Lao
This article was added by the user . TheWorldNews is not responsible for the content of the platform.

ການຂົນສົ່ງຜ່ານທາງລົດໄຟລາວ-ຈີນ ເພີ້ມຂຶ້ນຫລາຍ ໃນ 1 ປີກວ່າຜ່ານມາ ແຕ່ສ່ວນໃຫຍ່ແມ່ນຂົນສົ່ງສິນຄ້າຈີນ ເຂົ້າມາລາວຫລາຍກວ່າ

ນັບແຕ່ທາງລົດໄຟລາວ-ຈີນ ທີ່ມູນຄ່າເກືອບຮອດ 6 ຕື້ໂດລາ ເລີ້ມເປີດໃຫ້ບໍລິການມາໄດ້ 1 ປີກວ່າ ມີແນວໂນ້ມເຮັດໃຫ້ການຂົນສົ່ງສິນຄ້າຈາກຈີນເຂົ້າມາລາວ ຫລື ຜ່ານລາວ ເພີ້ມຂຶ້ນຢ່າງຫລວງຫລາຍ ແຕ່ການຂົນສົ່ງສິນ ຄ້າຂອງລາວໄປຈີນນັ້ນ ແມ່ນຍັງໜ້ອຍ ຂະນະທີ່ປະເທດລາວ ແບກຫາບໜີ້ຕໍ່ຈີນຢ່າງຫລວງຫລາຍ ເມື່ອທຽບໃສ່ອັດຕາສ່ວນ ຂອງຍອດຜະລິດຕະພັນພາຍໃນຂອງລາວ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄດ້ 1 ປີກວ່າມາແລ້ວ ທີ່ທາງລົດໄຟຄວາມໄວສູງລາວ-ຈີນ ໄດ້ເປີດໃຊ້ບໍລິການ ຢ່າງເປັນປະຫວັດການ ຊຶ່ງເຮັດໃຫ້ມີການປ່ຽນແປງຢ່າງຫລວງຫລາຍໃນດ້ານ ການຂົນສົ່ງ. ດ້ວຍຄວາມໄວ 160 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ລົດໄຟ​ຫົວຮູບ​ລູກ​ປືນ ​ໄດ້ຕັດ​ເວ​ລາ​ໃນ​ການ​ເດີນ​ທາງ​ຈາກ 15 ຊົ່ວ​ໂມງໂດຍ​ທາງ​ລົດ ລົງ​ມາ​ເຫຼືອ​ຢູ່​ພຽງ​ແຕ່ 4 ຊົ່ວ​ໂມງ ແລະເຮັດໃຫ້ເສດຖະກິດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະຈີນ ທີ່ຢູ່ທາງເໜືອຂອງລາວເຊື່ອມຕໍ່ໃສ່ກັັັນໄດ້. ການຂົນສົ່ງສິນຄ້າໃນເດືອນມັງກອນຫາ ເດືອນກຸມພາຜ່ານມາ ມີ 647.700 ໂຕນ ເພີ້ມຂຶ້ນ 320 ເປີເຊັນ ເມື່ອທຽບໃສ່ໄລຍະດຽວກັນ ໃນປີກາຍນີ້ ກໍຄືຕອນທີ່ລົດໄຟຄວາມໄວສູງເລີ້ມເປີດ ໃນສອງເດືອນທໍາອິດ. ແຕ່ແນວໃດກໍຕາມ ຕະຫຼອດ 14 ເດືອນຫລັງຈາກເປີດເປັນທາງການ ມາຮອດວັນທີ 22 ກຸມພາຜ່ານມາ ການຂົນສົ່ງສິນຄ້າຈາກຈີນເຂົ້າມາລາວ ຫລືຜ່ານລາວໄປຍັງໄທ ແລະປະເທດອື່ນໃນຂົງເຂດກວມເອົາຫລາຍກວ່າ 78 ເປີເຊັນຂອງສິນຄ້າທັງໝົດ 15 ລ້ານ 6 ແສນໂຕນ ທີ່ຂົນສົ່ງໂດຍລົດໄຟ ລາວ-ຈີນ ສ່ວນສິນຄ້າທີ່ສົ່ງໄປຈີນ ໂດຍຜ່ານທາງລົດໄຟນັ້ນ ມີແຕ່ 3 ລ້ານ 4 ແສນໂຕນ ກວມເອົາພຽງແຕ່ 21.79 ເປີເຊັນເທົ່ານັ້ນ, ອີງຕາມບໍລິສັດລົດໄຟ ລາວ-ຈີນ. ພ້ອມກັນນັ້ນ ສິນຄ້າຕົ້ນຕໍ ຈາກລາວ ກໍແມ່ນແຮ່ທາດ ທີ່ບໍລິສັດຈີນ ມາລົງທຶນຂຸດຄົ້ນຢູ່ລາວ ສ່ວນສິນຄ້າກະສິກໍາ ແມ່ນຍັງບໍ່ຫລາຍເທື່ອ ຍ້ອນການລະບາດຂອງໂຄວິດ-19 ດັ່ງທີ່ພະນັກງານໃນພະແນກໂຍທາ ແລະຂົນສົ່ງ ໃນພາກເໜືອຂອງລາວ ໃຫ້ລາຍລະອຽດກ່ຽວກັບການຂົນສົ່ງສິນຄ້າ ໂດຍວິທີນີ້ວ່າ:

