Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບຜະລິດຕະພັນຂຽບໝູ

ຂຽບໝູ ເປັນອາຫານທີ່ຫຼາຍຄົນມັກ ບໍ່ວ່າຈະເປັນອາຫານກິນຫຼິ້ນ ຫຼືກິນເປັນເຄື່ອງຄຽງອາຫານອື່ນໆເຊັ່ນ ກິນກັບຕໍາໝາກຫຸ່ງ. ທິບສຸດາ ມີລາຍງານກ່ຽວກັບທຸລະກິດ​ຂອງຜະລິດຕະພັນດັ່ງກ່າວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທຸກໆຄົນ ທີ່ມາຈາກຫຼາຍໆຊາດ ພາກັນຮູ້ຈັກຂຽບໝູ ເພາະເປັນຂອງກິນງ່າຍໆ ກິນໄດ້ທຸກເວລາ ທຸກສະຖານທີ່, ດັ່ງນັ້ນ ການຜະລິດຂຽບໝູອອກມາຈໍາໜ່າຍ ຈຶ່ງເປັນອີກທາງເລືອກນຶ່ງໃນການສ້າງເສດຖະກິດໃຫ້ແກ່ຄອບຄົວ.

ກ່ອນອື່ນໝົດຕ້ອງເຂົ້າໃຈວິທີການປຸງແຕ່ງຂຽບໝູ, ເລີ້ມຕົ້ນໂດຍການເອົາໜັງໝູມາລ້າງໃຫ້ສະອາດ ແຍກນໍ້າມັນ ແລະໜັງອອກຈາກກັນ ລ້າງດ້ວຍນໍ້າອຸ່ນທີ່ຜະສົມເກືອກັບນໍ້າສົ້ມສາຍຊູເລັກນ້ອຍ ແລ້ວລ້າງດ້ວຍນໍ້າອຸ່ນອີກຄັ້ງໃນຂັ້ນຕອນສຸດທ້າຍ ແລ້ວເອົາໄປຕັດພໍດີຄໍາ, ຕາກດ້ວຍອຸນຫະພູມ 280 ອົງສາຟາເຣັນຮາຍ ຫຼື 120 ອົງສາເຊລຊຽສ ປະມານ 3-4 ຊົ່ວໂມງ.

ຢ່າງໃດກໍຕາມ, ຖ້າຫາກທ່ານຕັ້ງເປັນໂຮງງານຜະລິດອອກມາຂາຍເປັນສິນຄ້າ ທ່ານຄວນມີເຄື່ອງໝາຍສິນຄ້າຂອງທ່ານ, ຂັ້ນຕອນການຜະລິດທີ່ຜ່ານກົມອາຫານ ແລະຢາ ເພື່ອຄວາມຖືກຕ້ອງຂອງຫຼັກອະນາໄມ, ໜັງສືຂໍສ້າງຕັ້ງໂຮງງານ ເພື່ອຜະລິດຂຽບໝູອອກມາຈໍາໜ່າຍ ແລະເອກະສານທີ່ກ່ຽວຂ້ອງອື່ນໆ.

ຍານາງມະນີພອນ ສຸນດາລາ, ຜູ້ປະກອບການກ່ຽວກັບທຸລະກິດຂຽບໝູ ຢູ່ເມືອງເຊີຣີ ແຂວງບຣິດທິສໂຄລຳເບຍ ຂອງປະເທດການາດາ ເລົ່າສູ່ຟັງ ກ່ຽວກັບຜະລິດຕະພັນຂຽບໝູຂອງຍານາງວ່າ:

“ບໍລິສັດຂອງພວກເຮົານີ້ແມ່ນຂຶ້ນກັບ ລັດຖະບານກວດເຄັ່ງຂັດ ຜ່ານການກວດ ອຍ ຢ່າງດີ ສາມາດສົ່ງໄປຫຼາຍປະເທດໄດ້, ໂດຍເລີ້ມຕັ້ງແຕ່ເອົາໜັງໝູເຂົ້າມາ ຈົນຮອດຈືນລຽບລ້ອຍໃສ່ຖົງ ສົ່ງໄປຫາລູກຄ້າບ່ອນໃດທີ່ເຂົາເຈົ້າຊິຊື້ນັ້ນ.”

ຕົ້ນທຶນໃນການສ້າງໂຮງງານຜະລິດຂຽບໝູ, ນະຈຸດນີ້ ແມ່ນຂຶ້ນຢູ່ກັບຂະໜາດຄວາມໃຫຍ່ນ້ອຍຂອງໂຮງງານ. ແຕ່ຂໍແນະນໍາວ່າ ຖ້າທ່ານຈະຜະລິດພຽງແຕ່ພາກສ່ວນຂຽບໝູ ທ່ານຄວນເລີ້ມຕົ້ນດ້ວຍໂຮງງານທີ່ມີຂະໜາດນ້ອຍ ພະນັກງານປະມານ 7 ຫາ 8 ຄົນ, ເພາະມັນຈະຊ່ວຍໃຫ້ທ່ານປະຫຍັດຕົ້ນທຶນ ແລະຫຼຸດຄວາມສ່ຽງໄດ້. ໂດຍຍານາງໄດ້ກ່າວໃຫ້ຟັງກ່ຽວກັບການເລີ້ມຕົ້ນຜະລິດທໍາອິດວ່າ:

“ເລີ້ມຕົ້ນກໍບໍ່ໄດ້ໃຊ້ເຄື່ອງຈັກໝົດ ຈົນເທົ່າທຸລະກິດເຮົາມັນດີຂຶ້ນ ເຮົາກໍຊື້ເຄື່ອງໄມ້ເຄື່ອງມືໃສ່ໄປ ເປັນເກືອບອໍໂຕເມຕິດທັງໝົດ ເຄື່ອງມືເຮົາຫັ້ນນະ, ມີສິນຄ້າອັນອື່ນມາເພີ້ມເຕີມນໍາ ຄືວ່າມີສິນຄ້າຈາກໄກ່ ແລະກໍຈາກໜັງປາ.”

ທຶນ, ໃຊ້ເຂົ້າໃນການເລີ້ມຕົ້ນສ້າງຕັ້ງໂຮງງານ ເຄື່ອງມືສໍາລັບຜະລິດຂຽບໝູ, ນອກນັ້ນກໍຍັງມີທຶນໝູນວຽນເພື່ອນໍາໃຊ້ເຂົ້າໃນການຊື້ເຄື່ອງອຸປະກອນຕ່າງໆທີ່ສະໜອງເຂົ້າມາໃນຮ້ານເຊັ່ນ ທຶນສໍາລັບຊື້ວັດຖຸດິບໃນການຜລິດແຕ່ລະວັນ ທຶນທີ່ປະກອບເຂົ້າໃນການຜະລິດຂຽບໝູ ແລະໃຊ້ເຂົ້າໃນພາກສ່ວນອື່ນໆ ເຊິ່ງຈະໃຊ້ທຶນຢ່າງໜ້ອຍປະມານ 250,000 ໂດລາ.

ວັດຖຸດິບສໍາລັບປ້ອນໂຮງງານ, ທ່ານຕ້ອງມີວັດຖຸດິບປ້ອນໂຮງງານເປັນປະຈໍາ ເຊິ່ງທ່ານສາມາດຫາໄດ້ຈາກໂຮງງານຈໍາໜ່າຍເນື້ອສັດ, ແຕ່ທ່ານຕ້ອງເຮັດໜັງສືສັນຍາກັບພວກເຂົາ ເພື່ອຮັບປະກັນໃນການສົ່ງວັດຖຸດິບເຂົ້າໂຮງງານຂອງທ່ານເປັນປະຈໍາ ແລະບໍ່ຂາດຕົກບົກຜ່ອງ ເຊິ່ງຂັ້ນຕອນດັ່ງກ່າວນີ້ ທ່ານຕ້ອງມີຜູ້ໃຫ້ຄໍາປຶກສາທາງດ້ານເອກະສານ ແລະກົດໝາຍ.

ອີກສິ່ງນຶ່ງທີ່ສໍາຄັນ, ສະຖານທີ່ສໍາລັບຈໍາໜ່າຍຜະລິດຕະພັນຂອງທ່ານ ອາດຈະເປັນຮ້ານຄ້າທົ່ວໄປ ຂາຍສົ່ງ ຫຼືຂາຍຍ່ອຍ, ທ່ານສາມາດເຂົ້າຫາຕະຫຼາດຂອງທ່ານ ດ້ວຍການຕິດຕໍ່ພົວພັນ ຫຼືສອບຖາມນໍາແຕ່ລະຮ້ານຄ້າ ອາດຈະເລີ້ມຕົ້ນຢູ່ໃນຮ້ານຄ້າທ້ອງຖິ່ນ, ຮ້ານຄ້າຕາມເມືອງໃກ້ຄຽງ, ເປີດເວັບໄຊທ໌ທາງສື່ສັງຄົມອອນລາຍສໍາລັບໂຄສະນາກ່ຽວກັບຜະລິດຕະພັນຂອງທ່ານ.

ລາຄາຂອງຂຽບໝູ, ໂດຍທົ່ວໄປ ພວກເຮົາຈະເຫັນວ່າ ລາຄາຂອງຂຽບໝູຢູ່ຕາມຮ້ານຄ້າຕ່າງໆຈະມີລະຫວ່າງ 3 ຫາ 10 ໂດລາ, ຂຶ້ນຢູ່ກັບຂະໜາດ ແລະຄຸນນະພາບຂອງຂຽບໝູ. ນັ້ນໝາຍຄວາມວ່າ ເວລາທີ່ທ່ານໄປສົ່ງ ລາຄາຂອງຂຽບໝູຈະຕ້ອງຫຼຸດລົງມາກວ່ານັ້ນ. ຢ່າງໃດກໍຕາມ ມັນຈະຂຶ້ນຢູ່ກັບການຕົກລົງເຫັນດີລະຫວ່າງຜູ້ສົ່ງ ແລະຜູ້ຮັບຊື້.

ເວົ້າລວມແລ້ວ, ການເຮັດທຸລະກິດຂຽບໝູ ກໍເປັນອີກທາງເລືອກນຶ່ງສໍາລັບຜູ້ທີ່ມີຄວາມຕ້ອງການຢາກສ້າງອາຊີບ ດ້ວຍການເຮັດທຸລະກິດຈາກການປຸງແຕ່ງສູດໃນຄົວເຮືອນ ໃຫ້ກາຍມາເປັນລາຍໄດ້້.