Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບ ການເປີດຄລີນິກປົວແຂ້ວ

ການເຮັດທຸລະກິດດ້ວຍການເປີດຄລີນິກປົວແຂ້ວ ແມ່ນມີຫຼາຍລາຍລະ ອຽດ, ໂດຍສະເພາະແມ່ນເລື້ອງຂອງເອກະສານ ເງິນທຶນ...ແລະອື່ນໆ, ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເປີດຄລີນິກປົວແຂ້ວ ກ່ອນອື່ນໝົດຜູ້ປະກອບການຈະຕ້ອງສຶກສາລາຍລະອຽດຕ່າງໆ ໂດຍສະເພາະແມ່ນເລື້ອງເງິນທຶນ, ເພາະຈະຕ້ອງໄດ້ໝູນໃຊ້ເຂົ້າມາໃສ່ທຸລະກິດໃນແຕ່ລະວັນ.

ເງິນທຶນ, ຜູ້ປະກອບການສາມາດກູ້ຢືມເງິນສໍາລັບເປີດຄລີນິກປົວແຂ້ວ ເຊິ່ງຈະມີໄລຍະເວລາລະຫວ່າງ 7 ແລະ 12 ປີ, ໂດຍມີດອກເບ້ຍປະຈໍາປີ ປະມານ 5 ເປີເຊັນ (ອີງຕາມສະຖິຕິຂອງປີ 2017). ຢ່າງໃດກໍຕາມ, ຜູ້ກູ້ຢືມ ຈະຕ້ອງມີປະ ຫວັດທາງເຄຣດິດ ທີ່ດີສົມຄວນ.

ທຶນເລີ້ມຕົ້ນໃນການລົງທຶນ ອາດຈະມີຫຼາຍລະດັບແຕກຕ່າງກັນຂຶ້ນຢູ່ກັບສະຖານ ທີ່ເຊັ່ນ ຄ່າເຊົ່າ ຫຼືຈະປຸກສ້າງຄລີນິກ ເປັນຂອງຕົນເອງເລີຍ, ອຸປະກອນຕ່າງໆ, ເຄື່ອງໃຊ້ທີ່ຈໍາເປັນຈະຕ້ອງສະໜອງຢູ່ໃນຄລີນິກ, ເຊິ່ງຈະມີຈໍານວນແຕ່ 250,000 ຫາ 500,000 ໂດລາ.

ແຕ່ສິ່ງທີ່ສໍາຄັນທີ່ສຸດກ່ອນລົງມືເປີດທຸລະກິດໃດນຶ່ງ ຈະຕ້ອງມີເອກະສານຕ່າງໆໃຫ້ຄົບຊຸດ ໂດຍສະເພາະແມ່ນເອກະສານ LLC ເຊິ່ງຫຍໍ້ມາຈາກ Limited Liability Company, ເອກະສານ EIN ສໍາລັບການການຄິດໄລ່ພາສີ, ພ້ອມນັ້ນກໍຍັງຕ້ອງມີໜັງສື Permit ແລະ License ນໍາອີກດ້ວຍ.

ນອກນັ້ນ, ຜູ້ປະກອບການ ຍັງຕ້ອງໄດ້ເປີດບັນຊີທະນາຄານ ສໍາລັບທຸລະກິດ ເພາະມັນຈະເປັນການແຍກ ລະຫວ່າງຊັບສິນສ່ວນຕົວ ແລະຊັບສິນທາງທຸລະກິດ, ເຊິ່ງມັນຈະເປັນການດີຕໍ່ຊັບສິນສ່ວນຕົວຂອງເຮົາເອງໃນກໍລະນີເກີດມີເຫດການທີ່ບໍ່ຄາດຄິດກ່ຽວກັບທຸລະກິດ.

ໃບຮັບຮອງຂອງການບັນຈຸຈໍານວນ ຫຼື Certificate of Occupancy, ສໍາລັບອາຄານທີ່ເຊົ່າ ຜູ້ປະກອບການຕ້ອງໝັ້ນໃຈວ່າທາງຜູ້ໃຫ້ເຊົ່າສະຖານທີ່ເພິ່ນມີເອກະສານດັ່ງກ່າວນີ້. ແຕ່ຖ້າເປັນອາຄານຂອງຜູ້ປະກອບການເອງ ທ່ານຕ້ອງໄດ້ໄປພົວພັນນໍາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ.

ປະກັນໄພ, ເວລາເປີດທຸລະກິດກ່ຽວກັບຄລີນິກປົວແຂ້ວ ກໍບໍ່ຕ່າງຫຍັງກັບທຸລະກິດດ້ານອື່ນໆ ທີ່ຜູ້ປະກອບການຈະຕ້ອງມີປະກັນໄພ ເພື່ອປົກປ້ອງຊັບສິນາງການເງິນຂອງຜູ້ປະກອບການເອງ, ສໍາລັບລາຄາຂອງປະກັນໄພທີ່ທ່ານຈະຕ້ອງເສຍນັ້ນ ຂຶ້ນຢູ່ກັບການຊື້ ຫຼືຕົກລົງລະຫວ່າງຜູ້ປະກອບການ ແລະບໍລິສັດປະກັນໄພ ໂດຍທ່ານເອງສາມາດຊອກຊື້ນໍາບໍລິສັດທີ່ຂາຍປະກັນໄພສໍາລັບທຸລະກິດ.

