Lao
This article was added by the user . TheWorldNews is not responsible for the content of the platform.

ການອະນຸມັດໂຄງການລົງທຶນ ຈາກຕ່າງປະເທດໃນລາວ ຍັງມີຫຼາຍຂັ້ນຕອນ ແລະມີບັນຫາຊັກຊ້າ

ການອະນຸມັດໂຄງການລົງທຶນຈາກຕ່າງປະເທດໃນລາວ ຍັງມີບັນຫາຊັກຊ້າ ເພາະມີຫຼາຍຂັ້ນຕອນ ແລະ ບຸກຄະລາກອນຄຸນນະພາບຕໍ່າ ຈຶ່ງບໍ່ສາມາດຍົກສະຖານະພາບທີ່ສູງຂຶ້ນໃນການເປັນປະເທດທີ່ໜ້າລົງທຶນ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ນັດຊ່ຽວຊານດ້ານການລົງທຶນໃນລາວ ຢືນຢັນວ່າ ການອຳນວຍຄວາມສະດວກທາງດ້ານການລົງທຶນໃນລາວ ຍັງດຳເນີນໄປຢ່າງຊັກຊ້າຫຼາຍ ເພາະພາກສ່ວນຮັບຜິດຊອບດ້ານການສົ່ງເສີມການລົງທຶນ ໂດຍຜ່ານລະບົບໃຫ້ບໍລິການແບບປະຕູດຽວ (One Stop Service) ນັ້ນ ຍັງມີຂໍ້ຈຳກັດທາງດ້ານບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດໃນການປະຕິບັດງານ ຈຶ່ງເຮັດໃຫ້ສາມາດດຶງເອົາການລົງທຶນຈາກຕ່າງປະເທດເຂົ້າມາໃນລາວໄດ້ຕໍ່າກວ່າເປົ້າໝາຍ ແລະ ເຮັດໃຫ້ອັນດັບຂອງລາວໃນການເປັນປະເທດທີ່ໜ້າລົງທຶນໃນສາຍຕາຂອງນັກທຸລະກິດຊາວຕ່າງຊາດນັ້ນ ຕົກຕໍ່າລົງ ຈາກອັນດັບ 134 ໃນປີ 2016 ລົງມາຢູ່ໃນອັນດັບທີ 154 ຈາກ 190 ປະເທດທົ່ວໂລກໃນປັດຈຸບັນ, ເຊິ່ງບັນຫາດັ່ງກ່າວນີ້ ກໍ່ຍັງເຮັດໃຫ້ບັນດານັກລົງທຶນຊາວຕ່າງຊາດຈຳນວນນໍ່ນ້ອຍ ໄດ້ປ່ຽນໃຈທີ່ຈະລົງທຶນໃນລາວ ໄປຍັງປະເທດເພື່ອນບ້ານອີກດ້ວຍ ດັ່ງທີ່ນັກຊ່ຽວຊານ ໄດ້ໃຫ້ການຢືນຢັນວ່າ:

ເວົ້າລວມແລ້ວທາງລັດຖະບານເພິ່ນກະເປີດກວ້າງແລ້ວ ແຕ່ວ່າມັນຍັງມີຂາດຕົກບົກພ່ອງໃນຂັ້ນຕອນຕ່າງໆ ເລື້ອງບັນຊີຫຼືການລົງທຶນນີ້ກະໃຫ້ເບິ່ງຄືນນ້ອຍນຶ່ງ ເພາະວ່າອັນນີ້ມັນຖ່ວງດຶງການລົງທຶນຂອງຕ່າງປະເທດ ລາງເທື່ອວ່າຍື່ນເອກະສານໄປຈັ່ງຊີ້ນະ ໄປຄາຢູ່ຫັ້ນ ຄາຢູ່ນີ້ ຖ່ວງຍາວ ແກ່ຍາວ ຄັນບໍລິສັດ ທີ່ມັນມາດຕະຖານສາກົນແທ້ຫັ້ນນະ ໃນເມື່ອເວລາເຮົາໄປດຶງເປັນ 4 ເດືອນ - 5 ເດືອນ - 6 ເດືອນ ຫຼືເປັນປີຫັ້ນນະ ເຂົາກະໜີໄປຊະ ເຂົາໄປລົງທຶນຢູ່ປະເທດອ້ອມຂ້າງເຮົານີ້ແຫຼະ

ສ່ວນນັກທຸລະກິດໄທໃນລາວ ໃຫ້ທັດສະນະວ່າ ການສົ່ງເສີມການລົງທຶນຈາກຕ່າງປະເທດໃນລາວຕ້ອງໃຫ້ຄວາມສຳຄັນກັບການຍົກລະດັບການປະຕິບັດງານຂອງພະນັກງານລັດ ໃຫ້ມີປະສິດທິພາບສູງຂຶ້ນ ໃຫ້ໄດ້ໃນ 6 ດ້ານດ້ວຍກັນ ດັ່ງທີ່ນັກທຸລະກິດໄທ ໄດ້ໃຫ້ການຢືນຢັນວ່າ:

