Lao
This article was added by the user . TheWorldNews is not responsible for the content of the platform.

​ການ​ແລກ​ປ່ຽນ​​ເອົາເງິນ​ຕາ​ຢູ່ໃນ​ລາວ ຍັງ​ປະ​ສົບ​ບັນ​ຫາ​ຢູ່ ຫລັງ​ຈາກ​ທາງ​ການ ​ໄດ້​ປິດ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ ເກືອບ​ທັງ​ໝົດ ແລ້ວ

ເມື່ອມໍ່ໆ​ມານີ້ ລັດ​ຖະ​ບານໄດ້​ມີ​ຄຳ​ສັ່ງ​ໃຫ້ປິດຮ້ານແລກປ່ຽນເງິນຕາ 113 ແຫ່ງ ຊຶ່ງຖື​ວ່າເປັນ​ການ​ປິດ​ຮ້ານ​ແລກ​ປ່ຽນ​ເງິນ​ເກືອບ​ທັງ​ໝົດ ແລະ​ໃຫ້​ມີ​ການ​ແລກ​ປ່ຽນເງິນ​ໄດ້​ແຕ່​ຢູ່​ທະ​ນາ​ຄານ​ເທົ່າ​ນັ້ນ ຊຶ່ງ​ບາງ​ຄົນ​ກໍ​ຄິດ​ວ່າ ເປັນ​ການ​ດີເພາະ​ມັນ​ເຮັດ​ໃຫ້​ເງິນ​ຕາ​ຕ່າງ​ປະ​ເທດເຂົ້າ​ໄປ​ຢູ່​ໃນ​ທະ​ນາ​ຄານ​ ແຕ່​ໃນ​ຂະ​ນະ​ດຽວ​ກັນທາງ​ການ​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ແກ່ປະ​ຊາ​ຊົນ ແລະນັກ​ທຸ​ລະ​ກິດ​ວ່າ ເຂົາ​ເຈົ້າ​ສາ​ມາດເຂົ້າ ​ໄປຊື້​ເງິນ​ຕາ​ຕ່າງ​ປະ​ເທດ ຈາກ​ທະ​ນາ​ຄານໄດ້​ບໍ່ ຊຶ່ງ​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ ​ເປັນ​ຫ່ວງ ດັ່ງ​ປະ​ຊາ​ຊົນ​ທ່ານ​ນຶ່ງ ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ​ໃຫ້​ຄຳ​ເຫັນ​ວ່າ:

ໃນ 1 ເດືອນ​ຜ່ານ​ມານີ້ ອັດ​ຕາ​ແລກ​ປ່ຽນ​ເງິນ​ກີບ​ຕໍ່​ໂດ​ລາ​ສະ​ຫະ​ລັດມີ​ທ່​າ​ອ່ຽງ​ຫລຸດ​ລົງ​ ຊຶ່ງ​ກໍ​ຄື​ຈາກ 17,125 ກີບ​ຕໍ່ 1 ໂດ​ລາໃນ​ວັນ​ທີ 7 ມັງ​ກອນລົງມາ​ເປັນ 16,998 ໃນ​ວັນ​ທີ 6 ກຸມ​ພາ ຊຶ່ງ​ບາງ​ຄົນ​ກໍ​ຄິດ​ວ່າ ເປັນ​ຍ້ອນ​ມີ​ການປິດ​ຮ້ານ​ແລກ​ປ່ຽນ​ງິນ​ຕາ​ທີ່​ວ່ານີ້ ແຕ່ວ່າມັ​ນກໍຈະເປັນການ​ຫລຸດ​ລົງ​ຊົ່ວ​ຄາວ​ເທົ່າ​ນັ້ນແລ້ວມັນ​ຈະ​ເລີ້ມ​ມີ​ທ່າ​ອ່ຽງ​ສູງ​ຂຶ້ນ​ໄປ​ເລື້ອຍໆ​ ນັບ​ແຕ່​ທ້າຍ​ໄຕ​ມາດນີ້ ຈົນ​ເກືອບຮອດ 18,000 ກີບ​ຕໍ່​ໂດລາໃນໄຕ​ມາດ​ທີ 4 ຂອງ​ປີນີ້, ອີງ​ຕາມ​ເວັບ​ໄຊ​ທ໌ Trading Economics Laos Forecast (tradingeconomics.com) ສ່ວນ​ອັດ​ຕາ​ແລກ​ປ່ຽນເງິນ​ບາດຂອງ​ໄທ ຕໍ່​ເງິນ​ກີບນັ້ນຜັດ​ເພີ້ມ​ຂຶ້ນ​ໃນ​ໄລ​ຍະ 1 ເດືອນ​ຜ່ານ​ມານີ້ ຊຶ່ງ​ກໍ​ຄື​ຈາກ 502 ກີບ​ຕໍ່ 1 ບາດ ​ໃນ​ວັນ​ທີ 30 ທັນ​ວາ 2022 ຂຶ້ນ​ມາ​ເປັນ 508.85 ໃນ​ວັນ​ທີ 6 ກຸມ​ພາມື້ນີ້, ອີງ​ຕາມ​ເວັບ​ໄຊ​ທ໌ Forbs Advisor https://www.forbes.com/advisor/money-transfer/currency-converter/thb-lak/?amount=1

​ປະ​ຊາ​ຊົນ​ລາວ​ທ່ານນີ້ບອກວ່າ ທັງ​ນີ້​ກໍ​ເປັນ​ຍ້ອນຟື້ນ​ຕົວ​ໄວ ​ຂອງ​ເສດ​ຖະ​ກິດ​ໄທ ເມື່ອ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາຢ່າງ​ຫລວງ​ຫລາຍໃນ​ປີ 2022 ​ຜ່ານ​ມາ ​ໃນຂະ​ນະ​ທີ່​ເສດ​ຖະ​ກິດ​ລາວ ​ຍັງ​ບໍ່​ທັນ​ຟື້ນ​ຕົວ​ໄດ້​ພໍ​ປານ​ໃດ