Lao
This article was added by the user . TheWorldNews is not responsible for the content of the platform.

ການກໍ່ສ້າງ ຂົວຂ້າມນໍ້າຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ ປາກຊັນ-ບຶງການ ຈະສໍາເລັດ ແລະເປີດນໍາໃຊ້ ໃນເດືອນທັນວາ 2023

ການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ລະຫວ່າງປາກຊັນ-ບຶງການ ຈະສໍາເລັດ ແລະເປີດນໍາໃຊ້ໃນເດືອນທັນວາ 2023 ເຊິ່ງໃນປັດຈຸບັນການກໍ່ສ້າງຄືບໜ້າຫຼາຍກວ່າ 40 ເປີເຊັນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານໄລທອງ ພົມມະວົງ, ຫົວໜ້າໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ລະຫວ່າງ ປາກຊັນ-ບຶງການນັ້ນ ຖະແຫຼງວ່າການກໍ່ສ້າງຢູ່ເບື້ອງລາວມີສອງສັນຍານໍາກັນກໍຄື ການກໍ່ສ້າງຖະໜົນທີ່ເຊື່ອມຕໍ່ກັບໂຕຂອງຂົວ ແລະອາຄານປະຈໍາດ່ານກວດຄົຍເຂົ້າເມືອງທີ່ການດໍາເນີນງານໄດ້ຄືບໜ້າແລ້ວຫຼາຍກວ່າ 50 ເປີເຊັນຂອງແຜນການ ແລະການກໍ່ສ້າງຂົວຈາກຈຸດກາງແມ່ນໍ້າຂອງທີ່ເບື້ອງລາວນັ້ນ ກໍຄືບໜ້າແລ້ວຫຼາຍກວ່າ 40 ເປີເຊັນ ຂອງແຜນການ, ຈຶ່ງເຊື່ອໝັ້ນວ່າ ການກໍ່ສ້າງທັງທາງເບື້ອງລາວ ແລະຝັ່ງໄທ ຈະສໍາເລັດສົມບູນ ແລະເປີດການນໍາໃຊ້ຕາມແຜນການທີ່ວາງໄວ້ໃນເດືອນທັນວາ 2023 ແນ່ນອນ, ແລະຈາກການສຶກສາວິໄຈກໍຍັງພົບວ່າ ຂົວດັ່ງກ່າວນີ້ຈະສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ແຂວງບໍລິຄໍາໄຊໄດ້ເຖິງ 25 ເປີເຊັນຂອງຜົນປະໂຫຍດທີ່ເກີດຂຶ້ນໃນການໃຊ້ຂົວ ເພື່ອເຊື່ອມຕໍ່ການຄ້າລະຫວ່າງ ລາວ-ໄທ-ຫວຽດນາມ ດັ່ງທີ່ ທ່ານໄລທອງ ຢືນຢັນວ່າ:

“ໂດຍລວມແລ້ວ ຖ້າເບິ່ງທາງດ້ານເສດຖະກິດ-ເຕັກນິກ ຫຼືວ່າການຂົນສົ່ງ ທັງເປັນທາງຜ່ານຈາກໄທທີ່ໄປຫວຽດນາມນີ້ ເສັ້ນທາງນີ້ແມ່ນໂຕສັ້ນທີ່ສຸດ ແລ້ວທາງຫວຽດນາມຈະຜ່ານລາວໄປໄທຄືກັນ ຈະເຮັດໃຫ້ການກຂົນສົ່ງມາໂຮມກັນ ທີ່ຈຸດນີ້ຫຼາຍທີ່ສຸດຖ້າວ່າທຽບໃສ່ຂົວ 4 ແຫ່ງທີ່ຜ່ານມາຫັ້ນນະ ແລະກະປະຊາ ຊົນຢູ່ເຂດແຂວງບໍລິຄໍາໄຊກໍຊິມີວຽກເຮັດ-ງານທໍາຫຼາຍຂຶ້ນ ເສດຖະກິດໃນເຂດນັ້ນອຸດົມສົມບູນຂຶ້ນກວ່າເກົ່າເນາະ ເພາະວ່າຕາມການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຫັ້ນຖືວ່າ ຜົນຕອບແທນຂອງໂຄງການັ້ນຖືວ່າ 25 ເປີເຊັນ.”

ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແຫ່ງທີ 5 ຈະໃຊ້ເງິນທຶນ ໃນມູນຄ່າລວມ 3,930 ລ້ານບາດ ທີ່ຈັດສັນໂດຍລັດຖະບານໄທທັງໝົດ, ໃນນີ້ ລັດຖະບານໄທໄດ້ຈັດສັນໃຫ້ລັດຖະບານລາວ 1,248 ລ້ານບາດ ແບ່ງເປັນການຊ່ວຍເຫຼືອ 30 ເປີເຊັນ ແລະເງິນກູ້ 70 ເປີເຊັນ, ເຊິ່ງການດໍາເນີນງານໄດ້ ເປັນໄປຕາມແຜນ ການທີ່ວາງໄວ້ໃນທຸກດ້ານ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທໄດ້ໃຫ້ການຢືນຢັນວ່າ:

