Lao
This article was added by the user . TheWorldNews is not responsible for the content of the platform.

ການລົງທຶນປູກກ້ວຍໃນລາວ ສ່ວນຫຼາຍແມ່ນຊາວຈີນ ມາເຮັດເອງ ໂດຍຈ້າງແຮງງານລາວ ສ່ວນຊາວກະເສດຕະກອນລາວ ຢາກລົງທຶນເອງ ແມ່ນຍາກຫຼາຍ

ນິຄົມປູກກ້ວຍຂອງນັກລົງທຶນຈີນໃນລາວ ສ້າງວຽກເຮັດງານທໍາໃຫ້ຄົນລາວໃນເຂດຊົນນະບົດ ແຕ່ກໍນໍາເອົາຄວາມສ່ຽງໄພຕໍ່ສຸຂະພາບ ແລະ ສ້າງມົນລະພິດຕໍ່ສິ່ງແວດລ້ອມ ທີ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນທີ່ຢູ່ໃກ້ຄຽງ. ສ່ວນການປູກກ້ວຍຂອງຄົນລາວເພື່ອຂາຍໃຫ້ຈີນນັ້ນກໍປະສົບກັບການກົດດັນໃນ ດ້ານລາຄາ. ໄຊ​ຈະ​ເລີນ​ສຸກ ນັກຂ່າວຂອງພວກເຮົາມີລາຍງ​ສາຍເລື້ອງນີ້ ​ຈາກ​ນັກ​ຂ່າວ​ຂອງ​ເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໝາກກ້ວຍໄດ້ກາຍເປັນສິນຄ້າຫຼັກໃນທາງເສດຖະກິດຂອງລາວ ເຖິງແມ່ນມີລາຍງານວ່າ ເປັນບ່ອນທີ່ໃຊ້ສານເຄມີ ທີ່ເປັນພິດຫລາຍຢູ່ກໍຕາມ. ປັດຈຸບັນ, ໝາກກ້ວຍໄດ້ກາຍເປັນສິນຄ້າສົ່ງອອກ ລາຍໃຫຍ່ທີ່ສຸດຂອງລາວ ໄປ​ປະ​ເທດ​ຈີນທີ່ມີສະ​ພາບ​ອາ​ກາດ​ທີ່​ເຢັນ​ເກີນ​ໄປ​ທີ່​ຈະ​ປູກ​ກ້ວຍໄດ້ ແລະນໍາເຂົ້າໝາກກ້ວຍຫລາຍແສນໂຕນຈາກລາວ ໃນແຕ່ລະປີແລະມັນຍັງເປັນບ່ອນສະໜອງວຽກງານໃຫ້ແຮງງານທີ່ບໍ່ມີສີມືຂອງລາວ, ອີງຕາມການໂອ້ລົມກັບເຈົ້າໜ້າທີ່ທ່ານນຶ່ງ ໃນກະຊວງກະສິກໍາ ແລະປ່າໄມ້ ຊຶ່ງທ່ານກ່າວວ່າ:

“ຜົນປະໂຫຍດຂອງຊາວກະເສດຕະກອນ ກະແມ່ນໄດ້ຂາຍກ້ວຍໃຫ້ເຂົາ ເຂົາກະເອົາໝົດ ແຕ່ວ່າ ມັນກະບໍ່ດີຕໍ່ສຸຂະພາບ ເພິ່ນກະໃຫ້ໂຈະ ບໍ່ໃຫ້ເຂົາສຳປະທານຕໍ່ ມີທໍ່ມີແລ້ວຫັ້ນ ມີແຕ່ຫລຸດຜ່ອນ ເພາະເພິ່ນໃຊ້ເຄມີຫລາຍໂພດເກີນອັດຕາ ປູກໝົດອາຢຸແລ້ວ ໃຫ້ເຊົາ ບໍ່ໃຫ້ຂະຫຍາຍເນື້ອທີ່ຕໍ່ ສ່ວນພາກລັດ ແມ່ນສາມາດຊອກວຽກໃຫ້ປະຊາຊົນຫັ້ນແຫລະ ໃນເຂດສຳປະທານຫັ້ນ ຄ່າສຳປະທານດິນຫັ້ນແຫລະເນາະ ເຊົ່າຊາວປີບໍ ເຊົາຊາວຫ້າປີບໍ ອີ່ຫຍັງແຫລະ ເປັນສິນຄ້າຂາອອກ."

ທ່ານກ່າວອີກວ່າການປູກກ້ວຍໄດ້ນໍາລາຍຮັບຫລາຍກວ່າ 227 ລ້ານໂດລາເຂົ້າ ປະເທດ ໃນປີ 2020 ແລະໃນປີນັ້ນ ມັນກໍກວມເອົາ 80 ເປີເຊັນຂອງ​ການ​ສົ່ງ​ອອກ​ກະ​ສິ​ກໍາ​ທັງ​ຫມົດ​ຂອງລາວ​.

