Lao
This article was added by the user . TheWorldNews is not responsible for the content of the platform.

ການດໍາເນີນທຸລະກິດ ກ່ຽວກັບການຈັດສັນທີ່ດິນ

ຢູ່ໃນຕົວເມືອງໃຫຍ່ ຫຼືໂຕເມືອງທີ່ກໍາລັງມີການຂະຫຍາຍ ຄວາມຕ້ອງ ການດິນ ເພື່ອການປຸກສ້າງແມ່ນມີຫຼາຍຂຶ້ນ, ແຕ່ການຊື້ທີ່ດິນ ອາດຈະພົບກັບຄວາມຫຍຸ້ງຍາກ ເມື່ອຜູ້ຂາຍຕ້ອງການຂາຍດິນໝົດຕອນ ຜູ້ຊື້ຊໍ້າພັດບໍ່ມີຄວາມສາມາດພຽງພໍ, ດັ່ງນັ້ນ ທຸລະກິດໃນການຈັດສັນທີ່ດິນ ຈຶ່ງເປັນທາງເລືອກນຶ່ງຂອງຄົນທົ່ວໄປ, ທິບສຸດາ ມີລາຍລະອຽດກ່ຽວກັບການດໍາເນີນທຸລະກິດຈັດສັນ ທີ່ດິນຢູ່ບໍລິເວນຊານເມືອງນະຄອນຫຼວງວຽງຈັນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເນື່ອງຈາກການຂະຫຍາຍໂຕຂອງໂຕເມືອງແລະການເພີ້ມຂຶ້ນຂອງພົນລະເມືອງ ຢູ່ໃນໂຕເມືອງ ໂດຍສະເພາະນະຄອນຫຼວງວຽງຈັນ, ດັ່ງນັ້ນ ຈຶ່ງເຮັດໃຫ້ຄວາມຕ້ອງການທີ່ດິນຂອງປະຊາຊົນ ທີ່ຢາກອາໄສຢູ່ໃກ້ໂຕເມືອງ ເພີ້ມຂຶ້ນເຊັ່ນກັນ.

ນັກທຸລະກິດລາວ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນທ່ານນຶ່ງ ເພິ່ນເຫັນໄດ້ເຖິງຄວາມຕ້ອງການດັ່ງກ່າວ ຈຶ່ງໄດ້ຕັ້ງບໍລິສັດອະສັງຫາລິມະຊັບຂຶ້ນມາໄດ້ 7 ປີແລ້ວ, ໂດຍບໍລິສັດຂອງເພິ່ນ ແມ່ນການຈັດສັນທີ່ດິນຂາຍໃຫ້ແກ່ກຸ່ມລູກຄ້າເປົ້າໝາຍທີ່ມີເງື່ອນໄຂໜ້ອຍ.

ເພິ່ນເລົ່າສູ່ຟັງວ່າ ລັກສະນະການຈັດສັນທີ່ດິນຂອງບໍລິສັດເພິ່ນ ແມ່ນການຊອກຫາເນື້ອທີ່ດິນທີ່ຢູ່ບໍລິເວນຊານເມືອງນະຄອນຫຼວງວຽງຈັນ ແລະບໍ່ໄກຈາກໂຕເມືອງຫຼາຍ ອາດຈະມີໄລຍະທາງເຂົ້າມາຫາໂຕເມືອງປະມານ 15 ກິໂລແມັດ ຫຼືຢ່າງໜ້ອຍ 20 ນາທີ, ເຊິ່ງເພິ່ນເລົ່າສູ່ຟັງກ່ຽວກັບຂັ້ນຕອນໃນການໂອນກໍາມະສິດດິນຈາກຊາວບ້ານໃຫ້ຟັງວ່າ:

