ການກໍ່ສ້າງທາງລົດໄຟຄວາມໄວສູງໃນປະເທດ ໄທ ຈະແລ້ວສຳເລັດ ແລະ ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ເພື່ອເຊື່ອມໂຍງລະບົບ ໂລຈິສຕິກ ເຂົ້າດ້ວຍກັນຢ່າງສົມບູນນັບຈາກປີ 2029 ເປັນຕົ້ນໄປ.
ທ່ານ ສັກດີສະຫຍາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມຂອງ ໄທ ຖະແຫຼງວ່າການອອກແບບເພື່ອການກໍ່ສ້າງທາງລົດໄຟຄວາມໄວສູງໄລຍະທີ 2 ໃນໄທທີ່ເຊື່ອມຕໍ່ຈາກນະຄອນຣາຊະສີມາ (ໂຄຣາດ) ຫາໜອງຄາຍນັ້ນ ໄດ້ດຳເນີນການສຳເລັດແລ້ວ ຊຶ່ງຈະນຳສະເໜີເພື່ອຂໍການອະນຸມັດຈາກຄະນະລັດຖະບານໄທພາຍໃນທ້າຍປີ 2022 ນີ້ ແລະ ຫຼັງຈາກຜ່ານການອະນຸມັດດັ່ງກ່າວແລ້ວນັ້ນ ກໍຈະເປີດການປະມູນເພື່ອຄັດເລືອກບໍລິສັດຜູ້ຮັບເໝົາໃນການກໍ່ສ້າງໃຫ້ຮຽບຮ້ອຍພາຍໃນກາງປີ 2023 ຕໍ່ເນື່ອງດ້ວຍການລົງມືກໍ່ສ້າງຕົວຈິງ ເພື່ອໃຫ້ແລ້ວສຳເລັດ ແລະ ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ກໍຄືການເຊື່ອມຕໍ່ລະຫວ່າງບາງກອກກັບນະຄອນຫຼວງວຽງຈັນ ແລະ ເມືອງຄຸນໝິງໃຫ້ໄດ້ໃນປີ 2029 ດັ່ງທີ່ທ່ານ ສັກດີສະຫຍາມ ໄດ້ໃຫ້ການຢືນຢັນວ່າ
ການກໍ່ສ້າງທາງລົດໄຟຄວາມໄວສູງໃນ ໄທ ເພື່ອເຊື່ອມຕໍ່ລາວແລະຈີນ ໄດ້ມີການແບ່ງອອກເປັນ 2 ໄລຍະກໍຄືໄລຍະທີ 1 ທີ່ກຳລັງກໍ່ສ້າງໃນປັດຈຸບັນນີ້ເຊື່ອມຕໍ່ຈາກບາງກອກ-ໂຄຣາດ ສ່ວນໄລຍະທີ 2 ຈະເປັນການເຊື່ອມຕໍ່ຈາກໂຄຣາດ-ໜອງຄາຍ ແລະ ຍັງຈະມີການກໍ່ສ້າງຂົວຂ້າມນ້ຳຂອງໄປເຊື່ອມຕໍ່ກັບນະຄອນຫຼວງວຽງຈັນທີ່ຖືເປັນພາກສ່ວນນຶ່ງຂອງແຜນການພັດທະນາປະເທດ ໄທ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານການຄົມມະນາຄົມ-ຂົນສົ່ງ ແລະ ໂລຈິສຕິກ ຂອງອາຊຽນເຂົ້າກັບລະບົບໂຄງຂ່າຍໃນແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງ ຈີນ ໃຫ້ໄດ້ຢ່າງແທ້ຈິງ ທັງນີ້ໂດຍທີ່ມີ ສປປ ລາວ ເປັນເຂດທີ່ເຊື່ອມຕໍ່ລະຫວ່າງ ໄທກັບຈີນ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ
“ປະເທດໄທນີ້ເປັນສູນກາງດ້ານໂລຈິສຕິກ ປະເທດລາວນີ້ເປັນຈຸດເຊື່ອມຕໍ່ຮ່ວມມືກັນນີ້ຂ້າພະເຈົ້າວ່າມັນຈະເກີດປະໂຫຍດ ຕັ້ງໄທນີ້ເປັນຖານໃຫຍ່ດ້ານໂລຈິສຕິກ ພວກເຮົາຈະເປັນຜູ້ເຊື່ອມຕໍ່ໃຫ້ສິປະສົບຜົນສຳເລັດທີ່ສຸດ ແລະ ສິສົ່ງຜົນໃຫ້ໂຕນີ້ຈະເກີດຜົນສຳເລັດທີ່ສຸດຄືເວົ້າສັງຄົມທຸລະກິດມີວັດທະນະທຳຂອງທຸລະກິດ ຊາຍແດນມີວັດທະນະທຳຂອງຊາຍແດນ ຈັ່ງຊັ້ນພວກເຮົາຕ້ອງເຂົ້າໃຈເລື່ອງກົນໄກຂອງການຄ້າຊາຍແດນເພາະວ່າລາວເອງນອກຈາກເປັນຈຸດເຊື່ອມຕໍ່ແລ້ວເຮົາຢາກເປັນປະຕູສູ່ອາຊຽນໃຫ້ກັບລະບົບໂລຈິສຕິກ. ຖ້າແມ່ນລາວກັບໄທຂອງພວກເຮົາຮ່ວມມືກັນນີ້ມັນຈະສ້າງລະບົບນິເວດດ້ານໂລຈິສຕິກໃໝ່ຂອງອະນຸພູມີພາກນີ້ ເພາະວ່າທ່ານເປັນສູນກາງ ເຮົາເປັນຈຸດເຊື່ອມຕໍ່. ຖ້າຮ່ວມມືກັນນີ້ກໍແນ່ນອນແຫຼະປະໂຫຍດມັນຈະເກີດສູງສຸດ.”