ພະນັກງານລາວ ຢູ່ທີ່ສວນກ້ວຍ ໃນລາວ ກຳລັງຈັດກຽມໝາກກ້ວຍເພື່ອສົ່ງອອກໄປຕະຫຼາດຈີນ.
ພະນັກງານລາວ ຢູ່ທີ່ສວນກ້ວຍ ໃນລາວ ກຳລັງຈັດກຽມໝາກກ້ວຍເພື່ອສົ່ງອອກໄປຕະຫຼາດຈີນ.

ແຕ່ວ່າໃນຕົວຈິງແລ້ວ ການປູກກ້ວຍເພື່ອສົ່ງອອກໄປຈີນນີ້ ແມ່ນສາມາດເຮັດໄດ້ ແຕ່ນັກລົງທຶນຈີນເທົ່ານັ້ນ ສ່ວນກ້ວຍທີ່ປູກໂດຍນັກລົງທຶນລາວນັ້ນ ພວກພໍ່ຄ້າ ຈີນມັກຈະບໍ່ຮັບຊື້ ຫລືຖ້າຊື້ກໍແມ່ນຖືກກົດດັນໃນດ້ານລາຄາ ດັ່ງການສັງເກດຂອງເຈົ້າຂອງສວນກ້ວຍທ່ານນຶ່ງ ໃນແຂວງອຸດົມໄຊ ທີ່ຮູ້ກ່ຽວກັບເລື້ອງນີ້ດີວ່າ:

“ສ່ວນຫລາຍເຂົາມາເຮັດເອງ ລົງທຶນເອງ ຈ້າງແຮງງານເອງ ເອົາໄປຂາຍເອງຫັ້ນນະແມ່ນໄດ້ ຄັນວ່າເຮົາໄປລົງທຶນ ໄປຂາຍໃຫ້ມັນແມ່ນຢາກຍາກແຫລະ”

ທ່ານກ່າວຕໍ່ໄປວ່າ:

“ລົງທຶນເອງ ປູກຂາຍໃຫ້ເຂົາໜີ້ ມັນຍາກໆໂຕນີ້ກັບຈີນໜີ້ໜະ ສົມມຸດວ່າ ເຈົ້າ ເຮັດອອກມາໄດ້ຜົນດີເຕັມຮ້ອຍເນາະ ສໍາລັບຂອງເຈົ້າມັນວ່າ ບໍ່ໄດ້ປະສິດທິພາບ ກະມີ ເພື່ອຢາກກົດລາຄາເຈົ້າບໍ ແລະອາດຈະບໍ່ຊື້ເລີຍ ສົມມຸດຫັ້ນໜະ.”

ສວນກ້ວຍຂອງຈີນເລີ້ມແຜ່ຂະຫຍາຍຢູ່ໃນລາວໃນທ້າຍຊຸມປີ 2000. ແຕ່ວ່າ ມັນມີຜົນກະທົບຕໍ່ສິ່ງແວດລ້ອມຫລາຍ. ປະຊາຊົນໃນແຂວງຕ່າງໆ ທີ່ມີສວນ ຫລື ນິຄົມປູກກ້ວຍຂອງຈີນ ມັກຈະມີລາຍງານວ່າ ພວກເຂົາເຈົ້າບໍ່ສາມາດໃຊ້ໜອງ ຫລື ຫ້ວຍນໍ້າທໍາມະຊາດໃນເຂດບ້ານເຂົາເຈົ້າ ເພື່ອດື່ມ ຫລືອາບໄດ້. ພ້ອມກັນນັ້ນ ປາໃນແມ່ນໍ້າຕ່າງໆ ກໍຫລຸດລົງຈາກ ເມື່ອກ່ອນອີງຕາມການສັງເກດຂອງຊາວສວນຜູ້ນຶ່ງ ໃນແຂວງອຸດົມໄຊ ທີ່ເວົ້າວ່າ:

“ມັນກະໄດ້ເຮັດຫັ້ນແຫລະ ມັນໃຊ້ສານເຄມີຫລາຍໂຕນີ້ມັນກະມີຫັ້ນແຫລະສານເຄມີແນ່ນອນແຫລະ”

ເມື່ອຖາມເຖິງຄວາມສ່ຽງ ໃນການເປັນພະຍາດຂອງປະຊາຊົນທ້ອງຖິ່ນ ທີ່ເກີດມາຈາກສານພິດທີ່ເຈືອປົນຢູ່ໃນແມ່ນໍ້າລໍາທານຕ່າງໆນັ້ນ ທ່ານບອກວ່າ ອາດຈະມີແຕ່ວ່າ ມັນບໍ່ມີການເປີດເຜີຍຂໍ້ມູນຢ່າງເປັນທາງການ.

