Lao
This article was added by the user . TheWorldNews is not responsible for the content of the platform.

ການປະກອບກິດຈະການ ໃນການເຮັດທຸລະກິດກ່ຽວກັບຮ້ານເລັບ

ການເປີດຮ້ານເລັບ ຫຼືທີ່ຮ້ອງກັນວ່າ ​Nail Salon ແມ່ນເປັນທີ່ນິຍົມຫຼາຍຢູ່ໃນສະຫະລັດ, ທຸກໆຄົນສາມາດດໍາເນີນທຸລະກິດດ້ານນີ້ ແລະສາມາດສ້າງລາຍໄດ້ທີ່ດີ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານເຄີຍເຫັນຮ້ານເລັບຫຼາຍໆຮ້ານຢູ່ທົ່ວໄປໃນສະຫະລັດບໍ? ທ່ານສັງເກດບໍວ່າ ເຈົ້າຂອງກິດຈະການສ່ວນຫຼາຍແມ່ນຄົນເອເຊຍ. ຖ້າທ່ານຫາກມີຄວາມສົນໃຈມອງຫາການລົງທຶນເພື່ອເປີດກິດຈະການໃດນຶ່ງ ຮ້ານເລັບກໍແມ່ນທາງເລືອກທີ່ດີເລີຍ ເພາະບໍມີຂັ້ນຕອນຫຍຸ້ງຍາກ ບໍ່ຈໍາເປັນຕ້ອງລົງທຶນຫຼາຍ, ແຕ່ຜົນຕອບແທນ ແມ່ນສາມາດຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນຫຼາຍທີ່ສຸດ.

ຂັ້ນຕອນເລີ້ມຕົ້ນເລີຍ ທ່ານຕ້ອງວາງແຜນໃຫ້ດີກ່ອນວ່າ ທຸລະກິດດ້ານນີ້ເໝາະສົມສໍາລັບທ່ານແລ້ວບໍ? ຄໍານວນເຖິງຜົນຮັບ ແລະຄວາມຫຍຸ້ງຍາກໄວ້ກ່ອນ ເພື່ອການວາງແຜນຮັບມືທີ່ດີ.

ສິ່ງທໍາອິດ ທ່ານຄວນມີເອກະສານຢັ້ງຢືນວິຊາຊີບ ເຊິ່ງເອກະສານດັ່ງກ່າວນີ້ທ່ານຈະໄດ້ຮັບຫຼັງຈາກທ່ານຈົບພາກການຮຽນ 1,500 ຊົ່ວໂມງກ່ຽວກັບ Cosmetology ຈາກໂຮງຮຽນວິຊາຊີບທົ່ວໄປ.ຈາກນັ້ນ, ກໍໄປຂໍໃບປະກອບທຸລະກິດຢູ່ທີ່ຫ້ອງການເມືອງຂອງຂົງເຂດທີ່ທ່ານອາໄສຢູ່ ຫຼືບໍລິເວນທີ່ທ່ານຈະເປີດກິດຈະການຂອງທ່ານ.

ເມື່ອມີເອກະສານຄົບຖ້ວນແລ້ວ ທ່ານກໍຊອກຫາສະຖານທີ່ຕັ້ງສໍາລັບປະກອບກິດຈະການຂອງທ່ານ, ສໍາຄັນທີ່ສຸດແມ່ນສະພາບແວດລ້ອມຂອງສະຖານທີ່ຕ້ອງເປັນຂົງເຂດທີ່ດີ, ມີຄົນຫຼາຍ.

ຖ້າທ່ານຫາກປະກອບການດ້ານນີ້ເປັນຄັ້ງທໍາອິດ ຂໍແນະນໍາວ່າ ທ່ານຄວນເລີ້ມຕັ້ນຈາກຮ້ານນ້ອຍ ມີໂຕະປະມານ 4-5 ໜ່ວຍ, ແລະຕັ່ງສໍາລັບ Pedicure ປະມານ 4 ໜ່ວຍຢ່າງໜ້ອຍກໍພໍດີແລ້ວ. ນອກນັ້ນ, ຍິ່ງຈະເປັນການດີ ແລະປະຢັດຕົ້ນທຶນ ຖ້າຫາກທ່ານເລືອກຊື້ຮ້ານທີ່ເປັນຮ້ານເລັບມາກ່ອນໜ້ານນັ້ນ.