“ສ່ວນຫຼາຍຊື້ດິນແນວນີ້ຫັ້ນ ກໍຂຶ້ນກັບແຕ່ຂັ້ນບ້ານກັບເມືອງ, ບໍ່ເຖິງຂັ້ນແຂວງ ແຕ່ຫຼັກໆນັ້ນສ່ວນຫຼາຍກໍແມ່ນຂັ້ນບ້ານ ເວລາເຮົາໄປເບິ່ງດິນ ຊອກດິນ ກໍແມ່ນໄປເບິ່ງກັບປະຊາຊົນ-ບ້ານ, ເວລາເຮົາເຫັນດິນຕອນໃນຕອນນຶ່ງທີ່ເຮົາເບິ່ງ ເຮົາເຫັນເຈົ້າຂອງມັນແລ້ວ ເຮົາກໍໄປພັວພັນກັບບ້ານ ສອບຖາມທີ່ໄປທີ່ມາຂອງດິນຢູ່ຈຸດນີ້ແມ່ນຂອງຜູ້ນີ້ແທ້ບໍ ເພາະວ່າບ້ານກໍຊິເກັບກໍາໄດ້ເດເນາະ ດິນໃຜດິນໃຜ ຢູ່ຈຸດໃດບ່ອນໃດ.”

ດິນແຕ່ລະໂຄງການ ແມ່ນພົວພັນຊື້ຂາຍກັບຊາວບ້ານ, ໂດຍຜ່ານການປະກອບບັນທຶກເອກະສານຊ້ອງໜ້າກັນລະຫວ່າງຜູ້ຊື້ ແລະຜູ້ຂາຍ ຢູ່ທີ່ຫ້ອງການບ້ານ ເຊິ່ງທາງຜູ້ປະກອບການ ໄດ້ມອບຄ່າໝັດຈໍາ ໃຫ້ແກ່ຜູ້ຂາຍກ່ອນ 30 ເປີເຊັນຂອງຈໍານວນມູນຄ່າທີ່ດິນ, ເມື່ອເອກະສານທຸກຢ່າງສົມບູນ ຜູ້ປະກອບການຈຶ່ງໄດ້ໂອນສ່ວນທີ່ເຫຼືອໃຫ້ຜູ້ຂາຍ ໃນມື້ມອບຮັບກໍາມະສິດທີ່ດິນ.

ຢ່າງໃດກໍໍຕາມ, ເພື່ອເຮັດໃຫ້ບໍລິສັດດໍາເນີນໄປຢ່າງຖືກຕ້ອງ ກ່ອນອື່ນຕ້ອງເປີດບໍລິສັດໃຫ້ຖືກຕ້ອງຕາມກົດໝາຍ ໂດຍຂໍໃບທະບຽນທຸລະກິດຜ່ານກະຊວງການຄ້າ ຫຼືທີ່ເອີ້ນວ່າ ໃບປະຕັງ ເຊິ່ງເພິ່ນໄດ້ໃຊ້ຫຼັກຄໍ້າປະກັນໃນເບື້ອງຕົ້ນເວລາຈົດທະບຽນດ້ວຍທຶນ 200,000 ໂດລາ.

ເພິ່ນເລົ່າສູ່ຟັງອີກວ່າ ດິນແຕ່ລະຕອນ ເພິ່ນຈະແບ່ງຂາຍເປັນຫຼາຍຕອນທີ່ມີຂະໜາດ 20 ຄູນ 20 ແມັດ, ເຊິ່ງລູກຄ້າຂອງເພິ່ນສ່ວນຫຼາຍ ແມ່ນມັກຈະຊື້ດິນເປັນຕອນດຽວ.

ໃນການຈັດສັນທີ່ດິນຂາຍ, ເພິ່ນຈະກວດທີ່ດິນໃຫ້ພຽງ, ເປັນລະບຽບ, ສ້າງສິ່ງ ອໍານວຍຄວາມສະດວກດ້ວຍການສ້າງຈັດຖະໜົນຫົນທາງເຂົ້າໄປ, ມີໄຟຟ້າເຂົ້າເຖິງ, ມີນໍ້າເຂົ້າເຖິງ, ນະຈຸດນີ້ ເພິ່ນຈະບວກມູນຄ່າລົງທຶນຕື່ມໃສ່ 10 ເປີເຊັນ ຂອງມູນຄ່າທີ່ດິນ, ໂດຍເພິ່ນເລົ່າລາຍລະອຽດສູ່ຟັງວ່າ:

