Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດເປີດຮ້ານອາຫານ ທີ່ໃກ້ຊິດກັບທໍາມະຊາດ

ຮ້ານອາຫານທີ່ມີວິວທໍາມະຊາດງາມໆແລະຕິດພັນກັບທໍາມະຊາດ ພ້ອມທັງອາຫານທີ່ມີຣົດຊາດແຊບ, ເປັນທີ່ດຶງດູດໃຈຂອງລູກຄ້າ ທັງຢູ່ໃນທ້ອງຖິ່ນ ແລະຕ່າງເມືອງ, ທິບສຸດາ ມີລາຍງານມາສະເໜີທ່ານກ່ຽວກັບເລື້ອງນີ້.

ເວລາທີ່ທ່ານຮັບປະທານອາຫານ ແລະນັ່ງຊົມພາບທໍາມະຊາດ ອ້ອມຮອບໂຕທ່ານ ທ່ານອາດຈະຮູ້ສຶກອິ່ມໃຈກັບບັນຍາກາດ ເວລາທີ່ທ່ານນັ່ງກິນອາຫານໃນຍາມເຊົ້າ ສວາຍ ແລງ ຢູ່ທີ່ສະຖານທີ່ທີ່ຕິດກັບບັນຍາກາດກັບທໍາມະຊາດໂດຍກົງແມ່ນບໍ?.
ທ່ານເພັດສົມພູ ໄຊຍະວົງ ເປັນຄົນທ່າແຂກ ແຂວງຄໍາມ່ວນໂດຍກໍາເນີດ, ເລົ່າສູ່ VOA ພາກພາສາລາວຟັງວ່າ ຈຸດເລີ້ມຕົ້ນແມ່ນເປີດຮ້ານກາເຟແບບດັ້ງເດີມສໍາລັບອາຫານເຊົ້າ ທີ່ຄົນທ້ອງຖິ່ນມັກກິນມາເປັນເວລາດົນນານ ເມື່ອປີ 2012, ໂດຍທ່ານເລົ່າກ່ຽວກັບເລື້ອງນີ້ສູ່ຟັງວ່າ:

ຮ້ານອາຫານຂອງທ່ານເພັດສົມພູ ມີສຽງຕອບຮັບຈາກລູກຄ້າທັງຄົນຢູ່ໃນທ້ອງ ຖິ່ນ, ຕ່າງແຂວງ ແລະຕ່າງປະເທດຫຼາຍ ເພາະເປັນຮ້ານອາຫານທີ່ມີຫຼາຍປະເພດ, ແຕ່ມີຊື່ສຽງ ແລະເປັນທີ່ນິຍົມສັ່ງຫຼາຍແມ່ນອາຫານພື້ນບ້ານຂອງລາວ ເຊິ່ງຫາວັດຖຸດິບຢູ່ໃນທ້ອງຖິ່ນ ເຊັ່ນກ້ອຍປາ ຕົ້ມສົ້ມປາ ໝົກປາ ແກງໜໍ່ໄມ້ກະແສນ ແລະອື່ນໆ.

ສໍາລັບອາຫານ ທີ່ມາສະໜອງໃຫ້ທາງຮ້ານທັງໝົດ ໂດຍສະເພາະແມ່ນສ່ວນປະກອບຫຼັກຂອງອາຫານລາວ ແມ່ນປະຊາຊົນຢູ່ໃນທ້ອງຖິ່ນເປັນຜູ້ເອົາມາສົ່ງໃຫ້ເຊັ່ນ ປານໍ້າຂອງ, ປາຈາກນໍ້າເຊບັ້ງໄຟ, ໜໍ່ໄມ້ກະແສນ ແລະອື່ນໆ, ເຊິ່ງທາງຮ້ານຈະມີສະໜອງໃຫ້ຕາມເມນູຂອງຮ້ານຕະຫຼອດປີ.
ເມນູອາຫານ, ທາງຮ້ານຈະເນັ້ນໜັກໃສ່ຫຼາຍເຊື້ອຊາດເຊັ່ນ: ລາວ, ໄທ, ຫວຽດນາມ ຍີ່ປຸ່ນ, ຈີນ ແລະອາຫານຕາເວັນຕົກ, ເຊິ່ງເມນູອາຫານທີ່ທາງຮ້ານມີທັງໝົດໃນປັດຈຸບັນ ແມ່ນຫຼາຍກວ່າ 130 ເມນູ.

ກ້ອຍປາ ເມນູຂອງຮ້ານ ຊັນເຊັດ.
ກ້ອຍປາ ເມນູຂອງຮ້ານ ຊັນເຊັດ.

ອາຫານພື້ນບ້ານທີ່ທາງຮ້ານແຕ່ງເປັນປະຈໍາໃນທຸກໆເມນູ ແມ່ນອາຫານທີ່ມາຈາກທໍາມະຊາດທັງໝົດ ເຊິ່ງທ່ານເພັດສົມພູໄດ້ກ່າວວ່າ:

ສໍາລັບເຄື່ອງປຸງ ແລະສ່ວນປະກອບອື່ນໆ ທາງຮ້ານຈະຮັບຊື້ຈາກຮ້ານຄ້າໃຫຍ່ຂອງປະເທດເພື່ອນບ້ານ ໂດຍເຮັດຂໍ້ຕົກລົງຊື້ຂາຍນໍາກັນແບບມີສ່ວນຫຼຸດພິເສດ ຖ້າຫາກຊື້ຫຼາຍ.