ແຟ້ມ-ຊັ້ນວາງເຄື່ອງຢູ່ຝາ ທີ່ເຕັມໄປດ້ວຍຢາທາເລັບ, ເມື່ອວັນທີ 30 ພະຈິກ 2016, ໃນເມືອງອະລາເມດາ, ລັດຄາລິຟໍເນຍ. ກຸ່ມຄົນທີ່ເປັນເຈົ້າຂອງຮ້ານເສີມຄວາມງາມຊາວອາເມຣິກັນເຊື້ອສາຍຫວຽດນາມ ທີ່ອາໄສຢູ່ໃນລັດຫຼຸຍເຊຍນາ ກ່ຽວກັບການລໍາອຽງຕໍ່ເຊື້ອຊາດ, ແລະໄດ້ຮັບເງິນຕາມຕົກລົງກັນ 100,000 ໂດລາ.
ແຟ້ມ-ຊັ້ນວາງເຄື່ອງຢູ່ຝາ ທີ່ເຕັມໄປດ້ວຍຢາທາເລັບ, ເມື່ອວັນທີ 30 ພະຈິກ 2016, ໃນເມືອງອະລາເມດາ, ລັດຄາລິຟໍເນຍ. ກຸ່ມຄົນທີ່ເປັນເຈົ້າຂອງຮ້ານເສີມຄວາມງາມຊາວອາເມຣິກັນເຊື້ອສາຍຫວຽດນາມ ທີ່ອາໄສຢູ່ໃນລັດຫຼຸຍເຊຍນາ ກ່ຽວກັບການລໍາອຽງຕໍ່ເຊື້ອຊາດ, ແລະໄດ້ຮັບເງິນຕາມຕົກລົງກັນ 100,000 ໂດລາ.

ທຶນເລີ້ມຕົ້ນໃນການປະກອບທຸລະກິດຮ້ານເລັບກໍແຕກຕ່າງກັນ ຂຶ້ນຢູ່ກັບອຸປະກອນ, ຂະໜາດຂອງຮ້ານ ແລະອື່ນໆ. ສໍາລັບຍານາງໄກສອນ ທັນທະແພງໄຊ ຜູ້ທີ່ອາໄສຢູ່ເມືອງລິດເຕລຣັອກ (Littlerock) ລັດອາການຊໍ ປະກອບທຸລະກິດກ່ຽວກັບຮ້ານເລັບມາໄດ້ເກືອບ 20 ປີແລ້ວນັ້ນ ບອກກັບ VOA ພາກພາສາລາວວ່າ ຍານາງໃຊ້ທຶນເລີ້ມຕົ້ນປະມານ 20,000 ໂດລາ.

ສ່ວນຄ່າເຊົ່າຮ້ານ, ຍານາງເຊົ່າພລາຊາແຫ່ງນີ້ມາຕັ້ງແຕ່ເປີດຮ້ານທໍາອິດ ແລະເສຍຄ່າເຊົ່າໃນປັດຈຸບັນເດືອນນຶ່ງ 2,000 ປາຍໂດລາ.

ສໍາລັບເຄື່ອງຂອງທີ່ສະໜອງເຂົ້າໃນຮ້ານ ແມ່ນມີບໍລິສັດມາສົ່ງໃນທຸກໆສອງອາທິດ ເຊິ່ງຍານາງກ່າວວ່າ ຫາຊື້ໄດ້ຕາມບໍລິສັດທີ່ສະນອງອຸປະກອນກ່ຽວກັບຄວາມງາມຂອງເລັບທົ່ວໄປ, ໂດຍຍານາງເສຍຄ່າເຄື່ອງຂອງຕ່າງໆເຂົ້າມາຮ້ານໃນແຕ່ລະຄັ້ງປະມານ 3,000 ໂດລາຕໍ່ 2 ອາທິດ ພ້ອມນັ້ນກໍມີຄ່າຕ່າງໆເລັກໆນ້ອຍໆແຕກຕ່າງອອກໄປ.

“ສ່ວນຜລາຍກໍແມ່ນເຂົາເອົາມາສົ່ງໃຫ້ ເພາະວ່າເອື້ອຍເຮັດມາດົນ, ແລ້ວບາດນີ້ເຂົາຮູ້ວ່າເຮົາເຮັດມາດົນ ແລ້ວດຽວນີ້ສ່ວນໃຫຍ່ເຂົາກໍມາສົ່ງໃຫ້ ເຄື່ອງສະໜອງການເຮຫດເລັບຢູ່ນີ້ ຢູ່ໃນເມືອງນີ້ລະ, ເຄື່ອງໃຊ້ສໍາລັບເຮັດເລັບຢູ່ອາເມຣິການີ້ມັນມີຫຼາຍໆໆບ່ອນ ແຕ່ເອື້ອຍຫາກມັກຊື້ຢູ່ເທັກຊັສ ບາງເວລາໂດຍສ່ວນໃຫຍ່ກໍຢູ່ນີ້ລະ ແລ້ວເຂົາກໍເອົາມາສົ່ງໃຫ້ ເພາະວ່າເຮົາເຄີຍຊື້ນໍາເຂົາມາດົນແລ້ວຫັ້ນໜາ, ສໍາລັບຂ້ອຍແມ່ນ ເຂົາເອົາມາສົ່ງໃຫ້ໃນທຸກໆສອງອາທິດ ເພາະວ່າເຄື່ອງຂອງສໍາລັບເຮັດ Spa ມືນັ້ນມັນໝົດໄວ.”

