Lao
This article was added by the user . TheWorldNews is not responsible for the content of the platform.

ການລັກລອບຄ້າຢາເສບຕິດ ໃນລຸ່ມແມ່ນ້ຳຂອງ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ຂະນະດຽວກັນ ລາວ ຕ້ອງການ ການຊ່ອຍເຫຼືອ

ການລັກລອບຄ້າຢາເສບຕິດ ໃນລຸ່ມແມ່ນ້ຳຂອງຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການຂົນສົ່ງຈາກມຽນມາ ຜ່ານລາວ ນັ້ນ ຍັງເຮັດໃຫ້ຕຳຫຼວດລາວ ຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນດ້ວຍ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານວິໄຊ ໄຊຍະມົງຄົນ ເລຂາທິການໃນຄະນະກຳມະການປ້ອງກັນແລະປາບປາມຢາເສບຕິດແຫ່ງຊາດໄທ ຖະແຫລງວ່າ ການລັກລອບຂົນສົ່ງແລະຄ້າຢາເສບຕິດໃນເຂດລຸ່ມແມ່ນ້ຳຂອງ ຍັງມີທ່າອຽງເພີ້ມຂຶ້ນ ທັງຍັງເປັນຂະບວນການຂະໜາດໃຫຍ່ ທີ່ມີເຄືອຂ່າຍຢ່າງກວ້າງຂວາງອີກດ້ວຍໂດຍເຫັນໄດ້ຈາກການຈັບກຸມນັກຄ້າຢາ ແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ອັນເຮັດໃຫ້ທາງການຂອງ 6 ປະເທດໃນລຸ່ມແມ່ນ້ຳຂອງ ກໍຄື ທາງການຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມນັ້ນ ຈະຕ້ອງເສີມສ້າງການຮ່ວມມືກັນເຂົ້າໃນປະຕິບັດການປາບປາມໃຫ້ມີປະສິດທິຜົນສູງ ແລະເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດໃຫ້ໄດ້ ຮວມເຖິງການສະກັດກັ້ນການລັກລອບຂົນສົ່ງສານເຄມີທີ່ໃຊ້ໃນການຜະລິດຢາເສບຕິດດ້ວຍ ດັ່ງທີ່ທ່ານວິໄຊ ໄດ້ໃຫ້ການຢືນຢັນວ່າ:

“ຈີນ ມຽນມາ ລາວ ໄທ ຫວຽດນາມ ແລະກຳປູເຈຍ ໄດ້ຮ່ວມກັນສະກັດກັ້ນສານເຄມີບໍ່ໃຫ້ໄປຮອດແຫລ່ງຜະລິດແລະການສະກັດຢາເສບຕິດຈາກແຫລ່ງຜະລິດບໍ່ໃຫ້ອອກໄປປະເທດທີສາມ ແລ້ວກໍໃນສູນປະສານງານແມ່ນ້ຳຂອງ ກໍຈະມີແຜນປະຕິບັດການຮ່ວມກັນໃນສາມຫຼ່ຽມຄຳ ແລະໄດ້ດຳເນີນການໂດຍລັດຖະມົນຕີ ແຕ່ລະປະເທດໄດ້ຕົກລົງຮ່ວມກັນໃນການກຳນົດແຜນຂຶ້ນມາ ນອກຈາກນີ້ ເຮົາກໍຍັງມີໂຄງການຮ່ວມມືປາບປາມທາງສະໜາມບິນແລະທ່າເຮືອທີ່ເປັນການສະກັດກັ້ນສານເຄມີ ແລະຢາເສບຕິດ.”

ສ່ວນທ່ານ ເຈີເຣີມີ ດັກກລາສ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການຄວບຄຸມອາຊະຍາກຳແລະຢາເສບຕິດ (UNODC) ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ແລະປາຊີຟິກ ໃຫ້ການຢືນຢັນວ່າ ການດຳເນີນມາດຕະຕະການປາບປາບການຄ້າຢາເສບຕິດຢ່າງເຂັ້ມງວດຂອງທາງການໄທ ໄດ້ສົ່ງຜົນເຮັດໃຫ້ນັກຄ້າຢາເສບຕິດຂ້າມ​ຊາດ​ໄດ້​ເຂົ້າ​ໄປ​ນຳ​ໃຊ້​ປະ​ເທດ​ລາວ ເປັນ​ເສັ້ນ​ທາງ​ຜ່ານ​ຂອງ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກເຂດສາມຫຼ່ຽມຄຳ ໄປປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນ ເພື່ອສົ່ງຕໍ່ໄປຕ່າງປະເທດເພີ້ມຂຶ້ນນັບມື້ ທັງຍັງເປັນການຂົນສົ່ງຢາເສບຕິດທີ່ມີຈຳນວນຫຼາຍອີກດ້ວຍ ຊຶ່ງສາເຫດທີ່ສາມາດຈັດຕັ້ງໄດ້ດັ່ງກ່າວ ກໍຍ້ອນວ່າ ແກັ່ງຄ້າຢາເສບຕິດໃນລາວ ໄດ້ກາຍເປັນເຄືອຂ່າຍດຽວກັນກັບໃນມຽນມາແລ້ວ ໂດຍສະເພາະແມ່ນແຂວງບໍ່ແກ້ວນັ້ນ ກໍຄືເຂດເຊື່ອຕໍ່ກັບມຽນມາ ທີ່ສຳຄັນທີ່ສຸດ.