“ມັນມີສາມຈຸດເບາະ ຫລວງນໍ້າທາ ອຸດົມໄຊ ຫລວງພະບາງ ອຸດົມໄຊ ເພາະ ວ່າເຂົາສ້າງສາງຢູ່ນີ້ເດ ຫລັກໆກະບໍ່ແຮ່ນີ້ແຫລະ ກະພວກບໍ່ແຮ່ບໍ່ເອີ່ຍຫັ້ນແຫລະ ສ່ວນເຄື່ອງສິນຄ້າກະສີກໍາອື່ນໆ ຊ່ວງນີ້ເຂົາກະບໍ່ໄດ້ລົງທຶນຊ່ວງໂຄວິດ ຫລັກໆກະກ້ວຍ ໝາກໂມ ເຂົານີ້ແຫລະ ເຄື່ອງປ່າຂອງດົງເຂົານີ້ແຫລະ ເຂົາມັກເກັບຊື້ເຂົ້າໄປເປັນທັນຍະພືດ ເປັນຢາເຂົາ. ຊ່ວງໂຄວິດນີ້ລະເຂົາຫາກະເລີ້ມຜົນລະປູກບໍ່ທັນໄດ້ຫລາຍເທື່ອ.”

ຕູ້ສິນຄ້າສຳລັບຂົນສິ່ງທາງລົດໄຟ ຢູ່ທີ່ສາງເກັບຕູ້ສິນຄ້າ ດົງໂພສີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.
ຕູ້ສິນຄ້າສຳລັບຂົນສິ່ງທາງລົດໄຟ ຢູ່ທີ່ສາງເກັບຕູ້ສິນຄ້າ ດົງໂພສີ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ສະພາບການນີ້ ປາກົດວ່າ ເປັນໄປດັ່ງທີ່​ປັກ​ກິ່ງຄາດຫວັງໄວ້ວ່າ ຈະໃຊ້ເສັ້ນທາງ ລົດໄຟ ລາວ-ຈີນ​ນີ້ ເປັນສ່ວນນຶ່ງ​ທີ່​ສຳ​ຄັນ​ໃນການເປີດໂຄງ​ການ​ລິ​ເລີ້ມນຶ່ງ​ແລ​ວ​ທາງ​ນຶ່ງ​ເສັ້ນ​ທາງ ຫຼື BRI ທີ່​ແນ​ໃສ່​ບໍ່​ພຽງ​ແຕ່​ພັດ​ທະ​ນາ​ແຂວງ​ຢຸນ​ນານ ໂດຍ​ການ​ເຊື່ອມ​ຕໍ່​ກັບ​ເສດ​ຖະ​ກິດ​ທີ່​ໃຫຍ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ເທົ່າ​ນັ້ນ ແຕ່ກໍ​ຍັງ​ແກ່​ດຶງ​ເອົາ​ຂົງ​ເຂດ​ດັ່ງ​ກ່າວ ​ເຂົ້າ​ມາ​ຢູ່​ໃນ​ວົງ​ໂຄ​ຈອນ​ຂອງ​ຈີນ​ຫຼາຍ​ຂຶ້ນ​ຕື່ມ ອີງ​ຕາມຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ ເຊັ່ນທ່ານ​ຣູດ ບາ​ໂນ​ມຽນ (Ruth Banomyon) ສາ​ສະ​ດາ​ຈານ​ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ຂອງ​ໄທ ທີ່​ສຶກ​ສາ​ກ່ຽວ​ກັບ​ການ​ຄ້າ ​ການ​ຂົນ​ສົ່ງ ​ແລະໂລ​ຈິ​ສ​ຕິກ ລະ​ຫວ່າງ​ປະ​ເທດ ກ່າວເມື່ອ ມໍ່ໆມານີ້. ທ່ານກ່າວຕື່ມວ່າຈີນ ຕ້ອງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງຈາກແຂວງຢຸນນານຢູ່ທາງພາກໃຕ້ຂອງຕົນ ຂ້າມລໍາແມ່ນໍ້າຂອງ ແລະໄປສຸດຢູ່ທີ່ປະເທດສິງກະໂປ ໂດຍມີເປົ້າໝາຍເພື່ອເພີ້ມການເຂົ້າເຖິງຂົງເຂດມະຫາສະໝຸດອິນເດຍ ຊຶ່ງທັງໝົດນີ້ ຈະບັນລຸໄດ້ຫລາຍຂຶ້ນເມື່ອເສັ້ນທາງລົດໄຟຄວາມໄວສູງຂອງໄທ ສ້າງສໍາເລັດໃນປະມານປີ 2029, ອີງຕາມໜັງສືພິມອອນລາຍ Railfreight.com.

ພ້ອມດຽວກັນນັ້ນ ທາງເຈົ້າໜ້າທີ່ຂັ້ນສູງ ຂອງກົມສົ່ງເສີມການສົ່ງອອກ ໃນກະຊວງອຸດສາຫະກໍາ ແລະການຄ້າຂອງລາວກໍເວົ້າວ່າ ສິນຄ້າຂອງລາວ ທີ່ບໍ່ແມ່ນປະເພດແຮ່ທາດ ທີ່ສົ່ງອອກໄປຈີນນັ້ນ ແມ່ນມີປະລິມານ ແລະມູນຄ່າໜ້ອຍ ແລະກໍເປັນສິນຄ້າຢູ່ໃນ 15 ລາຍການ ທີ່ລັດຖະບານຈີນອະນຸຍາດໃຫ້ ແລະ ຕ້ອງໄດ້ຜ່ານຂັ້ນຕອນກວດກາ ແລະມີໃບຮັບຮອງຄຸນນະພາບຢ່າງລະອຽດ ນັບຕັ້ງແຕ່ຕອນປູກ ໄປຈົນເຖິງເວລາສົ່ງຂຶ້ນລົດໄຟ ດັ່ງທີ່ທ່ານໃຫ້ຄໍາເຫັນວ່າ:

