮົມວິຊາຊີບ, ການພັດທະນາສະຫວັດດີການຂອງແມ່ແລະເດັກ, ການປ້ອງກັນ ໄພພິບັດ, ການພັດທະນາພື້ນຖານໂຄງລ່າງ ແລະກໍ່ສ້າງທີ່ຢູ່ອາໄສຖາວອນໃຫ້ກັບຜູ້ປະສົບໄພຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກດັ່ງກ່າວ.

ໂດຍ​ໄດ້​ມີການບຸກເບີກພື້ນທີ່ດິນໃໝ່ເພື່ອຮອງຮັບການສ້າງເຮືອນຢູ່ຖາວອນໃນເນື້ອທີ່ກ້​ວາງ 800 ຕາແມັດຕໍ່ຄອບຄົວ ໂດຍໄດ້ ບຸກ​ເບີກ​ທີ່​ດິນ 2,140 ເຮັກ​ຕາ ທີ່​ເຂດ​ບ້ານ​ດົງ​ບາກ ແລະ​ປຶນ​ແດງ ແລະ​ບ້ານ​ຕໍ​ມໍ​ຍອດ ເພື່ອຈັດສັນໃຫ້ເປັນ​ທີ່​ທຳ​ກິນ ສ່ວນ​ຄອບ​ຄົວ ທີ່​ມີ​ຜູ້​ເສຍ​ຊີ​ວິດ 70 ລາຍ ກໍ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ ລາຍ​ລະ 85 ລ້ານ​ກີບ.