ມີບົດລາຍງານຂອງການສຶກສາຄົ້ນຄວ້າບັ້ນນຶ່ງໂດຍນັກຊ່ຽວຊານໃນສະຖາບັນ ຄຸ້ມຄອງນໍ້າສາກົນ ຫລື International Water Management Institute ໃນປີ 2021 ພົບວ່າ ການເຮັດສວນ ແລະນິຄົມປູກກ້ວຍ ແມ່ນໃຊ້ຢາຂ້າສັດຕູພືດ ແລະສານເຄມີຫລາຍກວ່າສວນປູກສາລີ, ຢາງພາລາ, ການເຮັດໄຮ່ ແລະ ອື່ນໆ ແລະໃຊ້ເກີນລະດັບທີ່ກໍານົດໂດຍອົງການອະນາໄມໂລກ. ພວກເພິ່ນຍັງພົບອີກວ່າ ຢາປາບສັດຕູພືດ ແລະສານທີ່ລະລາຍຈາກຢາດັ່ງກ່າວ ແມ່ນມີໄພອັນຕະລາຍຕໍ່ສິ່ງແວດລ້ອມອີກດ້ວຍ.

ສ່ວນທາງລັດຖະບານລາວ ແມ່ນຮັບຮູ້ເຖິງບັນຫານີ້ມາໄດ້ໄລຍະນຶ່ງແລ້ວ ແລະນັບແຕ່ປີ 2017 ເປັນຕົ້ນມາ ກໍໄດ້ປະກາດໃຫ້ຢຸດ ການອະນຸມັດການສໍາປະ ທານດິນເພື່ອເຮັດສວນກ້ວຍຂະໜາດໃຫຍ່ ດັ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ ແລະປ່າໄມ້ ທີ່ກ່າວມາຂ້າງເທິງນັ້ນ ຖະແຫລງວ່າ:

“ແຕ່ວ່າມັນບໍ່ດີຕໍ່ສຸຂະພາບ ແຕ່ເພິ່ນກະຢາກໂຈະແຫລະ ມີທໍ່ມີແລ້ວຫັ້ນແຫລະ ຢາກຫລຸດຜ່ອນເພາະວ່າ ມັນໃຊ້ເຄມີຫລາຍໂພດເກີນອັດຕາ ບ່ອນໃດໝົດອາຍຸກ້ວຍແລ້ວເພິ່ນກະໃຫ້ເຊົາ ບໍ່ໃຫ້ຕໍ່ສັນຍາຫັ້ນໜາ ບໍ່ໃຫ້ຂະຫຍາຍເນື້ອທີ່ອີກ.”

ແຕ່ຢ່າງໃດກໍຕາມ ຄໍາສັ່ງດັ່ງກ່າວກໍບໍ່ໄດ້ຖືກປະຕິບັດຢ່າງເຄັ່ງຄັດ ແລະປາກົດວ່າ ຍັງມີການຂະຫຍາຍສວນກ້ວຍຂອງຈີນອອກໄປຢູ່ ສ່ວນຄົນລາວນັ້ນ ແມ່ນບໍ່ສາມາດເຮັດໄດ້ ຍ້ອນບັນຫາການຕະຫລາດ ດັ່ງທີ່ຊາວສວນໃນແຂວງອຸດົມໄຊ ບອກວ່າ:

“ເຂດທີ່ເຮົາໄປ ມີເມືອງທຸລະຄົມ ເຂດຫີນເຫີບໂອ໋ເຂົາປູກຫລາຍໂຕນີ້ ບໍ່ບໍ່ ຈີນຈີນຈີນໂຕນີ້ ມັນເຮັດເອງ ຄົນລາວມັນວ່າ ເລືອກການຕະຫລາດ ຄົນລາວປູກເອງ ຈັກເຂົາຊິຊື້ບໍ່ຊື້ສົມມຸດວ່າ ຕ້ອງເຂົາມາລົງທຶນແມ້”

ສະຫລຸບແລ້ວການປູກກ້ວຍ ເພື່ອການສົ່ງອອກຂອງນັກລົງທຶນຈີນ ຍັງຂະຫຍາຍຕົວອອກໄປ ເຖິງແມ່ນມີການຄົ້ນພົບວ່າ ສວນກ້ວຍເຫລົ່ານັ້ນໄດ້ໃຊ້ຢາປາບສັດຕູພືດ ແລະປຸຍທີ່ມີສານເຄມີທີ່ເປັນພິດຫລາຍເກີນໄປ ແລະສົ່ງຜົນກະະທົບຕໍ່ສຸຂະພາບ ແລະສິ່ງແວດລ້ອມກໍຕາມ.