ນັກບັນຊີ, ຜູ້ປະກອບການ ຈະຕ້ອງມີນັກບັນຊີ ຫຼື CPA ປະຈໍາຄລີນິກໃນການຄິດໄລ່ທາງການເງິນຕ່າງໆ, ເຊິ່ງນັກບັນຊີ ຈະມີຄວາມຊໍານານ ແລະເຂົ້າໃຈໃນການເຮັດວຽກທີ່ຊັບຊ້ອນຕ່າງໆ.

ດຣ. ສົມໝາຍ ສິຣິປັນຍາ, ຊ່ຽວຊານຜ້າຕັດແຂ້ວ ທີ່ເປີດຄລີນິກ ຢູ່ເມືອງຝອດເວີດ, ລັດເທັກຊັສ ໄດ້ອະທິບາຍເຖິງຄວາມຮັບຜິດຊອບ ແລະໜ້າທີ່ທີ່ແຕກຕ່າງກັນລະຫວ່າງໝໍແຂ້ວທໍາມະດາ ແລະຊ່ຽວຊານແຂ້ວໃຫ້ຟັງວ່າ:

ການບໍລິການ, ສໍາລັບຄ່າບໍລິການໃນການທໍາຄວາມສະອາດຈະມີລາຄາຢູ່ ລະ ຫວ່າງ 60 ຫາ 150 ໂດລາ ເຊິ່ງລາຄາດັ່ງກ່າວແມ່ນບໍ່ໄດ້ລວມກັບຜູ້ທີ່ມີປະກັນໄພແຂ້ວ. ລາຄາ ລະຫວ່າງ 200 ຫາ 225 ໂດລາສໍາລັບອັດແຂ້ວແມງ, ແລະສໍາລັບການຖອນແຂ້ວຊາວ ຫຼື Wisdom tooth ຈະມີລາຄາ 750 ໂດລາສໍາລັບລູກຄ້າທີ່ບໍ່ມີປະກັນໄພ, ແລະ 400 ໂດລາ ສໍາລັບລູກຄ້າທີ່ມີປະກັນໄພ. ເວົ້າລວມແລ້ວ ທາງຄລີນິກແຂ້ວ ກໍໄດ້ຄ່າບໍລິການເທົ່າກັນ ເນື່ອງຈາກຄລີນິກ ຍັງໄດ້ໄດ້ສົ່ງບິນໄປເອົາເງິນຈາກບໍລິສັດປະກັນໄພຂອງລູກຄ້າອີກຕ່າງຫາກ.

ດຣ. ສົມໝາຍກ່າວວ່າ ສໍາລັບລູກຄ້າທີ່ມາໃຊ້ບໍລິການ, ກໍແລ້ວແຕ່ເງື່ອນໄຂຂອງແຕ່ລະຄົນ, ເຊິ່ງເພິ່ນໄດ້ກ່າວໃຫ້ຟັງດັ່ງນີ້:

ລາຍໄດ້ໂດຍລວມຂອງຄລີນິກແຂ້ວທົ່ວໄປຈະມີປະມານ 2 ລ້ານໂດລາ ໂດຍລາຍໄດ້ສຸດທິແມ່ນ 45.29 ເປີເຊັນ, ແລະຄລີນິກສໍາລັບຜ້າຕັດແຂ້ວ ແມ່ນ 3 ລ້ານໂດລາ ເຊິ່ງລາຍໄດ້ສຸດທິແມ່ນຈໍານວນ 47.59 ເປີເຊັນ.

ເວົ້າລວມແລ້ວ, ການເຮັດທຸລະກິດ ກ່ຽວກັບການບໍລິການປົວແຂ້ວ ຜູ້ປະກອບການຕ້ອງສຶກສາລາຍລະອຽດຕ່າງໆກ່ອນເລີ້ມຕົ້ນດໍາເນີນງານ. ປຶກສາຜູ້ຮູ້ກ່ຽວກັບເອກະສານທີ່ກ່ຽວຂ້ອງ, ເງິນທຶນ, ຄວນມີນັກບັນຊີ, ປະກັນໄພ ແລະອື່ນໆ, ແລະທີ່ສໍາຄັນກໍຄືຂົງເຂດສະຖານທີ່ຕັ້ງຂອງຄລີນິກ ແລະການບໍລິການ ທີ່ຈະຮັບຮອງທຸລະກິດຂອງຜູ້ປະກອບການເອງ ແລະສ້າງລາຍຮັບໃຫ້ແກ່ຜູ້ປະກອບການໃນອະນາຄົດຕໍ່ໜ້າທີ່ຍາວນານ.