Lao
This article was added by the user . TheWorldNews is not responsible for the content of the platform.

ກະ​ຊວງ​ການ​ຄ້າ ​ຈັດ​ພິ​ທີ​ມອບລ​າງວັນ​ດີ​ເດັ່ນປະ​ຈຳ​ປີ ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ລົງທຶນ ຢູ່​ໃນ ສປ​ປ​ ລາວ

ກະ​ຊວງ​ການ​ຄ້າ ໄດ້​ຈັດ​ພິ​ທີ​ມອບລ​າງວັນ​ດີ​ເດັ່ນປະ​ຈຳ​ປີ ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ລົງທຶນຢູ່​ໃນ ສປ​ປ​ ລາວ ໃນ​ວັນ​ຈັນທີ 23 ມັງ​ກອນ ອາ​ທິດ​ແລ້ວນີ້. ສຳ​ລັບ​ປີ 2023 ມີຢູ່ 80 ກວ່າບໍ​ລິ​ສັດ ​ໄດ້ຖືກ​ຄັດ​ເລືອກ​ເພື່ອ​ຮັບ​ລາງວັນ.

ທ່າ​ນ​ບີ ກິດ​ຕະ​ລາດ ພິ​ລາ​ພັນ​ເດັດ ຜູ້​ຕາງ​ໜ້າ​ບໍ​ລິ​ສັດ KP ​(ຄຳ​ໃບ ພິ​ລາ​ພັນ​ເດດ)​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ຖືກ​ເຊີນເຂົ້າ​ຮ່ວມຮັບ​ລາ​ງວັນ​ ຊຶ່ງ​ທ່ານ​ບີໄດ້​ກ່າວ​ສູ່​ ວີ​ໂອ​ເອ ຟັງວ່າ ​ມີສິນ​ຄ້າຫຍັງ​ແດ່ທີ່ ບໍ​ລິ​ສັດ KP ໄດ້​ນຳ​ເຂົ້າມາ​ຈຳ​ໜ່າຍ ​ຢູ່​ໃນ​ປະ​ເທດ​ລາວ​:

ບໍ​ລິ​ສັດ KP ມີຫລາຍ​ສາ​ຂາມີ​ຮຸ້ນ​ສ່ວນ ​ກັບຍີ່​ປຸ່ນ ແລະ​ໄທ. ມີ​ພະ​ນັກ​ງານ​ຢູ່​ທັງ​ໝົດ​ເກຶອ​ບ 2,000 ຄົນ ໂດຍ​ສະ​ເພາະ​ຢູ່​ສະ​ຫວັນ​ນະ​ເຂດ ມີຮຸ້ນ​ສ່ວນ​ຜະ​ລິດຕຸກ​ກະ​ຕາ​ກັບ ນັກ​ລົງ​ທຶ​ນ​ຍີ່​ປຸ່ນ.

ກະ​ຊວງ​ການ​ຄ້າ ສ​ປ​ປ ລາວ ໄດ້​ຈັດ​ໃຫ້​ມີ​ພິ​ທີ​ມອບ​ລ​າງວັນ ​ມາ​ໄດ້​ຫລ​າຍ​ປີ​ແລ້ວ ແຕ່​ປີ​ກາຍ​ນີ້ ​ໄດ້​ຖືກ​ໂຈະ​ໄວ້ ເນື່ອງ​ຈາກ​ການ​ລະ​ບາດຂອງ​ໂຄວິດ-19 ​ແລະ​ບັດ​ນີ້​ໄດ້​ເລີ້​ມ​ຄືນ​ໃໝ່​ແລ້ວ.