Lao
This article was added by the user . TheWorldNews is not responsible for the content of the platform.

ການລົງທຶນຂອງ ຫວຽດນາມ ໃນລາວເພີ່ມຂຶ້ນຢ່າງຊັກຊ້າ ແລະ ມີມູນຄ່າການລົງທຶນລວມຕາມຫຼັງ ຈີນ

ການລົງທຶນຂອງ ຫວຽດນາມ ໃນລາວເພີ່ມຂຶ້ນຢ່າງຊັກຊ້າ ແລະ ມີມູນຄ່າການລົງທຶນລວມຕາມຫຼັງ ຈີນ ໃນສັດສ່ວນເກີນກວ່າ 4 ເທົ່າ ແລະ ຄາດວ່າ ຈີນ ຈະລົງທຶນໃນລາວເພີ່ມຂຶ້ນເປັນ 20 ກວ່າຕື້ໂດລາໃນປີ 2023.

ນັກທຸລະກິດລາວໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດເປີດເຜີຍວ່າບັນດາບໍລິສັດຫວຽດນາມໄດ້ມີການລົງທຶນໃນລາວເພີ່ມຂຶ້ນພຽງ 6 ໂຄງການທີ່ຄິດເປັນມູນຄ່າລວມ 65 ລ້ານໂດລາເທົ່ານັ້ນ ນັບຈາກປີ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ຊຶ່ງຖືເປັນສະພາວະການລົງທຶນທີ່ເພີ່ມຂຶ້ນຢ່າງຊັກຊ້າທີ່ສຸດໃນຮອບ 20 ປີທັງຍັງຖືເປັນສະ ພາວະທີ່ແຕກຕ່າງຢ່າງສິ້ນເຊີງກັບການລົງທຶນຂອງບັນດາບໍລິສັດ ຈີນ ໃນລາວທີ່ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ໃນປັດຈຸບັນບັນດາບໍລິສັດຈີນລົງທຶນໃນລາວເຖິງ 933 ໂຄງການທີ່ມີມູນຄ່າການລົງທຶນລວມເກີນກວ່າ 18,000 ລ້ານໂດລາ ກວມເອົາເກີນກວ່າ 40 ເປີເຊັນຂອງການລົງທຶນຂອງຕ່າງປະເທດທັງໝົດໃນລາວ ແລະ ສະເພາະໃນໄລຍະ 9 ເດືອນຂອງປີ 2022 ກໍປາກົດວ່າບັນດາບໍລິສັດ ຈີນ ໄດ້ລົງທຶນໃນລາວເພີ່ມຂຶ້ນອີກເຖິງ 162 ໂຄງການອັນເຮັດໃຫ້ ຈີນ ຍັງເປັນກຸ່ມລົງທຶນອັນດັບ 1 ໃນລາວຕໍ່ໄປໂດຍສະເພາະແມ່ນໃນພາກການຂຸດຄົ້ນແຮ່ທາດນັ້ນກໍປາ ກົດວ່າບັນດາບໍລິສັດ ຈີິນ ໄດ້ລົງທຶນເພີ່ມຂຶ້ນເຖິງ 57 ລາຍ ແລະ ໄດ້ຂຸດແຮ່ເຫຼັກ 515,000 ໂຕນສົ່ງໄປ ຈີນ ແລ້ວ ແລະ ຍັງຈະຂຸດຄົ້ນເພື່ອສົ່ງໄປຈີນເພີ່ມອີກ 133,607 ໂຕນໃນທ້າຍປີນີ້ ພາຍໃຕ້ສະພາບການດັ່ງກ່າວກໍຍັງເຮັດໃຫ້ຄາດໝາຍວ່າການລົງທຶນຂອງຈີນໃນລາວຈະເພີ່ມຂຶ້ນເປັນເກີນກວ່າ 20 ຕື້ໂດລາໃນປີ 2023 ອີກດ້ວຍ ໃນຂະນະທີ່ການລົງທຶນຂອງຫວຽດນາມໃນລາວຍັງມີມູນຄ່າລວມພຽງ 4.3 ຕື້ໂດລາເທົ່ານັ້ນ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ

“ວິສາຫະກິດຫວຽດນາມຢູ່ລາວກໍໄດ້ມີການເຄື່ອນໄຫວດຳເນີນການປົກກະຕິໂດຍສະເພາະແມ່ນໃນຂະແໜງໂທລະຄົມມະນາຄົມ, ບັນດາທະນາຄານຕ່າງໆ, ໂຮງແຮມ, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ອື່ນໆ ກໍແມ່ນໄດ້ປະ ກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວມາເຖິງປັດຈຸບັນນີ້ ຄິດໄລ່ທັງໝົດການລົງທຶນຂອງຫວຽດນາມມີຢູ່ 417 ໂຄງການຊຶ່ງມີມູນຄ່າການລົງທຶນປະມານ 4.3 ຕື້ໂດລາຈັດຢູ່ໃນອັນດັບ 3​ ໃນຈຳນວນ 54 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ໃນລາວພວກເຮົານີ້.”