ແກງສົ້ມປາ, ເມນູຂອງຮ້ານອາຫານ ຊັນເຊັດ.
ແກງສົ້ມປາ, ເມນູຂອງຮ້ານອາຫານ ຊັນເຊັດ.

ຢ່າງໃດກໍຕາມ, ນອກຈາກທາງຮ້ານຈະບໍລິການອາຫານຕາມສັ່ງທີ່ຖືກໃຈລູກຄ້າແລ້ວ, ທາງຮ້ານຍັງບໍລິການດ້ວຍຄວາມຈິງໃຈ ແລະຊື່ສັດ ໃສ່ໃຈໃນລາຍລະອຽດທຸກຢ່າງຂອງອາຫານ. ສະນັ້ນ, ຈຶ່ງບໍ່ເປັນທີ່ປະຫຼາດໃຈເລີຍວ່າ ດ້ວຍເຫດໃດຮ້ານອາຫານ ຊັນເຊັດ (Sunset) ແຫ່ງນີ້ຈຶ່ງມີລູກຄ້າຫຼາຍ.

ສໍາລັບສະຖານທີ່ຕັ້ງຂອງຮ້ານ, ແມ່ນເໝາະສົມ ເພາະເພິ່ນເລືອກຕັ້ງຮ້ານຢູ່ໃນຂົງເຂດໂຕເມືອງ ບໍລິເວນຜາມໄຊຂອງເມືອງທ່າແຂກ, ຢູ່ລະຫວ່າງປາກຫ້ວຍສະຄາມລົງໃສ່ແມ່ນໍ້າຂອງ. ເຊິ່ງ ທ່ານເພັດສົມພູບອກວ່າ ຮ້ານຂອງເພິ່ນບັນຈຸຄົນໄດ້ປະມານ 300 ຄົນ, ເຊິ່ງທ່ານເພັດສົມພູກ່າວວ່າ:

ທ່ານເພັດສົມພູກ່າວວ່າ ນອກຈາກຈະບໍລິການອາຫານໃຫ້ລູກຄ້າດ້ວຍຄວາມຈິງໃຈແລ້ວ ສິ່ງສໍາຄັນອີກຢ່າງນຶ່ງກໍຄື ທາງຮ້ານຍັງໄດ້ຄໍານຶງເຖິງທໍາມະຊາດ ແລະສິ່ງແວດລ້ອມ ໂດຍສະເພາະການຈໍາແນກຂີ້ເຫຍຶ້ອ ແລະສິ່ງເສດເຫຼືອຂອງອາຫານ ເຊິ່ງເພິ່ນໄດ້ເລົ່າສູ່ຟັງວ່າ:

ທ່ານເພັດສົມພູຍັງໄດ້ກ່າວໃຫ້ຟັງຕື່ມວ່າ ເນື່ອງຈາກທຸລະກິດດັ່ງກ່າວຂະຫຍາຍໂຕໄດ້ດີ ເພິ່ນຈຶ່ງມີແຜນທີ່ຈະຂະຫຍາຍສາຂາ ແລະປັບປຸງຮ້ານໃຫ້ໃຫຍ່ກວ່າເກົ່າ ແລະດີກວ່າເກົ່າໃນອະນາຄົດຕໍ່ໜ້າອີກດ້ວຍ.

ຊຸດອາຫານເຊົ້າ ຢູ່ທີ່ຮ້ານ ຊັນເຊັດ.
ຊຸດອາຫານເຊົ້າ ຢູ່ທີ່ຮ້ານ ຊັນເຊັດ.

ເວົ້າລວມແລ້ວ, ການເຮັດທຸລະກິດ ກ່ຽວກັບຮ້ານອາຫານຢູ່ ສປປ ລາວ, ໂດຍສະເພາະແມ່ນຮ້ານອາຫານ ທີ່ກ່ຽວພັນກັບທໍາມະຊາດ, ອາຫານທີ່ມາຈາກທໍາມະຊາດ ແລະປຸງແຕ່ງແບບດັ້ງເດີມ ແມ່ນເປັນທີ່ດຶງດູດໃຈ ແລະນິຍົມກັນຫຼາຍຂອງລູກຄ້າ, ພ້ອມນັ້ນ ກໍຍັງເປັນການສົ່ງເສີມອາຊີບຢູ່ໃນທ້ອງຖິ່ນ, ມີອາຫານທີ່ເປັນທໍາມະຊາດ, ແລະທີ່ສໍາຄັນ ຍັງຊ່ວຍປະຢັດພະລັງງານນໍາອີກດ້ວຍ ເຊັ່ນ ການນໍາໃຊ້ພັດລົມ ຫຼືແອເຢັນໜ້ອຍລົງ ເນື່ອງຈາກມີລົມຂອງທໍາມະຊາດເອງ.