“ສິນຄ້າພວກກະສີກໍາພືດຜັກນີ້ແຫລະ ທີ່ວ່າສິນຄ້າສິບຫ້າລາຍການ ທີ່ວ່າມັນໄດ້ເຊັນແລ້ວທີ່ວ່າ ໄດ້ສົ່ງໄປຈີນໄດ້ເລີຍຫັ້ນນະ ກະສິກໍາທີ່ວ່າສິບຫ້າພືດ ທີ່ວ່າຮັບ ຮອງທີ່ວ່າພາກລັດເຊັນກັນແລ້ວ ທີ່ວ່າມັນໄດ້ເອສພີເອສ (SPS) ໝົດ. ມັນໄດ້ແຕ່ຢູ່ສວນປູກພຸ້ນໄດ໋ ຢູ່ສວນປູກຈົນວ່າມັນໄດ້ເກັບກ່ຽວແພັກຄີງຈົນວ່າໄດ້ສົ່ງໄປຈີນພຸ້ນໃດ ໝາຍຄວາມວ່າລາຍການສິນຄ້າ ຫລືວ່າກະສິກໍາແຕ່ລະອັນຈະຕ້ອງໄດ້ເຮັດກາເອສພີເອສໝົດ ແຕ່ສວນປູກພຸ້ນໄປນະ ບາດເວລາມັນຮາແວສ ມັນເກັບກ່ຽວ ເຂົາເຈົ້າກະສົ່ງໄປຈີນໄດ້ເລີຍ ກະເຮັດໜັງສືເອສພີເອສ ກະໄປໄດ້ເລີຍ.”

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ການລົງທຶນຂອງລາວໃນການສ້າງທາງລົດໄຟ ທີ່ມີມູນຄ່າເກືອບຮອດ 6 ຕື້ໂດລາ ທີ່ລາວມີຫຸ້ນສ່ວນ 30 ເປີເຊັນນີ້ເຮັດໃຫ້ຫຼາຍຄົນມີຄວາມເປັນຫ່ວງກ່ຽວກັບເລື້ອງໜີ້ສິນ ເພາະມັນເຮັດໃຫ້ໜີ້ສາທາລະນະຂອງລາວ ທີ່ມີຕໍ່ຈີນເພີ້ມສູງຂຶ້ນຢ່າງຫລວງຫລາຍ. ອີງຕາມທະນາຄານໂລກທີ່ຖືກອ້າງອີງຢູ່ໃນບົດຂ່າວຂອງໜັງສືພິມຍີ່ປຸ່ນ Nikkei Asian Review ເມື່ອມໍ່ໆມານີ້, ໜີ້ສິນຂອງລັດຖະບານລາວ ຕໍ່ຕ່າງປະເທດເພີ້ມສູງຂຶ້ນເຖິງ 88 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນທ້າຍປີ 2021 ຊຶ່ງໃນນັ້ນ ຈີນເປັນຜູ້ໃຫ້ກູ້ລາຍໃຫຍ່ທີ່ສຸດ ຄືປະມານ 12.2 ຕື້ໂດລາ, ກວມເອົາ 64.8 ເປີເຊັນຂອງ GDP ທັງນີ້ ກໍເພາະໜີ້ທີ່ລາວ ກູ້ຢືມເງິນຈາກທະນາຄານຈີນ ເພື່ອມາປະກອບສ່ວນລົງທຶນສ້າງທາງລົດໄຟນີ້ ແມ່ນກວາມເອົາປະມານ 21 ເປີເຊັນຂອງຈໍານວນໜີ້ດັ່ງກ່າວ. ຖ້າຈະເວົ້າແລ້ວ “ບໍ່ມີປະເທດໃດ ໃນໂລກທີ່ເປັນໜີ້ສູງກວ່າລາວເມື່ອທຽບໃສ່ອັດຕາສ່ວນຂອງ GDP”, ນັ້ນຄືຄໍາເຫັນຂອງທ່ານແບຣດລີ ພາກສ໌ (Bradley Parks), ຫົວໜ້າບໍລິຫານຂອງ AidData ທີ່ມະຫາວິທະຍາໄລ William & Mary ຂອງສະຫະລັດ ທີ່ກ່າວໃນໜັງສືພິມ Nikkei Asian Review.