ທັງນີ້ ໂດຍຈາກການຮ່ວມລາດຕະເວນໃນແນວນ້ຳຂອງ ລະຫວ່າງທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໃນປີ 2021 ທີ່ຜ່ານມາ ສາມາດປາບປາມການລັກລອບຄ້າຢາເສບຕິດໄດ້ 8,325 ກໍລະນີຈັບຜູ້ຕ້ອງຫາ 8,043 ຄົນ ຢຶດຢາເສບຕິດເກີນກວ່າ 35 ໂຕນ ອາວຸດແລະອຸປະກອນສື່ສານທັນສະໄໝກວ່າ 2 ໝື່ນລາຍການ ໃນນີ້ເກີນກວ່າ 90 ເປີເຊັນ ເປັນການຈັບກຸມຜູ້ຕ້ອງຫາແລະຢຶດຂອງກາງໄດ້ໃນເຂດສາມຫຼ່ຽມຄຳ ທີ່ເປັນເຂດຊາຍແດນໃນແມ່ນ້ຳຂອງລະຫວ່າງ ມຽນມາ-ລາວ-ໄທ ນັ້ນ.

ສະພາບການດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ການບັນລຸເປົ້າໝາຍວາລະແຫ່ງຊາດວ່າດ້ວຍ ການປາບປາມການຄ້າຢາເສບຕິດໃຫ້ໄດ້ຢ່າງສິ້ນເຊີງໃນປີ 2023 ດ້ວຍ ໂດຍກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍ ໃນການຕິດຕາມຈັບກຸມ 2,299 ຄົນ ໃນນີ້ກໍມີເຖິງ 1,996 ຄົນ ເປັນເຄືອຂ່າຍຂະບວນການຄ້າຢາເສບຕິດຂ້າມຊາດ ສ່ວນ 196 ຄົນນັ້ນ ໄດ້ພົ້ນໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຢາເສບຕິດ ແລະ 7 ຄົນເປັນນັກໂທດທີ່ຫລົບໜີຈາກສະຖານຄຸມຂັງ ພ້ອມກັນນີ້ ກໍຍັງໄດ້ອອກໝາຍຈັບຜູ້ຕ້ອງຫາໃນຄະດີຄ້າຢາເສບຕິດເພີ້ມຂຶ້ນ 100 ຄົນ ຮວມທັງການຈັດທຳບົດບັນທຶກກັບສະຖານບັນເທີງເພື່ອໃຫ້ການຮ່ວມມືໃນການສະກັດກັ້ນ ແລະປ້ອງກັນການຄ້າຢາເສບຕິດດ້ວຍ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດໃນເຂດເມືອງສີໂຄດຕະບອງ ນະຄອນວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ກອງບັນຊາການພວກເຮົານີ້ ກະໄດ້ສຸມໃສ່ອັນທີ 1 ແມ່ນວຽກງານໂຄສະນາ ກໍໄດ້ຈັດຕັ້ງ​ປະ​ຕິ​ບັດໃນ 60 ບ້ານ ຖືວ່າມາຮອດປັດຈຸບັນນີ້ ກໍສຳເລັດໃນການໃຫ້ຄວາມຮູ້ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ອົງການປົກຄອງບ້ານ ພວກເຮົາເລັ່ງໃສ່ໃນການໂຄສະນາໃຫ້ແກ່ຊຸມຊົນຜ່ານທາງໂທລະໂຂ່ງ ແລ້ວກການຮ່ວມປະຊຸມໄດ້ທົ່ວໝົດບ້ານ ເຜີຍແຜ່ຜົນຮ້າຍໃຫ້ແກ່ໂຮງຈັກໂຮງງານ ແລ້ວກະນອກຈາກນັ້ນ ກໍໄດ້ສຸມໃສ່ໃນການເຮັດບົດບັນທຶກສຶກສາອົບຮົມບໍ່ໃຫ້ຫຍຸ້ງກ່ຽວກັບຢາເສບຕິດ ໃຫ້ກັບຫ້າງຮ້ານທີ່ມີຄວາມສ່ຽງ 355 ຮ້ານ.”

ໂດຍການທີ່ລາວ ໄດ້ຖືກໃຊ້ເປັນທາງຜ່ານໃນການລັກລອບຂົນສົ່ງຢາເສບຕິດເພີ້ມຂຶ້ນດັ່ງກ່າວ ກໍຍັງເຮັດໃຫ້ທາງການໄທ ມອງວ່າ ເປັນສາເຫດສຳຄັນທີ່ເຮັດໃຫ້ໄທ ຕ້ອງຮອງຮັບຢາເສບຕິດຈາກເຂດສາມຫຼ່ຽມຄຳເພີ້ມຂຶ້ນນັບມື້ ຈຶ່ງຈະຕ້ອງຂະຫຍາຍການຮ່ວມມືເຂົ້າໃນການປາບປາມແລະໃຫ້ການຊ່ວຍເຫຼືອຫຼາຍຂຶ້ນແກ່ທາງການລາວ ໂດຍສະເພາະແມ່ນການສະໜັບສະ​ໜູນລາວ ໃນການຂະຫຍາຍຜົນການຈັບກຸມ ດ້ວຍການມອບອຸປະກອນສືບສວນ-ສອບສວນ ແລະອຸປະກອນສື່ສານທີ່ທັນສະໄໝ ໃຫ້ຕຳຫຼວດປາບປາມຢາເສບຕິດລາວ.