ສ່ວນທ່ານ ໄພຈິດ ວິບູນທະນະສານ ເລຊາທິການຫໍການຄ້າໄທໃນຈີນເປີດເຜີຍວ່າທຸລະກິດເອກະຊົນຈີນ ຈະຕັດ ສິນໃຈລົງທຶນຢູ່ໃນປະເທດໃດ ດ້ວຍການພິຈາລະນາຈາກການໄດ້ຮັບສິດປະໂຫຍດຈາກການຖືຄອງທີ່ດິນຍາວນານເປັນປັດໄຈສຳຄັນທີ່ສຸດ ຊຶ່ງເຫັນໄດ້ຢ່າງຊັດເຈນຈາກການລົງທຶນໃນລາວ ຊຶ່ງຈີນເປັນຜູ້ລົງທຶນອັນດັບທີ 1 ແລະ ຄອງສິດສຳປະທານທີ່ດິນເກີນກວ່າ 70 ເປີເຊັນຂອງສຳປະທານທັງໝົດດ້ວຍ ໂດຍສະເພາະແມ່ນການທີ່ໄດ້ຮັບສິດສຳປະທານທີ່ດິນເຖິງ 100 ປີນັ້ນກໍຍິ່ງເຮັດໃຫ້ກຸ່ມທຸລະກິດຈີນໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້ໂດຍເຫັນໄດ້ຈາກການລົງທຶນຂອງ ຈີນ ໃນເຂດເສດຖະກິດພິເສດໃນລາວທີ່ກວມເອົາ 9 ເຂດຈາກທັງໝົດ 12 ເຂດໂດຍສະເພາະແມ່ນເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ທີ່ນອກຈາກຈະຖືເປັນເຂດລົງທຶນທີ່ມີຄວາມຄືບໜ້າຫຼາຍທີ່ສຸດແລ້ວ ຍັງເປັນເຂດທີ່ເປັນການລົງທຶນຂອງບໍລິສັດຈີນໝົດອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນໄດ້ຢືນຢັນວ່າ

“ຢູ່ພາຍໃນເຂດນີ້ສ່ວນຫຼາຍລະແມ່ນເລື່ອງການບໍລິການ, ການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ທີ່ວ່າເປັນຫຼັກກະແມ່ນດອນຊາວ ແລະ ທີ່ກຳລັງພັດທະນາຢູ່ກະມີຕະຫຼາດນໍ້າ, ສວນວັດທະນະທຳ ໂຕນີ້ກະກຳລັງກໍ່ສ້າງຈາກນັ້ນກະມີໂຮງແຮມ 5 ດາວ ນັກລົງທຶນແມ່ນແຕ່ນັກລົງທຶນຂອງ ສປ ຈີນ ຫັ້ນແຫຼະ ຈຸດພິເສດຂອງເຂດນີ້ໃນກໍລະນີວ່າເຂົາ ເຈົ້າມາທ່ຽວລາວແລ້ວກະສາມາດເຂົ້າໄປໄທ-ໄປມຽນມາ.”

ທັງນີ້ບັນດາບໍລິສັດ ຈີນ ໄດ້ເຂົ້າມາລົງທຶນໃນລາວຫຼາຍທີ່ສຸດເປັນອັນດັບ 1 ຂອງການລົງທຶນຈາກຕ່າງປະເທດທັງໝົດໃນຊ່ວງປີ 1988-2021 ທີ່ລັດຖະບານ ລາວ ໄດ້ອະນຸມັດການລົງທຶນ 4,775 ໂຄງການທີ່ມີມູນຄ່າລວມກວ່າ 45,000 ລ້ານໂດລາໃນນີ້ເປັນການລົງທຶນຂອງຈີນ 821 ໂຄງການ ມີມູນຄ່າລວມເກີນກວ່າ 16,000 ລ້ານໂດລາ ແລະ ເພີ່ມຂຶ້ນເປັນເກີນກວ່າ 18,000 ລ້ານໂດລາໃນ 933 ໂຄງການ ກວມເອົາເກີນກວ່າ 40 ເປີເຊັນຂອງການລົງທຶນຈາກຕ່າງປະເທດທັງໝົດ ທັງຍັງຈະມີການລົງທຶນເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນການລົງທຶນໃນພາກກະສິກຳ, ການຄ້າ ແລະ ບໍລິການ, ຄົມມະນາຄົມ-ຂົນສົ່ງ, ໂທລະຄົມມະນາຄົມ-ສື່ສານ, ພາກພະລັງງານ ແລະ ບໍ່ແຮ່ ຊຶ່ງບັນດາບໍລິສັດ ຈີນ ໄດ້ສຳປະທານທີ່ດິນໃນລາວກວ່າ 5.5 ແສນເຮັກຕາ.