“ມັນຊິເພີ້ນຂຶ້ນປະມານ 20-25 ເປີເຊັນ, ຄືສົມມຸດວ່າ ໄຮ່ນຶ່ງເຮົາຊິໄດ້ຢູ່ 4 ຕອນ ແຕ່ລະຕອນມີເນື້ອທີ່ 400 ກາເລ, ມັນຕົກເປັນຕົນທຶນ ສົມມຸດວ່າເຮົາຊື້ແມັດກາເລນຶ່ງ ບວກຄ່າແລ່ນໄຟ ບວກຄ່າຈົ່ງທາງ ແລ່ນນໍ້າ ເຮັດໃບຕາດິນເຂົ້າໄປ ມັນກໍຊິຕົກຢູ່ປະມານ 10 ເປີເຊັນຕໍ່ຕອນ, ເວລາເຮົາເອົາມາຂາຍ ເຮົາກໍຍົກຂຶ້ນເປັນ 30-35 ເປີເຊັນຈາກຕົ້ນທຶນເດີມ.”

ເພິ່ນເລົ່າສູ່ຟັງວ່າ ລາຄາໃນການຂາຍ ແມ່ນບວກໃສ່ຕື່ມອີກປະມານ 20-30 ເປີເຊັນ, ໂດຍລູກຄ້າຈະມີໜັງສືສັນຍາຊື້ຂາຍ ກັບຜູ້ປະກອບການຢູ່ຂັ້ນບ້ານ, ຈ່າຍກ່ອນ 30 ເປີເຊັນຂອງມູນທີ່ດິນທີ່ລູກຄ້າຊື້ ໃນສັນຍາທີ່ຕົກລົງກັນ 2 ປີ ແບບບໍ່ມີດອກເບ້ຍ. ຖ້າກາຍເວລານັ້ນ ລູກຄ້າມີເວລາອີກ 6 ເດືອນໃນການຊໍາລະ ແຕ່ຈະຕ້ອງໄດ້ຈ່າຍເພີ້ມອີກ 5 ເປີເຊັນຂອງມູນຄ່າທີ່ຍັງເຫຼືອ, ແຕ່ ຖ້າລູກຄ້າຕ້ອງການເວລາຕື່ມ ທາງບໍລິສັດກໍເພີ້ມເວລາໃຫ້ໄດ້ອີກ 6 ເດືອນ ໂດຍເສຍຄ່າຊໍາລະຕື່ມພ້ອມດ້ວຍດອກເບ້ຍອີກ 10 ເປີເຊັນ. ຢ່າງໃດກໍດີ, ເພິ່ນກ່າວວ່າ ລູກຄ້າທັງໝົດຂອງເພິ່ນໃນແຕ່ລະໂຄງການ ລະຫວ່າງ 300-500 ຄົນ ແມ່ນເສຍຄ່າຊໍາລະພາຍໃນ 2 ປີ. ສະນັ້ນ ລາຍໄດ້ສະເລ່ຍໃນແຕ່ລະມື້ຂອງເພິ່ນມີຢ່າງໜ້ອຍ 5,000,000 ກີບ.

ເຈົ້າຂອງບໍລິສັດດັ່ງກ່າວຍັງບອກອີກວ່າ, ແຕ່ລະປີ ເພິ່ນຈະເສຍຄ່າອາກອນກໍາໄລຢູ່ 10 ເປີເຊັນ. ເນື່ອງຈາກໃນແຕ່ລະປີ ລາຍຮັບແມ່ນຫຼາຍໜ້ອຍແຕກຕ່າງກັນ ດັ່ງນັ້ນ ເພິ່ນຈຶ່ງສະຫຼຸບໃຫ້ຟັງໂດຍສະເລ່ຍວ່າ ຫຼັງຈາກຕັດທຸກໆຢ່າງອອກໝົດ ພ້ອມທັງພາສີ ເພິ່ນມີລາຍຮັບມາໃຫ້ຄອບຄົວ ຢູ່ປະມານ 200,000 ໂດລາ.

ເພິ່ນກ່າວຕື່ມວ່າ ການດໍາເນີນທຸລະກິດກ່ຽວກັບການຈັດສັນທີ່ດິນ ແມ່ນສະດວກ ແລະງ່າຍຫຼາຍ ເພາະວ່າບໍ່ຈໍາເປັນຕ້ອງມີເອກະສານຫຼາຍ ບໍ່ໄດ້ຜ່ານຫຼາຍຂັ້ນຕອນ, ແຕ່ມີລາຍຮັບຫຼາຍກວ່າ ແລະຜົນຕອບແທນທີ່ສູງກວ່າ