Lao
This article was added by the user . TheWorldNews is not responsible for the content of the platform.

ການກໍ່ສ້າງເຂື່ອນ​ຫຼວງພຣະບາງ ແລະເຂື່ອນປາກລາຍ ໃສ່ນ້ຳຂອງໃນລາວ ຈະສຳເລັດ ໃນປີ 2027 ແລະປີ 2029 ຕາມແຜນການ

ການ​ກໍ່​ສ້າງ​ເຂື່ອນ​ຫລວງ​ພ​ຣະ​ບາງ ແລະ​ເຂື່ອນ​ປາກ​ລາຍ ເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ​ຈະ​ສຳ​ເລັດ
​ໃນ​ປີ 2027 ແລະ​ປີ 2029 ຕາມ​ແຜນ​ການ ແລະ​ສົ່ງ​ໄຟ​ຟ້າ​ຂາຍ​ໃຫ້​ໄທ​ ໄດ້​ຕ​າມ​ສັນ​ຍາ​ທີ່​ຕົກ​ລົງ​ກັນ​
ໄວ້​ແລ້ວ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ ເປີດເຜີຍວ່າບໍລິສັດ Petro Vietnam Power Corp. ຜູ້ລົງທຶນກໍ່ສ້າງເຂື່ອນຫລວງພຣະບາງ ແລະບໍລິສັດ Power China Resources ຈຳກັດ ຜູ້ລົງທຶນກໍ່ສ້າງເຂື່ອນປາກລາຍ ຢູ່ເທິງແລວແມ່ນ້ຳຂອງໃນລາວ ໄດ້ໃຫ້ການຢືນຢັນວ່າ ການກໍ່ສ້າງເຂື່ອນໄຟຟ້າທີ່ເປັນສຳປະທານຂອງບໍລິສັດຕົນນັ້ນ ຈະສຳເລັດຕາມແຜນການທີ່ວາງໄວ້ ຄືໃນປີ 2027 ແລະປີ 2029 ຕາມລຳດັບ ໂດຍຈະສາມາດຜະລິດ ແລະສົ່ງພະລັງງານໄຟຟ້າໄຟຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫລື (EGAT) ໄດ້ຕາມສັນຍາທີ່ຕົກລົງກັນໄວ້ຢ່າງແນ່ນອນ.

ໂດຍເຂື່ອນຫລວງພຣະບາງ ຈະມີກຳລັງຕິດຕັ້ງລວມ 1,460 ເມກາວັດ ດ້ວຍເງິນລົງທຶນກວ່າ 4,450 ລ້ານໂດລາສະຫະລັດ ສ່ວນເຂື່ອນປາກລາຍ ຈະມີກຳລັງຕິດຕັ້ງລາວ 770 ເມກາວັດ ດ້ວຍເງິນລົງທຶນກວ່າ 2,134 ລ້ານໂດລາສະຫະລັດ ທັງນີ້ 90 ເປີເຊັນ ຂອງພະລັງງານໄຟຟ້າທີ່ຜະລິດໄດ້ນັ້ນ ຈະສົ່ງຂາຍໃຫ້ EGAT ຂອງໄທ ສ່ວນທີ່ເຫລືອ 10 ເປີເຊັນ ຈະຂາຍໃຫ້ລັດວິສະຫະກິດໄຟຟ້າລາວ ຫລື (EDL) ຊຶ່ງກໍເຊັ່ນດຽວກັນ ກັບເຂື່ອນປາກແບງທີ່ຈະມີກຳລັງຕິດຕັ້ງລວມ 912 ເມກາວັດ ດ້ວຍເງິນລົງທຶນກວ່າ 2,372 ລ້ານໂດລາສະຫະລັດ ນັ້ນກໍຈະກໍ່ສ້າງສຳ
ເລັດ ແລະສົ່ງໄຟຟ້າຂາຍໃຫ້ໄທໄດ້ໃນປີ 2033 ກໍຈະສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ລາວ ໄດ້ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການສົ່ງໄປປະເທດສະມາຊິກໃນອາຊຽນດ້ວຍກັນ ດັ່ງທີ່ທ່ານສອນໄຊ ສີພັນດອນ ຮອງນາຍຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:

“ໄດ້ປະຕິບັດກອບຮ່ວມມືເພື່ອສົ່ງອອກໄຟຟ້າ ມີກຳລັງຕິດຕັ້ງ 6,437 ເມກາວັດ ຊຶ່ງນັບແຕ່ເດືອນ 8 ປີ 2021 ເປັນຕົ້ນມາ ມີການສົ່ງອອກໄຟຟ້າເພີ້ມຂຶ້ນ 150 ເມກາວັດ ໃນນີ້ໄດ້ສົ່ງອອກໄປໄທ 5,415 ເມກາວັດ ສສ ຫວຽດນາມ 572 ເມກາວັດ ລາດຊະອານາຈັກກຳປູເຈຍ 445 ເມກາວັດ ແລະມຽນມາ 5 ເມກາວັດ ສຳລັບປີ 2022 ນີ້ກໍຈະເພີ້ມໄປໄທອີກ 514 ເມກາວັດ ແລະສົ່ງອອກໄປສິງກະໂປ 100 ເມກາວັດ ແລ້ວກໍຈະສົ່ງໄປມຽນມາຕື່ມອີກ 30-50 ເມກາວັດ.”