ກ່ອນໜ້ານີ້ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທຖະແຫຼງຢືນຢັນວ່າລັດຖະບານໄທຈະເລັ່ງລັດການພັດທະນາລະບົບຄົມມະນາຄົມ-ຂົນສົ່ງເພື່ອເຊື່ອມຕໍ່ກັບລາວຢ່າງຄົບວົງຈອນໃຫ້ໄວທີ່ສຸດທີ່ຈະໄວໄດ້ ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟລາວ-ຈີນທີ່ຈະຕ້ອງມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງໃໝ່ທີ່ເຊື່ອມຕໍ່ລະຫວ່າງໜອງຄາຍກັບນະຄອນຫຼວງວຽງຈັນນັ້ນຈະດຳເນີນການສຶກສາອອກແບບກໍ່ສ້າງໃຫ້ສຳເລັດໃນປີ 2022 ນີ້ໂດຍຈະເປັນການກໍ່ສ້າງທີ່ຄູ່ຂະໜານກັນກັບຂົວຂ້າມນ້ຳຂອງແຫ່ງທີນຶ່ງລະຫວ່າງລາວ-ໄທ ທີ່ໄດ້ນຳໃຊ້ໃນການຂົນສົ່ງ ແລະ ໂດຍສານທັງລົດໄຟ ແລະ ລົດຍົນນັບແຕ່ປີ 1994 ແຕ່ສຳລັບຂົວແຫ່ງໃໝ່ນີ້ຈະນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າເປັນຫຼັກ.
ສ່ວນເຈົ້າໜ້າທີ່ໃນກະຊວງໂຍທາທິການ ແລະ ຂົນສົ່ງເປີດເຜີຍວ່າທາງລົດໄຟລາວ-ຈີນໃນລາວ ຊຶ່ງບໍລິຫານງານໂດຍບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ ທີ່ເປັນການເຊື່ອມຕໍ່ການໂດຍສານ ແລະ ຂົນສົ່ງສິນຄ້າລະຫວ່າງລາວກັບ ຈີນເປັນຫຼັກນັ້ນຈະສ້າງລາຍຮັບ ແລະ ສາມາດຄືນທຶນການກໍ່ສ້າງໄດ້ໄວທີ່ສຸດໃນ 23 ປີຂ້າງໜ້າກໍຄືປີ 2045 ແຕ່ຖ້າຫາກວ່າໄດ້ມີການເຊື່ອມຕໍ່ກັບທາງລົດໄຟຄວາມໄວສູງໃນໄທດ້ວຍ ກໍຈະເຮັດໃຫ້ລົດໄຟລາວ-ຈີນ ສາມາດທີ່ຈະຄືນທຶນໄດ້ໄວຂຶ້ນກໍຄືພາຍໃນ 15 ເທົ່ານັ້ນທັງນີ້ໂດຍທາງລົດໄຟລາວ-ຈີນໃນລາວນັບເປັນພາກສ່ວນຶ່ງໃນແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງ ຈີນ ໂດຍລັດຖະບານຈີນແລະລາວໄດ້ສ້າງຕັ້ງບໍລິສັດຮ່ວມທຶນລົດໄຟລາວ-ຈີນຂຶ້ນມາຮັບຜິດຊອບການບໍລິຫານງານໃນໂຄງການທັງໝົດຊຶ່ງຝ່າຍລາວແລະຈີນຮ່ວມທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າລົງທຶນລວມເຖິງ 34,450 ລ້ານຢວນ.