ຮ້ານເລັບຂອງຍານາງໄກສອນເປີດ 6 ມື້ຕໍ່ອາທິດ ໂດຍຈະປິດໃນທຸກໆວັນອາທິດເພື່ອກິດຈະກໍາຂອງຄອບຄົວ.

ທຸລະກິດກ່ຽວກັບການເຮັດເລັບ ກໍາລັງຂະຫຍາຍໂຕ ໃນໄລຍະຂອງລະບົບເສດຖະກິດທີ່ຊຸດໂຊມ.
ທຸລະກິດກ່ຽວກັບການເຮັດເລັບ ກໍາລັງຂະຫຍາຍໂຕ ໃນໄລຍະຂອງລະບົບເສດຖະກິດທີ່ຊຸດໂຊມ.

ພະນັກງານຂອງຮ້ານ, ປັດຈຸບັນ ທາງຮ້ານຂອງຍານາງໄກສອນມີພະນັກງານທັງໝົດ 7 ຄົນ, ເຊິ່ງຍານາງຈະໄດ້ຈ່າຍໃຫ້ພວກເຂົາເຈົ້າໃນທຸກໆອາທິດໂດຍຄິດເປັນ 60/40 ຂອງຈໍານວນທີ່ພວກເຂົາເຈົ້າໄດ້ຈາກລູກຄ້າທີ່ເຂົ້າມາຮ້ານຂອງແຕ່ລະຄົນ, ເຊິ່ງ 60 ເປີເຊັນແມ່ນມອບໃຫ້ພະນັກງານ ສ່ວນ 40 ເປີເຊັນແມ່ນເປັນຂອງຜູ້ປະກອບການ ເພາະເຄື່ອງຂອງ ແລະອຸປະກອນທຸກຢ່າງທີ່ສະໜອງເຂົ້າໃນການເຮັດຄວາມງາມຂອງເລັບນັ້ນ ແມ່ນເປັນຂອງທາງຮ້ານເອງ.

“ຖ້າເຈົ້າເຮັດຫຼາຍ ເຈົ້າກໍໄດ້ລູກຄ້າຫຼາຍ, ຖ້າເຈົ້າເຮັດດີ ເຈົ້າກໍມີລູກຄ້າຫຼາຍ ລູກຄ້າມາເຮັດ appointment ນໍາເຈົ້າຫຼາຍ ເຈົ້າກໍໄດ້ຜົນຕອບແທນຫຼາຍ, ຕົວຢ່າງ ເຈົ້າໄດ້ 3,000 ພັນກໍຮັກເອົາໄປຕາມນັ້ນ.”

ສໍາລັບການຄິດໄລ່ຄ່າບໍລິການຈາກລູກຄ້າ, ແຕ່ລະຮ້ານກໍແຕກຕ່າງກັນ ຂຶ້ນຢູ່ກັບສິ່ງທີ່ລູກຄ້າຕ້ອງການ ແລະອື່ນໆ, ແຕ່ສໍາລັບຮ້ານຂອງຍານາງໄກສອນ ເພິ່ນຄິດໄລ່ຄ່າບໍລິການແຕ່ 35 ຫາ 75 ໂດລາສໍາລັບຄ່າ Pedicure.

ການເຮັດທຸລະກິດຮ້ານເລັບ, ສິ່ງສໍາຄັນທີ່ສຸດແມ່ນຕ້ອງມີຄວາມດຸໝັ້ນຂະຫຍັນພຽນ ແລະອົດທົນ, ຄິດເອົາໃຈເພິ່ນມາເປັນໃຈຕົນ ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ພ້ອມນັ້ນກໍຕ້ອງເຮັດໃຫ້ລະອຽດດ້ວຍ, ເພາະການການເຮັດທຸລະກິດດັ່ງກ່າວນີ້ເຖິງວ່າຈະມີລາຍໄດ້ຫຼາຍ ແລະດີ ທັງໝົດກໍຕ້ອງໄດ້ອາໄສຄວາມພະຍາຍາມເຖິງຈະໄດ້ຜົນຕອບແທນທີ່ດີມາສູ່ຕົນເອງ ແລະຄອບຄົວ, ແຕ່ຖ້າຫາກເຮັດບໍ່ດີຕັ້ງແຕ່ເລີ້ມຕົ້ນ ກິດຈະການກໍຈະບໍ່ປະສົບຜົນສໍາເລັດຕາມຄວາມຕັ້ງໃຈ ແລະສິ່ງທີ່ຄາດໝາຍໄວ້ໄດ້.