ໂດຍຫລ້າສຸດລັດຖະບານໄທໄດ້ຕົກລົງຈະຮັບຊື້ໄຟຟ້າຈາກລາວເພີ້ມຂຶ້ນຈາກ 9,000 ເມກາວັດເປັນ 10,500 ເມກາວັດ ພາຍໃນປີ 2035 ຊຶ່ງມີຂຶ້ນໃນໂອກາດທີ່ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ເດີນທາງຢ້ຽມຢາມປະເທດໄທ ໃນວັນທີ 1-2 ມິຖຸນາ 2022 ອັນເປັນສ່ວນນຶ່ງຂອງການຮ່ວມມືລາວກັບໄທ ໃນຖານະຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະການພັດທະນາຢ່າງຍືນຍົງນັ້ນ ຫາກແຕ່ເຄື່ອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມແມ່ນ້ຳຂອງກໍໄດ້ອອກຖະແຫລງການ ເພື່ອຄັດຄ້ານການຕົກລົງດັ່ງກ່າວ ເພາະວ່າໄທມີພະລັງງານໄຟຟ້າສຳລອງເກີນຄວາມຕ້ອງການ 19,000 ເມກາວັດ ຊຶ່ງຄິດເປັນ 51 ເປີເຊັນ ຂອງໄຟຟ້າທັງໝົດທີ່ໄທຊົມໃຊ້ ໃນປັດຈຸບັນຈຶ່ງບໍ່ມີຄວາມຈຳເປັນຈະຕ້ອງຊື້ໄຟຟ້າຈາກລາວເພີ້ມຂຶ້ນແຕ່ຢ່າງໃດ ແລະການກໍ່ສ້າງເຂື່ອນ ເທິງແລວແມ່ນ້ຳຂອງໃນລາວ ກໍຍັງກະທົບໂດຍກົງຕໍ່ຊີວິດຄວາມເປັນຢູ່ຂອງປະຊາຊົນ ໃນເຂດຕອນລຸ່ມອີກດ້ວຍ ເພາະສະນັ້ນການຄັດຄ້ານຍັງຈະດຳເນີນຕໍ່ໄປ ໂດຍອີງໃສ່ກົດໝາຍວ່າດ້ວຍແມ່ນ້ຳລະຫວ່າງແມ່ນ້ຳປະເທດເປັນສຳຄັນ ດັ່ງທີ່ທ່ານນາງລັດຕະນະມະນີ ພົນກ້າ ນັກກົດໝາຍເພື່ອການປົກປ້ອງດ້ານສິດທິມະນຸດໃນອາຊຽນ ໄດ້ໃຫ້ການຢືນຢັນວ່າ:

“ແມ່ນ້ຳຂອງເປັນແມ່ນ້ຳນາໆຊາດ ເພາະສະນັ້ນຈຶ່ງມີຄວາມສຳຄັນທີ່ຈະຕ້ອງມາຊ່ວຍກັນບໍລິຫານຈັດການແມ່ນ້ຳຈາກປະເທດທີ່ຢູ່ໃນລຸ່ມນ້ຳຂອງ ແຕ່ທີ່ຜ່ານມາມີຄວາມພະຍາຍາມທີ່ຈະໃຊ້ແມ່ນ້ຳຂອງໃນລັກຊະນະທີ່ບໍ່ແມ່ນແມ່ນ້ຳສາຍປະທານ ດ້ວຍການໄປສ້າງເຂື່ອນໃນປະເທດລາວ ເພາະສະນັ້ນ ບັນຫາທີ່ເກີດຂຶ້ນກໍຄືວ່າສິ່ງທີ່ຊາວບ້ານພົບມີຜົນກະທົບແລ້ວແນ່ນອນ ເມື່ອກ່ອນເຮົາໂທດວ່າເປັນເຂື່ອນຈີນ ແຕ່ຕອນນີ້ເຮົາໂທດໄດ້ບໍ່ເຕັມປາກເຕັມຄຳ ແລ້ວວ່າ ເປັນເຂື່ອນຈີນທັງໝົດ ເພາະວ່າເຮົາມີເຂື່ອນໄຊຍະບູລີ ຢູ່ໃນປະເທດລາວ.”

ສ່ວນທ່ານສຸລະສີ ກິຕິມົນທົນ ເລຂາທິການສຳນັກງານຊັບພະຍາກອນນ້ຳ ແຫ່ງປະເທດໄທ ຊຶ່ງເປັນຜູ້ແທນລັດຖະບານໄທ ໃນຄະນະກຳມາທິການແມ່ນ້ຳຂອງ (MRC) ກໍຢືນຢັນວ່າ ໄທ ກຳປູເຈຍ ຫວຽດນາມ ຍັງບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນສານະຄາມໃນແລວນ້ຳຂອງໃນລາວເຊັ່ນດຽວກັນ ເພາະຍັງບໍ່ໝັ້ນໃຈໃນການປ້ອງກັນຜົນກະທົບຕໍ່ທີ່ຜູ້ລົງທຶນ ໃນໂຄງການກັບໂຄງການລາວ ສະເໜີຕໍ່ MRC ເມື່ອທ້າຍປີ 2021 ຈຶ່ງຕ້ອງການຂໍ້ມູນເພີ້ມ ແລະໃຫ້ເລື່ອນການກໍ່ສ້າງອອກໄປ.