ອັນທີ 1 ທີ່ຈະຕ້ອງປັບ ຄື ເລື້ອງສັດສ່ວນຂອງການລົງທຶນ ໝາຍຄວາມວ່າ ເພີ້ມສັດສ່ວນຂອງການລົງທຶນໃຫ້ນັກລົງທຶນຕ່າງປະ ເທດນັ້ນ ສາມາດເຂົ້າໄປຖືຮຸ້ນໄດ້ 100 ເປີເຊັນ ໃນຫຼາຍທຸລະກິດຫຼາຍຂຶ້ນ ປະການທີ 2 ກໍ່ຄື ເລື້ອງສິດທິຕໍ່ກັບທີ່ດິນ ຫຼື ໂຕໂຮງງານ ລວມທັງຊັບສິນຕ່າງໆ ຕ້ອງມີການປັບປຸງເລື້ອງການມີສິດໄດ້ຮັບການຄຸ້ມຄອງທີ່ຫຼາຍຍິ່ງຂື້ນ ປະການທີ 3 ກໍ່ຄືເລື້ອງການນຳເຂົ້າ ແລະ ສົ່ງອອກ ບໍ່ວ່າຈະເປັນນຳເຂົ້າສິນຄ້າ ວັດຖູດິບ ຜູ້ຊ່ຽວຊານ ລວມທັງຫຼັງຈາກການຜະລິດແລ້ວ ຂັ້ນຕອນໃນການສົ່ງອອກຕ່າງໆ ຫຼາຍຈຸດກໍ່ຍັງເປັນຄໍ​ຂວດ

ສ່ວນອີກ 3 ດ້ານທີ່ຈະຕ້ອງປັບປຸງ ກໍ່ຄືການພັດທະນາລະບົບ-ໂຄງຮ່າງພື້ນຖານທາງເສດຖະກິດການຊໍາລະພາສີອາກອນດ້ວຍລະບົບ Electronic ແລະ ການລະງັບຂໍ້ຂັດແຍ່ງທາງທຸລະກິດຢ່າງໂປ່ງໃສ.

ທັງນີ້ ການລະບາດຂອງພະຍາໄວຣັສ Covid-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວຫຼຸດລົງຫຼາຍກວ່າ 80 ເປີ ເຊັນ ໃນຊ່ວງປີ 2020 – 2022 ທຽບກັບປີ 2019 ທີ່ຕ່າງຊາດລົງທຶນໃນລາວໃນມູນຄ່າເກີນກວ່າ 9,800 ລ້ານໂດລາສະຫະລັດ ຍິ່ງໄປກວ່ານັ້ນ ການລະບາດຂອງພະຍາດໄວຣັສໂຄວິດ - 19 ຍັງເຮັດໃຫ້ບໍລິສັດຕ່າງຊາດ ໄດ້ນຳເງິນທຶນຕົວຈິງເຂົ້າມາໃນລາວພຽງແຕ່ 17 ເປີເຊັນ ເທົ່ານັ້ນຂອງການລົງທຶນທັງໝົດ ເນື່ອງຈາກວ່າການລະບາດພະຍາດໄວຣັສໂຄວິດ - 19 ເຮັດໃຫ້ບໍ່ສາມາດດຳເນີນກິດຈະການໄດ້ຢ່າງເປັນປົກກະຕິນັ້ນເອງ.

ສ່ວນທ່ານນາງຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍ່ຍອມຮັບວ່າການອະນຸຍາດການລົງທຶນຂອງຕ່າງຊາດດ້ວຍລະບົບບໍລິການແບບປະຕູດຽວ ທີ່ມີປະສິດທິພາບຕໍ່າ ແລະ ຊັກຊ້າຄືບັນຫາສຳຄັນ ເພາະກົດໝາຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້ຢ່າງຊັດເຈນແລ້ວວ່າ ການອະນຸຍາດການລົງທຶນໃນກິດຈະການທີ່ລັດຄວບຄຸມນັ້ນ ໃຫ້ໃຊ້ເວລາບໍ່ເກີນ 8 ວັນທຳການ ແລະ 60 ວັນທຳການ ສຳລັບກິດຈະການສຳປະທານຈາກລັດ ແຕ່ກໍ່ຍັງປະຕິບັດບໍ່ທັນໄດ້ເຊັ່ນກັນ ເພາະຍັງບໍ່ມີກົນໄກການສ້າງຕັ້ງໜ່ວຍງານປະສານງານສັງກັດຢູ່ນຳຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ພະນັກງານທີ່ເຮັດວຽກງານປະຕູດຽວຍັງບໍ່ເປັນເຈົ້າການໃນການຕິດຕາມງານກັບຂະແໜງການກ່ຽວຂ້ອງ ການຈັດຕັ້ງໃຫ້ບໍລິການແບບປະຕູດຽວຍັງເຮັດບໍ່ໄດ້ດີເພາະຂາດພະນັກງານທີ່ມີຄວາມຮູ້-ຄວາມສາມາດຕົວຈິງ ໂດຍຈີນເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດໃນລາວທີ່ມີມູນຄ່າລວມກວ່າ 18,000 ລ້ານໂດລາສະຫະລັດ ໃນ 933 ໂຄງການ.