“ການກໍ່ສ້າງນັ້ນ ກໍສ້າງເປັນສອງສ່ວນ, ສ່ວນນຶ່ງຄືຖະໜົນ ແລ້ວກໍ່ດ່ານພົມແດນພາສີອາກອນ ເມື່ອແລ້ວສົມບູນກໍຈະໄປສ້າງຂົວເຊື່ອມໄປຝັ່ງ ສປປ ລາວ, ກໍຈະສ້າງຖະໜົນ ແລ້ວກໍດ່ານຊາຍແດນ ແລ້ວກໍດ່ານພາສີອາກອນ ເມື່ອເຮັດແລ້ວ ກໍຈະໄປສ້າງຂົວເຊື່ອມ ເຊິ່ງມັນຈະເປັນເງິນກູ້, ເຊິ່ງເງິນກູ້ຂອງ ສປປ ລາວກໍຮຽບຮ້ອຍແລ້ວ ຫຼັງຈາກນີ້ໄປອີກສອງປີຂ້າງໜ້າກໍຈະຮຽບຮ້ອຍສົມບູນເປັນຂົວແຫ່ງທີ 5, ສປປ ລາວ ກັບໄທກໍຈະເຊື່ອມຕໍ່ກັນ.”

ນອກຈາກນີ້ ລັດຖະບານໄທ ກໍຍັງໄດ້ອະນຸມັດງົບປະມານ 4,765 ລ້ານບາດເພື່ອໃຊ້ໃນການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 6 ເຊື່ອມຕໍ່ກັບແຂວງສະຫວັນນະເຂດ ກັບຈັງຫວັດອຸບົນຣາຊະທານີໃນປີ 2025 ໂດຍງົບປະມານຈັດສັນດັ່ງກ່າວແບ່ງເປັນ 2 ສ່ວນຄື 50 ເປີເຊັນເປັນງົບປະມານລາຍຈ່າຍຂອງລັດຖະບານໄທ ສ່ວນອີກ 50 ເປີເຊັນເປັນການຊ່ວຍເຫຼືອ ແລະເງິນກູ້ທີ່ລັດຖະບານໄທຈັດສັນໃຫ້ລັດຖະບານລາວ, ທັງນີ້ ຈຸດກໍ່ສ້າງຂົວຢູ່ລະຫວ່າງເຂດບ້ານປາກແຊງ ອໍາເພີນາຕານ ຈັງຫວັດອຸບົນຣາຊະທານີ ກັບບ້ານປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ, ໂດຍຂົວມີຄວາມຍາວ 1,020 ແມັດ, ມີ 2 ຊ່ອງທາງຈະລາ ຈອນທີ່ເຊື່ອມຕໍ່ການຄົມມະນາຄົທ-ຂົນສົ່ງລະຫວ່າງໄທ-ລາວ-ຫວຽດນາມ ດ້ວຍໄລຍະທາງພຽງ 150 ກິໂລແມັດ ຈຶ່ງຖືເປັນການເຊື່ອມຕໍ່ 3 ປະເທດທີ່ມີໄລຍະທາງສັ້ນທີ່ສຸດ ເມື່ອທຽບກັບເສັ້ນທາງອື່ນໆ.

ຍິ່ງໄປກວ່ານັ້ນ, ລັດຖະບານ ລາວ-ໄທ ຍັງໄດ້ຕົກລົງທີ່ຈະຮ່ວມມືກັນກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນກັບຈັງຫວັດໜອງຄາຍໃນເມື່ອບໍ່ດົນມານີ້ ເຊິ່ງຈະເປັນການກໍ່ສ້າງຄູ່ຂະໜານກັບຂົວຂ້າມແມ່ ນໍ້າຂອງແຫ່ງທີ 1 ລະຫວ່າງ ລາວ-ໄທ ທີ່ໄດ້ນໍາໃຊ້ດ້ານໂດຍສານ ແລະການຂົນສົ່ງສິນຄ້າໂດຍລົດໄຟ ແລະລົດຍົນທົ່ວໄປ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ, ແຕ່ສໍາລັບຂົວແຫ່ງໃໝ່ນີ້ຈະນໍາໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນຫຼັກ ໂດຍ ສະເພາະແມ່ນການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ-ໄທ, ເຊິ່ງທາງການໄທຄາດວ່າ ຈະສົ່ງສິນຄ້າກະສິກໍາເຊັ່ນ ຢາງພາຣາ ແລະເຂົ້າສານໄປຈີນດ້ວຍລົດ ໄຟ ລາວ9ຈີນໃນປີ 2022 ນີ້, ຄິດເປັນປະລິມານລວມ ເກີນກວ່າ 6 ໂຕນ ພ້ອມທັງສົ່ງໝາກໄມ້ 22 ຊະນິດໄປຈີນຫຼາຍກວ່າ 2.5 ໂຕນ ໂດຍຄິດເປັນມູນຄ່າຫຼາຍກວ່າ 5,600 ລ້ານໂດລາອີກດ້ວຍ.